ສຳມະນາສາກົນແນວພັນຜັກເຂດຮ້ອນກ້າວໄປສູ່ການເຂົ້າຮ່ວມ ແລະ ເພີ່ມທະວີການຮ່ວມມື UPOV

ສຳມະນາສາກົນແນວພັນຜັກເຂດຮ້ອນກ້າວໄປສູ່ການເຂົ້າຮ່ວມ ແລະ ເພີ່ມທະວີການຮ່ວມມື UPOV

ສຳມະນາສາກົນແນວພັນຜັກເຂດຮ້ອນກ້າວໄປສູ່ການເຂົ້າຮ່ວມ ແລະ ເພີ່ມທະວີການຮ່ວມມື UPOV
ກຸ່ມບໍລິສັດແນວພັນພືດຫວຽດນາມ (Vinaseed), ສະມາຊິກຂອງກຸ່ມ PAN ຮ່ວມກັບສູນປູກຜັກໂລກ (WorldVeg) ແລະ ບັນດາຄູ່ຮ່ວມມືໄດ້ຈັດກອງປະຊຸມສຳນາສາກົນກ່ຽວກັບແນວພັນຜັກເຂດຮ້ອນ, ແຜນ ງານເພື່ອກ້າວໄປສູ່ການເຂົ້າຮ່ວມ ແລະ ເພີ່ມທະວີການຮ່ວມມື UPOV” ຂຶ້ນໃນວັນທີ 10 ກັນຍານີ້ ທີ່ ແຂວງອຸດົມໄຊ, ໂດຍການເປັນປະທານ ຂອງ ທ່ານ ຫວຽນ ຈູງຢູງ (Nguyen Trung Dung) ຮອງປະທານກຸ່ມ​ບໍລິສັດ Vinaseed,​ ມີ​ຜູ້ຕາງໜ້າກະຊວງອຸດສາຫະກຳ ​ແລະ ການ​ຄ້າ​, ​ສະ​ຖາ​ບັນ​ຄົ້ນ​ຄວ້າ​ໝາກ​ໄມ້ ​ແລະ ຜັກ​ຫວຽດນາມ, ການ​ນຳ​ແຂວງ​ອຸດົມ​ໄຊ, ກຸ່​ມ​ບໍລິສັດ Vinaseed ແລະ ພາກສ່ວນ ທີ່ກ່ຽວຂ້ອງເຂົ້າຮ່ວມ​.
ສຳມະນາສາກນແນວພນຜກເຂດຮອນກາວໄປສການເຂາຮວມ ແລະ ເພມທະວການຮວມມ UPOV - image 1
 

 

ທ່ານ ຫວຽນ ຈູງ ຢູງ ກ່າວວ່າ: ກອງປະຊຸມສຳມະນາສາກົນຄັ້ງນີ້ ໄດ້ເປັນຂີດໝາຍຄວາມສຳຄັນໃນການຮ່ວມມືດ້ານກະສິກຳຫວຽດນາມ-ລາວ, ທັງເປັນການເປີດໂອກາດໃໝ່ໃຫ້ແກ່ອຸດສາຫະກຳແກ່ນພືດໃນລາວ, ພ້ອມທັງຮັດແໜ້ນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງປະເທດ, ໃນສະພາບການປ່ຽນແປງຂອງດິນຟ້າອາກາດ ແລະ ການເຊື່ອມໂຍງເຂົ້າກັບໂລກ, ການພັດທະນາແນວພັນພືດເຂດຮ້ອນໃຫ້ຜົນສູງ, ທີ່ມີໂພຊະນາການ ແລະ ຕ້ານພະຍາດ, ພ້ອມກັບການສ້າງລະບົບປ້ອງກັນຄວາມຫຼາກຫຼາຍຕາມມາດຕະຖານສາກົນ, ແມ່ນກຸນແຈໃນການພັດທະນາແບບຍືນຍົງຂອງກະສິກຳຫວຽດນາມ-ລາວ.

