ສາຍການບິນ Vietjet ລາຍງານຜົນການກວດສອບບັນຊີການເງິນ

ສາຍການບິນ Vietjet ລາຍງານຜົນການກວດສອບບັນຊີການເງິນ

ສາຍການບິນ Vietjet ລາຍງານຜົນການກວດສອບບັນຊີການເງິນ
ສາຍການບິນ Vietjet ໄດ້ເຜີຍແຜ່ບົດລາຍງານການກວດສອບບັນຊີການເງິນສໍາລັບເຄິ່ງປີທໍາອິດ ຂອງປີ 2025, ໂດຍລາຍງານການເຕີບໃຫຍ່ທີ່ໂດດເດັ່ນ ແລະ ເສີມສ້າງຄວາມເຂັ້ມແຂງໃນຖານະສາຍການບິນທີ່ກໍາລັງຂະຫຍາຍຕົວໃນລະດັບສາກົນ. ນອກຈາກນີ້, ສາຍການບິນດັ່ງກ່າວຍັງໄດ້ປະກາດເສັ້ນທາງບິນໃໝ່ ໂດຍມີຖ້ຽວບິນກົງເຊື່ອມຕໍ່ລະຫວ່າງນະຄອນໂຮ່ຈິມິນ ຊຶ່ງເປັນສູນກາງທາງດ້ານເສດຖະກິດຂອງຫວຽດນາມກັບນະຄອນຫຼວງມານີລາຂອງຟີລິບປິນ ຊຶ່ງມີກຳນົດເປີດໃຫ້ບໍລິການໃນເດືອນພະຈິກ. ສໍາລັບນັກທ່ອງທ່ຽວຊາວລາວ, ເສັ້ນທາງບິນໃໝ່ນີ້ຈະອຳນວຍຄວາມສະດວກໃນການເດີນທາງລະຫວ່າງ ສປປ ລາວ ແລະ ປະເທດຟີລິບປິນ ໄດ້ສະດວກຂຶ້ນ ຜ່ານການເຊື່ອມຕໍ່ຖ້ຽວບິນຂອງສາຍການບິນ Vietjet.

 

ສາຍການບນ Vietjet ລາຍງານຜນການກວດສອບບນຊການເງນ - image 1
 

ການເຕີບໃຫຍ່ທາງດ້ານການເງິນທີ່ເຂັ້ມແຂງໃນ 6 ເດືອນຕົ້ນປີ 2025, ລາຍຮັບການຂົນສົ່ງທາງອາກາດຂອງສາຍການບິນ Vietjet ບັນລຸ 35,601 ພັນຕື້ດົງ (ປະມານ 29.2 ພັນຕື້ກີບ), ໂດຍມີກໍາໄລກ່ອນຫັກພາສີເກືອບ 1.6 ພັນຕື້ດົງ (ປະມານ 1.31 ພັນຕື້ກີບ) ຊຶ່ງເພີ່ມຂຶ້ນ 37% ຈາກປີກ່ອນ. ສ່ວນລາຍຮັບລວມແມ່ນ 35,837 ພັນຕື້ດົງ (ປະມານ 29.4 ພັນຕື້ກີບ) ແລະ ກໍາໄລກ່ອນຫັກພາສີເກີນ 1,651 ພັນຕື້ດົງ (ປະມານ 1.35 ພັນຕື້ກີບ) ຊຶ່ງສະແດງເຖິງການເຕີບໃຫຍ່ທີ່ໜ້າເພິ່ງພໍໃຈ 65% ຈາກປີກ່ອນ.

ໃນໄລຍະດຽວກັນນີ້, ສາຍການບິນ Vietjet ໄດ້ດໍາເນີນການບິນ 79,000 ຖ້ຽວ ແລະ ໃຫ້ບໍລິການຜູ້ໂດຍສານ 14.4 ລ້ານຄົນ. ໄດ້ຈ່າຍພາສີ ແລະ ຄ່າທໍານຽມຕ່າງໆ ຫຼາຍກວ່າ 4,528 ພັນຕື້ດົງ (ປະມານ 3.71 ພັນຕື້ກີບ). ຕົວຊີ້ວັດທາງດ້ານການເງິນຂອງບໍລິສັດຍັງຄົງເຂັ້ມແຂງ, ມີສະພາບຄ່ອງດີ ແລະ ຊັບສິນລວມເກີນ 112 ພັນຕື້ດົງ (ປະມານ 91.85 ພັນຕື້ກີບ). ການລົງທຶນໃນເຮືອບິນ ແລະ ຖານະໃນລະດັບສາກົນໃນເຄິ່ງປີທໍາອິດ, ສາຍການບິນ Vietjet ໄດ້ສັ່ງຊື້ເຮືອບິນ A330neo ຈໍານວນ 20 ລໍາ ຈາກບໍລິສັດ Airbus, ເຮັດໃຫ້ຍອດການສັ່ງຊື້ເຮືອບິນ A330neo ທັງໝົດເພີ່ມຂຶ້ນເປັນ 40 ລໍາ ຊຶ່ງເປັນສາຍການບິນທີ່ມີການສັ່ງຊື້ເຮືອບິນ A330neo ຫຼາຍທີ່ສຸດໃນໂລກ.

ໃນງານ Paris Air Show 2025, ສາຍການບິນ Viejtet ໄດ້ສັ່ງຊື້ເຮືອບິນ A321neo ເພີ່ມອີກ 100 ລໍາ, ພ້ອມທາງເລືອກໃນການສັ່ງຊື້ເພີ່ມອີກ 50 ລໍາ ຊຶ່ງເປັນຂໍ້ຕົກລົງທີ່ໃຫຍ່ທີ່ສຸດໃນອຸດສາຫະກໍານີ້ເຮັດໃຫ້ສາຍການບິນ Vietjet ຕິດອັນດັບ 1 ໃນ 10 ສາຍການບິນຊັ້ນນໍາຂອງໂລກໃນດ້ານການສັ່ງຊື້ເຮືອບິນ. ນອກຈາກນັ້ນ, ສາຍການບິນ Vietjet ແລະ ບໍລິສັດ Rolls-Royce ຍັງໄດ້ເຊັນສັນຍາສັ່ງຊື້ເຄື່ອງຈັກ Trent 7000 ຈໍານວນ 40 ເຄື່ອງເພື່ອໃຊ້ກັບເຮືອບິນ Airbus A330neo ຂະໜາດໃຫຍ່ 20 ລໍາ, ເຮັດໃຫ້ຍອດການສັ່ງຊື້ເຄື່ອງຈັກ Trent 7000 ທັງໝົດຂອງສາຍການບິນເພີ່ມຂຶ້ນເປັນ 80 ເຄື່ອງ.

ການເລີ່ມຕົ້ນໂຄງການລອງແທງສາຍການບິນ Vietjet ໄດ້ເລີ່ມການກໍ່ສ້າງສູນເຕັກນິກບໍາລຸງຮັກສາເຮືອບິນ ຢູ່ສະໜາມບິນສາກົນລອງແທງທີ່ກຳລັງກໍ່ສ້າງ, ໂດຍມີໂຮງຈອດເຄື່ອງບິນເບີ 3 ແລະ 4 ຊຶ່ງສາມາດໃຫ້ບໍລິການເຮືອບິນໄດ້ພ້ອມກັນ 10 ລໍາຕາມມາດຕະຖານສາກົນ.ໃນຂະນະດຽວກັນ, ສາຍການບິນ Vietjet ໄດ້ນໍາໃຊ້ລະບົບບໍລິການພາກພື້ນດິນແບບບໍລິການຕົນເອງຢູ່ສະໜາມບິນໃຫຍ່ຕ່າງໆໃນຫວຽດນາມ ເພື່ອຍົກລະດັບຄຸນນະພາບການບໍລິການ, ເພີ່ມປະສິດທິພາບການດໍາເນີນງານ ແລະ ສົ່ງມອບປະສົບການທີ່ດີເລີດໃຫ້ແກ່ຜູ້ໂດຍສານ.

