ພາຍຫຼັງການເລືອກຕັ້ງ, ທ່ານ ເລມິງຮຶງ ນາຍົກລັດຖະມົນຕີຫວຽດນາມ ປະຕິຍານວ່າ: ພາຍໃຕ້ທຸງແດງດາວຄຳອັນສັກກາລະບູຊາຂອງປະເທດຊາດ, ຕໍ່ໜ້າສະພາແຫ່ງຊາດ, ພໍ່ແມ່ປະຊາຊົນ ແລະ ຜູ້ມີສິດເລືອກຕັ້ງ, ຂ້າພະເຈົ້າ, ນາຍົກລັດຖະມົນຕີ ແຫ່ງສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຂໍປະຕິຍານວ່າ: ເດັດດ່ຽວຈົງຮັກພັກດີຕໍ່ປະເທດຊາດ, ຕໍ່ປະຊາຊົນ, ຕໍ່ລັດຖະທຳມະນູນສາທາລະນະລັດ ສັງຄົມນິຍົມ ຫວຽດນາມ. ມານະພະຍາຍາມສູ້ຊົນປະຕິບັດສຳເລັດໜ້າທີ່ຂອງ ພັກ, ລັດ ແລະ ປະຊາຊົນມອບໝາຍໃຫ້.
ທ່ານ ເລມິງຮຶງ ກ່າວຄຳເຫັນຮັບດຳລົງຕຳແໜ່ງວ່າ: ສ້າງລັດຖະບານທັນສະໄໝ, ສ້າງສັນ ແລະ ຮັບໃຊ້ປະຊາຊົນ. ເປົ້າໝາຍການເຕີບໂຕ GDP ບັນລຸລະດັບກວ່າ 10%/ປີ ໃນໄລຍະ 2026 – 2031 ແມ່ນຄຳສັ່ງພັດທະນາເພື່ອຫັນບັນດາເປົ້າໝາຍຍຸດທະສາດຂອງປະເທດຊາດໃຫ້ປະກົດຜົນເປັນຈິງ. ລັດຖະບານກຳນົດການພັດທະນາວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະ ຫັນເປັນດີຈີຕອນແຫ່ງຊາດແມ່ນບາດກ້າວບຸກທະລຸສຳຄັນແຖວໜ້າ, ແມ່ນກຳລັງໜູນຫຼັກແຫຼ່ງເພື່ອກຳລັງຜະລິດທີ່ທັນສະໄໝໂດຍໄວ, ຍົກສູງສະມັດຖະພາບ, ກຳລັງແກ້ງແຍ້ງ, ຄວາມເປັນເຈົ້າດ້ານຍຸດທະສາດ. ຊຸກຍູ້ເສດຖະກິດ ຊຶ່ງລັດມີບົດບາດຫຼັກ ແລະ ເສດຖະກິດເອກະຊົນກາຍເປັນກຳລັງໜູນສຳຄັນທີ່ສຸດ.
ໃນຕອນບ່າຍວັນດຽວກັນ, ສະພາແຫ່ງຊາດໄດ້ລົງຄະແນນສຽງຮັບຮອງເອົາ ມະຕິເລືອກຕັ້ງທ່ານ ຫງວຽນວັນ ກ໋ວາງ ດຳລົງຕຳແໜ່ງເປັນປະທານສານປະຊາຊົນສູງສຸດ.
ຄໍາເຫັນ