ແຫຼ່ງທ່ອງທ່ຽວນໍ້າຕົກຕາດເຍືອງ ໜຶ່ງໃນຈຸດໝາຍປາຍທາງຂອງນັກທ່ອງທ່ຽວ

ແຫຼ່ງທ່ອງທ່ຽວນໍ້າຕົກຕາດເຍືອງ ໜຶ່ງໃນຈຸດໝາຍປາຍທາງຂອງນັກທ່ອງທ່ຽວ

ແຫຼ່ງທ່ອງທ່ຽວນໍ້າຕົກຕາດເຍືອງ ໜຶ່ງໃນຈຸດໝາຍປາຍທາງຂອງນັກທ່ອງທ່ຽວ
ແຫຼ່ງທ່ອງທ່ຽວນໍ້າຕົກຕາດເຍືອງບ້ານຫຼັກ 40 ເມືອງປາກຊ່ອງ ແຂວງຈໍາປາສັກ ເປັນສະຖານທີ່ທ່ອງທ່ຽວທີ່ມີຄວາມໂດດເດັ່ນແຫ່ງໜຶ່ງຂອງ ສປປ ລາວ ທີ່ມີເອກະລັກສະເພາະ ເປັນໜຶ່ງໃນຈຸດໝາຍປາຍທາງຂອງນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດອະນຸພາກພື້ນ ແລະ ສາກົນ.

 

ທ່ານ ນາງ ສອນທິດາ ອຸນາພົມ ປະທານບໍລິສັດພັດທະນາແຫຼ່ງທ່ອງທ່ຽວນໍ້າຕົກຕາດເຍືອງ ບ້ານຫຼັກ 40 ເມືອງປາກຊ່ອງ ແຂວງຈໍາປາສັກ ຈຳກັດຜູ້ດຽວ ໄດ້ປະກອບຄໍາເຫັນຕໍ່ກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ IX ໃນວັນທີ 9 ກັນຍາຜ່ານມາ ໂດຍຍົກໃຫ້ເຫັນວຽກງານຊຸກຍູ້ສົ່ງເສີມ, ການສ້າງຄວາມເຂັ້ມແຂງທາງດ້ານເສດຖະກິດ ຕິດພັນກັບການທ່ອງທ່ຽວທາງດ້ານວັດທະນະທຳ ແລະ ທຳມະຊາດ ຕິດພັນກັບການພັດທະນາຮູບແບບປະຊາຊົນມີສ່ວນຮ່ວມ ສີຂຽວ ແລະ ຍືນຍົງ ໂດຍປະຕິບັດຕາມແນວທາງນະໂຍບາຍຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໂດຍສະເພາະນະໂຍບາຍເປີດກວ້າງປີທ່ອງທ່ຽວລາວ 2024 ທີ່ ສປປ ລາວ ໄດ້ເປັນເຈົ້າພາບທ່ອງທ່ຽວອາຊຽນ ກໍຄືແຜນຍຸດທະສາດການພັດທະນາວຽກງານການ ທ່ອງທ່ຽວຕິດພັນກັບກະສິກຳສະອາດ, ປະຊາຊົນມີສ່ວນຮ່ວມສີຂຽວ ແລະ ຍືນຍົງຂອງກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ ວທ), ແຂວງໄດ້ປະກອບສ່ວນສຳຄັນເຂົ້າໃນການຈັດຕັ້ງປະຕິບັດຍົກລະດັບຄຸນນະພາບດ້ານການບໍລິການ, ຍົກສູງກຳລັງແຮງຢ່າງຕັ້ງໜ້າດ້ານບຸກຄະລາກອນທີ່ຕິດພັນກັບປະຊາຊົນ; ໃນທຸກກິດຈະກຳພັດທະນາຕະຫຼາດກັບທີ່ ໂດຍປະຕິບັດຕາມທິດ 3 ອ ຄື: “ ສ້າງໂອກາດ, ມີໂອກາດ ແລະ ໃຫ້ໂອກາດ” ໃຫ້ປະຊາຊົນພາຍໃນບ້ານ, ເມືອງ ກໍຄືແຂວງຈຳປາສັກ ແລະ ແຂວງໃກ້ຄຽງ ມີສ່ວນຮ່ວມໃນການຊື້-ຂາຍ, ແລກປ່ຽນສິນຄ້າກະສິກຳ, ຫັດຖະກຳ, ແກະສະຫຼັກ, ຈັກ ສານ, ການປູກຝັງ-ລ້ຽງສັດເພື່ອສ້າງລາຍຮັບໃຫ້ຄອບຄົວແກ້ໄຂຄວາມທຸກຍາກ ເຮັດໃຫ້ປະຊາຊົນມີຄວາມເຂັ້ມແຂງ ແລະ ຍືນຍົງ ໂດຍໄດ້ເອົາໃຈໃສ່ໃນການເຕົ້າໂຮມຄວາມສາມັກຄີ ປຸກລະດົມຂົນຂວາຍປະຊາຊົນໃນເຂດພັດທະນາ, ຊຸກຍູ້ໃຫ້ເຂົາເຈົ້າມີສ່ວນຮ່ວມພັດທະນາຢ່າງຕໍ່ເນື່ອງ; ເປັນເຈົ້າການຮ່ວມກັນສ້າງວຽກເຮັດງານທຳ, ຊຸກຍູ້ນໍາພາ-ຊີ້ນຳເຂົາເຈົ້າ, ເສີມຂະຫຍາຍຫົວຄິດປະດິດສ້າງອັນໃໝ່ໆ ຈາກນ້ອຍໄປຫາໃຫຍ່ຕາມກຳລັງແຮງຂອງແຕ່ລະຄອບຄົວໄປພ້ອມກັບການບໍລິການ ແລະ ພັດທະນາແຫຼ່ງທ່ອງທ່ຽວຕາມວິຖີຂອງປະຊາຊົນ ແລະ ຊຸມຊົນໃນຂົງເຂດກະສິກຳສະອາດ, ສີຂຽວ ແລະ ຍືນຍົງ. ນັບແຕ່ປີ 2012 ບໍລິສັດໄດ້ເຂົ້າໄປລົງທຶນ ພັດທະນາເລີ່ມມີການປັບປຸງສະຖານທີ່, ຍົກລະດັບຄຸນນະພາບພື້ນຖານໂຄງລ່າງຕ່າງໆເຊັ່ນ: ເສັ້ນທາງ, ໄຟຟ້າ ແລະ ຍົກລະດັບອາຫານ, ການປຸງແຕ່ງຕາມລະດູການມີເອກະລັກທ້ອງຖິ່ນ, ພື້ນບ້ານ, ພື້ນເມືອງທີ່ໂດດເດັ່ນເພື່ອຕ້ອນຮັບນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດໃຫ້ເຂົາເຈົ້າໄດ້ສຳຜັດກັບກິ່ນອາຍວັດທະນະທຳການກິນອາຫານ ແລະ ສຳຜັດກັບທຳມະຊາດ, ປ່າໄມ້ສີຂຽວ, ນ້ຳຕົກຕາດທີ່ສວຍສົດງົດງາມ, ບັນຍາກາດທີ່ສົດຊື່ນ ແລະ ມີກິດຈະກຳຫຼາກຫຼາຍສ້າງຄວາມສົນໃຈໃຫ້ຜູ້ມາທ່ຽວຊົມໄດ້ຮຽນຮູ້ທາງດ້ານວັດທະນະທໍາລາວທີ່ມີເອກະ ລັກສະເພາະ ເຮັດໃຫ້ສະຖານທີ່ກາຍເປັນຈຸດໝາຍປາຍທາງຂອງນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດອະນຸພາກພື້ນສາກົນ ເປັນສະຖານທີ່ທ່ອງທ່ຽວອັນໂດດເດັ່ນແຫ່ງໜຶ່ງຂອງສປປ ລາວ, ພ້ອມນັ້ນ. ບໍລິສັດຍັງໄດ້ສົ່ງເສີມໃຫ້ປະຊາຊົນລ້ຽງໄກ່ລາດພື້ນເມືອງ, ຄັດເລືອກແມ່ພັນໄກ່ ແລະ ຜະລິດຫົວອາຫານໄກ່ທີ່ເມືອງຄົງເຊໂດນ, ແປຮູບປີ້ງໄກ່ເປັນລະບົບຢູ່ເມືອງລະຄອນເພັງ, ເມືອງຕຸ້ມລານ, ເມືອງເລົ່າງາມ ແຂວງສາລະວັນ ສ້າງມູນຄ່າເພີ່ມ ແລະ ຄຸນນະພາບໃໝ່ ເຮັດໃຫ້ປະຊາຊົນຫຼາຍບ້ານທີ່ໄດ້ເຂົ້າຮ່ວມໄດ້ຮັບການພັດທະນາເປັນຢ່າງດີ ແລະ ຍັງໄດ້ຂະຫຍາຍຕື່ມໄປເມືອງວາປີ ເພື່ອສົ່ງເສີມການຟື້ນຟູການລ້ຽງໄກ່ລາດພື້ນເມືອງເປັນລະບົບ; ເມືອງຄົງເຊໂດນດຳເນີນການສ້າງຕັ້ງກຸ່ມລ້ຽງໄກ່ລາດພື້ນເມືອງສະໝອງໃຫ້ບ້ານນາປົ່ງ ເມືອງຄົງເຊໂດນ. ປັດຈຸບັນ, ການລ້ຽງໄກ່ແບບເປັນຟາມ, ການຄ້າຂາຍມີບັນຍາກາດຟົດຟື້ນ ແລະ ມີຕະຫຼາດກວ້າງຂວາງ ສາມາດຂາຍໄດ້ປະມານ 2-3 ພັນໂຕຕໍ່ມື້. ນອກຈາກນັ້ນ, ຍັງໄດ້ຈັດຕັ້ງກອງທຶນໃຫ້ກັບກຸ່ມບ້ານນາປົ່ງ, ສົ່ງເສີມໃຫ້ສະມາຊິກ ສ້າງຄວາມເຂັ້ມແຂງດ້ານເຕັກນິກວິຊາການ, ທັດສະນະສຶກສາ, ຝຶກອົບຮົມການປຸງແຕ່ງອາຫານທີ່ເປັນເອກະ ລັກທ້ອງຖິ່ນ ໂດຍການຊຸກຍູ້ສົ່ງເສີມການມີສ່ວນຮ່ວມຂອງສູນກາງສະຫະພັນແມ່ຍິງລາວ. ໃນນັ້ນ, ບໍລິສັດຍັງສະໝອງຕູ້ຟັກໄຂ່ໃຫ້ 5 ເມືອງ ພ້ອມອຸປະກອນຈຳນວນໜຶ່ງ, ເຄື່ອງຫຸ້ມຫໍ່ທີ່ທັນສະໄໝ-ມີມາດຕະຖານ, ອຸ ປະກອນເຄື່ອງຈັກປຸງແຕ່ງອາຫານຂະໜາດນ້ອຍ ພາຍໃຕ້ໂຄງການຮ່ວມມືລະຫວ່າງບໍລິສັດ ແລະ ຄູ່ຮ່ວມພັດທະນາບ້ານໃກ້ເຮືອນຄຽງ.

