ກອງປະຊຸມປືກສາຫາຫລືຄວາມໝັ້ນຄົງຊຽງຊານ ຄັ້ງທີ 11

ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ສຳເລັດການເຂົ້າຮ່ວມກອງປະຊຸມປືກສາຫາຫລືຄວາມໝັ້ນຄົງຊຽງຊານ ຄັ້ງທີ 11 ຢູ່ ສປ ຈີນ

ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ສຳເລັດການເຂົ້າຮ່ວມກອງປະຊຸມປືກສາຫາຫລືຄວາມໝັ້ນຄົງຊຽງຊານ ຄັ້ງທີ 11 ຢູ່ ສປ ຈີນ
ຄະນະຜູ້ແທນການທະຫານຂັ້ນສູງກອງທັບປະຊາຊົນລາວ ນຳໂດຍ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ. ໄດ້ສຳເລັດການເຂົ້າຮ່ວມກອງປະຊຸມປືກສາຫາຫລືຄວາມໝັ້ນຄົງຊຽງຊານ ຄັ້ງທີ 11

ພາຍໃຕ້ຫົວຂໍ້ ການຮ່ວມມືຄວາມໝັ້ນຄົງ ແລະ ສະຖຽນລະພາບ-ຄວາມຈະເລີນຮຸ່ງເຮືອງໃນພາກພື້ນອາຊີ. ທີ່ສາທາລະນະລັດ ປະຊາຊົນ ຈີນ ເປັນເຈົ້າພາບ ໃນລະຫວ່າງວັນທີ 13-14 ກັນຍາ 2024 ທີ່ນະຄອນຫຼວງປັກກິ່ງ ສປ ຈີນ. ມີບັນດາລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍເຈົ້າໜ້າທີ່ຄວາມໝັ້ນຄົງ ແລະ ອົງການຈັດຕັ້ງສາກົນຫຼາຍກວ່າ 100 ປະເທດເຂົ້າຮ່ວມ. ກອງປະຊຸມປືກສາຫາຫລືຄວາມໝັ້ນຄົງຊຽງຊານ ຄັ້ງທີ 11 ຢູ່ ສປ ຈີນໃນຄັ້ງນີ້. ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ໄດ້ປະກອບຄຳເຫັນແລກປ່ຽນທັດສະນະໃນຫົວຂໍ້່: ການເສີມສ້າງສັນຕິພາບ ແລະ ການແບ່ງປັນອະນາຄົດຮ່ວມກັນ. ຊື່ງບາງເນື້ອໃນສໍາຄັນທ່ານກ່າວວ່າ: ໃນຊຸມປີຜ່ານມາພາກພື້ນອາຊີປາຊີຟີກ ໂດຍລວມແລ້ວແມ່ນຍັງເປັນພາກພື້ນທີ່ມີຄວາມສັນຕິພາບ ສະຖຽນລະພາບ ການຮ່ວມມືເພື່ອການພັດທະນາ ກໍຄືການຂະຫຍາຍຕົວທາງດ້ານເສດຖະກິດ. ແຕ່ຄຽງຄູ່ກັນນັ້ນພາກພື້ນອາຊີປາຊີຟີກ ຍັງປະເຊີນກັບບັນດາສິ່ງທ້າທາຍພາຍໃນ ແລະ ພາຍນອກຂົງເຂດ. ເປັນຕົ້ນແມ່ນ ການສ້າງຕັ້ງກຸ່ມພັນທະມິດທາງການທະຫານ, ຄວາມໝັ້ນຄົງທາງໄຊເບີ, ໄພເງີນເຟີ້, ໄພພິບັດທາງທຳມະຊາດ. ທີ່ມີຜົນຈາກການປ່ຽນແປງທາງດິນຟ້າອາກາດທີ່ເກີດຂື້ນເປັນປະຈຳ ແລະ ມີລັກສະນະຮຸນແຮງຂຶ້ນ ຊຶ່ງມັນໄດ້ສ້າງຄວາມເສຍຫາຍຢ່າງໜັກໜ່ວງຕໍ່ຊີວິດ ແລະ ຊັບສິນຂອງປະຊາຊົນ ແລະ ການພັດທະນາເສດຖະກິດຂອງບັນດາປະເທດ. ເພື່ອຮັບມືກັບສິ່ງທ້າທາຍດັ່ງກ່າວ ມັນຮຽກຮ້ອງໃຫ້ມີການຮ່ວມມືແບບຫຼາຍປະເທດ ຊອກຫາວິທີເພື່ອຊ່ວຍກັນສະກັດກັ້ນ ພ້ອມກັນຮັບມືແກ້ໄຂກັບບັນດາສິ່ງທ້າທາຍຕ່າງໆຢ່າງມີປະສິດທິພາບ ໂດຍການສ້າງຂີດຄວາມສາມາດ ແລະ ການເຮັດວຽກຮ່ວມກັນ.
ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຍັງໄດ້ກ່າວຕື່ມວ່າ: ສາທາລະນະລັດ ປະຊາຊົນຈີນ ເປັນປະເທດມະຫາອຳນາດໜຶ່ງທີ່ມີຄວາມເຂັ້ມແຂງທາງດ້ານເສດຖະກິດ, ທາງດ້ານການທະຫານ, ມີຂີດຄວາມສາມາດ ແລະ ຄວາມພ້ອມຫຼາຍດ້ານໃນການຊຸກຍູ້ ແລະ ສົ່ງເສີມການຮ່ວມມືເພື່ອການພັດທະນາກັບບັນດາປະເທດໃນພາກພື້ນກໍ່ຄືໃນໂລກ ຊຶ່ງຜ່ານມາ ສປ ຈີນ ມີບົດບາດສຳຄັນໃນການພັດທະນາ ແລະ ໃຫ້ການຊ່ວຍເຫຼືອບັນດາປະເທດຕ່າງໆ. ໃນນັ້ນກໍໄດ້ໃຫ້ການສະໜັບສະໜູນຊ່ວຍເຫຼືອ ສປປ ລາວ ເປັນຕົ້ນແມ່ນໃຫ້ແກ່ກອງທັບປະຊາຊົນລາວ ການຊ່ວຍເຫຼືອດັ່ງກ່າວໄດ້ເປັນພື້ນຖານອັນສຳຄັນໃຫ້ແກ່ການປັບປຸງກໍ່ສ້າງກອງທັບປະຊາຊົນລາວໃຫ້ເຕີບໃຫຍ່ເຂັ້ມແຂງ ແລະ ຫວັງວ່າສາທາລະນະລັດ ປະຊາຊົນຈີນ ຈະສືບຕໍ່ເປັນກຳລັງແຮງຂັບເຄື່ອນໃນການສົ່ງເສີມການຮ່ວມມືກັບບັນດາປະເທດໃນພາກພື້ນ ແລະ ໃນໂລກ. ເພື່ອພ້ອມກັນຮັບມືກັບກັບບັນດາສິ່ງທ້າທາຍ, ໄພຂົ່ມຂູ່ຕ່າງໆ. ພ້ອມກັນແກ້ໄຂບັນຫາເພື່ອນໍາເອົາສັນຕິພາບ, ຄວາມໝັ້ນຄົງ ແລະ ຄວາມໝັ້ນຄົງສົມບູນພູນສຸກມາສູ່ປະຊາຊາດໃນພາກພື້ນ ແລະ ໃນໂລກ.
