ທ່ານ ຄໍາໄພ ສົມຊະນະ ປະທານກຸ່ມບໍລິສັດຄໍາໄພຊະນະກຣຸບໄດ້ໃຫ້ສໍາພາດຕໍ່ນັກຂ່າວໜັງສືພີມປະຊາຊົນ ເນື່ອງໃນໂອກາດ 50 ປີ ວັນສະຖາປານາສາທາລະນະລັດ ປະຊາທິປະໄຕ ປະາຊົນລາວ ວ່າ: ໃນນາມນັກທຸລະກິດຮຸ່ນບຸກເບີກ ແລະ ໃນນາມປະຊາຊົນລາວຜູ້ໜຶ່ງ ຂໍສະແດງຄວາມຮູ້ບຸນຄຸນ ຕໍ່ການນໍາ ພັກ-ລັດຖະບານທີ່ໄດ້ປົດປ່ອຍປະເທດຊາດມາແຕ່ 1975 ມາເຖິງ 2025 ເຄິ່ງສັດຕະວັດ 50 ປີ ທີ່ນຳພາປະຊາຊົນລາວບັນດາເຜົ່າທຸກຊັ້ນຄົນໃຫ້ໄດ້ ຢູ່ດີ-ກິນດີ ແລະ ນຳເອົາຜືນແຜ່ນດິນອັນຄົບຖ້ວນມາໃຫ້ ປະຊາຊົນພວກເຮົາ. ພວກເຮົາຕ້ອງເຂົາລົບນັບຖືຊົມເຊີຍ ພັກ-ລັດ ແລະ ຈົ່ງພ້ອມກັນ ຮັກປະເທດຊາດ ເຮັດຫຍັງຄວນຄໍານຶງຄວາມຍຶນຍົງ, ໂດຍສະເພາະ ແມ່ນບັນຫາສີຂຽວຍືນຍົງ.ຄົນລາວເຮົາ 7 ລ້ານຄົນມີແຜ່ນດິນກວ້າງ, ມີດິນດຳນໍ້າຊຸ່ມ, ນັ່ງຢູ່ຫີບເງິນ, ຫີບຄໍາ ແລະ ຈະເຮັດແນວໃດໃຫ້ເກີດເປັນເງິນເປັນຄໍາຕ້ອງໄດ້ພາກັນທຳການຜະລິດ, ເຮັດທຸລະກິດ, ດັ່ງນັ້ນ. ນັກຮຽກຮ້ອງໃຫ້ລູກຫຼານ ຕ້ອງໄດ້ພ້ອມກັນສູ້ຊົນເພື່ອສ້າງສາພັດທະນາປະເທດຊາດຂອງພວກເຮົາໃຫ້ມີຄວາມຈະເລີນກ້າວໜ້າ.
ທ່ານ ຄໍາໄພ ສົມຊະນະ ຍັງໄດ້ອວຍພອນໄຊ ອັນປເສີດເຖິງການນໍາ ພັກ-ລັດຖະບານ ສປປ ລາວເດີນໜ້ານໍາພາປະຊາຊົນຄົນລາວ 7 ລ້ານຄົນມີຄວາມສຸກ, ມີຄວາມຈະເລີນຮຸ່ງເຮືອງ ແລະ ຂໍໃຫ້ການນຳທຸກທ່ານ ແລະ ການນຳອາວຸໂສບໍານານຂໍ້ໃຫ້ມີອາຍຸໝັ້ນຍືນນໍາພາປະເທດຊາດກ້າວໜ້າ,ຮຸ່ງເຮືອງສີວິໄລຢ່າງບໍ່ຢຸດຢັ້ງ.
ຄໍາເຫັນ