ທ່ານ ນາງ ສອນທິດາ ອຸນາພົມ ໃຫ້ຮູ້ວ່າ: ໃນປີ 2019 ແຫຼ່ງທ່ອງທ່ຽວໄດ້ຖືກອຸທົກກະໄພ ໄພພິບັດທຳມະຊາດ "ພາຍຸໂພດຸນ" ແລະ ການລະບາດຂອງພະຍາດຈຶ່ງເຮັດໃຫ້ປິດບໍລິການຮອບດ້ານ ເຮັດໃຫ້ພວກເຮົາໄດ້ຮັບຜົນກະທົບຢ່າງໜັກໜ່ວງ, ມາຮອດຕົ້ນປີ 2023. ໃນທ່າມກາງວິກິດການດັ່ງກ່າວ, ຄອບຄົວໄດ້ມີແນວຄວາມຄິດລິເລີ່ມເຕົ້າໂຮມສ້າງຂະບວນການຜະລິດສະບຽງອາຫານກັບທີ່ ເພື່ອມາສະໜອງໃຫ້ພຽງພໍກັບການກິນຢູ່ປະຈຳວັນຂອງພະນັກງານ ກໍຄືຄອບຄົວປະຊາຊົນເກືອບ 70 ຄົນ, ສ້າງເປັນກຳລັງການຜະລິດ ແລະ ກ້າວໄປເຖິງການສ້າງຕັ້ງກຸ່ມປູກພືດຜັກປອດສານພິດບ້ານຫຼັກ 40 ເມືອງປາກຊ່ອງ. ມາຮອດປັດຈຸບັນມີ 60 ກວ່າຄອບຄົວ, ບໍລິສັດໄດ້ເປັນຜູ້ຄໍ້າປະກັນລາຄາ ແລະ ເປັນຕະຫຼາດກັບທີ່ໃຫ້ຊຸມຊົນໃກ້ຄຽງມາຈໍາໜ່າຍຜະລິດ ຕະພັນ, ສະໝອງໃຫ້ຮ້ານອາຫານປຸງແຕ່ງເປັນອາຫານລາວທີ່ມີເອກະລັກໃຫ້ນັກທ່ອງທ່ຽວ. ຈາກຜົນສໍາເລັດດັ່ງກ່າວ, ພວກເຮົາໄດ້ຮັບຄວາມເຊື່ອໝັ້ນໄວ້ວາງໃຈຈາກຂັ້ນເທິງ, ໄດ້ຮັບການສະໜັບສະໜູນສົ່ງເສີມຮອບດ້ານຈາກສູນກາງ ກໍຄືທ້ອງຖິ່ນ, ຄະນະພັກອຳນາດການປົກຄອງບ້ານ ແລະ ອື່ນໆ, ພິເສດຄະນະພັກ, ຄະນະນຳ ແຂວງຈຳປາສັກ ກໍຄືພະແນກ ວທ ແຂວງ ເຮັດໃຫ້ພວກເຮົາໄດ້ຮັບຫຼຽນໄຊ, ໃບຍ້ອງຍໍ ແລະ ການຢັ້ງຢືນມາດຖານຄຸນນະພາບ, ລາງວັນຈາກພາກພື້ນ ແລະ ສາກົນຫຼາຍລາງວັນເຊັ່ນ: ລາງວັນມາດຕະຖານຫ້ອງນໍ້າສາທາລະນະສະອາດອາຊຽນ ປະຈຳປີ 2019-2021 ທີ່ຮ່າລອງເບ ສສ ຫວຽດນາມ; ລາງວັນພັດທະນາແຫຼ່ງທ່ອງທ່ຽວດີເດັ່ນ ແລະ ຍືນຍົງຂອງ ສປປ ລາວ ປະຈໍາປີ 2019 ທີ່ ສປປ ລາວ; ລາງວັນນັກທຸລະກິດດີເດັ່ນຂະແໜງການຈ້າງງານອາຊຽນດີເດັ່ນແຫ່ງ ສປປ ລາວ ປະຈໍາປີ 2021; ລາງວັນການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມຍືນຍົງອາຊຽນ ປະຈຳປີ 2022 ທີ່ປະເທດກຳປູເຈຍ; ລາງວັນມາດຕະຖານການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມອາຊຽນ ປະຈຳປີ 2023 ທີ່ ສປປ ລາວ; ລາງວັນການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມຍືນຍົງອາຊຽນປີ 2024 ແລະ ລາງວັນຫ້ອງນໍ້າສາທາລະນະສະອາດອາຊຽນ ປະຈຳປີ 2025 ທີ່ປະເທດອິນໂດເນເຊຍ.

