ຄະນະຜູ້ເເທນ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດວ່າດ້ວຍອະນາຄົດ

ທ່ານ ສະເຫຼີມໄຊ ກົມມະສິດ ເຂົ້າຮ່ວມ ກອງປະຊຸມສຸດຍອດວ່າດ້ວຍອະນາຄົດ

ທ່ານ ສະເຫຼີມໄຊ ກົມມະສິດ ເຂົ້າຮ່ວມ ກອງປະຊຸມສຸດຍອດວ່າດ້ວຍອະນາຄົດ
ໃນວັນທີ 22 ກັນຍາ ນີ້ ທີ່ ສໍານັກງານໃຫຍ່ ອົງການ ສະຫະປະຊາດ ທີ່ ນິວຢອກ ສ ອາເມຣິກາ, ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນໍາພາຄະນະຜູ້ເເທນ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດວ່າດ້ວຍອະນາຄົດ

ພາຍໃຕ້ຫົວຂໍ້: ວິທີທາງແກ້ໄຂບັນຫາເເບບຫຼາຍຝ່າຍ ເພື່ອອະນາຄົດທີ່ດີກວ່າເກົ່າ (Multilateral Solutions for a better tomorrow). ໃນພາກພິທີເປີດ, ກອງປະຊຸມ ໄດ້ຮັບຮອງເອົາຂໍ້ຕົກລົງວ່າດ້ວຍອະນາຄົດ ທີ່ສຸມໃສ່ 5 ບັນຫາສໍາຄັນຂອງໂລກ ຄື: 1) ການເລັ່ງລັດການຈັດຕັ້ງປະຕິບັດ ເປົ້າໝາຍການພັດທະນາແບບຍືນຍົງ ໂດຍການພັດທະນາລະບົບການເງິນ, 2) ຮັກສາສັນຕິພາບ ເເລະ ຄວາມໝັ້ນຄົງສາກົນ, 3) ຊຸກຍູ້ການພັດທະນາໃນຂະເເໜງການ ວິທະຍາສາດ, ເຕັກໂນໂລຊີ ເເລະ ເເລະ ນະວັດຕະກໍາ ໄປຄຽງຄູ່ກັບການຮ່ວມມືທາງດ້ານດີຈີຕອນ, 4) ປົກປັກຮັກສາຜົນປະໂຫຍດຂອງຄົນຮຸ່ນໃໝ່ ເເລະ 5) ດໍາເນີນການປະຕິຮູບລະບົບການປົກຄອງສາກົນທີ່ມີຄວາມຈໍາເປັນ.
ໃນໂອກາດດັ່ງກ່າວ, ທ່ານ ຟິເລມອນ ຢາງ ປະທານສະມັດຊາໃຫຍ່ອົງການ ສປຊ ສະໄໝທີ 79 ໄດ້ກ່າວເປີດກອງປະຊຸມ ຊຶ່ງໃນນັ້ນ ທ່ານ ໄດ້ໃຫ້ຄວາມສໍາຄັນຕໍ່ສະພາບການຂອງໂລກທີ່ກໍາລັງປະເຊີນໜ້າກັບສິ່ງທ້າທາຍນາໆປະການ ລວມທັງບັນຫາຂໍ້ຂັດແຍ່ງຕ່າງໆ, ການປ່ຽນແປງດິນຟ້າອາກາດ, ຄວາມແຕກໂຕນດ້ານດີຈີຕອນ, ຄວາມບໍ່ສະເໝີພາບ, ໄພຂົ່ມຂູ່ຕໍ່ສິດທິມະນຸດ ແລະ ບັນຫາອື່ນໆ ທີ່ຮຽກຮ້ອງໃຫ້ມີການປະຕິບັດງານຮ່ວມກັນຢ່າງຮີບດ່ວນ. ພ້ອມກັນນັ້ນ, ທ່ານ ກໍໄດ້ເນັ້ນໜັກເຖິງຄວາມຫວັງ ແລະ ກາລະໂອກາດໃນການຟື້ນຟູການຮ່ວມມືສາກົນ ພາຍໃຕ້ຂໍ້ຕົກລົງວ່າດ້ວຍອະນາຄົດ ແລະ ສອງເອກະສານຊ້ອນທ້າຍ ຊຶ່ງໄດ້ກຳນົດຄຳໝາຍໝັ້ນສັນຍາທີ່ຈະແກ້ໄຂວິກິດການຕ່າງໆ, ສົ່ງເສີມສັນຕິພາບ ແລະ ຄວາມໝັ້ນຄົງສາກົນ, ຊຸກຍູ້ການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ, ສ້າງສັງຄົມທີ່ຍຸຕິທຳ ແລະ ກວມລວມ ແລະ ຮັບປະກັນວ່າ ເຕັກໂນໂລຊີ ຮັບໃຊ້ຜົນປະໂຫຍດຮ່ວມກັນຂອງມວນມະນຸດ. ນອກນັ້ນ, ທ່ານ ຍັງໄດ້ຮຽກຮ້ອງໃຫ້ວົງຄະນາຍາດສາກົນ ຈົ່ງຊ່ວຍກັນຍົກສູງ ບົດບາດຂອງ ແມ່ຍິງ ແລະ ຊາວໜຸ່ມ ໃນຂະບວນການຕັດສິນໃຈຕໍ່ກັບບັນຫາຕ່າງໆ ກໍຄືການຈັດຕັ້ງປະຕິບັດ ປພຍ, ຍົກສູງສັນຕິພາບ ແລະ ການຮ່ວມມືແບບຫຼາຍຝ່າຍ ເພື່ອຮັບປະກັນຄວາມຍຸຕິທໍາ, ກວມລວມ ແລະ ສະເໝີພາບ ໂດຍຢຶດໝັ້ນຕາມຫຼັກການທີ່ລະບຸໄວ້ໃນ ກົດບັດ ສປຊ.
ໃນໂອກາດດຽວກັນນີ້, ທ່ານ ອັນໂຕນີໂອ ກູເຕເຣັສ ເລຂາທິການໃຫຍ່ ອົງການ ສປຊ ກໍໄດ້ມີຄໍາເຫັນໂດຍໄດ້ຮຽກຮ້ອງໃຫ້ບັນດາປະເທດສະມາຊິກ ພ້ອມກັນຍົກລະດັບການຮ່ວມມື ເພື່ອແກ້ໄຂບັນດາສິ່ງທ້າທາຍຕ່າງໆທີ່ກໍາລັງສົ່ງຜົນກະທົບຕໍ່ສະຖຽນລະພາບ ແລະ ຄວາມໝັ້ນຄົງສາກົນ ແລະ ໄດ້ຕີລາຄາສູງຕໍ່ 3 ເອກະສານສໍາຄັນຂອງກອງປະຊຸມສຸດຍອດຄັ້ງນີ້ ຄື: ຂໍ້ຕົກລົງວ່າດ້ວຍອະນາຄົດ (Pact for the Future), ຂໍ້ຕົກລົງດ້ານດີຈີຕອນຂອງສາກົນ (Global Digital Compact) ແລະ ຖະແຫຼງການເພື່ອຄົນຮຸ່ນໃໝ່ໃນອະນາຄົດ (Declaration on the Future Generations), ຊຶ່ງເອກະສານດັ່ງກ່າວ ຈະເປັນບ່ອນອີງອັນສໍາຄັນໃນການສ້າງຄວາມເຂັ້ມແຂງໃຫ້ແກ່ ສະພາຄວາມໝັ້ນຄົງ, ການປະຕິຮູບລະບົບການເງິນສາກົນ, ການນໍາໃຊ້ປັນຍາປະດິດໃນທາງທີ່ຖືກຕ້ອງ ແລະ ອື່ນໆ. ນອກຈາກນັ້ນ, ທ່ານ ເລຂາທິການໃຫຍ່ ໄດ້ຮຽກຮ້ອງຈັດຕັ້ງປະຕິບັດຕາມຜົນກອງປະຊຸມດັ່ງກ່າວ ເພື່ອຮັບປະກັນການປ່ຽນເເປງອັນມີຄວາມໝາຍສຳຄັນ ແລະ ສາມາດບັນລຸໄດ້ຕາມຄວາມຄາດຫວັງຂອງປະຊາຊົນທົ່ວໂລກ.
