ໂຄງການກໍ່ສ້າງຂົວມິດຕະພາບ ລາວ-ໄທ ແຫ່ງທີ 5

ທ່ານ ໂພໄຊ ໄຂຄຳພິທູນ ລົງຕິດຕາມຄວາມຄືບໜ້າໂຄງການກໍ່ສ້າງຂົວມິດຕະພາບ ລາວ-ໄທ ແຫ່ງທີ 5

ທ່ານ ໂພໄຊ ໄຂຄຳພິທູນ ລົງຕິດຕາມຄວາມຄືບໜ້າໂຄງການກໍ່ສ້າງຂົວມິດຕະພາບ ລາວ-ໄທ ແຫ່ງທີ 5
ໃນວັນທີ 3 ມັງກອນນີ້, ທ່ານ ໂພໄຊ ໄຂຄຳພິທູນ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ທ່ານ ລິດຕາ ຂັດທິຍະ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ທ່ານ ນາງ ມໍລະກົດ ສີສະຫວັດ ເອກອັກຄະຣາຊະທູດ ແຫ່ງ ຣາຊະອານາຈັກໄທ ປະຈຳ ສປປ ລາວ

 

 ໄດ້ໄປເຄື່ອນໄຫວຢ້ຽມຢາມເຮັດວຽກຢູ່ແຂວງບໍລິຄຳໄຊ ໂດຍຮ່ວມກັບ ທ່ານ ຄຳແຫວນ ປັນຍານຸວົງ ຮອງເຈົ້າແຂວງບໍລິຄຳໄຊ ແລະ ພາກສ່ວນທີ່ກ່ຽວຂ້ອງ ລົງຕິດຕາມຄວາມຄືບໜ້າຂອງໂຄງການກໍ່ສ້າງຂົວຂ້າມນ້ຳຂອງມິດຕະພາບ ລາວ-ໄທ ແຫ່ງທີ 5 (ບໍລິຄໍາໄຊ-ບຶງການ).

ໃນໂອກາດດັ່ງກ່າວ, ທ່ານ ໄລທອງ ພົມມະວົງ ຫົວໜ້າໂຄງການ ໄດ້ລາຍງານກ່ຽວກັບຄວາມຄືບໜ້າຂອງການຈັດຕັ້ງປະຕິບັດ ບັນດາໜ້າວຽກຕ່າງໆຂອງໂຄງການ ສະເພາະຄວາມຮັບຜິດຊອບເບື້ອງຝ່າຍລາວ ເປັນຕົ້ນ ວຽກງານການກໍ່ສ້າງພື້ນຖານໂຄງລ່າງ ເຊັ່ນ: ເສັ້ນທາງເຂົ້າຫາຂົວ, ຕຶກອາຄານດ່ານ ແລະ ສິ່ງອໍານວຍຄວາມສະດວກ ແມ່ນໄດ້ຈັດຕັ້ງປະຕິບັດສໍາເລັດແລ້ວ 100% ແລະ ໄດ້ມີການກວດກາຢັ້ງຢືນຜົນສໍາເລັດໃນເດືອນມີນາ 2024 ທີ່ຜ່ານມາ, ສໍາລັບບັນດາໜ້າວຽກການກໍ່ສ້າງຂົວກາງນ້ຳ ໄດ້ຈັດຕັ້ງປະຕິບັດສໍາເລັດແລ້ວ 94.76% ໂດຍລວມແລ້ວ ເຫັນວ່າ ທັງສອງໜ້າວຽກດັ່ງກ່າວ ທີ່ຢູ່ໃນສ່ວນຮັບຜິດຊອບຂອງຝ່າຍລາວ ສາມາດຈັດຕັ້ງປະຕິບັດ ສໍາເລັດສະເລ່ຍ 96.64% ຊຶ່ງເຫັນວ່າ ໂຄງການດັ່ງກ່າວ ມີຄວາມຊັກຊ້າເກີນແຜນການທີ່ກໍານົດໄວ້ເບື້ອງຕົ້ນ ໃນປີ 2024 ເນື່ອງຈາກບັນຫາໂຄວິດ-19.