ກອງປະຊຸມຄັ້ງນີ້ ມີຄວາມໝາຍ ແລະ ສຳຄັນທີ່ສຸດ ຊື່ງເຫັນວ່າຫຼາຍປະເທດສະໜັບສະໜູນ ສປ ຈີນ ສົ່ງເສີມໃນການສ້າງໂລກແຫ່ງຄວາມສະຫງົບສຸກທີ່ຍືນຍົງ ແລະ ຄວາມໝັັ້ນຄົງໃນພາກພື້ນ ແລະ ທົ່ວໂລກ. ສະແດງໃຫ້ເຫັນເຖິງນ້ຳໃຈຂອງຄວາມສະເໝີພາບ, ການເປີດກວ້າງ, ການລວມຕົວເຂົ້າຫາກັນ ແລະ ການຮຽນຮູ້ຊຶ່ງກັນ ແລະ ກັນ; ສົ່ງເສີມຄວາມເຫັນດີນໍາກັນຢ່າງກວ້າງຂວາງ ແລະ ສ້າງຄວາມໄວ້ເນື້ອເຊື່ອໃຈຊຶ່ງກັນ ແລະ ກັນ. ມີການປະກອບສ່ວນໃໝ່ ແລະ ໃຫຍ່ກວ່າເກົ່າໃນການຮ່ວມມືກັບສີ່ງທ້າທາຍຄວາມໝັ້ນຄົງໃນພາກພື້ນ ແລະ ໃນໂລກ. ເປັນການສົ່ງເສີມການສ້າງສັນຕິພາບ ແລະ ອະນາຄົດຮ່ວມກັນສໍາລັບມະນຸດຊາດ.
ໂອກາດດັ່ງກ່າວ, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຍັງໄດ້ພົບປະສອງຝ່າຍກັບສະຫາຍ ພົນເອກ ຕົງຈຸນ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປ ຈີນ. ພ້ອມດຽວກັນນີ້ ສອງກອງທັບລາວ-ຈີນ ໄດ້ແຈ້ງສະພາບການໃຫ້ກັນຊາບກ່ຽວກັບບັນຫາທາງດ້ານການເມືອງ, ເສດຖະກິດ-ສັງຄົມຂອງສອງປະເທດໂດຍສະເພາະແມ່ນດ້ານວຽກງານປ້ອງກັນຊາດທີ່ຕ່າງຝ່າຍມີຄວາມສົນໃຈ ແລະ ໄດ້ທົບທວນຄືນການຮ່ວມມືລະຫວ່າງສອງກະຊວງປ້ອງກັນປະເທດ ລາວ-ຈີນ, ຈີນ-ລາວ ໃນໄລຍະຜ່ານມາ ແລະ ທິດທາງແຜນການຮ່ວມມືໃນຕໍ່ໜ້າ, ປຶກສາຫາລືການສະກັດກັ້ນການກໍ່ການຮ້າຍ, ອາດສະຍາກໍາຂ້າມຊາດ ແລະ ອື່ນໆ, ແນ່ໃສ່ເພີ່ມທະວີການຮ່ວມມືດ້ານ ການທະຫານ ລະຫວ່າງສອງກະຊວງປ້ອງກັນປະເທດ ລາວ-ຈີນ ໃຫ້ມີຄວາມເຂັ້ມແຂງ ແລະ ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ. ໂອກາດນີ້ ສອງຝ່າຍຍັງໄດ້ລົງນາມຮ່ວມກັນ ເຊັນອານຸສັນຍາຊ່ວຍເຫຼືອກໍ່ສ້າງກອງພັນ 19 ແລະ ລົງນາມ ບັນທຶກຄວາມເຂົ້າໃຈຄົ້ນຄວ້າປະຫວັດສາດສອງກອງທັບລາວ-ຈີນ.
ພ້ອມນັ້ນ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ພ້ອມດ້ວຍຄະນະຜູ້ແທນການທະຫານຂັ້ນສູງກອງທັບປະຊາຊົນລາວ. ກໍ່ໄດ້ເຂົ້າຮ່ວມກອງປະຊຸມພົບປະ 5 ປະເທດຄື: ຫວຽດນາມ, ກຳປູເຈຍ, ມົງໂກນ, ສ ຣັດເຊຍ ແລະ ເຢຍລະມັນ ຕື່ມອີກ.
(ພາບ-ຂ່າວ:ຮ້ອຍເອກ ທອງມາ ໄຊຍະເພັງສາ).