ຄໍາເຫັນ

ຂ່າວທ່ອງທ່ຽວ

2025 ຫຼວງນໍ້າທາ ຄາດຈະດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວຊົມໃຫ້ໄດ້ 1,280,000 ເທື່ອຄົນ

2025 ຫຼວງນໍ້າທາ ຄາດຈະດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວຊົມໃຫ້ໄດ້ 1,280,000 ເທື່ອຄົນ

ການທ່ອງທ່ຽວແຂວງຫຼວງນໍ້າທາ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ເລີ່ມແຕ່ເດືອນມັງກອນ-ກັນຍາ 2025 ມີນັກທ່ອງທ່ຽວເດີນທາງມາຢ້ຽມຢາມ ແລະ ຜ່ານແຂວງຫຼວງນໍ້າທາ 985,322 ເທື່ອຄົນ ເພີ່ມຂຶ້ນ 9% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ສາມາດສ້າງລາຍຮັບທາງກົງ-ທາງອ້ອມເຂົ້າງົບປະມານແຂວງໄດ້ປະມານ 30.70 ລ້ານໂດລາ ຊຶ່ງສະແດງໃຫ້ເຫັນເຖິງຄວາມສໍາເລັດຂອງຄະນະນໍາຂັ້ນແຂວງ ແລະ ພະແນກວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ເອົາໃຈໃສ່ການພັດທະນາ ແລະ ສົ່ງເສີມການທ່ອງທ່ຽວ ໂດຍສະເພາະແມ່ນການທ່ອງທ່ຽວແບບອະນຸລັກໃນປ່າສະຫງວນແຫ່ງຊາດນໍ້າຫ້າ ຊຶ່ງເນັ້ນຈຸດເດັ່ນທາງດ້ານທໍາມະຊາດອັນບໍລິສຸດ ແລະ ຄວາມຫຼາກຫຼາຍທາງດ້ານວັດທະນະທໍາຂອງຊົນເຜົ່າ.
ການທ່ອງທ່ຽວໃນປີ 2025 ຢູ່ໃນຈັງຫວະຟື້ນຕົວຢ່າງຕໍ່ເນື່ອງ

ການທ່ອງທ່ຽວໃນປີ 2025 ຢູ່ໃນຈັງຫວະຟື້ນຕົວຢ່າງຕໍ່ເນື່ອງ

ທ່າອ່ຽງການທ່ອງທ່ຽວໃນປີ 2025 ຂອງ ສປປ ລາວ ກໍາລັງຢູ່ໃນຈັງຫວະຟື້ນຕົວຢ່າງຕໍ່ເນື່ອງ ສະແດງອອກໃນໄລຍະແຕ່ເດືອນມັງກອນ ຫາ ເດືອນສິງຫາ 2025 ນີ້, ມີນັກທ່ອງທ່ຽວເຂົ້າມາທ່ຽວ ສປປ ລາວ ທັງໝົດ 3,061,928 ເທື່ອຄົນ. ໃນຂະນະທີ່ໝົດປີ 2024 ມີນັກທ່ອງທ່ຽວເຂົ້າມາລາວ 4,120,832 ເທື່ອຄົນ.
ວັງວຽງ ໜຶ່ງໃນຈຸດໝາຍປາຍທາງຂອງນັກທ່ອງທ່ຽວ

