ທ່ານ ຮຸນມາແນັດ ໄດ້ໂພສໃນແພລັດຟອມສື່ສັງຄົມອອນລາຍທາງການໃນວັນທີ 13 ມັງກອນ ຜ່ານມາວ່າ: ການຕໍ່ສູ້ກັບພວກຫຼອກລວງທາງອອນລາຍແມ່ນໜ້າວຽກສຳຄັນໃນເວລານີ້, ນອກເໜືອໄປຈາກພາລະກິດແຫ່ງຊາດ ອື່ນໆ.
ຂ່າວລະບຸວ່າ: ທ່ານ ຮຸນມາແນັດ ຍັງກ່າວຕື່ມວ່າ, ເມື່ອພິຈາລະນາເຖິງອັນຕະລາຍຂອງອາຊະຍາກຳທາງໄຊເບີທີ່ເປັນອັນຕະລາຍຕໍ່ສັງຄົມ ແລະ ຄວາມສັບຊ້ອນຂອງອາຊະຍາກຳທີ່ໃຊ້ເຕັກໂນໂລຊີເປັນຖານ ແລະ ມີເຄືອຂ່າຍການເຊື່ອມໂຍງລະຫວ່າງປະເທດ, ລັດຖະບານກຳປູເຈຍຈຶ່ງໄດ້ໃຊ້ມາດຕະການຕ່າງໆເພື່ອຕ້ານອາຊະຍາກຳເຫຼົ່ານີ້ ແລະ ສາມາດບັນລຸຜົນໄດ້ຮັບໃນທາງບວກຫຼາຍຢ່າງ.
ນອກຈາກນີ້, ທ່ານຍັງໄດ້ກ່າວຕື່ມອີກວ່າ: ການໃຊ້ມາດຕະການທີ່ເຂັ້ມງວດຕໍ່ພວກຫຼອກລວງທາງອອນລາຍທີ່ຜ່ານມາສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນທາງການເມືອງຂອງລັດຖະບານໃນການຕໍ່ສູ້ກັບອາຊະຍາກຳຂ້າມຊາດ ຊຶ່ງເປັນຄວາມກັງວົນຮ່ວມກັນທັງຂອງກຳປູເຈຍ, ພາກພື້ນ ແລະ ທົ່ວໂລກ.
ທັງນີ້, ທ່ານ ຮຸນມາແນັດ ໄດ້ຮຽກຮ້ອງໃຫ້ເຈົ້າໜ້າທີ່ທຸກລະດັບ ແລະ ປະຊາຊົນທຸກຊັ້ນຄົນຮ່ວມມືກັນໃນການກຳຈັດພວກຫຼອກລວງທາງອອນລາຍ ເພື່ອຟື້ນຟູພາບພົດຂອງກຳປູເຈຍໃນເວທີສາກົນ.
ຄໍາເຫັນ