ໃນການຕ້ອນຮັບ, ທ່ານ ຟ້າມມິງຈິງ ສະເໜີໃຫ້ ບໍລິສັດ GE Vernovaເປີດກວ້າງການລົງທຶນເຂົ້າຫວຽດນາມ ເພື່ອແນໃສ່ຕອບສະໜອງຄວາມຕ້ອງການດ້ານພະລັງງານ ແລະ ເປົ້າໝາຍພັດທະນາແບບຍືນຍົງຂອງ ຫວຽດນາມ, ພິເສດແມ່ນການພັດທະນາ, ເຂົ້າຮ່ວມບັນດາໂຄງການກໍ່ສ້າງໂຮງງານ ແລະ ຕາໜ່າງໄຟຟ້າ; ປະກອບຄຳເຫັນໃສ່ລະບອບລະບຽບການໃຫ້ສົມບູນແບບ, ເອົາໃຈໃສ່ເຖິງການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງໃນຂະແໜງພະລັງງານໄຟຟ້າ; ຖ່າຍທອດບັນດາເຕັກໂນໂລຊີ, ປະສົບການທີ່ກ້າວໜ້າເພື່ອປະກອບສ່ວນພັດທະນາຂະແໜງໄຟຟ້າ ຫວຽດນາມ ໃຫ້ທັນສະໄໝ.
ທ່ານນາງ ມາເຣຍ ຊິງໂກນີ ກ່າວວ່າ:ບໍລິສັດ GE Vernovaຄາດຄະເນ ແລະ ປາຖະໜາຢາກເປີດກວ້າງການຮ່ວມມື, ລົງທຶນຢູ່ ຫວຽດນາມ; ພ້ອມທັງໃຫ້ຄຳໝັ້ນສັນຍາ ແລະ ປາຖະໜາປັບປຸງລະບົບສະໜອງຂອງບໍລິສັດ, ຕອບສະໜອງບັນດາຄວາມຕ້ອງການຂອງ ຫວຽດນາມ; ພ້ອມທັງພະຍາຍາມແກ້ໄຂບັນດາສິ່ງທ້າທາຍກ່ຽວກັບການຄ້າລະຫວ່າງ ຫວຽດນາມ - ສະຫະລັດ ອາເມຣິກາ.
ຄໍາເຫັນ