ທ່ານກ່າວຕື່ມວ່າ: ກອງປະຊຸມຄັ້ງນີ້: ແມ່ນເພື່ອປະກາດຜົນການທົດສອບ 14 ແນວພັນຜັກປະສົມ F1 ທີ່ໄດ້ນໍາມາໃຊ້ໂດຍສູນຜັກໂລກ (WorldVeg) ຮ່ວມມືກັບກຸ່ມບໍລິສັດ Vinaseed ໃນ ຫວຽດນາມ ແລະ ລາວ ໃນປີ 2025. ການທົດລອງໄດ້ດໍາເນີນຢູ່ສະຖາບັນຄົ້ນຄວ້າ Vinaseed ແຂວງຮືງອຽນ (ຫວຽດນາມ) ແລະ ຢູ່ເມືອງຫຼາ, ເມືອງໄຊ ແຂວງອຸດົມໄຊ (ລາວ) ຊຶ່ງຜົນໄດ້ຮັບສະແດງໃຫ້ເຫັນວ່າບາງຊະນິດທີ່ພົ້ນເດັ່ນມີຜົນຜະລິດສູງດີ ແລະ ຕ້ານເຊື້ອໄວຣັດໄດ້ດີ.

ກອງປະຊຸມຄັ້ງນີ້, ບັນດາຜູ້ຊ່ຽວຊານຍັງໄດ້ແບ່ງປັນປະສົບການໃນການກໍ່ສ້າງລະບົບປ້ອງກັນແນວພັນພືດ (Plant Variety Protection-PVP) ແລະ ເສັ້ນທາງເຂົ້າຮ່ວມສະຫະພັນສາກົນເພື່ອປົກປັກຮັກສາຊະນິດພັນໃໝ່ (UPOV), ຫວຽດນາມ ໄດ້ເຂົ້າເປັນສະມາຊິກຂອງ UPOV ຢ່າງເປັນທາງການໃນເດືອນ 12/2006. ພາຍຫຼັງເກືອບ 20 ປີ, ການນຳໃຊ້ລະບົບປ້ອງກັນແນວພັນຕາມສົນທິສັນຍາ UPOV ໄດ້ນຳມາ ຊຶ່ງໝາກຜົນທີ່ໜ້າປະທັບໃຈ, ລະບົບ PVP ສົ່ງເສີມໃຫ້ນັກປັບປຸງແນວພັນ ລົງທຶນໃນການຄົ້ນຄວ້າ, ສ້າງແນວພັນໃໝ່ຫຼາຍຊະນິດໃຫ້ຜົນຜະລິດສູງ, ມີຄຸນນະພາບດີ, ສາມາດປັບຕົວເຂົ້າກັບການປ່ຽນແປງຂອງດິນຟ້າອາກາດ, ດັ່ງນັ້ນ ຈຶ່ງເຮັດໃຫ້ແນວພັນພືດມີຄຸນນະພາບ ດີຂຶ້ນ.

