ໃນກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ເນັ້ນໜັກວ່າ: ຕ້ອງຢຶດໝັ້ນກັບເປົ້າໝາຍຮັກສາສະຖຽນລະພາບທາງດ້ານເສດຖະກິດມະຫາພາກ, ຄວບຄຸມໄພເງິນເຟີ້ ແລະ ຊຸກຍູ້ການເຕີບໂຕແຕ່ 10%, ຮັບປະກັນບັນດາດຸ່ນດ່ຽງໃຫຍ່ຂອງພື້ນຖານເສດຖະກິດ. ທ່ານນາຍົກລັດຖະມົນຕີກ່າວວ່າ:ຕ້ອງຕີລາຄາຖືກຕ້ອງຄຸນທາດຂອງບັນດາການຜັນແປໃນປັດຈຸບັນຂອງໂລກ, ສົ່ງຜົນກະທົບຕໍ່ບັນຫາໃຫຍ່ເຊັ່ນ: ພະລັງງານ,ບໍລິຫານເສດຖະກິດມະຫາພາກ,ການຜະລິດດຳເນີນທຸລະກິດ, ສ້າງວິທີຫາເງິນລ້ຽງຊີບຂອງປະຊາຊົນ, ສາຍພົວພັນກັບບັນດາປະເທດໃຫຍ່ ແລະ logistics. ຈາກນັ້ນ, ກຳແໜ້ນການຜັນແປສະພາບການ, ປະຕິກິລິຍານະໂຍບາຍເປັນເຈົ້າການ, ມີໄຫວພິບ, ທັນການ ແລະມີປະສິດທິຜົນ.
ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ສືບຕໍ່ສ້າງ ແລະ ປັບປຸງລະບອບລະບຽບການສ້າງສັນ, ສົ່ງເສີມນະວັດຕະກຳ; ຫຼຸດຜ່ອນຕົ້ນທຶນໃຫ້ແກ່ປະຊາຊົນ, ວິສາຫະກິດ, ເພີ່ມກຳລັງແກ້ງແຍ້ງຂອງວິສາຫະກິດ, ຜະລິດຕະພັນ ແລະ ພື້ນຖານເສດຖະກິດ. ຍູ້ແຮງການພັດທະນາວິທະຍາສາດເຕັກໂນໂລຊີ, ສຸມໃສ່ການພັດທະນາປັນຍາປະດິດ.
ຄໍາເຫັນ