ພາຍຫຼັງທີ່ໄດ້ຮັບຟັງການລາຍງານ, ທ່ານ ໂພໄຊ ໄຂຄຳພິທູນ ໄດ້ສະແດງຄວາມຊົມເຊີຍຕໍ່ທຸກໆພາກສ່ວນກ່ຽວຂ້ອງທີ່ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດບັນດາໜ້າວຽກຕ່າງໆດ້ວຍຄວາມພະຍາຍາມມາໂດຍຕະຫຼອດ. ພ້ອມນີ້, ໄດ້ຮຽກຮ້ອງໃຫ້ຄະນະຮັບຜິດຊອບໂຄງການ ແລະ ພາກສ່ວນທີ່ກ່ຽວຂ້ອງຕ່າງໆ ຈົ່ງສືບຕໍ່ຈັດຕັ້ງປະຕິບັດບັນດາໜ້າວຽກທີ່ຍັງຄົງຄ້າງ ໂດຍສະເພາະແມ່ນການກໍ່ສ້າງຂົວກາງນ້ຳໃຫ້ສໍາເລັດຕາມແຜນການ ເພື່ອໃຫ້ກ້າວໄປສູ່ການຈັດພິທີເທເບຕົງເຊື່ອມຈອດຈຸດໃຈກາງຂອງຂົວໃນເດືອນມີນາ ແລະ ພິທີເປີດນໍາໃຊ້ຂົວດັ່ງກ່າວ ຢ່າງເປັນທາງການ ໃນເດືອນພຶດສະພາ ປີ 2025 ລວມທັງ ການສ້າງບັນດານິຕິກຳຕ່າງໆທີ່ກ່ຽວຂ້ອງ ເພື່ອຮອງຮັບພາຍຫຼັງມີການເປີດນຳໃຊ້ຂົວ ຊຶ່ງເປັນ 2 ກິດຈະກໍາທີ່ສໍາຄັນໃນການສະເຫຼີມສະຫຼອງ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ໄທ ຄົບຮອບ 75 ປີ ແລະ ເປັນການຕອບສະໜອງຕໍ່ນະໂຍບາຍຂອງ ສປປ ລາວ ໃນການຫັນປະເທດຈາກປະເທດບໍ່ມີຊາຍແດນຕິດກັບທະເລ ເປັນປະເທດເຊື່ອມໂຍງ-ເຊື່ອມຈອດທາງດ້ານຄົມມະນາຄົມ ທັງເປັນການສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືຖານບ້ານໃກ້ເຮືອນຄຽງທີ່ດີ ທີ່ມີມາແຕ່ດົນນານ ກໍຄືການເປັນຄູ່ຮ່ວມຍຸດທະສາດ ເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງ ລະຫວ່າງ ສອງຊາດ ລາວ ແລະ ໄທ.

(ຂ່າວ: ກົມອາຊີ-ປາຊີຟິກ ແລະ ອາຟຣິກາ ກຕທ)

ຄໍາເຫັນ

ຂ່າວການຮ່ວມມື

ສິລະປະພື້ນເມືອງ ສ ເກົາຫຼີ ສະແດງຮັບໃຊ້ຊາວ ນວ

ສິລະປະພື້ນເມືອງ ສ ເກົາຫຼີ ສະແດງຮັບໃຊ້ຊາວ ນວ

ໃນຄໍ່າຄືນຂອງວັນທີ 15 ທັນວາຜ່ານມານີ້, ທີ່ຫໍວັດທະນະທຳແຫ່ງຊາດ ນະຄອນຫຼວງວຽງຈັນ (ນວ), ໄດ້ມີການຈັດງານສະແດງສິລະປະພື້ນເມືອງ ຂອງ ສ. ເກົາຫຼີ ໂດຍສະມາຄົມແລກປ່ຽນການສະແດງສິລະປະ-ວັດທະນະທຳສາກົນ ຂອງ ສ. ເກົາຫຼີ ເພື່ອເປັນແລກປ່ຽນບົດຮຽນ ແລະ ເປັນການຂໍ່ານັບຊົມເຊີຍວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ສ. ເກົາຫຼີ ຄົບຮອບ 30 ປີ ກໍຄືການສະແດງຮັບໃຊ້ມວນຊົນ ຊາວນະຄອນຫຼວງວຽງຈັນ ແລະ ທັງເປັນການຊົມເຊີຍ ຕໍ່ຜົນສຳເລັດ ຂອງການພົບປະຢ່າງເປັນທາງການ ຂອງພະນະທ່ານ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ພະນະທ່ານ ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫຼີ ທີ່ໄດ້ບັນລຸການຕົກລົງຫຼາຍບັນຫາສຳຄັນ ແລະ ໄດ້ຍົກລະດັບສາຍພົວພັນທາງການທູດ ລະຫວ່າງ ສປປ ລາວ ແລະ ສ. ເກົາຫຼີ ຂຶ້ນເປັນຄູ່ຮ່ວມມືຮອບດ້ານ ໃນວັນທີ 15 ທັນວານີ້ ທີ່ ສ.ເກົາຫຼີ.
ກະຊວງການຕ່າງປະເທດ ເຊີນທູດກໍາປູເຈຍ ແລະ ອຸປະທູດໄທ ເຂົ້າພົບເພື່ອສະແດງຄວາມເປັນຫ່ວງຕໍ່ສະພາບການຢູ່ ບໍລິເວນຊາຍແດນ ກໍາປູເຈຍ-ໄທ