ກ່ອນໜ້ານີ້ໃນປີນີ້, ສາຍການບິນ Vietjet ໄດ້ຮັບການຍອມຮັບອີກຄັ້ງຈາກ AirlineRatings ໃຫ້ເປັນ “ສາຍການບິນຕົ້ນທຶນຕ່ຳທີ່ດີທີ່ສຸດໃນໂລກ”. ວາລະສານ Forbes ຫວຽດນາມ ຍັງໄດ້ຈັດອັນດັບໃຫ້ສາຍການບິນ Vietjet ເປັນ 1 ໃນ 5 ບໍລິສັດທີ່ມີລາຍຮັບສູງສຸດປະຈໍາປີ 2024 ແລະ 1 ໃນ 50 ບໍລິສັດທີ່ມີການລົງທຶນທີ່ດີທີ່ສຸດໃນປະເທດສໍາລັບປີ 2025.

ຖ້ຽວບິນທໍາອິດໄປປະເທດ ຟີລິບປິນດ້ວຍພື້ນຖານທາງດ້ານການເງິນທີ່ເຂັ້ມແຂງ, ການລົງທຶນໃນເຮືອບິນ ແລະ ການເປີດເສັ້ນທາງບິນໃໝ່ລວມທັງເສັ້ນທາງນະຄອນໂຮຈິມິນ-ມານີລາ, ສາຍການບິນ Vietjet ກຽມທີ່ຈະເລັ່ງການຂະຫຍາຍຕົວໃນພາກພື້ນ ແລະ ລະດັບໂລກຕື່ມອີກ, ເສີມສ້າງບົດບາດຂອງຫວຽດນາມໃນຖານະສູນກາງການບິນທີ່ກໍາລັງຂະຫຍາຍຕົວ.

ການບໍລິການຖ້ຽວບິນໃໝ່ນີ້ຈະເລີ່ມໃນວັນທີ 22 ພະຈິກ 2025, ໂດຍມີຖ້ຽວບິນໄປ-ກັບ 5 ຖ້ຽວຕໍ່ອາທິດຊຶ່ງເປັນການເຊື່ອມຕໍ່ໂດຍກົງຄັ້ງທໍາອິດຂອງສາຍການບິນ Vietjetລະຫວ່າງຫວຽດນາມ ແລະ ຟີລິບປິນ. ດ້ວຍເສັ້ນທາງທີ່ມີຢູ່ແລ້ວທີ່ເຊື່ອມຕໍ່ນະຄອນຫຼວງວຽງຈັນໄປນະຄອນໂຮຈີມິນ, ນັກທ່ອງທ່ຽວຊາວລາວສາມາດເດີນທາງຕໍ່ໄປຍັງນະຄອນຫຼວງຂອງຟີລິບປິນຜ່ານເມືອງທີ່ໃຫຍ່ທີ່ສຸດຂອງຫວຽດນາມໄດ້ຢ່າງສະດວກ.

ປີ້ມີໃຫ້ບໍລິການແລ້ວ, ໂດຍມີໂປຣໂມຊັນພິເສດລາຄາເລີ່ມຕົ້ນພຽງ USD0 (ບໍ່ລວມພາສີ ແລະ ຄ່າທໍານຽມ) ຈັດຂຶ້ນທຸກວັນໃນລະຫວ່າງເວລາ 12:00 ໂມງທ່ຽງຫາ 14:00 ໂມງແລງ (GMT+7) ຜ່ານເວັບໄຊທາງການ, ຕັ້ງແຕ່ວັນທີ 22 ພະຈິກ 2025 ເຖິງວັນທີ 29 ມີນາ 2026 (ເງື່ອນໄຂ ແລະ ຂໍ້ກໍານົດແມ່ນຂຶ້ນກັບການປ່ຽນແປງ).

