ທ່ານ ກິແກ້ວ ໄຂຄໍາພິທູນ ກ່າວຄຳປາໄສໃນພິທີເປີດງານວາງສະແດງສິນຄ້າ ທີ່ ສປ ຈີນ

ທ່ານ ກິແກ້ວ ໄຂຄໍາພິທູນ ກ່າວຄຳປາໄສໃນພິທີເປີດງານວາງສະແດງສິນຄ້າ ທີ່ ສປ ຈີນ

ທ່ານ ກິແກ້ວ ໄຂຄໍາພິທູນ ກ່າວຄຳປາໄສໃນພິທີເປີດງານວາງສະແດງສິນຄ້າ ທີ່ ສປ ຈີນ
ໃນຕອນເຊົ້າວັນທີ 19 ມິຖຸນາ ຜ່ານມາທີ່ ສປ ຈີນ, ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໃນຖານະເປັນແຂກປະເທດກິດຕິມະສັກ ໄດ້ເຂົ້າຮ່ວມ ແລະ ໃຫ້ກຽດຂຶ້ນກ່າວຄຳປາໄສ ໃນພິທີເປີດງານສະແດງສິນຄ້າ ຈີນ-ອາຊີໃຕ້ ຄັ້ງທີ 9 ແລະ ງານວາງສະແດງການນໍາເຂົ້າ-ສົ່ງອອກສິນຄ້າຄຸນມິງ ສປ ຈີນ ຄັ້ງທີ 29 ພາຍໃຕ້ຫົວຂໍ້ “ຄວາມສາມັກຄີ ແລະ ການຮ່ວມມື ເພື່ອການພັດທະນາ - Solidarity and Coordination for Common Development”.

 

ທານ ກແກວ ໄຂຄາພທນ ກາວຄຳປາໄສໃນພທເປດງານວາງສະແດງສນຄາ ທ ສປ ຈນ - image 1
 

ໃນໂອກາດດັ່ງກ່າວ, ທ່ານຮອງນາຍົກລັດຖະມົນຕີ ໄດ້ສະແດງຄວາມຊົມເຊີຍ ແລະ ຍົກໃຫ້ເຫັນເຖິງຄວາມສຳຄັນໃນການຈັດງານວາງສະແດງດັ່ງກ່າວ ເພື່ອສ້າງກາລະໂອກາດໃຫ້ບັນດາພາກທຸລະກິດທີ່ມາຈາກປະເທດຕ່າງໆໃນໂລກ, ລວມທັງ ສປປ ລາວ ໄດ້ພົບປະແລກປ່ຽນຂໍ້ມູນຂ່າວສານດ້ານການຄ້າ-ການລົງທຶນ, ສົ່ງເສີມການທ່ອງທ່ຽວ ແລະ ສົ່ງເສີມການຮ່ວມມືດ້ານທຸລະກິດ ເພື່ອເຊື່ອມໂຍງຕະຫຼາດສິນຄ້ານຳກັນ. ການເຂົ້າຮ່ວມງານວາງສະແດງຄັ້ງນີ້, ບໍ່ແມ່ນພຽງແຕ່ສະແດງສິນຄ້າແຕ່ຍັງສ້າງຄວາມໄວ້ເນື້ອເຊື່ອໃຈຊຶ່ງກັນ ແລະ ກັນ ລະຫວ່າງ ບັນດາປະເທດ ກໍຄື ພາກສ່ວນເອກະຊົນ ແລະ ພາກລັດ ທີ່ຈະຮ່ວມສ້າງອະນາຄົດທີ່ໝັ້ນຄົງ ແລະ ຍືນຍົງ. ປີ 2024 ທີ່ຜ່ານມາ, ສປປ ລາວ ໄດ້ຮັບກຽດເປັນປະທານໝູນວຽນອາຊຽນ ຊຶ່ງໄດ້ຈັດກອງປະຊຸມສຸດຍອດອາຊຽນ ຮ່ວມກັບປະເທດຄູ່ຮ່ວມເຈລະຈາຕ່າງໆ ແລະ ກອງປະຊຸມປິ່ນອ້ອມຫຼາຍກອງປະຊຸມທີ່ສໍາຄັນໂດຍສະເພາະກອງປະຊຸມລົງທຶນອາຊຽນ. ກອງປະຊຸມດັ່ງກ່າວ, ໄດ້ກຳນົດທິດທາງການລົງທຶນອາຊຽນໃນໄລຍະໃໝ່ ໂດຍໄດ້ຢຶດຖືເອົາການພັດທະນາເສດຖະກິດ-ສັງຄົມ ຕາມທິດ “ສີຂຽວ ແລະ ຍືນຍົງ” ເປັນເປົ້າໝາຍຫຼັກຂອງການພັດທະນາໃນໄລຍະໃໝ່ເຫັນໄດ້ເຖິງກາລະໂອກາດ ກໍຄືທ່າແຮງຂອງການພັດທະນາແບບຍືນຍົງ.