ວັງວຽງ ໜຶ່ງໃນຈຸດໝາຍປາຍທາງຂອງນັກທ່ອງທ່ຽວ

ສະຖານທີ່ທ່ອງທ່ຽວຂົວສີຟ້າ, ຖ້ຳນາງຟ້າ-ຖ້ຳນອນ ເປັນອີກໜຶ່ງແຫຼ່ງທ່ອງທ່ຽວທາງທໍາມະຊາດທີ່ຕິດພັນກັບການປົກປັກຮັກສິ່ງແວດລ້ອມຂອງເມືອງວັງວຽງ ແຂວງ​ວຽຈັນ ທີ່ໄດ້ຮັບ​ລາງວັນການພັດທະນາທ່ອງທ່ຽວດີເດັ່ນ ແລະ ຍືນຍົງຂອງ ສປປ ລາວ ຊຶ່ງສະຖານທີ່ດັ່ງກ່າວອ້ອມຮອບໄປດ້ວຍພູຜ່າປ່າໄມ້ທີ່ຂຽວສົດງົດງາມອາກາດເຢັນ ແລະ ມີອ່າງນໍ້າໃສ​ທີ່ສາມາດແນມເຫັນຝູງປານ້ອຍ-ໃຫຍ່ຢູ່ໃນນໍ້າ ເຮັດໃຫ້ນັກທ່ອງທ່ຽວເພີດເພີນ ແລະ ຮູ້ສຶກຜ່ອນຄາຍເມື່ອໄດ້ເຂົ້າມາທ່ຽວຊົມ ເໝາະ​ແກ່​ການ​ມາ​ພັກ​ຜ່ອນແບບຄອບຄົວຄູ່ຮັກ ຫຼື ຈະມາກັບໝູ່ເ​ພື່ອນ.
ມວນຊົນຈຳນວນຫຼາຍຫຼັ່ງໄຫຼເຂົ້າມາທ່ຽວບຸນຊ່ວງເຮືອປະເພນີທີ່ທ່າວັດຈັນຢ່າງຄຶກຄື້ນ

ມວນຊົນຈຳນວນຫຼາຍຫຼັ່ງໄຫຼເຂົ້າມາທ່ຽວບຸນຊ່ວງເຮືອປະເພນີທີ່ທ່າວັດຈັນຢ່າງຄຶກຄື້ນ

ງານບຸນອອກພັນສາປະວໍລະນາແລະຊ່ວງເຮືອປະເພນີປະຈໍາປີ 2025 ທີ່ທ່າວັດຈັນນະຄອນຫຼວງວຽງຈັນ (ນວ) ໄດ້ຈັດຂຶ້ນເປັນເວລາ 5 ວັນ ນັບແຕ່ວັນທີ 4-8 ຕຸລານີ້. ພາຍຫຼັງມື້ບຸນອອກພັນສາປະວໍລະນາ 1 ວັນ ຄືໃນວັນທີ 8 ຕຸລານີ້ (ມື້ແຮມ 1 ຄໍ່າເດືອນ 11 ລາວ) ໄດ້ມີພິທີເປີດການແຂ່ງຂັນຊ່ວງເຮືອ ປະເພນີ ຖືເປັນມື້ສຸດທ້າຍຂອງງານບຸນ ຊຶ່ງມີມວນຊົນທັງພາຍໃນແລະຕ່າງປະເທດຈຳນວນຫຼວງຫຼາຍ ຫຼັ່ງໄຫຼກັນເຂົ້າມາຊົມມາເຊຍການແຂ່ງຂັນຊ່ວງເຮືອຢ່າງຄຶກຄື້ນມ່ວນຊື່ນ.
ເຊີນ​ທ່ຽວ​ຊົມງານບຸນກາເຟ ແລະ ຊາບ້ານເຮົາຈະຈັດຂຶ້ນທີ່ນະຄອນ-ຫຼວງພະບາງ