ໃນພາກກອງປະຊຸມຄົບຄະນະ, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ຂຶ້ນກ່າວປາໄສ ໂດຍທ່ານໄດ້ຕີລາຄາສູງຕໍ່ກັບກອງປະຊຸມສຸດຍອດຄັ້ງນີ້ ຊຶ່ງເປັນເວທີອັນສໍາຄັນໜຶ່ງ ເພື່ອສະແດງຄວາມໝາຍໝັ້ນ ໃນການສົ່ງເສີມສັນຕິພາບ ແລະ ຄວາມໝັ້ນຄົງສາກົນ ແນໃສ່ການເເກ້ໄຂບັນດາສິ່ງທ້າທາຍຕ່າງໆທີ່ໂລກຂອງພວກເຮົາກໍາລັງປະເຊີນຢູ່. ພ້ອມນັ້ນ, ທ່ານ ກໍໄດ້ສະເເດງຄວາມເຫັນດີຕໍ່ການຮັບຮອງຂໍ້ຕົກລົງວ່າດ້ວຍອະນາຄົດ ແລະ ເອກະສານຊ້ອນທ້າຍທັງສອງສະບັບ ແລະ ໄດ້ຮຽກຮ້ອງໃຫ້ຂອບການຊ່ວຍເຫຼືອທາງດ້ານທຶນຮອນຕ່າງໆ ສາມາດຈັດຕັ້ງປະຕິບັດໄດ້ຈິງ ເພື່ອຮັບປະກັນວ່າປະເທດກໍາລັງພັດທະນາຈະໄດ້ຮັບການຊ່ວຍເຫຼືອທີ່ພຽງພໍ, ຫຼຸດຜ່ອນຄວາມແຕກໂຕນດ້ານດີຈີຕອນ ແລະ ຄວາມສ່ຽງຕ່າງໆຈາກການນໍາໃຊ້ເຕັກໂນໂລຊີດີຈີຕອນ, ສົ່ງເສີມບົດບາດຂອງ ຊາວໜຸ່ມ ແລະ ຄົນຮຸ່ນໃໝ່ ເພື່ອສ້າງຂີດຄວາມສາມາດໃຫ້ແກ່ເຂົາເຈົ້າ ໃນການປັບໂຕ ແລະ ກຽມຄວາມພ້ອມເພື່ອອະນາຄົດ. ນອກຈາກນັ້ນ, ທ່ານ ຮອງນາຍົກ ລັດຖະມົນຕີ ໄດ້ກ່າວສະໜັບສະໜູນການປະຕິຮູບອົງການ ສປຊ ລວມທັງສະພາຄວາມໝັ້ນຄົງ, ສະມັດຊາໃຫຍ່ ແລະ ສະພາເສດຖະກິດ-ສັງຄົມ ອົງການ ສປຊ ກໍຄືການປະຕິຮູບສະຖາບັນການເງິນສາກົນຢ່າງຮີບດ່ວນ ເພື່ອໃຫ້ສອດຄ່ອງກັບສະພາບການຕົວຈິງໃນປັດຈຸບັນ.
ໃນວັນດຽວກັນ, ທ່ານ ສະເຫຼີມໄຊ ກົມມະສິດ ຍັງໄດ້ ພົບປະສອງຝ່າຍ ກັບ ທ່ານ ກົງສະຕັງຕີໂນສ ກົມໂບສ (Dr. Constantinos Kombos), ລັດຖະມົນຕີກະຊວງການຕ່າງປະເທດ ໄຊປຣັດ ເເລະ ທ່ານ ວານດຣາກ ລຸດວິງ ແຈນຊະເກ ວິເທເກີ (Valdrack Ludwing Jaentschke Whitaker), ລັດຖະມົນຕີກະຊວງການຕ່າງປະເທດ ນິກາຣາກົວ, ເພື່ອເເລກປ່ຽນທັດສະນະ ເເລະ ປຶກສາຫາລືກ່ຽວກັບສະພາບການຮ່ວມມື, ບາງບັນຫາພາກພື້ນ ແລະ ສາກົນ ທີ່ສອງຝ່າຍ ມີຄວາມສົນໃຈຮ່ວມກັນ ລວມທັງທິດທາງການຮ່ວມມືທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍໃນຕໍ່ໜ້າ.
ທ່ານ ຮອງນາຍົກລັດຖະມົນຕີ ສືບຕໍ່ນຳພາຄະນະຜູ້ແທນເຂົ້າຮ່ວມກອງປະຊຸມດັ່ງກ່າວ ໃນວັນທີ 23 ກັນຍານີ້ ແລະ ຈະປະກອບຄຳເຫັນໃນຫົວຂໍ້ສະເພາະທີ 3 ຄື: ເພື່ອກ້າວໄປສູ່ ອະນາຄົດດ້ານດິດີຈີຕອນ ຮ່ວມກັນ: ແນໃສ່ເສີມຂະຫຍາຍການຮ່ວມມື ແລະ ນະວັດຕະກຳ ທີ່ກວມລວມ ເພື່ອຮັດແຄບຊ່ອງວ່າງທາງດ້ານດີຈີຕອນ.
(ຂ່າວ: ຕປທ)