ທານ ກແກວ ໄຂຄາພທນ ກາວຄຳປາໄສໃນພທເປດງານວາງສະແດງສນຄາ ທ ສປ ຈນ - image 2
 

ພ້ອມດຽວກັນນັ້ນ, ທ່ານຮອງນາຍົກລັດຖະມົນຕີ ໄດ້ຍົກໃຫ້ເຫັນເຖິງແນວທາງນະໂຍບາຍຂອງ ສປປ ລາວ ເຖິງແມ່ນວ່າຈະເປັນປະເທດທີ່ບໍ່ມີຊາຍແດນຕິດຈອດກັບທະເລກໍຕາມ, ແຕ່ ສປປ ລາວ ມີທີ່ຕັ້ງພູມສາດທີ່ສຳຄັນ ແລະ ສິ່ງສຳຄັນປະເທດລາວ ມີສະຖຽນລະພາບທາງດ້ານການເມືອງທີ່ໜັກແໜ້ນ, ມີນະໂຍບາຍເປີດກວ້າງດຶງດູດການຄ້າ-ການລົງທຶນ, ມີຊັບພະຍາກອນທຳມະຊາດທີ່ອຸດົມສົມບູນ ແລະ ແຫຼ່ງທ່ອງທ່ຽວທີ່ສວຍສົດງົດງາມ. ຄຽງຄູ່ກັບທ່າແຮງດັ່ງກ່າວນັ້ນ, ກໍຈຳເປັນຕ້ອງມີກຳລັງແຮງ ດ້ານທຶນຮອນ, ດ້ານເຕັກໂນໂລຊີ, ຄວາມຮູ້ເຊີງປະຕິບັດ (Know-How) ເຂົ້າຊ່ວຍ ເພື່ອບັນລຸແຜນຍຸດທະສາດການພັດທະນາສີຂຽວ-ຍືນຍົງ. ໃນໂອກາດນີ້, ທ່ານ ຮອງນາຍົກລັດຖະມົນຕີ ຍັງໄດ້ເຊື້ອເຊີນບັນດາວິສາຫະກິດ ຈາກ ສປ ຈີນ ແລະ ປະເທດຕ່າງໆ ເຂົ້າໄປສຶກສາໂອກາດການລົງທຶນໃນຂະແໜງການຕ່າງໆທີ່ ສປປ ລາວ ມີທ່າແຮງ ເປັນຕົ້ນການຜະລິດສິນຄ້າກະສິກຳສະອາດທີ່ມີມູນຄ່າສູງ, ອຸດສາຫະກຳປຸງແຕ່ງ ທີ່ນຳໃຊ້ນະວັດຕະກໍາ, ການທ່ອງທ່ຽວສີຂຽວ, ພະລັງງານສະອາດ-ພະລັງງານທົດແທນ, ການພັດທະນາພື້ນຖານໂຄງລ່າງ, ໂລຈິສຕິກ, ທ່າບົກ, ການບໍລິການດ້ານການເງິນ ແລະ ອື່ນໆ, ສປປ ລາວ ພ້ອມທີ່ຈະຮ່ວມມື ແລະ ອຳນວຍຄວາມສະດວກຢ່າງເຕັມທີ່ ໃຫ້ແກ່ການລົງທຶນບົນພື້ນຖານຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດຮ່ວມກັນ.