ຄໍາເຫັນ

ຂ່າວການຮ່ວມມື

ໄຊສົມບູນ ແລະ ບັ໋ກນິງ ສະຫຼຸບວຽກງານຮ່ວມມື ໃນໄລຍະ 2021-2025 ແລະ ສຶບຕໍ່ຮ່ວມມື 2026-2030

ໄຊສົມບູນ ແລະ ບັ໋ກນິງ ສະຫຼຸບວຽກງານຮ່ວມມື ໃນໄລຍະ 2021-2025 ແລະ ສຶບຕໍ່ຮ່ວມມື 2026-2030

ໃນວັນທີ 18 ທັນວາຜ່ານມານີ້, ການນຳແຂວງໄຊສົມບູນ ແລະ ແຂວງບັ໋ກນິງ ສ.ສ ຫວຽດນາມ ໄດ້ຈັດກອງປະຊຸມສະຫຼຸບຂໍ້ຕົກລົງການຮ່ວມມືໄລຍະ 2021-2025 ແລະ ລົງນາມໃນສັນຍາຮ່ວມມື 2026-2030ຂຶ້ນ ທີ່ຫ້ອງວ່າການຄະນະກຳມະການປະຊາຊົນແຂວງບັ໋ກນິງ, ຝ່າຍແຂວງໄຊສົມບູນ ນຳໂດຍ ສະຫາຍ ພອຍຄຳ ຮຸ່ງບຸນຍວງ ເລຂາຄະນະບໍລິຫານງານພັກແຂວງ ພ້ອມດ້ວຍຄະນະ, ຝ່າຍແຂວງບັ໋ກນິງ ນຳໂດຍ ສະຫາຍ ຫງວຽນຮົ່ງໄທ ກໍາມະການສູນກາງພັກ ເລຂາຄະນະພັກແຂວງບັ໋ກນິງ ພ້ອມດ້ວຍຄະນະ.
ລັດຖະມົນຕີກະຊວງການຕ່າງປະເທດລາວ ເຂົ້າຢ້ຽມຂ່ຳນັບ ການນຳຂັ້ນສູງ ສສຫວຽດນາມ

ລັດຖະມົນຕີກະຊວງການຕ່າງປະເທດລາວ ເຂົ້າຢ້ຽມຂ່ຳນັບ ການນຳຂັ້ນສູງ ສສຫວຽດນາມ

ໃນວັນທີ 18 ທັນວາ 2025, ສະຫາຍ ທອງສະຫວັນ ພົມວິຫານ,ກຳມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນຈາກກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ເຂົ້າຢ້ຽມຂ່ຳນັບການນຳຂັ້ນສູງຂອງສສ ຫວຽດນາມ ສອງສະຫາຍ ຕາມລຳດັບ ຄື: ສະຫາຍ ຟ້າມ ມິງ ຈິງ,ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ສະຫາຍ ເຈີ່ນ ແທັງ ເມີ້ນ, ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ,ໃນໂອກາດເຂົ້າຮ່ວມກອງປະຊຸມປຶກສາຫາລືດ້ານການເມືອງ ຂັ້ນລັດຖະມົນຕີລະຫວ່າງກະຊວງການຕ່າງປະເທດ ລາວ-ຫວຽດນາມ ຄັ້ງທີ 12, ທີ່ ນະຄອນຫຼວງ ຮ່າໂນ້ຍ, ສສ ຫວຽດນາມ.
ກະຊວງການຕ່າງປະເທດ ລາວ-ຫວຽດນາມປຶກສາຫາລືດ້ານການເມືອງ ຄັ້ງທີ 12 ທີ່ ນະຄອນຫຼວງຮ່າໂນ້ຍ

ກະຊວງການຕ່າງປະເທດ ລາວ-ຫວຽດນາມປຶກສາຫາລືດ້ານການເມືອງ ຄັ້ງທີ 12 ທີ່ ນະຄອນຫຼວງຮ່າໂນ້ຍ

ໂດຍຕອບສະໜອງຕາມຄຳເຊີນຂອງ ສະຫາຍ ເລ ຮວ່າຍ ຈຸງ, ເລຂາທິການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ. ຫວຽດນາມ, ສະຫາຍ ທອງສະຫວັນ ພົມວິຫານ, ກໍາມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນ ກະຊວງການຕ່າງປະເທດ ເດີນທາງຢ້ຽມຢາມ ແລະ ເຮັດວຽກ ທີ່ ສສ. ຫວຽດນາມ ເພື່ອເຂົ້າຮ່ວມກອງປະຊຸມປຶກສາຫາລື ດ້ານການເມືອງ ຂັ້ນລັດຖະມົນຕີ ຄັ້ງທີ 12 ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ-ຫວຽດນາມ ໃນວັນທີ 17-20 ທັນວາ 2025, ຊຶ່ງເປັນກົນໄກການຮ່ວມມືປົກກະຕິ ຂອງສອງກະຊວງ ທີ່ຜັດປ່ຽນກັນເປັນເຈົ້າພາບໃນທຸກໆປີ, ເພື່ອປຶກສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນຕໍ່ບັນຫາຕ່າງໆແນໃສ່ປະກອບສ່ວນເຂົ້າໃນການເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງ ລາວ ແລະ ຫວຽດນາມ, ກໍຄືລະຫວ່າງສອງກະຊວງການຕ່າງປະເທດ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.
ອົງການ WFP ຊ່ວຍສົ່ງເສີມວຽກງານໂພຊະນາການ ໃນ ສປປ ລາວ

