ໃນສະຖານີລົດໄຟອຸມົງ S9 - ກິມມ້າ, S11 - ວັນມຽວ ແລະ ສະຖານນີ S12 - ເຈິ່ນຮຶງດ້າວ, ທ່ານນາຍົກລັດຖະມົນຕີຫວຽດນາມ ໄດ້ລົງກວດກາໂດຍກົງສະພາບການກໍ່ສ້າງ, ຮັບຟັງບົດລາຍງານ, ບັນດາລາຍການພວມປະຕິບັດ ແລະ ແຜນການຜັນຂະຫຍາຍໃນໄລຍະຈະມາເຖິງ; ຢື້ຢາມຖາມຂ່າວ, ອວຍພອນບຸນເຕັດ ແລະ ມອບຂອງຂວັນລະດົມຖັນແຖວພະນັກງານ, ນັກເຕັກນິກ, ນັກຊ່ຽວຊານ ແລະ ກຳມະກອນທີ່ເຮັດວຽກໝົດບຸນເຕັດ ໃນສະຖານທີ່ກໍ່ສ້າງ, ສຳຫຼວດສະຖານທີ່ຕົວຈິງໃນອຸມົງກໍ່ສ້າງ. ໃນສະຖານທີ່ກໍ່ສ້າງ, ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ: ຕ້ອງປ່ຽນແປງຈິນຕະນາການ, ວິທີການ ກໍຄືການສຳຜັດເພື່ອຍູ້ໄວຄວາມຄືບໜ້າ, ຄຸນນະພາບໂຄງການກໍ່ສ້າງເສັ້ນທາງລົດໄຟຕົວເມືອງ ນະຄອນຫຼວງຮ່າໂນ້ຍ ຕອນໂຍນ - ສະຖານີລົດໄຟ ນະຄອນຫຼວງຮ່າໂນ້ຍ.
ຫຼັງຈາກນັ້ນ, ໃນການເຮັດວຽກກັບກະຊວງ, ຂະແໜງການ, ອົງການສູນກາງ, ນະຄອນຫຼວງຮ່າໂນ້ຍ, ນັກລົງທຶນ, ຜູ້ຮັບເໝົາການອອກແບບ, ຫົວໜ່ວຍກໍ່ສ້າງ, ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ: ເພື່ອບັນລຸເປົ້າໝາຍ 2045 ນະຄອນຫຼວງຮ່າໂນ້ຍ ມີເສັ້ນທາງລົດໄຟໃນຕົວເມືອງ 600 ກວ່າກິໂລແມັດ, ຄວາມໄວຈັດຕັ້ງປະຕິບັດໃນຊຸມປີຈະມາເຖິງຕ້ອງເພີ່ມຂຶ້ນນັບສິບເທົ່າໃນຊຸມປີຜ່ານມາ.
ຄໍາເຫັນ