ໃນໂອກາດດຽວກັນ, ທ່ານ ຮອງນາຍົກລັດຖະມົນຕີ ກໍໄດ້ຢ້ຽມຊົມຫ້ອງວາງສະແດງສິນຄ້າ ທີ່ມາຈາກ ສປປ ລາວ ມີຈຳນວນທັງໝົດ 46 ຫ້ອງ ແລະ ພາຍໃນງານຍັງມີກິດຈະກໍາປິ່ນອ້ອມຕ່າງໆ ເປັນຕົ້ນງານສັບປະດາເຟຊັ້ນງານວາງສະແດງສິນຄ້າຈີນ-ອາຊີໃຕ້ ແລະ ເສັ້ນທາງສາຍໄໝເຄື່ອງແຕ່ງກາຍຢຸນນານ.

(ຂ່າວ ແລະ ພາບ: ກົມປະຊາສໍາພັນ)

ຄໍາເຫັນ

ຂ່າວການຮ່ວມມື

ເຊັນສັນຍາຮ່ວມມືໂຄງການກອງທຶນພິເສດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ປະຈຳປີ 2026

ເຊັນສັນຍາຮ່ວມມືໂຄງການກອງທຶນພິເສດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ປະຈຳປີ 2026

ໃນວັນທີ 16 ມິຖຸນານີ້ ທີ່ ກະຊວງການຕ່າງປະເທດ, ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ສະຖານເອກອັກຄະລັດຖະທູດແຫ່ງ ສປ ຈີນ ປະຈຳ ສປປ ລາວ ໄດ້ຮ່ວມກັນຈັດພິທີລົງນາມໃນສັນຍາໂຄງການພາຍໃຕ້ກອງທຶນພິເສດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ງວດທີ 9 ປະຈຳປີ 2026 ຊຶ່ງຕາງໜ້າໃຫ້ລັດຖະບານແຫ່ງ ສປປ ລາວ ໂດຍ ທ່ານ ໄມທອງ ທຳມະວົງສາ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ຕາງໜ້າໃຫ້ລັດຖະບານແຫ່ງ ສປ ຈີນ ໂດຍ ທ່ານ ນາງ ຟາງຫົງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປ ຈີນ ປະຈຳ ສປປ ລາວ. ພ້ອມນີ້, ໄດ້ມີຜູ້ຕາງໜ້າຈາກບັນດາກົມພາຍໃນກະຊວງການຕ່າງປະເທດ ແລະ ກະຊວງຂະແໜງການທີ່ກ່ຽວຂ້ອງທີ່ໄດ້ຮັບໂຄງການຊ່ວຍເຫຼືອຈາກກອງທຶນດັ່ງກ່າວໃນຄັ້ງນີ້ເຂົ້າຮ່ວມເປັນສັກຂີພິຍານ.
ເພີ່ມທະວີການຮັບຮອງຊຶ່ງກັນ ແລະ ກັນດ້ານມາດຕະຖານ ອາຊີວະສຶກສາ  ຈະຊ່ວຍເສີມສ້າງຮາກຖານຂອງຄູ່ຮ່ວມຊາຕາກໍາ ລາວ-ຈີນ

ເພີ່ມທະວີການຮັບຮອງຊຶ່ງກັນ ແລະ ກັນດ້ານມາດຕະຖານ ອາຊີວະສຶກສາ ຈະຊ່ວຍເສີມສ້າງຮາກຖານຂອງຄູ່ຮ່ວມຊາຕາກໍາ ລາວ-ຈີນ