ເຊີນ​ທ່ຽວ​ຊົມງານບຸນກາເຟ ແລະ ຊາບ້ານເຮົາຈະຈັດຂຶ້ນທີ່ນະຄອນ-ຫຼວງພະບາງ

ຮອດເວລາທີ່ສຳຄັນຂອງປີອີກຄັ້ງ, ນັກດື່ມກາເຟ ແລະ ຊາທັງຫຼາຍ! ໂຄງການ Green Cup, ໂດຍກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຂໍຮຽນເຊີນຊວນທຸກທ່ານເຂົ້າຮ່ວມງານບຸນກາເຟ ແລະ ຊາບ້ານເຮົາ ເພື່ອສະເຫຼີມ​ສະຫຼອງ ວັນກາເຟ ແລະ ຊາສາກົນ ປະຈຳປີ 2025 ໃນລະຫວ່າງວັນທີ 3-5 ຕຸລາ 2025 ທີ່ໂຮງຮຽນປະຖົມຫຼວງພະບາງ, ເພື່ອດື່ມດ່ຳກັບ ວັດທະນະທໍາ, ຊີມຣົດຊາດ ແລະ ເຕົ້າໂຮມກັນແບບຊຸມຊົນ ເປັນເວລາ 3 ວັນ.
ຫຼວງພະບາງສຸມໃສ່ພັດທະນາການທ່ອງທ່ຽວ ຕິດພັນກັບການປົກປັກຮັກສາວັດທະນະທຳທີ່ເປັນເອກະລັກ

ຫຼວງພະບາງສຸມໃສ່ພັດທະນາການທ່ອງທ່ຽວ ຕິດພັນກັບການປົກປັກຮັກສາວັດທະນະທຳທີ່ເປັນເອກະລັກ

ຫຼວງພະບາງເປັນດິນແດນແຫ່ງອະລິຍະທຳທີ່ອຸດົມສົມບູນ ມີປະຫວັດສາດອັນຍາວນານທີ່ໜ້າຊື່ນຊົມ ໜຶ່ງໃນຈຸດໝາຍປາຍທາງຂອງນັກທ່ອງທ່ຽວ ໄດ້ຖືກຮັບຮອງຈາກອົງການອຸຍແນັດສະໂກໃຫ້ເປັນເມືອງມໍຣະດົກໂລກນັບແຕ່ປີ 1995 ເປັນຕົ້ນມາ ຊຶ່ງເປັນເງື່ອນໄຂໃຫ້ຊາວໂລກໄດ້ຮັບຮູ້ ແລະ ໃຫ້ຄວາມສົນໃຈເດີນທາງມາທ່ອງທ່ຽວຢ່າງຕໍ່ເນື່ອງ ອັນໄດ້ເປັນທ່າແຮງຕົ້ນຕໍໃນການສ້າງລາຍຮັບເຂົ້າສູ່ປະຊາຊົນພາຍໃນແຂວງ.
ສືບຕໍ່ການພັດທະນາແຫຼ່ງທ່ອງທ່ຽວແບບວົງແຫວນ ຢູ່ເມືອງອຸທຸມພອນ

ສືບຕໍ່ການພັດທະນາແຫຼ່ງທ່ອງທ່ຽວແບບວົງແຫວນ ຢູ່ເມືອງອຸທຸມພອນ

ເມື່ອບໍ່ດົນມານີ້, ແຂວງສະຫວັນນະເຂດ ໄດ້ສຳຫຼວດເພື່ອສືບຕໍ່ຄວາມພະຍາຍາມໃນການປັບປຸງ ແລະ ພັດທະນາແຫຼ່ງທ່ອງທ່ຽວແບບວົງແຫວນ ຫຼື ແບບຄົບວົງຈອນ ທີ່ຕັ້ງຢູ່ໃນເຂດພື້ນທີ່ໃກ້ກັນ ຂອງເມືອງອຸທຸມພອນ ເພື່ອເສີມສ້າງທ່າແຮງດຶງດູດນັກທ່ອງທ່ຽວ ແລະ ສົ່ງເສີມເສດຖະກິດທ້ອງຖິ່ນ.
ພັດທະນາແຫຼ່ງທ່ອງທ່ຽວເນັ້ນສ້າງບຸກຄະລາກອນເຂັ້ມແຂງ

