ທ່ານ ນາງ ວິດາລີ ຈັນທະຜາສຸກ ພູມໃຈໃນອາຊີບສະຖາປານິກ

ທ່ານ ນາງ ວິດາລີ ຈັນທະຜາສຸກ ພູມໃຈໃນອາຊີບສະຖາປານິກ
ໂດຍ: ຍຸພິນທອງ
      ເນື່ອງໃນໂອກາດ ວັນແມ່ຍິງສາກົນ, ວັນທີ 8 ມີນາ ຄົບຮອບ 114 ປີ (8 ມີນາ 1910-8 ມີນາ 2024), ທ່ານ ນາງ ວິດາລີ ຈັນທະຜາສຸກ ຄະນະບໍລິຫານງານສະມາຄົມນັກທຸລະກິດແມ່ຍິງລາວ ຜູ້ບໍລິຫານໂຮງແຮມຜາສຸກ ວຽງຈັນທຣາ ໄດ້ໃຫ້ສໍາພາດຕໍ່ນັກຂ່າວໜັງສືພິມປະຊາຊົນ ໃນວັນທີ 7 ມີນາຜ່ານມາ ທີ່ໂຮງແຮມຜາສຸກ ວຽງຈັນທຣາ ບ້ານສີບຸນເຮືອງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ, ທ່ານໄດ້ໃຫ້ຮູ້ວ່າ: ກ່ອນທີ່ມີແນວຄວາມຄິດຈະມາສ້າງໂຮງແຮມຜາສຸກ ວຽງຈັນທຣາ.ຂ້າພະເຈົ້າເອງແມ່ນມີອາຊີບເປັນນັກສະຖາປານິກ ແລະ ໄດ້ມີໂອກາດສ້າງໂຮງແຮມລະດັບ 5 ດາວຫຼາຍແຫ່ງ ໂດຍການຮ່ວມຮຽນຮູ້ ແລະ ຮ່ວມວຽກກັບສາກົນ ຊຶ່ງມີຜົນງານຢູ່ໃນນະຄອນຫຼວງວຽງຈັນ, ແຂວງຫຼວງພະບາງ ແລະ ແຂວງສະຫວັນນະເຂດ. ສິ່ງເຫຼົ່ານີ້ເປັນຈຸດປະກາຍໃຫ້ຕົນເອງເກີດມີຄວາມຄິດວ່າ ໃນເມື່ອເຮົາໄດ້ຄຸກຄີກັບການເຮັດວຽກນີ້ແລ້ວ, ມີປະສົບການຫຼາຍແລ້ວ, ເຮົາໜ້າຈະສ້າງໂຮງແຮມເປັນຂອງຕົນເອງຂຶ້ນ ໂດຍສາມາດອອກແບບເອງ, ກໍ່ສ້າງ, ຕົບແຕ່ງ ແລະ ກໍໃຊ້ແຮງງານຂອງຄົນລາວມາບໍລິຫານ, ລວມທັງພະນັກງານບໍລິການ ເພາະສະຖານທີ່ແຫ່ງນີ້ແມ່ນບ້ານເກີດເມືອງນອນຂອງເຮົາ.ເພື່ອໃຫ້ລູກຫຼານໄດ້ມີບ່ອນພັດທະນາ ຫຼື ຮຽນຮູ້ໃນວຽກງານການບໍລິຫານໂຮງແຮມ, 
ການບໍລິການ-ບໍລິຫານດ້ານຕ່າງໆພາຍໃນໂຮງແຮມ ໃນໄລຍະຜ່ານມາໂຮງແຮມກໍມີສ່ວນຮ່ວມກັບໂຮງຮຽນ, ສະຖາບັນການສຶກສາ ໂດຍມີນັກຮຽນ-ນັກສຶກສາ ໄດ້ມາທັດສະນະ ເພື່ອເປັນການແລກປ່ຽນບົດຮຽນໃຫ້ຄວາມໄວ້ວາງໃຈ ໃຫ້ຂໍ້ແນະນໍາທີ່ດີເຊິ່ງກັນ ແລະ ກັນ. ນີ້ກໍເປັນແຮງບັນດານໃຈຈຸດໜຶ່ງທີ່ຜັກດັນໃຫ້ຕົນຢາກສ້າງໂຮງແຮມ; ສະນັ້ນ ເຮົາຕ້ອງມີຄວາມພ້ອມໃນການຮຽນຮູ້, ພັດທະນາຕົນທາງດ້ານແນວຄິດ, ການເວົ້າຈາ, ການຕິດຕໍ່ພົວພັນໃຫ້ດີຂຶ້ນ. ຈຸດເດັ່ນຂອງໂຮງແຮມຜາສຸກ ວຽງຈັນທຣາ ແມ່ນຕັ້ງຢູ່ຈຸດໃຈກາງຂອງນະຄອນຫຼວງວຽງຈັນ ຊຶ່ງເປັນໂຮງແຮມຂອງຄົນລາວເຮົາຮ້ອຍເປີເຊັນ ໂດຍມີການດໍາເນີນງານຕາມຂັ້ນຕອນຕາມລໍາດັບ ຊຶ່ງເຮັດໃຫ້ເຫັນໄດ້ເຖິງຄວາມເປັນຊາດລາວເຮົາແທ້ໆ ວ່າເປັນແບບໃດ.