ຂ່າວ: ຕຸໄລເພັດ

ຄໍາເຫັນ

ຂ່າວການຮ່ວມມື

ຄະນະສິລະປະກອນ ກອງບັນຊາການທະຫານເຂດ 5 ຫວຽດນາມ ສະແດງສິລະປະ ຢູ່ແຂວງອັດຕະປື

ຄະນະສິລະປະກອນ ກອງບັນຊາການທະຫານເຂດ 5 ຫວຽດນາມ ສະແດງສິລະປະ ຢູ່ແຂວງອັດຕະປື

ວັນທີ 9 ພະຈິກຜ່ານມາ, ທີ່ຫໍປະຊຸມໃຫຍ່ແຂວງອັດຕະປື, ຄະນະສິລະປະກອນ ຈາກກອງບັນຊາການທະຫານເຂດ 5 ກອງທັບປະຊາຊົນຫວຽດນາມ ນຳໂດຍ ສະຫາຍ ພັນໂທ ດິ່ງ ວັນ ເດ່ ຫົວໜ້າຄະນະສິລະປະກອນ ໄດ້ນຳພາຄະນະ ເຄື່ອນໄຫວສະແດງສິລະປະ ຢູ່ແຂວງອັດຕະປື ເພື່ອສະຫຼອງວັນຊາດແຫ່ງ ສປປ ລາວ ຄົບຮອບ 51 ປີ ຄື: ວັນທີ 2 ທັນວາ 1975-2 ທັນວາ 2026 ແລະ ໃນໂອກາດຄົບຮອບ 65 ປີ ວັນສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມ ຄື: ວັນທີ 5 ກັນຍາ 1962-5 ກັນຍາ 2027 ແລະ ຄົບຮອບ 50 ປີ ວັນລົງນາມສົນທິສັນຍາມິດຕະພາບ ແລະ ການຮ່ວມມືລາວ-ຫວຽດນາມ ວັນທີ 18 ກໍລະກົດ 1977-18 ກໍລະກົດ 2027 ທີ່ຈະມາເຖິງ.
ງານບຸນມະໂຫລານຊາວໜຸ່ມຫວຽດນາມ-ກໍາປູເຈຍ-ລາວ ປີ 2026 ທີ່ຫວຽດນາມ

ງານບຸນມະໂຫລານຊາວໜຸ່ມຫວຽດນາມ-ກໍາປູເຈຍ-ລາວ ປີ 2026 ທີ່ຫວຽດນາມ

ງານບຸນມະໂຫລານຊາວໜຸ່ມຫວຽດນາມ-ກຳາປູເຈຍ-ລາວ ປີ 2026 ຈັດຂຶ້ນໃນລະຫວ່າງວັນທີ 8-11 ພະຈິກ ນີ້ ທີ່ຫ້ອງປະຊຸມ ແລະ ວາງສະແດງແຂວງກວາງຫງາຍ ສສ ຫວຽດນາມ ເປັນກຽດເຂົ້າຮ່ວມໂດຍທ່ານ ອູ່ຮວັນ ກຳມະການສຳຮອງສູນກາງພັກ ຮອງເລຂາຜູ້ປະຈຳການພັກແຂວງ ປະທານຄະນະກຳມະການແນວໂຮມຊາວຫວຽດນາມ ແຂວງກວາງຫງາຍ ພ້ອມດ້ວຍແຂກຖືກເຊີນ ແລະ ຄະນະຜູ້ແທນຊາວໜຸ່ມທັງ 3 ປະເທດເຂົ້າຮ່ວມ. ຄະນະຜູ້ແທນຊາວໜຸ່ມລາວນຳພາໂດຍ ທ່ານ ນາງ ສີສົມພອນ ຕິປັນຍາ ຮອງຫົວໜ້າກົມພັດທະນາວິຊາຊີບຊາວໜຸ່ມລາວ ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ສຊປລ).
ເປີດອົບຮົມ-ຫັດແອບວຽກງານສືບຂ່າວ-ຕີພິເສດແລະສ້ອມແປງອາວຸດປະຈໍາປີ 2026