ພັດທະນາແຫຼ່ງທ່ອງທ່ຽວເນັ້ນສ້າງບຸກຄະລາກອນເຂັ້ມແຂງ

ວິໄສທັດຂອງບໍລິສັດພັດທະນາແຫຼ່ງທ່ອງທ່ຽວນໍ້າຕົກຕາດເຍືອງຫຼັກ40 ເມືອງປາກຊ່ອງ ແຂວງຈໍາປາສັກ ແລະ ແຫຼ່ງທ່ອງທ່ຽວນໍ້າຕົກຕາດເລາະ-ຕາດຮັງ ແຂວງສາລະວັນ “ພັດທະນາແຫຼ່ງທ່ອງທ່ຽວເພື່ອດຶງດູດນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ພ້ອມທັງສ້າງລາຍຮັບໃຫ້ແກ່ປະຊາຊົນທ້ອງຖິ່ນ”
ແມ່ນ້ຳຫຼີຈ່ຽງ ແມ່ນອັນຍະມະນີແຫ່ງກຸ໋ຍຫຼິນ

ແມ່ນ້ຳຫຼີຈ່ຽງ ແມ່ນອັນຍະມະນີແຫ່ງກຸ໋ຍຫຼິນ

ການສົ່ງເສີມການທ່ອງທ່ຽວແມ່ນທາງແຮງໜຶ່ງໃນການຂັບເຄື່ອນເສດຖະກິດໃນພື້ນທີ່ ແລະ ສ້າງລາຍຮັບໃຫ້ປະຊາຊົນຢູ່ທີ່ຊຸມນັ້ນໆໃຫ້ມີຄວາມຢູ່ດີກິນດີມິຄວາມຜາສຸກເພາະສະນັ້ນການສົ່ງເສີມການທ່ອງທ່ຽວຈຶ່ງມີຄວາມສຳຄັນຫຼາຍບໍ່ວ່າຈະເປັນການທ່ອງທ່ຽວທາງຫ່ອງຮອຍປະຫວັດສາດ,ທາງຮີດຄອງປະເພນີ ວັດທະນະທຳ ແລະ ທາງທຳມະຊາດ.
ຕັ້ງໜ້າສົ່ງເສີມພັດທະນາອຸດສາຫະກໍາການທ່ອງທ່ຽວຢູ່ ສປປ ລາວ ໃນຕໍ່ໜ້າ

ຕັ້ງໜ້າສົ່ງເສີມພັດທະນາອຸດສາຫະກໍາການທ່ອງທ່ຽວຢູ່ ສປປ ລາວ ໃນຕໍ່ໜ້າ

ບົນພື້ນຖານຜົນສໍາເລັດຢ່າງໜ້າເພິ່ງພໍໃຈຂອງການພັດທະນາອຸດສາຫະກໍາການທ່ອງ ທ່ຽວ ສົມທົບກັບທ່າແຮງຊັບພະຍາກອນທໍາມະຊາດທີ່ມີຄວາມອຸດົມສົມບູນ ແລະ ຄວາມຮັ່ງມີດ້ານວັດທະນະທໍາທີ່ຫຼາກຫຼາຍຂອງປະຊາຊົນບັນດາເຜົ່າຢູ່ປະເທດລາວເຮົາ. ພາຍໃຕ້ເງື່ອນໄຂ ແລະ ທ່າອ່ຽງຂອງການທ່ອງທ່ຽວໂລກ ແລະ ພາກພື້ນ ພວມມີການຂະຫຍາຍຕົວຢ່າງແຂງແຮງ, ອັນໄດ້ສ້າງກາລະໂອກາດໃຫ້ແກ່ການພັດທະນາການທ່ອງທ່ຽວຢູ່ປະເທດເຮົາໃນຕໍ່ໜ້າ.
ເພີ່ມເຕີມ