    ຜູ້ບໍລິຫານໂຮງແຮມຜາສຸກ ວຽງຈັນທຣາ ໃຫ້ຮູ້ອີກວ່າ: ໃນຖານະຕົນເອງມີອາຊີບເປັນສະຖາປານິກ ບວກກັບເປັນຄົນຊ່າງສັງເກດຈຶ່ງເຫັນໄດ້ວ່າ ການສ້າງຕັ້ງໂຮງແຮມຕ້ອງຕັ້ງຢູ່ຈຸດໃຈກາງຂອງເມືອງໃຫຍ່ ແລະ ມີທຳເລງາມ.ດັ່ງນັ້ນ, ຈຶ່ງໄດ້ເລືອກເອົາຈຸດໃຈກາງຂອງນະຄອນຫຼວງວຽງຈັນ ເປັນທີ່ຕັ້ງຂອງໂຮມແຮມຜາສຸກ ວຽງຈັນທຣາ ຊຶ່ງຢູ່ໃກ້ກັບສະຖານທີ່ທ່ອງທ່ຽວຊື່ດັງຂອງນະຄອນຫຼວງວຽງຈັນ. ນັ້ນກໍຄື ປະຕູໄຊ (ອະນຸສາວະລີ)  ຊຶ່ງເປັນບ່ອນເອກອ້າງທະນົງໃຈ ແລະ ມີສໍານັກງານ ອົງການຈັດຕັ້ງຂອງສາກົນໄດ້ຈັດກິດຈະກໍາ, ເປັນບ່ອນຈັດງານພິທີສໍາຄັນຕ່າງໆຂອງຊາດ, ສິ່ງນີ້ ກໍເປັນການຕະຫຼາດຈຸດໜຶ່ງທີ່ດຶງດູດແຂກເຂົ້າມາພັກເຊົາຢູ່ໂຮງແຮມແຫ່ງນີ້. ນອກຈາກນີ້, ກໍຕ້ອງມີການບໍລິການທີ່ດີ ເພື່ອເຮັດໃຫ້ລູກຄ້າມີຄວາມເພິ່ງພໍໃຈ.
    ຂ້າພະເຈົ້າ ເປັນຜູ້ໜຶ່ງທີ່ໄດ້ມີສ່ວນຮ່ວມເຂົ້າໃນສະມາຄົມນັກທຸລະກິດແມ່ຍິງລາວ ໂດຍໄດ້ປະກອບສ່ວນໃຊ້ຄວາມຮູ້ຄວາມສາມາດຂອງຕົນທີ່ມີ ເພື່ອໃຫ້ເກີດຜົນສໍາເລັດໃນເວລາອັນສັ້ນ ແລະ ກໍໄດ້ຮ່ວມໃນຄະນະສະມາຄົມສະຖາປານິກ ແລະ ວິສາວະກອນຂອງປະເທດລາວ ໂດຍໄດ້ເອົາຄວາມຮູ້ ຄວາມສາມາດ ແລະ ສະຫຼະເວລາໂດຍບໍ່ໄດ້ຫວັງຜົນຕອບແທນໃດໆ ໃນການປະຕິບັດວຽກງານຕົວຈິງເພື່ອສົ່ງຕໍ່ຜົນງານດີໆໃຫ້ຄົນຮຸ່ນໃໝ່. ໃນນັ້ນກໍໄດ້ປະກອບສ່ວນສ້າງຜົນງານໃນສູນກາງແນວລາວສ້າງຊາດ,ນະຄອນຫຼວງວຽງຈັນ ໃນວຽກງານຂອງຊົນຊາດ ຊົນເຜົ່າ ແລະ ສາສະໜາ ໂດຍໄດ້ລົງປະຕິບັດຕົວດ້ວຍຄວາມສະໝັກໃຈ.