ລາວ ແລະ ຈີນ ມີພູຜາ ແລະ ແມ່ນ້ຳຮ່ວມກັນ, ເປັນປະເທດເພື່ອນບ້ານສັງຄົມນິຍົມ ທີ່ເປັນມິດທີ່ມີອະນາຄົດ ແລະ ຈຸດໝາຍປາຍທາງຮ່ວມກັນ. "ແຜນປະຕິບັດງານ ລະຫວ່າງ ພັກກອມມູນິດຈີນ ແລະ ພັກປະຊາຊົນ ປະຕິວັດລາວ ກ່ຽວກັບການສ້າງປະຊາຄົມຄູ່ຮ່ວມຊາຕາກໍາ ລາວ-ຈີນ" ໄດ້ສະເໜີ “ດຳເນີນໂຄງການສຶກສາຮ່ວມມືໃນອາຊີວະສຶກສາ ເພື່ອຮັບໃຊ້ການກໍ່ສ້າງໂຄງການທີ່ສຳຄັນ ລະຫວ່າງລາວ-ຈີນ”.
ຄວາມເຂົ້າໃຈກ່ຽວກັບທິດທາງທ່າອ່ຽງຂອງເສດຖະກິດໂລກໃນສະພາບການປັດຈຸບັນ

ຄວາມເຂົ້າໃຈກ່ຽວກັບທິດທາງທ່າອ່ຽງຂອງເສດຖະກິດໂລກໃນສະພາບການປັດຈຸບັນ

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ຮ່ວມກັບ ສະຖານທູດອົສຕຣາລີ ປະຈຳ ສປປ ລາວ ໄດ້ຈັດກອງປະຊຸມສຳມະນາວິທະຍາສາດພາຍໃຕ້ຫົວຂໍ້: “ຄວາມເຂົ້າໃຈກ່ຽວກັບທ່າອ່ຽງເສດຖະກິດໂລກໃນເງື່ອນໄຂສະພາບການຜັນແປຂອງໂລກໃນປັດຈຸບັນ” ຂຶ້ນໃນວັນທີ 16 ມິຖຸນານີ້ ທີ່ ຫ້ອງປະຊຸມ ສມປຊ, ໂດຍ ມີ ທ່ານ ນາງ ຄຳຫຼ້າ ແກ້ວອຸ່ນຄຳ ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ທ່ານ ນາງ ເບັນນິຕາ ຊໍາເມີວິວ ຮອງເອກອັກຄະລັດຖະທູດອົສຕຣາລີ ປະຈໍາ ລາວ, ມີ ນັກຊ່ຽວຊານຈາກ ປະເທດອົສຕຣາລີ, ລາວ ແລະ ພະນັກງານນໍາພາ-ຄຸ້ມຄອງ ພາຍໃນສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ນັກວິຊາການ, ນັກຄົ້ນຄວ້າ, ພະນັກງານ, ຄູ-ອາຈານ, ນັກສຶກສາເຂົ້າຮ່ວມ.
ຮອງ ລມຕ ກະຊວງການຕ່າງປະເທດ ຕ້ອນຮັບທີ່ປຶກສາປະທານາທິບໍດີຣູມານີ

ຮອງ ລມຕ ກະຊວງການຕ່າງປະເທດ ຕ້ອນຮັບທີ່ປຶກສາປະທານາທິບໍດີຣູມານີ

ໃນວັນທີ 15 ມິຖຸນານີ້ ທີ່ ​ກະຊວງການຕ່າງປະເທດ, ທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້​ຕ້ອນ​ຮັບ ແລະ ພົບປະກັບ ທ່ານ ດາຊຽນ ຊິໂອລົດ (H.E. Dacian Cioloș) ທີ່ປຶກສາປະທານາທິບໍດີ ອະດີດນາຍົກລັດຖະມົນຕີ ຣູມານີ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມເຮັດວຽກຢູ່ ສປປ ລາວ ໃນວັນທີ 14-16 ມິຖຸນາ 2026.
ຫົວໜ້າ ຄຕພ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງບັນດາທູດຕ່າງປະເທດ ປະຈໍາ ສປປ ລາວ