ຄໍາເຫັນ

ຂ່າວການຮ່ວມມື

ໄຊສົມບູນ ແລະ ບັ໋ກນິງ ສະຫຼຸບວຽກງານຮ່ວມມື ໃນໄລຍະ 2021-2025 ແລະ ສຶບຕໍ່ຮ່ວມມື 2026-2030

ໄຊສົມບູນ ແລະ ບັ໋ກນິງ ສະຫຼຸບວຽກງານຮ່ວມມື ໃນໄລຍະ 2021-2025 ແລະ ສຶບຕໍ່ຮ່ວມມື 2026-2030

ໃນວັນທີ 18 ທັນວາຜ່ານມານີ້, ການນຳແຂວງໄຊສົມບູນ ແລະ ແຂວງບັ໋ກນິງ ສ.ສ ຫວຽດນາມ ໄດ້ຈັດກອງປະຊຸມສະຫຼຸບຂໍ້ຕົກລົງການຮ່ວມມືໄລຍະ 2021-2025 ແລະ ລົງນາມໃນສັນຍາຮ່ວມມື 2026-2030ຂຶ້ນ ທີ່ຫ້ອງວ່າການຄະນະກຳມະການປະຊາຊົນແຂວງບັ໋ກນິງ, ຝ່າຍແຂວງໄຊສົມບູນ ນຳໂດຍ ສະຫາຍ ພອຍຄຳ ຮຸ່ງບຸນຍວງ ເລຂາຄະນະບໍລິຫານງານພັກແຂວງ ພ້ອມດ້ວຍຄະນະ, ຝ່າຍແຂວງບັ໋ກນິງ ນຳໂດຍ ສະຫາຍ ຫງວຽນຮົ່ງໄທ ກໍາມະການສູນກາງພັກ ເລຂາຄະນະພັກແຂວງບັ໋ກນິງ ພ້ອມດ້ວຍຄະນະ.
ລັດຖະມົນຕີກະຊວງການຕ່າງປະເທດລາວ ເຂົ້າຢ້ຽມຂ່ຳນັບ ການນຳຂັ້ນສູງ ສສຫວຽດນາມ

ລັດຖະມົນຕີກະຊວງການຕ່າງປະເທດລາວ ເຂົ້າຢ້ຽມຂ່ຳນັບ ການນຳຂັ້ນສູງ ສສຫວຽດນາມ

ໃນວັນທີ 18 ທັນວາ 2025, ສະຫາຍ ທອງສະຫວັນ ພົມວິຫານ,ກຳມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນຈາກກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ເຂົ້າຢ້ຽມຂ່ຳນັບການນຳຂັ້ນສູງຂອງສສ ຫວຽດນາມ ສອງສະຫາຍ ຕາມລຳດັບ ຄື: ສະຫາຍ ຟ້າມ ມິງ ຈິງ,ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ສະຫາຍ ເຈີ່ນ ແທັງ ເມີ້ນ, ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ,ໃນໂອກາດເຂົ້າຮ່ວມກອງປະຊຸມປຶກສາຫາລືດ້ານການເມືອງ ຂັ້ນລັດຖະມົນຕີລະຫວ່າງກະຊວງການຕ່າງປະເທດ ລາວ-ຫວຽດນາມ ຄັ້ງທີ 12, ທີ່ ນະຄອນຫຼວງ ຮ່າໂນ້ຍ, ສສ ຫວຽດນາມ.
ກະຊວງການຕ່າງປະເທດ ລາວ-ຫວຽດນາມປຶກສາຫາລືດ້ານການເມືອງ ຄັ້ງທີ 12 ທີ່ ນະຄອນຫຼວງຮ່າໂນ້ຍ

ກະຊວງການຕ່າງປະເທດ ລາວ-ຫວຽດນາມປຶກສາຫາລືດ້ານການເມືອງ ຄັ້ງທີ 12 ທີ່ ນະຄອນຫຼວງຮ່າໂນ້ຍ