    ເນື່ອງໃນໂອກາດວັນແມ່ຍິງສາກົນ ຄົບຮອບ 114 ປີ ຂ້າພະເຈົ້າ ມີຄວາມຮູ້ສຶກເອກອ້າງທະນົງໃຈທີ່ສຸດ ທີ່ແມ່ຍິງລາວທຸກຊົນເຜົ່າ, ທຸກອົງການຈັດຕັ້ງ ແລະ ການນໍາຂອງພວກເຮົາ ບໍ່ວ່າທາງດ້ານວັດທະນະທໍາ, ຮີດຄອງປະເພນີ, ສິລະປະ ຊຶ່ງທຸກຄົນໄດ້ມີສ່ວນຮ່ວມ ໄດ້ສ້າງຜົນງານຮ່ວມກັນ ອັນໄດ້ສ້າງຄວາມເອີບອື່ມໃນຈິດໃຈຂອງຕົນໃນການມີສ່ວນຮ່ວມສ້າງຜົນງານ ໃນການປະກອບສ່ວນນໍາການຈັດຕັ້ງ ພັກ-ລັດ ແລະ ສັງຄົມ ການຮຽນຮູ້ສິ່ງໃໝ່ໆຂອງນະວັດຕະກໍາທີ່ທັນສະໄໝຂອງຫຼາຍໆປະເທດທີ່ເຂົ້າມາປະເທດລາວເຮົາ. 
ໃນອົງການຈັດຕັ້ງທີ່ສໍາຄັນຂອງພັກ-ລັດກໍໄດ້ມີເອື້ອຍນ້ອງແມ່ຍິງຢູ່ໃນຕໍາແໜ່ງ ແລະ ປະຕິບັດໜ້າທີ່ສໍາຄັນ ໂດຍເຫັນໄດ້ມີການນໍາແມ່ຍິງຫຼາຍທ່ານ. ອັນນີ້ແມ່ນຄວາມພາກພູມໃຈຂອງແມ່ຍິງ. ນອກຈາກເປັນແມ່ທີ່ດີແລ້ວ ກໍຍັງປະກອບສ່ວນເຂົ້າໃນໜ້າທີ່ຕໍາແໜ່ງທີ່ດີ, ປະກອບສ່ວນວຽກງານໃນສັງຄົມເປັນຢ່າງດີໃນການບຸກທະລຸ, ຮັກສາໄດ້ການແຕ່ງກາຍດ້ວຍຊຸດລາວ ດ້ວຍຄວາມພູມໃຈ ໃນແຕ່ລະງານປະເພນີທີ່ສໍາຄັນຕ່າງໆຂອງຊາດ ໂດຍໄດ້ເຕົ້າໂຮມຄວາມສາມັກຄີ ຮ່ວມມືຮ່ວມໃຈກັນ ຍີ້ມແຍ້ມດ້ວຍຄວາມເປີ້ມປິຕິໃນການນຸ່ງຖືຂອງເອື້ອຍນ້ອງແມ່ຍິງລາວບັນດາເຜົ່າ ເຮັດໃຫ້ຕ່າງຊາດໄດ້ເຫັນ ແລະ ມີຄວາມສົນໃຈໃນປະເພນີການນຸ່ງຖື ຊຶ່ງເຮັດໃຫ້ແມ່ຍິງລາວເຂົ້າໃຈດີໃນສິ່ງທີ່ກະທໍາຢູ່ແມ່ນມີຄວາມຖືກຕ້ອງແລ້ວ ໃນການຮັກສາ ແລະ ສົ່ງເສີມສິ່ງທີ່ພວກເຮົາມີ ດ້ວຍການຮັກສາວັດທະນະທໍາ ຮີດຄອງປະເພນີ ວິຖີດໍາລົງຊີວິດ ດ້ວຍຈັນຍາບັນ ຈັນຍາທໍາ ພ້ອມກັນອະນຸລັກຮັກສາໄວ້ໃຫ້ລູກຫຼານໄດ້ສືບທອດຕໍ່ໄປ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