ເປີດອົບຮົມ-ຫັດແອບວຽກງານສືບຂ່າວ-ຕີພິເສດແລະສ້ອມແປງອາວຸດປະຈໍາປີ 2026

ວັນທີ 10 ພະຈິກຜ່ານມາ, ກອງບັນຊາການທະຫານແຂວງແທັງຮວາສສຫວຽດນາມສົມທົບກອງບັນຊາການທະຫານແຂວງຫົວພັນໄດ້ເປີດຊຸດອົບຮົມ-ຫັດແອບວຽກງານສືບຂ່າວ-ຕີພິເສດແລະສ້ອມແປງອາວຸດປະຈໍາປີ 2026 ຢູ່ກອງບັນຊາການທະຫານແຂວງຫົວພັນ, ໂດຍມີສະຫາຍພົນຈັດຕະວາຄໍາເມືອງໂຄດວົງຄູນຫົວໜ້າການທະຫານກອງບັນຊາການທະຫານແຂວງຫົວພັນພ້ອມດ້ວຍຄະນະ, ສະຫາຍພັນເອກເຈີນຮີ້ວຕຸ່ງຮອງຫົວໜ້າການທະຫານກອງບັນຊາການທະຫານແຂວງແທັງຮວາສສຫວຽດນາມພ້ອມດ້ວຍຄະນະ, ມີບັນດາຄູ-ອາຈານແລະນັກຝຶກອົບຮົມເຂົ້າຮ່ວມ.
ພິທີຮັບຮອງແຜນປະຕິບັດງານແຫ່ງຊາດ ການຈັດຕັ້ງປະຕິບັດ ຂໍ້ຕົກລົງສາກົນ ການເຄື່ອນຍ້າຍຖິ່ນຖານທີ່ປອດໄພ

ພິທີຮັບຮອງແຜນປະຕິບັດງານແຫ່ງຊາດ ການຈັດຕັ້ງປະຕິບັດ ຂໍ້ຕົກລົງສາກົນ ການເຄື່ອນຍ້າຍຖິ່ນຖານທີ່ປອດໄພ

ໃນວັນທີ 10 ພະຈິກ ນີ້ ທີ່ ໂຮງແຮມລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ຈັດຕັ້ງພິທີຮັບຮອງຢ່າງເປັນທາງການ ແຜນປະຕິບັດງານແຫ່ງຊາດ ການຈັດຕັ້ງປະຕິບັດ ຂໍ້ຕົກລົງສາກົນ ວ່າດ້ວຍ ການເຄື່ອນຍ້າຍຖິ່ນຖານທີ່ປອດໄພ, ເປັນລະບຽບ ແລະ ປົກກະຕິ ສຳລັບ ສປປ ລາວ, ໂດຍການເປັນປະທານຮ່ວມຂອງ ທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ ນາງ ທັນຍາ ປາຊີຟີໂກ (Ms. Tanja Pacifico) ຫົວໜ້າອົງການສາກົນເພື່ອການເຄື່ອນຍ້າຍຖິ່ນຖານ (IOM) ປະຈໍາ ສປປ ລາວ ແລະ ຣາຊະອານາຈັກໄທ ຊຶ່ງມີຜູ້ຕາງໜ້າຈາກບັນດາກະຊວງ, ຂະແໜງ ການພາກລັດ, ອົງການເຄືອຂ່າຍ ສປຊ, ອົງການຈັດຕັ້ງສາກົນ ແລະ ແຂກທີ່ກ່ຽວຂ້ອງເຂົ້າຮ່ວມ 70 ກວ່າທ່ານ.
ທ່ານ ລິນຄໍາ ດວງສະຫວັນ ຕ້ອນຮັບເອກອັກຄະຣາຊະທູດ ຍີ່ປຸ່ນ ປະຈໍາລາວ