ກະຊວງການຕ່າງປະເທດ ເຊີນທູດກໍາປູເຈຍ ແລະ ອຸປະທູດໄທ ເຂົ້າພົບເພື່ອສະແດງຄວາມເປັນຫ່ວງຕໍ່ສະພາບການຢູ່ ບໍລິເວນຊາຍແດນ ກໍາປູເຈຍ-ໄທ

ໃນວັນທີ 15 ທັນວານີ້, ທີ່ກະຊວງການຕ່າງປະເທດ, ທ່ານ ນາງ ຟອງສະໝຸດ ອັ່ນລາວັນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ເຊີນ ທ່ານ ຮຸນກຣັງ ພະນອງ (HULKRANG Phanang), ເອກອັກຄະຣາຊະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ປະຈໍາ ສປປ ລາວ ແລະ ທ່ານ ນາງ ຈິຣັດສະຍາ ພີຣານົນ, ອຸປະທູດຊົ່ວຄາວ ແຫ່ງ ຣາຊະອານາຈັກໄທ ປະຈໍາ ສປປ ລາວ ເຂົ້າພົບ ເພື່ອສະແດງຄວາມເປັນຫ່ວງຕໍ່ສະພາບການທີ່ ເກີດຂຶ້ນ ຢູ່ ບໍລິເວນຊາຍແດນ ກໍາປູເຈຍ-ໄທ ໃນປັດຈຸບັນ.
ລາວ-ຫວຽດນາມ ເພີ່ມທະວີຮັດແໜ້ນການຮ່ວມມືຮອບດ້ານ

ລາວ-ຫວຽດນາມ ເພີ່ມທະວີຮັດແໜ້ນການຮ່ວມມືຮອບດ້ານ

ວັນທີ 15 ທັນວາຜ່ານມາ, ທີ່ສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ ຄະນະຜູ້ແທນກະຊວງສຶກສາທິການ ແລະ ກິລາ (ສສກ) ນຳໂດຍທ່ານ ທອງສະລິດ ມັງໜໍ່ເມກ ຄະນະເລຂາທິການສູນກາງພັກ ລັດຖະ ມົນຕີກະຊວງ ສສກ ເດີນທາງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມໃນລະຫວ່າງວັນທີ 15-17 ທັນວາ 2025 ໃຫ້ກຽດສົ່ງຄະນະຜູ້ແທນໃນຄັ້ງນີ້ໂດຍທ່ານ ຫງວຽນ ມິງ ເຕິມ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສສ ຫວຽດນາມປະຈຳ ສປປ ລາວ ພ້ອມດ້ວຍຄະນະ ແລະ ພາກສ່ວນກ່ຽວຂ້ອງ.
ສປປ ລາວ ມອບເງິນຊ່ວຍເຫຼືອເຫດໄພນໍ້າຖ້ວມຢູ່ພາກໃຕ້ຂອງຣາຊະອານາຈັກໄທ

ສປປ ລາວ ມອບເງິນຊ່ວຍເຫຼືອເຫດໄພນໍ້າຖ້ວມຢູ່ພາກໃຕ້ຂອງຣາຊະອານາຈັກໄທ

ໃນວັນທີ 15 ທັນວານີ້, ທີ່ກະຊວງການຕ່າງປະເທດ, ທ່ານນາງ ຟອງສະໝຸດ ອັ່ນລາວັນ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງທ່ານ ນາງ ຈິຣັດສະຍາພີຣານົນ, ອຸປະທູດຊົ່ວຄາວແຫ່ງຣາຊະອານາຈັກໄທປະຈໍາ ສປປ ລາວ.
ໂຮງໝໍນ້ອຍໃນແຂວງສາລະວັນໄດ້ຮັບການຊ່ວຍເຫຼືອຈາກລັດຖະບານຍີ່ປຸ່ນ