ໂດຍຕອບສະໜອງຕາມຄຳເຊີນຂອງ ສະຫາຍ ເລ ຮວ່າຍ ຈຸງ, ເລຂາທິການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ. ຫວຽດນາມ, ສະຫາຍ ທອງສະຫວັນ ພົມວິຫານ, ກໍາມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນ ກະຊວງການຕ່າງປະເທດ ເດີນທາງຢ້ຽມຢາມ ແລະ ເຮັດວຽກ ທີ່ ສສ. ຫວຽດນາມ ເພື່ອເຂົ້າຮ່ວມກອງປະຊຸມປຶກສາຫາລື ດ້ານການເມືອງ ຂັ້ນລັດຖະມົນຕີ ຄັ້ງທີ 12 ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ-ຫວຽດນາມ ໃນວັນທີ 17-20 ທັນວາ 2025, ຊຶ່ງເປັນກົນໄກການຮ່ວມມືປົກກະຕິ ຂອງສອງກະຊວງ ທີ່ຜັດປ່ຽນກັນເປັນເຈົ້າພາບໃນທຸກໆປີ, ເພື່ອປຶກສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນຕໍ່ບັນຫາຕ່າງໆແນໃສ່ປະກອບສ່ວນເຂົ້າໃນການເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງ ລາວ ແລະ ຫວຽດນາມ, ກໍຄືລະຫວ່າງສອງກະຊວງການຕ່າງປະເທດ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.
ອົງການ WFP ຊ່ວຍສົ່ງເສີມວຽກງານໂພຊະນາການ ໃນ ສປປ ລາວ

ອົງການ WFP ຊ່ວຍສົ່ງເສີມວຽກງານໂພຊະນາການ ໃນ ສປປ ລາວ

ທ່ານ ນາງ ອິລດີໂກ ຮາໂມສ ຜູ້ຊ່ຽວຊານດ້ານການສື່ສານ ແລະ ການພົວພັນຂອງອົງການອາຫານໂລກ (WFP) ປະຈໍາ ສປປ ລາວ ໄດ້ໃຫ້ສາພາດຕໍ່ສື່ມວນຊົນໃນວັນທີ 18 ທັນວານີ້ວ່າ: ອົງການWFP ມີຍຸດທະສາດການວາງແຜນນໍາພາສື່ມວນຊົນລາວໄປເຄື່ອນໄຫວຢ້ຽມຢາມການຈັດຕັ້ງປະຕິບັດຂອງໂຄງການທີ່ໃຫ້ການສະໜັບສະໜັບຢູ່ຕ່າງແຂວງຂອງ ສປປ ລາວ ທຸກໆປີ, ເພື່ອໃຫ້ສື່ມວນຊົນໄດ້ນໍາເອົາຂໍ້ມູນໄປຈັດຕັ້ງຜັນຂະຫຍາຍໂຄສະນາໃຫ້ສັງຄົມໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງກວ້າງຂວາງກ່ຽວກັບຄວາມຄືບໜ້າການຈັດຕັ້ງປະຕິບັດໃນຕະຫຼອດໄລຍະຜ່ານມາ ແລະ ໃນຕໍ່ໜ້າ. ດັ່ງນັ້ນ, ອົງການອາຫານໂລກຈຶ່ງເຫັນໄດ້ວ່າສື່ມວນຊົນມີຄວາມສໍາຄັນຫຼາຍຢູ່ໃນວຽກງານຂອງອົງການອາຫານໂລກໃນ ສປປ ລາວ ເພື່ອເປັນຂົວຕໍ່ເຜີຍແຜ່ໂຄສະນາໃຫ້ປະຊາຊົນໄດ້ຮັບຮູ້-ເຂົ້າເຖິງຂໍ້ມູນ-ຂ່າວສານ ແລະ ເຫັນຄວາມສໍາຄັນໃນວຽກງານໂພຊະນາການ ແລະ ຄວາມໝັ້ນຄົງດ້ານອາຫານ. ພ້ອມນັ້ນ, ທັງໃຫ້ທົ່ວໂລກຮັບຮູ້ວ່າການລົງທຶນສະໜັບສະໜູນຊ່ວຍເຫຼືອຂອງອົງການອາຫານໂລກຢູ່ ສປປ ລາວ ເພື່ອໃຫ້ເຂົາເຈົ້າມີຄວາມໝັ້ນໃຈເຂົ້າມາຊ່ວຍເຫຼືອ ແລະ ລົງທຶນອີກຕໍ່ໄປ.
ອົດສະຕຣາລີ ສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມຢູ່ພາກໃຕ້ຂອງລາວ