ທ່ານ ລິນຄໍາ ດວງສະຫວັນ ຕ້ອນຮັບເອກອັກຄະຣາຊະທູດ ຍີ່ປຸ່ນ ປະຈໍາລາວ

ໃນວັນທີ 10 ພະຈິກນີ້ ທີ່ຫ້ອງຮັບແຂກ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ, ທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ (ກສ) ໄດ້ໃຫ້ກຽດຕ້ອນຮັບ ການເຂົ້າຢ້ຽມອໍາລາ ຂອງ ທ່ານ ໂຄອິຊຶມິ ຊຶໂຕະມຸ (Mr. KOIZUMI Tsutomu) ເອກອັກຄະຣາຊະທູດ ແຫ່ງ ຍີ່ປຸ່ນ ປະຈໍາ ສປປ ລາວ, ໃນໂອກາດສໍາເລັດພາລະກິດການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ.
ທ່ານ ໄມທອງ ທຳມະວົງສາຕ້ອນຮັບຜູ້ອຳນວຍການຫ້ອງການADBເຂົ້າຍື່ນສານແຕ່ງຕັ້ງ

ທ່ານ ໄມທອງ ທຳມະວົງສາຕ້ອນຮັບຜູ້ອຳນວຍການຫ້ອງການADBເຂົ້າຍື່ນສານແຕ່ງຕັ້ງ

ໃນວັນທີ 9ພະຈິກຜ່ານມາ, ທີ່ ກະຊວງການຕ່າງປະເທດ, ທ່ານ ໄມທອງ ທຳມະວົງສາ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຍື່ນສານແຕ່ງຕັ້ງ ຂອງ ທ່ານນາງ ຫວງ ຈີງໝິນ(Jingmin Huang) ຜູ້ອຳນວຍການຫ້ອງການທະນາຄານພັດທະນາອາຊີ (ADB)ປະຈຳ ສປປ ລາວ ຄົນໃໝ່.
ປະທານ ສນຊ ຕ້ອນຮັບເອກອັກຄະຣາຊະທູດຍີ່ປຸ່ນ ປະຈຳລາວເຂົ້າຢ້ຽມອຳລາ

ປະທານ ສນຊ ຕ້ອນຮັບເອກອັກຄະຣາຊະທູດຍີ່ປຸ່ນ ປະຈຳລາວເຂົ້າຢ້ຽມອຳລາ

ວັນທີ 10 ພະຈິກນີ້, ທ່ານ ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກປະທານສູນກາງແນວລາວສ້າງຊາດ (ສນຊ) ພ້ອມດ້ວຍຄະນະ ໄດ້ໃຫ້ການຕ້ອນຮັບ ທ່ານ ໂຄອິຊຶມິ ຊຶໂຕມຸ ເອກອັກຄະຣາຊະທູດວິສາມັນຜູ້ມີອຳນາດເຕັມແຫ່ງປະເທດຍີ່ປຸ່ນ ປະຈຳ ສປປ ລາວ ພ້ອມດ້ວຍຄະນະ ໃນໂອກາດເຂົ້າຢ້ຽມຂໍ່ານັບອຳລາ ໃນວາລະສິ້ນສຸດການປະຕິບັດໜ້າທີ່ທາງການທູດຢູ່ ສປປ ລາວ.
ກິດຈະກຳ ແລ່ນຂ້າມຂອງ ນະຄອນພະນົມ-ຄຳມ່ວນ 2026 ເຊື່ອມສາຍສຳພັນມິດຕະພາບສອງຝັ່ງຂອງ