ອົງການ WFP ຊ່ວຍສົ່ງເສີມວຽກງານໂພຊະນາການ ໃນ ສປປ ລາວ

ທ່ານ ນາງ ອິລດີໂກ ຮາໂມສ ຜູ້ຊ່ຽວຊານດ້ານການສື່ສານ ແລະ ການພົວພັນຂອງອົງການອາຫານໂລກ (WFP) ປະຈໍາ ສປປ ລາວ ໄດ້ໃຫ້ສາພາດຕໍ່ສື່ມວນຊົນໃນວັນທີ 18 ທັນວານີ້ວ່າ: ອົງການWFP ມີຍຸດທະສາດການວາງແຜນນໍາພາສື່ມວນຊົນລາວໄປເຄື່ອນໄຫວຢ້ຽມຢາມການຈັດຕັ້ງປະຕິບັດຂອງໂຄງການທີ່ໃຫ້ການສະໜັບສະໜັບຢູ່ຕ່າງແຂວງຂອງ ສປປ ລາວ ທຸກໆປີ, ເພື່ອໃຫ້ສື່ມວນຊົນໄດ້ນໍາເອົາຂໍ້ມູນໄປຈັດຕັ້ງຜັນຂະຫຍາຍໂຄສະນາໃຫ້ສັງຄົມໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງກວ້າງຂວາງກ່ຽວກັບຄວາມຄືບໜ້າການຈັດຕັ້ງປະຕິບັດໃນຕະຫຼອດໄລຍະຜ່ານມາ ແລະ ໃນຕໍ່ໜ້າ. ດັ່ງນັ້ນ, ອົງການອາຫານໂລກຈຶ່ງເຫັນໄດ້ວ່າສື່ມວນຊົນມີຄວາມສໍາຄັນຫຼາຍຢູ່ໃນວຽກງານຂອງອົງການອາຫານໂລກໃນ ສປປ ລາວ ເພື່ອເປັນຂົວຕໍ່ເຜີຍແຜ່ໂຄສະນາໃຫ້ປະຊາຊົນໄດ້ຮັບຮູ້-ເຂົ້າເຖິງຂໍ້ມູນ-ຂ່າວສານ ແລະ ເຫັນຄວາມສໍາຄັນໃນວຽກງານໂພຊະນາການ ແລະ ຄວາມໝັ້ນຄົງດ້ານອາຫານ. ພ້ອມນັ້ນ, ທັງໃຫ້ທົ່ວໂລກຮັບຮູ້ວ່າການລົງທຶນສະໜັບສະໜູນຊ່ວຍເຫຼືອຂອງອົງການອາຫານໂລກຢູ່ ສປປ ລາວ ເພື່ອໃຫ້ເຂົາເຈົ້າມີຄວາມໝັ້ນໃຈເຂົ້າມາຊ່ວຍເຫຼືອ ແລະ ລົງທຶນອີກຕໍ່ໄປ.
ອົດສະຕຣາລີ ສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມຢູ່ພາກໃຕ້ຂອງລາວ

ອົດສະຕຣາລີ ສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມຢູ່ພາກໃຕ້ຂອງລາວ