ຫົວໜ້າ ຄຕພ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງບັນດາທູດຕ່າງປະເທດ ປະຈໍາ ສປປ ລາວ

ໃນວັນ​ທີ 15 ມິຖຸນານີ້, ທີ່ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດສູນ​ກາງ​ພັກ (ຄຕພ),​ ທ່ານ ບຸນເຫຼືອ ພັນດານຸວົງ ກໍາມະການສູນກາງພັກ ຫົວ​ໜ້າ​ຄ​ະ​ນະ​ພົວ​ພັນ​ຕ່າງ​ປະ​ເທດສູນ​ກາງ​ພັກ ໄດ້​ຕ້ອນຮັບການ​ເຂົ້າ​ຢ້ຽມ​ອໍາລາຂອງ​ທ່ານ ນາງ ເມວ ບາໂລ (Mel Barlow) ເອກອັກຄະຣາຊະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສະຫະຣາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ ປະຈໍາ ສປປ ລາວ ແລະ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ ເຄັນ ວາຊອງ (Kent VACHON) ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງການາດາ ປະຈຳ ສປປ ລາວ (ຄົນທໍາອິດ) ທີ່ມີສໍານັກງານ ຢູ່ ນະຄອນຫຼວງວຽງຈັນ.
ທ່ານ ຄຳພັນ ພົມມະທັດ ຕ້ອນຮັບເອກອັກຄະລັດຖະທູດຕັວກກີ

ທ່ານ ຄຳພັນ ພົມມະທັດ ຕ້ອນຮັບເອກອັກຄະລັດຖະທູດຕັວກກີ

ທ່ານ ຄຳພັນ ພົມມະທັດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງຍຸຕິທຳ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງທ່ານ ນາງ ໂອຢາຢາຊາ (Ms Oya YAZAR) ເອກອັກຄະລັດຖະທູດຕັວກກີ ປະຈໍາ ສປປ ລາວ ພ້ອມດ້ວຍຄະນະ ໃນວັນທີ 11 ມິຖຸນານີ້ ທີ່ຫ້ອງຮັບແຂກກະຊວງຍຸຕິທຳ ເພື່ອປຶກສາຫາລືວຽກງານຮ່ວມມືສອງຝ່າຍໃນອະນາຄົດລະຫວ່າງ ລາວ-ຕັວກກີ. ​
ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ເຂົ້າຮ່ວມກອງປະຊຸມສາກົນ ທີ່ ສສ ຫວຽດນາມ

ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ເຂົ້າຮ່ວມກອງປະຊຸມສາກົນ ທີ່ ສສ ຫວຽດນາມ

ໂດຍຕອບສະໜອງຕາມຄຳເຊີນຂອງພັກກອມມູນິດຫວຽດນາມ, ຄະນະຜູ້ແທນພັກປະຊາຊົນ ປະຕິວັດລາວນຳໂດຍ ສະຫາຍ ບຸນເຫຼືອ ພັນດານຸວົງ ກຳມະການສູນກາງພັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ເດີນທາງເຂົ້າຮ່ວມກອງປະຊຸມສຳມະນາສາກົນ ໃນຫົວຂໍ້ “ການສ້າງຄວາມໄວ້ເນື້ອເຊື່ອໃຈ ລະຫວ່າງ ບັນດາພັກການເມືອງອາຊີຕາເວັນອອກສ່ຽງໃຕ້ ເພື່ອຄວາມກົມກຽວ, ເຂັ້ມແຂງ ແລະ ເປັນເຈົ້າຕົນເອງຫຼາຍຂຶ້ນ ຂອງປະຊາຄົມອາຊຽນ” ຊຶ່ງຈັດຂຶ້ນທີ່ ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ ໃນລະຫວ່າງວັນທີ 7-9 ມິຖຸນາ 2026 ພາຍໃຕ້ການເປັນເຈົ້າພາບ ຂອງພັກກອມມູນິດຫວຽດນາມ ແລະ ການເຂົ້າຮ່ວມຂອງ ບັນດາພັກການເມືອງປະເທດອາຊີຕາເວັນອອກສ່ຽງໃຕ້.
ຫົວໜ້າ ອອປສ ຕ້ອນຮັບຄະນະຜູ້ແທນມະຫາວິທະຍາໄລສ້າງຄູກວາງຊີ