ກິດຈະກຳ ແລ່ນຂ້າມຂອງ ນະຄອນພະນົມ-ຄຳມ່ວນ 2026 ເຊື່ອມສາຍສຳພັນມິດຕະພາບສອງຝັ່ງຂອງ

ວັນທີ 8 ພະຈິກຜ່ານມາ, ແຂວງນະຄອນພະນົມ ປະເທດໄທ ໄດ້ຈັດກິດຈະກໍາ ແລ່ນຂ້າມຂອງ ນະຄອນພະນົມ-ຄຳມ່ວນ 2026 ພາຍໃຕ້ແນວຄິດ “ໜຶ່ງສາຍນໍ້າ ສອງແຜ່ນດິນ” ຫຼື ONE RIVER, TWO NATIONS” ເພື່ອສົ່ງເສີມການທ່ອງທ່ຽວດ້ານກິລາ, ສົ່ງເສີມສຸຂະພາບ ແລະ ກະຊັບສາຍສຳພັນອັນດີລະຫວ່າງປະຊາຊົນສອງຝັ່ງແມ່ນ້ຳຂອງ. ເຂົ້າຮ່ວມເປັນປະທານໃນພິທີເປີດງານມີ ທ່ານ ວາທີ່ພັນຕີ ອະດິສັກ ນ້ອຍສຸວັນ ຜູ້ວ່າຣາຊະການຈັງຫວັດນະຄອນພະນົມ, ທ່ານ ເດດສັກດາ ມະນີຄຳ ຮອງປະທານຄະນະກຳມະການປົກຄອງແຂວງຄຳມ່ວນ ພ້ອມດ້ວຍບັນດາການນໍາຈາກພາກລັດ, ພາກເອກະຊົນ ແລະ ນັກແລ່ນທັງສອງແຂວງ ເຂົ້າຮ່ວມຢ່າງຄຶກຄື້ນ.
ລັດຖະບານຍີ່ປຸ່ນ ມອບອຸປະກອນ ແລະ ລົດກົນຈັກສ້ອມແປງຂົວ-ທາງໃຫ້ກະຊວງ ຍທຂ

ລັດຖະບານຍີ່ປຸ່ນ ມອບອຸປະກອນ ແລະ ລົດກົນຈັກສ້ອມແປງຂົວ-ທາງໃຫ້ກະຊວງ ຍທຂ

ພິທີມອບ-ຮັບ ອຸປະກອນ ແລະ ລົດກົນຈັກສ້ອມແປງຂົວ-ທາງຈາກລັດຖະບານຍີ່ປຸ່ນ ພາຍໃຕ້ໂຄງການພັດທະນາເສຖະກິດ-ສັງຄົມ ຈັດຂຶ້ນໃນວັນທີ 9 ພະຈິກນີ້, ທີ່ສຳນັກງານລັດວິສາຫະກິດກໍ່ສ້າງທາງເລກ 8 ນະຄອນຫຼວງວຽງຈັນ, ໂດຍມີທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ), ທ່ານ ໂຄອິຊຶມິ ຊຶໂຕະມຸ ເອກອັກຄະຣາຊະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງປະເທດຍີ່ປຸ່ນ ປະຈຳສປປລາວ, ທ່ານ ສົມມາດ ພົນເສນາ ອະດີດຮອງປະທານສະພາແຫ່ງຊາດ, ອະດີດລັດຖະມົນຕີກະຊວງ ຍທຂ ພ້ອມດ້ວຍແຂກຖຶກເຊີນ ເຂົ້າຮ່ວມ.
ລາວ-ຈີນ ຫາລືແຜນການຮ່ວມມືຍຸດທະສາດດ້ານການສຶກສາ

ລາວ-ຈີນ ຫາລືແຜນການຮ່ວມມືຍຸດທະສາດດ້ານການສຶກສາ

ເມື່ອບໍ່ດົນມານີ້ ທີ່ສຳນັກງານກະຊວງສຶກສາທິການ ແລະ ກິລາ (ສສກ), ທ່ານ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງ ສສກ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງທ່ານ ນາງ ເຫວີຍສືເຈີນ ຜູ້ອໍານວຍການໃຫຍ່ ມະຫາວິທະຍາໄລຊົນເຜົ່າກວາງຊີ ສປ ຈີນ ເພື່ອເຂົ້າຢ້ຽມ ຢາມ ແລະ ປຶກສາຫາລືກ່ຽວກັບແຜນການຮ່ວມມືຍຸດທະສາດ ລະຫວ່າງສອງປະເທດ ລາວ-ຈີນ ໂດຍມີຫົວໜ້າກົມ-ຮອງກົມ, ຫົວໜ້າສະຖາບັນຂົງຈື ມະຫາວິທະຍາໄລແຫ່ງຊາດ (ມຊ) ຝ່າຍລາວ ແລະ ຝ່າຍຈີນ ພ້ອມດ້ວຍຄະນະທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.
ເພີ່ມເຕີມ