ແຕ່ວັນທີ14-19 ທັນວານີ້, ທ່ານນາງ ເມແກັນ ຈອນສ, ເອກອັກຄະລັດຖະທູດອົດສະຕຣາລີໄດ້ໄປຢ້ຽມຢາມບັນດາແຂວງພາກໃຕ້ເພື່ອຢືນຢັນຄຳໝັ້ນສັນຍາຂອງອົດສະຕຣາລີໃນການຮ່ວມມືກັບ ສປປ ລາວ ໃນຂະແໜງສຶກສາ, ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສຄັ້ງທີ 5, ແລະ ການຮ່ວມມືດ້ານການພັດທະນາເສດຖະກິດສັງຄົມກັບ ສປປ ລາວ.
ຜົ້ງສາລີ ເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ ຄັ້ງທີ IX ທີ່ ແຂວງດຽນບ່ຽນ

ຜົ້ງສາລີ ເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ ຄັ້ງທີ IX ທີ່ ແຂວງດຽນບ່ຽນ

ວັນທີ 18 ທັນວາຜ່ານມານີ້, ຄະນະນຳແຂວງຜົ້ງສາລີ ພ້ອມດ້ວຍຄະນະສິລະປະ ວັນນະຄະດີ, ຄະນະນັກກິລາ ໄດ້ເດີນທາງເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ 3 ແຈປະເທດຄື: ລາວ, ຈີນ ແລະ ຫວຽດນາມ ຄັ້ງທີ IX ທີ່ແຂວງດຽນບ່ຽນ ແຫ່ງ ສສ ຫວຽດນາມ ເປັນເຈົ້າພາບ. ແຂວງຜົ້ງສາລີນຳໂດຍທ່ານ ອູ່ຄຳ ຕຸລາພັນ ກຳມະການປະຈຳພັກແຂວງ ຮອງປະທານຄະນະກຳມະການປົກຄອງແຂວງ, ພ້ອມດ້ວຍຄະນະນຳ ແລະ ພາກສ່ວນທີ່ກ່ຽວຂ້ອງຮ່ວມຕິດຕາມ. ພິທີຕ້ອນຮັບໄດ້ຈັດຂຶ້ນທີ່ຣິສອດຮີມລານ ໂດຍຕາງໜ້າຄະນະນຳແຂວງ ດຽນບ່ຽນອອກຕ້ອນຮັບໂດຍທ່ານ ຫງວຽນ ຮວາງຮຽບ ຮອງຫົວໜ້າພະແນກວັດທະນະທຳ ແລະ ທ່ອງທ່ຽວ ແຂວງດຽນບ່ຽນ ພ້ອມດ້ວຍຄະນະ.
ສະຖານທູດອົດສະຕຣາລີ ພົບປະ ພະແນກ ອຄ ເຊກອງ

ສະຖານທູດອົດສະຕຣາລີ ພົບປະ ພະແນກ ອຄ ເຊກອງ

ໃນວັນທີ 18 ທັນວາ 2025 ທີ່ແຂວງເຊກອງ, ທ່ານ ໄມໂຄ ຣີຣ່າ ເລຂານຸການໂທ, ຮັບຜິດຊອບວຽກງານການຄ້າ ແລະ ການລົງທຶນ ສະຖານທູດອົດສະຕາລີ ປະຈຳ ສປປ ລາວ ພ້ອມຄະນະ ໄດ້ເຂົ້າພົບປະຢ້ຽມຢາມ ແລະ ເຮັດວຽກ ຮ່ວມກັບ ພະແນກອຸດສາຫະກໍາ ແລະ ການຄ້າ (ອຄ) ແຂວງເຊກອງ ໂດຍການຕ້ອນຮັບ ຂອງທ່ານ ນາງ ວິລະຄອນ ບັນທະເວີ ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງ ແລະ ມີຂະແໜງການກ່ຽວຂ້ອງ ເຂົ້າຮ່ວມ.
ການລົງເລິກຮ່ວມມືລະຫວ່າງເມືອງມິດຕະພາບ ຢຸນນານ-ລາວ, ຂຽນໜ້າປະຫວັດສາດໃໝ່ພາຍໃຕ້ຄູ່ຮ່ວມຊະຕາກຳ

ການລົງເລິກຮ່ວມມືລະຫວ່າງເມືອງມິດຕະພາບ ຢຸນນານ-ລາວ, ຂຽນໜ້າປະຫວັດສາດໃໝ່ພາຍໃຕ້ຄູ່ຮ່ວມຊະຕາກຳ