ຫົວໜ້າ ອອປສ ຕ້ອນຮັບຄະນະຜູ້ແທນມະຫາວິທະຍາໄລສ້າງຄູກວາງຊີ

ທ່ານ ນາງ ລີວົງ ລາວລີ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ (ອອປສ) ໄດ້ໃຫ້ກຽດຕ້ອນຮັບຄະນະຜູ້ແທນຈາກມະຫາວິທະຍາໄລສ້າງຄູກວາງຊີ ສປ ຈີນ ໃນວັນທີ 11 ມິຖຸນານີ້, ນຳໂດຍທ່ານ ກົວຈ້ຽນຜິງ ຄະນະບໍດີຄະນະກົດໝາຍ ມະຫາວິທະຍາໄລສ້າງຄູກວາງຊີ ສປ ຈີນ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ.
ສູນວັດທະນະທໍາຈີນ ສະຫຼອງວັນແຫ່ງການສົນທະນາອາລິຍະທໍາສາກົນ

ສູນວັດທະນະທໍາຈີນ ສະຫຼອງວັນແຫ່ງການສົນທະນາອາລິຍະທໍາສາກົນ

ສູນວັດທະນະທໍາຈີນ ປະຈໍາ ສປປ ລາວ ໄດ້ຈັດງານສະເຫຼີມສະຫຼອງວັນ ແຫ່ງການສົນທະນາອາລິ ຍະທໍາສາ ກົນ ຄັ້ງທີ II ຂຶ້ນໃນວັນທີ 10 ມິຖຸນາ ນີ້ ທີ່ສູນດັ່ງກ່າວ ໂດຍການເຂົ້າຮ່ວມຂອງທ່ານ ນາງ ຟາງ ຫົງ ເອກອັກຄະລັດຖະທູດ ສປ ຈີນ ປະຈໍາ ສປປ ລາວ; ມີທ່ານ ສາຄອນ ພົມມະລາດ ຮອງຫົວໜ້າຄະນະ ໂຄສະນາອົບຮົມສູນກາງພັກ (ຄອສພ); ທ່ານ ຫຼົວ ເວີ້ຍຈ້ຽນ ຫົວໜ້າສູນວັດທະນະທໍາ ຈີນ ປະຈໍາ ສປປ ລາວ ພ້ອມດ້ວຍ ແຂກຖຶກເຊີນທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ຄຳພັນ ພົມມະທັດ ຕ້ອນຮັບເອກອັກຄະຣາຊະທູດໄທປະຈຳລາວ

ທ່ານ ຄຳພັນ ພົມມະທັດ ຕ້ອນຮັບເອກອັກຄະຣາຊະທູດໄທປະຈຳລາວ

ທ່ານ ຄຳພັນ ພົມມະທັດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງຍຸຕິທຳ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງທ່ານ ນາງ ຄຣອງຂະນິດ ຮັກຈະເລີນ ເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ ພ້ອມດ້ວຍຄະນະ ໃນວັນທີ 10 ມິຖຸນານີ້ ທີ່ ກະຊວງຍຸຕິທຳ ເພື່ອປຶກສາຫາລືວຽກງານຮ່ວມມືສອງຝ່າຍລະຫວ່າງ ລາວ-ໄທ. ​
ເພີ່ມເຕີມ