ທ່ານ ຟ້າມມິງຈິງ ກ່າວຄຳເຫັນໃນການພົບປະວ່າ: ການພັດທະນາສີຂຽວ, ເສດຖະກິດດີຈີຕອນ ແມ່ນບຸລິມະສິດຍຸດທະສາດເພື່ອໃຫ້ ຫວຽດນາມ ພັດທະນາແບບຍືນຍົງ. ຫວຽດນາມ ມີກົນໄກ, ລະບຽບການບໍລິຫານລຸລວງ, ນະໂຍບາຍບຸລິມະສິດເຂົ້າຂົງເຂດຄື: ພະລັງງານສີຂຽວ, ພະລັງງານສະອາດ, ຊິບເຄິ່ງຊັກນຳໄຟຟ້າ.
ທ່ານໃຫ້ຮູ້ວ່າ: ກ່ຽວກັບຊິບເຄິ່ງຊັກນຳໄຟຟ້າ, ພວກຂ້າພະເຈົ້າຕ້ອງການ ການຖ່າຍທອດເຕັກໂນໂລຊີໃນການລົງທຶນ ແລະ ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ. ປັດຈຸບັນ, ຫວຽດນາມ ພວມສູ້ຊົນຮອດປີ 2030 ມີນັກເຕັກນິກອອກແບບຊິບ 100,000 ຄົນ. ຫວັງວ່າບັນດານັກລົງທຶນອາດສາມາດເຂົ້າຮ່ວມຂັ້ນຕອນຊຶ່ງຫວຽດນາມລົງທຶນ. ອາດເວົ້າໄດ້ວ່າ, ຊິບເຄິ່ງຊັກນຳໄຟຟ້າແມ່ນຂົງເຂດທີ່ ຫວຽດນາມ ພວມໃຫ້ບຸລິມະສິດ ແລະ ພ້ອມທີ່ຈະຕ້ອນຮັບບັນດາກະແສເງິນລົງທຶນ, ອາດລົງທຶນເຂົ້າບໍ່ວ່າຂັ້ນຕອນໃດ ແລະ ລົງທຶນເຂົ້າບໍ່ວ່າຜະລິດຕະພັນໃດ.
ຄໍາເຫັນ