ສຳມະນາສາກນແນວພນຜກເຂດຮອນກາວໄປສການເຂາຮວມ ແລະ ເພມທະວການຮວມມ UPOV - image 2
 

ຕາມຂໍ້ມູນຂອງກຸ່ມ Vinaseed, ຊາວກະສິກອນທີ່ປູກແນວພັນເຂົ້າທີ່ໄດ້ຮັບການວິໄຈມີລາຍຮັບສູງກວ່າແນວພັນທີ່ບໍ່ໄດ້ຮັບການປົກປັກຮັກສາໂດຍສະເລ່ຍ 45% ຊຶ່ງຊີ້ໃຫ້ເຫັນເຖິງຜົນປະໂຫຍດທີ່ເພີ່ມຂຶ້ນຢ່າງຫຼວງຫຼາຍ. ໃນດ້ານນະວັດຕະກຳ, ວິສາຫະກິດເອກະຊົນຫວຽດນາມຫຼາຍແຫ່ງໄດ້ພັດທະນາລະບົບຄົ້ນຄວ້າເລືອກແນວພັນທີ່ທັນສະໄໝເພື່ອຍົກສູງຄວາມສາມາດທີ່ແກ່ງແຍ້ງໃນພາກພື້ນ. Vinaseed “ຈັບມືກັບ (PhouthorUdom) ພູທໍອຸດົມ ເພື່ອຊຸກຍູ້ກະສິກຳແບບຍືນຍົງ, ເພີ່ມທະວີການພົວພັນມິດຕະພາບຫວຽດນາມ-ລາວ ພາຍໃນຂອບເຂດກອງປະຊຸມ, ກຸ່ມບໍລິສັດ Vinaseed ແລະ ບໍລິສັດພູທໍອຸດົມ - ວິສາຫະກິດຊັ້ນນໍາໃນການຈັດຈໍາໜ່າຍແນວພັນພືດໃນລາວໄດ້ລົງນາມໃນສັນຍາຮ່ວມມືຍຸດທະສາດ, ສອງຝ່າຍຈະສົມທົບກັນສ້າງຕົວແບບສາທິດ, ພັດທະນາ ແລະ ເຄື່ອນໄຫວການຜະລິດຜັກລູກປະສົມ F1 ທີ່ມີທ່າແຮງຢູ່ຕະຫຼາດລາວພ້ອມທັງຂະຫຍາຍໄປສູ່ບັນດາພືດທີ່ສຳຄັນອື່ນໆເຊັ່ນ: ເຂົ້າ, ສາລີ, ເຂົ້າໜຽວ ແລະ ອື່ນໆ.

(ຂ່າວ-ພາບ: ສຳນານ)

ຄໍາເຫັນ

ຂ່າວການຮ່ວມມື

ຮອງເລຂາພັກແຂວງ ໄຊຍະບູລີ ຕ້ອນຮັບຄະນະອາດີດຊ່ຽວຊານທະຫານອາສາສະມັກ  ສສ ຫວຽດນາມ

ຮອງເລຂາພັກແຂວງ ໄຊຍະບູລີ ຕ້ອນຮັບຄະນະອາດີດຊ່ຽວຊານທະຫານອາສາສະມັກ ສສ ຫວຽດນາມ

ໃນວັນທີ 24 ຕຸລານີ້ ທີ່ຫ້ອງຮັບແຂກຊັ້ນ 4 ຫ້ອງວ່າການແຂວງ ໄຊຍະບູລີ, ທ່ານ ດວງຕາ ໄຊວຸດ ຮອງເລຂາພັກແຂວງ ໄຊຍະບູລີ ໄດ້ຕ້ອນຮັບຄະນະອາດີດ ຊ່ຽວຊານທະຫານອາສາສະມັກ ສສ ຫວຽດນາມ ນໍາໂດຍ ທ່ານ ວູກວາງຍາກ ຫົວໜ້າຄະນະອາດີດ ຊ່ຽວຊານທະຫານອາສາສະມັກຫວຽດນາມພ້ອມຄະນະ.
ທູດລາວ ຍື່ນໜັງສືແຕ່ງຕັ້ງຕໍ່ທ່ານເລຂາທິການໃຫຍ່ອົງການຝຣັ່ງໂກໂຟນີສາກົນ

ທູດລາວ ຍື່ນໜັງສືແຕ່ງຕັ້ງຕໍ່ທ່ານເລຂາທິການໃຫຍ່ອົງການຝຣັ່ງໂກໂຟນີສາກົນ

ໃນວັນທີ 21 ຕຸລາ ຜ່ານມາ, ທ່ານ ກາລະມຸງຄຸນ ສຸພານຸວົງ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳຝຣັ່ງ ໄດ້ເຂົ້າຍື່ນສານແຕ່ງຕັ້ງຕໍ່ ທ່ານ ນາງ Louise Mushikiwabo ເລຂາທິການໃຫຍ່ອົງການຝຣັ່ງໂກໂຟນີສາກົນ ເພື່ອດຳລົງຕຳແໜ່ງ ເປັນຜູ້ຕາງໜ້າສ່ວນຕົວ ຂອງ ທ່ານປະທານປະເທດ ແຫ່ງ ສປປ ລາວ (ພະນະທ່ານ ທອງລຸນ ສີສຸລິດ) ປະຈຳ ອົງການຝຣັ່ງໂກໂຟນີສາກົນ (CPF) ທີ່ ມີສຳນັກງານໃຫຍ່ ຕັ້ງຢູ່ ນະຄອນຫຼວງປາຣີ ສາທາລະນະລັດ ຝຣັ່ງ.
ກົງສູນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈໍານະຄອນ-ຫຼວງພະບາງຄົນໃໝ່ຍື່ນໜັງສືແຕ່ງຕັ້ງ

ກົງສູນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈໍານະຄອນ-ຫຼວງພະບາງຄົນໃໝ່ຍື່ນໜັງສືແຕ່ງຕັ້ງ

ໃນວັນທີ 23 ຕຸລານີ້ ທີ່ ກະຊວງການຕ່າງປະເທດ, ສະຫາຍ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ແລະ ຍື່ນໜັງສືແຕ່ງຕັ້ງ ຂອງ ສະຫາຍ ຫວູ ຫງອກ ຫຼີ ກົງສູນໃຫຍ່ ແຫ່ງ ສສ ຫວຽດນາມ ຢູ່ ນະຄອນ-ຫຼວງພະບາງ ຄົນໃໝ່.
ຄະນະຜູ້ແທນ ຄອສພ ແລກປ່ຽນບົດຮຽນກັບໜັງສືພິມຕວຍແຈ ຫວຽດນາມ

ຄະນະຜູ້ແທນ ຄອສພ ແລກປ່ຽນບົດຮຽນກັບໜັງສືພິມຕວຍແຈ ຫວຽດນາມ

ໃນລະຫວ່າງວັນທີ 22-29 ຕຸລານີ້, ໃນການເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ ສສ ຫວຽດນາມ ຂອງຄະນະຜູ້ແທນຂັ້ນສູງຄະນະໂຄສະນາອົບຮົມສູນກາງພັກ (ຄອສພ), ນໍາໂດຍສະຫາຍນາງວິລະວອນ ພັນທະວົງ ຄະນະປະຈຳພັກ ຮອງຫົວໜ້າຄະໂຄສະນາອົບຮົມສູນກາງພັກ ພ້ອມຄະນະ ໄດ້ໄປຢ້ຽມຍາມ ແລະ ພົບປະກັບໜັງສືພິມຕວຍແຈ ໃນວັນທີ 23 ຕຸລານີ້ ທີ່ນະຄອນໂຮ່ຈິມິນ ສສ ຫວຽດນາມ,ໂດຍສະຫາຍ ເລເຖຈິ ບັນນາທິການໃຫຍ່ໜັງສືພິມຕວຍແຈ, ພ້ອມຄະນະໃຫ້ການຕ້ອນຮັບ.
ສະພາປະຊາຊົນ ສາລະວັນ-ນະຄອນເຫວ້ ພົບປະແລກປ່ຽນບົດຮຽນ