ການຮ່ວມມືເມືອງມິດຕະພາບໄດ້ຮັບຜົນສໍາເລັດຕົວຈິງຜູກຈິດດ້ວຍໃຈ, ສາຍພົວພັນແບບອ້າຍນ້ອງ ຢຸນນານ-ລາວ ອັນເລິກເຊິ່ງ. ນັບຕັ້ງແຕ່ສ້າງຕັ້ງສາຍພົວພັນທາງການທູດເປັນຕົ້ນມາ, ຢຸນນານໄດ້ເສີມຂະຫຍາຍບົດບາດພິເສດ ແລະ ສຳຄັນໃນການຮ່ວມມື ຈີນ-ລາວ ຢ່າງຫ້າວຫັນ, ຊຸກຍູ້ໃຫ້ການສ້າງຄູ່ຮ່ວມຊະຕາກຳ ຈີນ-ລາວ ຢັ່ງຮາກເລິກ ແລະ ແຕກດອກອອກຜົນ. ຜ່ານການພົວພັນເມືອງມິດຕະພາບສາກົນ, ສອງຝ່າຍໄດ້ເພີ່ມທະວີມິດຕະພາບລະຫວ່າງປະຊາຊົນ ແລະ ລົງເລິກການຮ່ວມມືບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດຢ່າງບໍ່ຢຸດຢັ້ງ, ຈົນຍາດໄດ້ຜົນສຳເລັດໃນຫຼາຍດ້ານເປັນຕົ້ນແມ່ນ ນະວັດຕະກຳດ້ານກົນໄກປັບປຸງປະຊາຄົມການບໍລິຫານແບບປະສານສົມທົບກັນໃຫ້ສົມບູນຂຶ້ນ.
ຫົວໜ້າ ຄຕພ ຕ້ອນຮັບເອກອັກຄະລັດຖະທູດຝຣັ່ງຄົນໃໝ່ ປະຈໍາ ສປປ ລາວ

ຫົວໜ້າ ຄຕພ ຕ້ອນຮັບເອກອັກຄະລັດຖະທູດຝຣັ່ງຄົນໃໝ່ ປະຈໍາ ສປປ ລາວ

ໃນວັນທີ 17 ທັນວານີ້, ທີ່ສໍານັກງານຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ), ທ່ານ ບຸນເຫຼືອ ພັນດານຸວົງ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານນາງ ເບ່ເນ່ດິກ ເດ່ຊັອງ(Bénédicte Deschamps), ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສາທາລະນະລັດ ຝຣັ່ງ ປະຈໍາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
ຄະນະຜູ້ແທນ ໂຄສະນາອົບຮົມ 3 ແຂວງພາກເໜືອ ພົບປະແລກປ່ຽນບົດຮຽນຢູ່ແຂວງດຽນບຽນ

ຄະນະຜູ້ແທນ ໂຄສະນາອົບຮົມ 3 ແຂວງພາກເໜືອ ພົບປະແລກປ່ຽນບົດຮຽນຢູ່ແຂວງດຽນບຽນ

ວັນທີ 16 ທັນວານີ້, ຄະນະຜູ້ແທນ ຄະນະໂຄສະນາອົບຮົມ 3 ແຂວງພາກເໜືອຄື: ຫຼວງພະບາງ ອຸດົມໄຊ ແລະ ແຂວງຜົ້ງສາລີ, ນຳໂດຍ ທ່ານ ສົມຈິດ ສິງລໍຄຳ ຮອງຫົວຄະນະໂຄສະນາອົບຮົມແຂວງຫຼວງພະບາງ ເພື່ອເຄື່ອນໄຫວພົບປະແລກປ່ຽນບົດຮຽນ ກັບ ຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນ ແຂວງດຽນບຽນ ສສ ຫວຽດນາມ, ໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ ດ້ວຍໄມຕີຈິດມິຕະພາບຈາກ ທ່ານ ລີລີ ຊ້າ ຮອງຫົວໜ້າຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນ ຄະນະບໍລິຫານງານພັກແຂວງດຽນບຽນ ພ້ອມດ້ວຍຄະນະ.
ເພີ່ມເຕີມ