ໂຮງໝໍນ້ອຍໃນແຂວງສາລະວັນໄດ້ຮັບການຊ່ວຍເຫຼືອຈາກລັດຖະບານຍີ່ປຸ່ນ

ວັນທີ 12 ທັນວາຜ່ານມານີ້, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 86,200ໂດລາໃນການສະໜັບສະໜູນໂຄງການດ້ານສາທາລະນະສຸກໃນແຂວງສາລະວັນເພື່ອຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນ ພາຍໃຕ້​ໂຄງ​ການ​ເສີມ​ສ້າງ​ຄວາມ​ໝັ້ນ​ຄົງ​ຂອງ​ມະ​ນຸດ​ຂັ້ນ​ຮາກ​ຖານ(GGP).
ເຈົ້າແຂວງສະຫວັນນະເຂດ ສົນທະນາໃນຫຼາຍບັນຫາສຳຄັນຮ່ວມກັບທ່ານເອກອັກຄະລັດຖະທູດອົດສະຕຣາລີປະຈຳ ສປປ ລາວ

ເຈົ້າແຂວງສະຫວັນນະເຂດ ສົນທະນາໃນຫຼາຍບັນຫາສຳຄັນຮ່ວມກັບທ່ານເອກອັກຄະລັດຖະທູດອົດສະຕຣາລີປະຈຳ ສປປ ລາວ

ທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນນະເຂດ ພ້ອມຄະນະ ໄດ້ຕ້ອນຮັບທ່ານ ນາງ ເມແກນ ຈອນສ໌(Megan Jones) ເອກອັກຄະລັດຖະທູດແຫ່ງປະເທດອົດສະຕຣາລີປະຈຳ ສປປ ລາວ ພ້ອມຄະນະ ໃນຕອນເຊົ້າວັນທີ 15 ທັນວານີ້ ທີ່ຫ້ອງຮັບແຂກຫ້ອງວ່າການແຂວງ, ໃນໂອກາດທີ່ມາເຄື່ອນໄຫວວຽກງານທີ່ແຂວງສະຫວັນນະເຂດ.
ສື່ມວນຊົນລາວ ຖອດບົດຮຽນຈາກ 3 ສື່ຫວຽດນາມ

ສື່ມວນຊົນລາວ ຖອດບົດຮຽນຈາກ 3 ສື່ຫວຽດນາມ

ນັກຂ່າວລາວ ໄດ້ພົບປະແລກປ່ຽນ ແລະ ຖອດຖອນບົດຮຽນຫຼາຍດ້ານຈາກ 3 ສື່ຫຼັກ ສສ ຫວຽດນາມ ຄື: ສຳນັກຂ່າວສານ, ວິທະຍຸກະຈາຍສຽງແຫ່ງຊາດ, ໂທລະພາບແຫ່ງຊາດ ແລະ ສື່້ໜັງສືພິມອອນລາຍ ຫວຽດນາມ ພຣັດ, ໄດ້ສະໜອງຂໍ້ມູນຂ່າວສານ ຢ່າງມີຄຸນນະພາບ, ນຳໃຊ້ເຕັກໂນໂລຊີທີ່ທັນສະໄໝ ເຂົ້າມາຊ່ວຍໃນການຜະລິດຂ່າວ, ບົດຄວາມຫຼາຍຂຶ້ນ ແລະ ມີປະສິດທິພາບ. ໂດຍສະເພາະການຜະລິດຂ່າວ ກ່ຽວກັບບັນຫາສິ່ງແວດລ້ອມ ຍິ່ງມີຄວາມທ້າທາຍ ແລະ ຄວນເອົາໃຈໃສ່ນຳສະເໝີດ້ວຍຫຼາຍຮູບແບບ, ຫຼາຍວິທີການ ເພື່ອເຜີຍແຜ່ຂໍ້ມູນຂ່າວສານ, ຄວາມຮູ້ໃຫ້ທົ່ວເຖີງທຸກກຸ່ມເປົ້າໝາຍໃນສັງຄົມ ແລະ ປະກອບສ່ວນໃນການປົກປັກຮັກສາສິ່ງແວດລ້ອມ.
ສື່ມວນຊົນລາວຖອດບົດຮຽນຢູ່ ສສ ຫວຽດນາມ