ອົດສະຕຣາລີ ສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມຢູ່ພາກໃຕ້ຂອງລາວ

ແຕ່ວັນທີ14-19 ທັນວານີ້, ທ່ານນາງ ເມແກັນ ຈອນສ, ເອກອັກຄະລັດຖະທູດອົດສະຕຣາລີໄດ້ໄປຢ້ຽມຢາມບັນດາແຂວງພາກໃຕ້ເພື່ອຢືນຢັນຄຳໝັ້ນສັນຍາຂອງອົດສະຕຣາລີໃນການຮ່ວມມືກັບ ສປປ ລາວ ໃນຂະແໜງສຶກສາ, ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສຄັ້ງທີ 5, ແລະ ການຮ່ວມມືດ້ານການພັດທະນາເສດຖະກິດສັງຄົມກັບ ສປປ ລາວ.
ຜົ້ງສາລີ ເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ ຄັ້ງທີ IX ທີ່ ແຂວງດຽນບ່ຽນ

ຜົ້ງສາລີ ເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ ຄັ້ງທີ IX ທີ່ ແຂວງດຽນບ່ຽນ

ວັນທີ 18 ທັນວາຜ່ານມານີ້, ຄະນະນຳແຂວງຜົ້ງສາລີ ພ້ອມດ້ວຍຄະນະສິລະປະ ວັນນະຄະດີ, ຄະນະນັກກິລາ ໄດ້ເດີນທາງເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ 3 ແຈປະເທດຄື: ລາວ, ຈີນ ແລະ ຫວຽດນາມ ຄັ້ງທີ IX ທີ່ແຂວງດຽນບ່ຽນ ແຫ່ງ ສສ ຫວຽດນາມ ເປັນເຈົ້າພາບ. ແຂວງຜົ້ງສາລີນຳໂດຍທ່ານ ອູ່ຄຳ ຕຸລາພັນ ກຳມະການປະຈຳພັກແຂວງ ຮອງປະທານຄະນະກຳມະການປົກຄອງແຂວງ, ພ້ອມດ້ວຍຄະນະນຳ ແລະ ພາກສ່ວນທີ່ກ່ຽວຂ້ອງຮ່ວມຕິດຕາມ. ພິທີຕ້ອນຮັບໄດ້ຈັດຂຶ້ນທີ່ຣິສອດຮີມລານ ໂດຍຕາງໜ້າຄະນະນຳແຂວງ ດຽນບ່ຽນອອກຕ້ອນຮັບໂດຍທ່ານ ຫງວຽນ ຮວາງຮຽບ ຮອງຫົວໜ້າພະແນກວັດທະນະທຳ ແລະ ທ່ອງທ່ຽວ ແຂວງດຽນບ່ຽນ ພ້ອມດ້ວຍຄະນະ.
ສະຖານທູດອົດສະຕຣາລີ ພົບປະ ພະແນກ ອຄ ເຊກອງ

ສະຖານທູດອົດສະຕຣາລີ ພົບປະ ພະແນກ ອຄ ເຊກອງ

ໃນວັນທີ 18 ທັນວາ 2025 ທີ່ແຂວງເຊກອງ, ທ່ານ ໄມໂຄ ຣີຣ່າ ເລຂານຸການໂທ, ຮັບຜິດຊອບວຽກງານການຄ້າ ແລະ ການລົງທຶນ ສະຖານທູດອົດສະຕາລີ ປະຈຳ ສປປ ລາວ ພ້ອມຄະນະ ໄດ້ເຂົ້າພົບປະຢ້ຽມຢາມ ແລະ ເຮັດວຽກ ຮ່ວມກັບ ພະແນກອຸດສາຫະກໍາ ແລະ ການຄ້າ (ອຄ) ແຂວງເຊກອງ ໂດຍການຕ້ອນຮັບ ຂອງທ່ານ ນາງ ວິລະຄອນ ບັນທະເວີ ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງ ແລະ ມີຂະແໜງການກ່ຽວຂ້ອງ ເຂົ້າຮ່ວມ.
ການລົງເລິກຮ່ວມມືລະຫວ່າງເມືອງມິດຕະພາບ ຢຸນນານ-ລາວ, ຂຽນໜ້າປະຫວັດສາດໃໝ່ພາຍໃຕ້ຄູ່ຮ່ວມຊະຕາກຳ

