ທ່ານ ເຈິ່ນແທັງເໝີນ ກ່າວຄຳເຫັນໃນພິທີມອບລາງວັນວ່າ: ມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ ໄດ້ກຳນົດການພັດທະນາປະເທດຊາດໄລຍະ 2021 – 2030 ແລະ ຮຽກຮ້ອງການສຶກສາ ແລະ ບຳລຸງສ້າງ, ວິທະຍາສາດ ແລະ ເຕັກໂນໂລຊີ ຕ້ອງສ້າງບາດກ້າວບຸກທະລຸໃນການປ່ຽນແປງໃໝ່ການສຶກສາ ແລະ ບຳລຸງກໍ່ສ້າງໂດຍພື້ນຖານ ແລະ ຮອບດ້ານ, ພັດທະນາຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ດຶງດູດ ແລະ ຖືການນຳໃຊ້ຜູ້ເກັ່ງກ້າເປັນສຳຄັນ. ຊຸກຍູ້ການຄົ້ນຄວ້າຖ່າຍທອດ ແລະ ໝູນໃຊ້ຜົນງານຂອງການປະຕິວັດອຸດສາຫະກຳຄັ້ງທີ 4 ເຂົ້າໃນທຸກຂົງເຂດຂອງຊີວິດສັງຄົມຢ່າງແຮງ. ນີ້ແມ່ນໜ້າທີ່ ຊຶ່ງສະມາຄົມສົ່ງເສີມການຮຽນ ຫວຽດນາມ, ບັນດາກະຊວງ, ຄະນະ, ຂະແໜງການ ແລະ ຄະນະຈັດຕັ້ງລາງວັນ “ອັດສະລິຍະດິນແດນ ຫວຽດ” ຕ້ອງສືບຕໍ່ຍູ້ແຮງປະຕິບັດເພື່ອດຶງດູດໄດ້ນັກວິທະຍາສາດ, ຜູ້ປະດິດຄິດສ້າງວິທະຍາສາດ, ເຕັກໂນໂລຊີເປັນຈຳນວນຫຼວງຫຼາຍ, ນຳມາຊຶ່ງພູມປັນຍາໃໝ່, ເປັນເຈົ້າຂອງເຕັກໂນໂລຊີ ແລະ ປະດິດຄິດສ້າງບັນດາເຕັກໂນໂລຊີ.
ເສດຖະກິດຈີນ ໄດ້ຮັກສາສະພາບຄວາມໝັ້ນທ່ຽງ ທ່າອ່ຽງກ້າວໄປໜ້າ ແລະ ຄວາມໝັ້ນໜຽວ
ຂ່າວສານຊີອາໄອລາຍງານວ່າ: ໃນວັນທີ 8 ທັນວາ ຜ່ານມາ, ໂຕເລກສະຖິຕິທີ່ເຜີຍແຜ່ໂດຍລັດຖະບານຈີນສະແດງເຫັນວ່າ, ໃນ 11 ເດືອນຂອງປີ 2025, ຍອດມູນຄ່ານຳເຂົ້າ-ສົ່ງອອກສິນຄ້າປະເພດຈັບຕ້ອງໄດ້ຂອງຈີນມີເຖິງ 41,210 ຕື້ຢວນ, ເພີ່ມຂຶ້ນ 3.6% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024. ໃນນັ້ນ, ຍອດມູນຄ່າ ນຳເຂົ້າ-ສົ່ງອອກສິນຄ້າປະເພດຈັບຕ້ອງຂອງເດືອນພະຈິກໄດ້ເພີ່ມຂຶ້ນ 4.1% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024 ຊຶ່ງໄດ້ຮັກສາການເຕີບໂຕເປັນເວລາ 10 ເດືອນລຽນຕິດ ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024. ນັກວິເຄາະຊີ້ໃຫ້ເຫັນວ່າ, ໂຄງປະກອບການຄ້າກັບຕ່າງປະເທດຂອງຈີນໄດ້ປັບປຸງດີຂຶ້ນເລື້ອຍໆ, ປ່ອຍພະລັງຂັບເຄື່ອນໃໝ່ຢ່າງຕໍ່ເນື່ອງ, ສະແດງໃຫ້ເຫັນເຖິງຄວາມໝັ້ນໜຽວທີ່ເຂັ້ມແຂງ.
ຄໍາເຫັນ