ສື່ມວນຊົນລາວຖອດບົດຮຽນຢູ່ ສສ ຫວຽດນາມ

ໃນລະຫວ່າງວັນທີ 10-11 ທັນວານີ້ ທີ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ, ສື່ມວນຊົນລາວ ຊຶ່ງນຳພາໂດຍທ່ານ ນາງ ບົວຄຳ ດວງປັນຍາ ຫົວໜ້າໂຄງການແກມຊິວ ອົງການແຄຣນານາຊາດ ປະຈຳລາວ ພ້ອມດ້ວຍຜູ້ຕາງໜ້າຈາກສະມາຄົມນັກຂ່າວແຫ່ງ ສສ ຫວຽດນາມ ແລະ ພາກສ່ວນທີ່ກ່ຽວຂ້ອງໄດ້ພົບປະແລກ ປ່ຽນ ແລະ ຖອດຖອນບົດຮຽນຫຼາຍດ້ານຈາກ 3 ສື່ຫຼັກຂອງ ສສ ຫວຽດນາມຄື: ວິທະຍຸກະຈາຍສຽງແຫ່ງຊາດ, ໂທລະພາບແຫ່ງຊາດ ແລະ ໜັງສືພິມອອນລາຍຫວຽດນາມ ພຣັດ ທີ່ໄດ້ສະໜອງຂໍ້ມູນຂ່າວສານຢ່າງມີຄຸນນະ ພາບ, ນຳໃຊ້ເຕັກໂນໂລຊີທີ່ທັນສະໄໝເຂົ້າມາຊ່ວຍໃນການຜະລິດຂ່າວ, ບົດຄວາມຫຼາຍຂຶ້ນ ແລະ ມີປະສິດທິ ພາບ ໂດຍສະເພາະການຜະລິດຂ່າວ ກ່ຽວກັບບັນຫາສິ່ງແວດລ້ອມຍິ່ງມີຄວາມທ້າທາຍ ແລະ ຄວນເອົາໃຈໃສ່ນຳສະເໝີດ້ວຍຫຼາຍຮູບແບບ, ຫຼາຍວິທີການ ເພື່ອເຜີຍແຜ່ຂໍ້ມູນຂ່າວສານ, ຄວາມຮູ້ໃຫ້ທົ່ວເຖິງທຸກກຸ່ມເປົ້າໝາຍໃນສັງຄົມ ແລະ ປະກອບສ່ວນໃນການປົກປັກຮັກສາສິ່ງແວດລ້ອມ.
ປກສ ລາວ ແລະ ສະພາຄວາມໝັ້ນຄົງຣັດເຊຍ ເພີ່ມທະວີການຮ່ວມມືສອງຝ່າຍ

ປກສ ລາວ ແລະ ສະພາຄວາມໝັ້ນຄົງຣັດເຊຍ ເພີ່ມທະວີການຮ່ວມມືສອງຝ່າຍ

ເນື່ອງໃນໂອກາດຄະນະຜູ້ແທນຂັ້ນສູງສະພາຄວາມໝັ້ນຄົງແຫ່ງສະຫະພັນຣັດເຊຍ (ສ.ຣັດເຊຍ) ນຳໂດຍທ່ານ ພົນເອກ ເຊກເກ ໂຊຍກູ ເລຂາທິການສະພາຄວາມໝັ້ນຄົງແຫ່ງ ສ.ຣັດເຊຍ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປລາວ ໃນລະຫວ່າງວັນທີ 10-12 ທັນວາ 2025 ທີ່ ນະຄອນຫຼວງວຽງຈັນ; ໃນວັນທີ 11 ທັນວານີ້ ທີ່ກະຊວງປ້ອງກັນຄວາມສະຫງົບ (ປກສ) ໄດ້ມີພິທີຕ້ອນຮັບຄະນະຜູ້ແທນຂັ້ນສູງສະພາຄວາມໝັ້ນຄົງແຫ່ງ ສ.ຣັດເຊຍ ຢ່າງເປັນທາງການ ແລະ ສົມກຽດ, ໃຫ້ກຽດຕ້ອນຮັບໂດຍທ່ານ ພົນເອກ ວິໄລ ຫຼ້າຄໍາຟອງ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງ ປກສ ແຫ່ງ ສປປລາວ ພ້ອມດ້ວຍຄະນະ.
ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຕ້ອນຮັບສະຫາຍ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຕ້ອນຮັບສະຫາຍ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ຕອນແລງ ວັນທີ 11 ທັນວານີ້, ທີ່ສໍານັກງານນາຍົກລັດຖະມົນຕີ, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ, ກໍາມະການກົມການເມືອງສູນກາງພັກ, ຮອງປະທານ, ຜູ້ປະຈໍາການຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບສະຫາຍ ພົນເອກ ເຊີເກ ໂຊຍກູ, ເລຂາທິການສະພາຄວາມໝັ້ນຄົງ ແຫ່ງ ສ. ຣັດ​ເຊຍ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຄື່ອນໄຫວເຮັດວຽກ ຢູ່ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງວັນທີ 10-12 ທັນວາ 2025.
ເພີ່ມເຕີມ