ສາບານຕົວຕໍ່ສະພາແຫ່ງຊາດ, ທ່ານ ເຈິ່ນແທັງເໝີ້ນ ປະທານສະພາແຫ່ງຊາດຊຸດທີ 16 ຢືນຢັນວ່າ: ພາຍໃຕ້ທຸງແດງດາວເຫຼືອງທີ່ສັກສິດຂອງປະເທດຊາດ, ຕໍ່ໜ້າສະພາແຫ່ງຊາດ ແລະ ພໍ່ແມ່ປະຊາຊົນ, ຜູ້ມີສິດເລືອກຕັ້ງໃນທົ່ວປະເທດ, ຂ້າພະເຈົ້າ, ປະທານສະພາແຫ່ງຊາດແຫ່ງປະເທດ ສສ ຫວຽດນາມ, ສາບານຕົວ ຈົງຮັກພັກດີຕໍ່ປະເທດຊາດ, ຕໍ່ປະຊາຊົນ, ລັດຖະທຳມະນູນຂອງປະເທດ ສສ ຫວຽດນາມ; ມານະພະຍາຍາມປະຕິບັດສຳເລັດໜ້າທີ່ຊຶ່ງພັກ,ລັດ ແລະ ປະຊາຊົນມອບໝາຍໃຫ້.
ທ່ານ ເຈິ່ນແທັງເໝີ້ນ ກ່າວຄຳເຫັນຮັບດຳລົງຕຳແໜ່ງວ່າ: ນີ້ແມ່ນຄວາມເປັນກຽດຢ່າງໃຫຍ່ຫຼວງ, ທັງແມ່ນຄວາມຮັບຜິດຊອບອັນສູງສົ່ງຂອງທ່ານຕໍ່ພັກ, ລັດ, ຜູ້ມີສິດເລືອກຕັ້ງ ແລະ ປະຊາຊົນໃນທົ່ວປະເທດ.
ທ່ານປະທານສະພາແຫ່ງຊາດຊີ້ແຈ້ງວ່າ: ສະພາແຫ່ງຊາດຊຸດທີ 16 ຈະສືບຕໍ່ມານະພະຍາຍາມສູ້ຊົນ, ສົມເປັນສະພາແຫ່ງຊາດຂອງປະຊາຊົນ, ໂດຍປະຊາຊົນ ເພື່ອປະຊາຊົນ, ເປັນອົງການຜູ້ແທນສູງສຸດຂອງປະຊາຊົນຢ່າງແທ້ຈິງ; ປະຕິບັດໜ້າທີ່, ສິດອຳນາດທີ່ໄດ້ກຳນົດໃນລັດຖະທຳມະນູນຂອງປະເທດ ສສ ຫວຽດນາມ ແລະ ໜ້າທີ່ຊຶ່ງພັກ,ລັດ ແລະ ປະຊາຊົນມີຄວາມເຊື່ອໝັ້ນມອບໝາຍໃຫ້. ຂ້າພະເຈົ້າໝັ້ນໝາຍຈະອຸທິດຈົນສຸດຄວາມສາມາດຂອງຕົນ, ຮັບໃຊ້ປະເທດຊາດ, ຮັບໃຊ້ປະຊາຊົນ; ສຸມໃສ່ປັບປຸງລະບອບລະບຽບການໃຫ້ສົມບູນແບບເພື່ອໃຫ້ປະເທດພັດທະນາຢ່າງວ່ອງໄວ, ຍືນຍົງ, ຕອບສະໜອງຄວາມຮຽກຮ້ອງເຊື່ອມໂຍງເຂົ້າກັບສາກົນ.
ຄໍາເຫັນ