ການລົງເລິກຮ່ວມມືລະຫວ່າງເມືອງມິດຕະພາບ ຢຸນນານ-ລາວ, ຂຽນໜ້າປະຫວັດສາດໃໝ່ພາຍໃຕ້ຄູ່ຮ່ວມຊະຕາກຳ

ການຮ່ວມມືເມືອງມິດຕະພາບໄດ້ຮັບຜົນສໍາເລັດຕົວຈິງຜູກຈິດດ້ວຍໃຈ, ສາຍພົວພັນແບບອ້າຍນ້ອງ ຢຸນນານ-ລາວ ອັນເລິກເຊິ່ງ. ນັບຕັ້ງແຕ່ສ້າງຕັ້ງສາຍພົວພັນທາງການທູດເປັນຕົ້ນມາ, ຢຸນນານໄດ້ເສີມຂະຫຍາຍບົດບາດພິເສດ ແລະ ສຳຄັນໃນການຮ່ວມມື ຈີນ-ລາວ ຢ່າງຫ້າວຫັນ, ຊຸກຍູ້ໃຫ້ການສ້າງຄູ່ຮ່ວມຊະຕາກຳ ຈີນ-ລາວ ຢັ່ງຮາກເລິກ ແລະ ແຕກດອກອອກຜົນ. ຜ່ານການພົວພັນເມືອງມິດຕະພາບສາກົນ, ສອງຝ່າຍໄດ້ເພີ່ມທະວີມິດຕະພາບລະຫວ່າງປະຊາຊົນ ແລະ ລົງເລິກການຮ່ວມມືບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດຢ່າງບໍ່ຢຸດຢັ້ງ, ຈົນຍາດໄດ້ຜົນສຳເລັດໃນຫຼາຍດ້ານເປັນຕົ້ນແມ່ນ ນະວັດຕະກຳດ້ານກົນໄກປັບປຸງປະຊາຄົມການບໍລິຫານແບບປະສານສົມທົບກັນໃຫ້ສົມບູນຂຶ້ນ.
ຫົວໜ້າ ຄຕພ ຕ້ອນຮັບເອກອັກຄະລັດຖະທູດຝຣັ່ງຄົນໃໝ່ ປະຈໍາ ສປປ ລາວ

ຫົວໜ້າ ຄຕພ ຕ້ອນຮັບເອກອັກຄະລັດຖະທູດຝຣັ່ງຄົນໃໝ່ ປະຈໍາ ສປປ ລາວ

ໃນວັນທີ 17 ທັນວານີ້, ທີ່ສໍານັກງານຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ), ທ່ານ ບຸນເຫຼືອ ພັນດານຸວົງ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານນາງ ເບ່ເນ່ດິກ ເດ່ຊັອງ(Bénédicte Deschamps), ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສາທາລະນະລັດ ຝຣັ່ງ ປະຈໍາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
ຄະນະຜູ້ແທນ ໂຄສະນາອົບຮົມ 3 ແຂວງພາກເໜືອ ພົບປະແລກປ່ຽນບົດຮຽນຢູ່ແຂວງດຽນບຽນ

ຄະນະຜູ້ແທນ ໂຄສະນາອົບຮົມ 3 ແຂວງພາກເໜືອ ພົບປະແລກປ່ຽນບົດຮຽນຢູ່ແຂວງດຽນບຽນ

ວັນທີ 16 ທັນວານີ້, ຄະນະຜູ້ແທນ ຄະນະໂຄສະນາອົບຮົມ 3 ແຂວງພາກເໜືອຄື: ຫຼວງພະບາງ ອຸດົມໄຊ ແລະ ແຂວງຜົ້ງສາລີ, ນຳໂດຍ ທ່ານ ສົມຈິດ ສິງລໍຄຳ ຮອງຫົວຄະນະໂຄສະນາອົບຮົມແຂວງຫຼວງພະບາງ ເພື່ອເຄື່ອນໄຫວພົບປະແລກປ່ຽນບົດຮຽນ ກັບ ຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນ ແຂວງດຽນບຽນ ສສ ຫວຽດນາມ, ໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ ດ້ວຍໄມຕີຈິດມິຕະພາບຈາກ ທ່ານ ລີລີ ຊ້າ ຮອງຫົວໜ້າຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນ ຄະນະບໍລິຫານງານພັກແຂວງດຽນບຽນ ພ້ອມດ້ວຍຄະນະ.
ເພີ່ມເຕີມ