ສະພາປະຊາຊົນ ສາລະວັນ-ນະຄອນເຫວ້ ພົບປະແລກປ່ຽນບົດຮຽນ

ກອງປະຊຸມແລກປ່ຽນບົດຮຽນລະຫວ່າງ ສະພາປະຊາຊົນ ແຂວງສາລະວັນ ສປປ ລາວ ແລະ ສະພາປະຊາຊົນ ນະຄອນເຫວ້ ສສ ຫວຽດນາມ ໄດ້ຈັດຂຶ້ນໃນວັນທີ 22 ຕຸລາຜ່ານມານີ້ ຢູ່ທີ່ຫ້ອງປະຊຸມ ຊັ້ນສອງ ຂອງສະໂມສອນແຂວງສາລະວັນ ຝ່າຍສະພາປະຊາຊົນ ແຂວງສາລະວັນ ນໍາໂດຍ ທ່ານ ສີເຮັງ ຫອມສົມບັດ ປະທານຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 14 ປະທານສະພາປະຊາຊົນ ແຂວງສາລະວັນ ພ້ອມດ້ວຍຄະນະ ແລະ ຝ່າຍສະພາປະຊາຊົນ ນະຄອນເຫວ໋ ນໍາໂດຍ ທ່ານ ຫງວຽນ ກວາງ ຕ໋ວນ ຄະນະປະຈໍາພັກແຂວງ ຮອງປະທານຜູ້ປະຈໍາການ ສະພາປະຊາຊົນ ນະຄອນເຫວ້ ພ້ອມດ້ວຍຄະນະ ເຂົ້າຮ່ວມ.
ສຳມະນາ ກ່ຽວກັບການມີສ່ວນຮ່ວມຂອງປະຊາຊົນ ເພື່ອການບໍລິຫານ-ຄຸ້ມຄອງທີ່ກວມລວມ

ສຳມະນາ ກ່ຽວກັບການມີສ່ວນຮ່ວມຂອງປະຊາຊົນ ເພື່ອການບໍລິຫານ-ຄຸ້ມຄອງທີ່ກວມລວມ

ສະພາແຫ່ງຊາດ ໄດ້ຈັດກອງປະຊຸມສຳມະນາ ກ່ຽວກັບ “ລັດຖະສະພາທີ່ເປີດກວ້າງ ແລະ ການມີສ່ວນຮ່ວມຂອງປະຊາຊົນ ເພື່ອການບໍລິຫານ-ຄຸ້ມຄອງທີ່ກວມລວມ ແລະ ຕອບສະໜອງ, ໃນວັນທີິ 22 ຕຸລານີ້ ທີ່ໂຮງແຮມລາວເທວ ນະຄອນຫຼວງວຽງຈັນ, ໂດຍການເປັນປະທານ ຂອງທ່ານ ສັນຍາ ປຣະເສີດ ປະທານຄະນະສະມັດຊາລັດຖະສະພາປະເທດທີ່ໃຊ້ພາສາຝຣັ່ງ (APF) ປະທານກໍາມາທິການການຕ່າງປະເທດສະພາແຫ່ງຊາດ ແຫ່ງ ສປປ ລາວ, ມີບັນທ່ານສະມາຊິກລັດຖະສະພາ, ບັນດາຜູ້ຊ່ຽວຊານແລະ ແຂກຖືກເຊີນເຂົາຮ່ວມຢ່າງພ້ອມພຽງ.
ຄະນະຜູ້ແທນ ຄອສພ ພົບປະກັບຄະນະໂຄສະນາສຶກສາຂົນຂວາຍປະຊາຊົນ ສສ ຫວຽດນາມ

ຄະນະຜູ້ແທນ ຄອສພ ພົບປະກັບຄະນະໂຄສະນາສຶກສາຂົນຂວາຍປະຊາຊົນ ສສ ຫວຽດນາມ

ໃນວັນທີ 23 ຕຸລານີ້, ທີ່ນະຄອນໂຮ່ຈິມິນ ສສ ຫວຽດນາມ, ຄະນະຜູ້ແທນຂັ້ນສູງຄະນະໂຄ ສະນາອົບຮົມ ສູນກາງພັກ (ຄອສພ) ນຳໂດຍ ສະຫາຍນາງ ວິລະວອນ ພັນທະວົງ ຄະນະປະຈຳພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ພ້ອມຄະນະ, ໄດ້ພົບປະເຮັດວຽກ ກັບຄະນະໂຄສະ ນາສຶກສາ ແລະ ຂົນຂວາຍປະຊາຊົນ ສສ ຫວຽດນາມ, ນຳໂດຍ ສະຫາຍ ຕັງຫິວຟອງ ຮອງປະທານ ຄະນະໂຄສະນາສຶກສາຂົນຂວາຍປະຊາຊົນ ຄະນະພັກ ນະຄອນໂຮ່ຈິມິນ ພ້ອມຄະນະ ໃຫ້ການຕ້ອນຮັບ
ສໍາເລັດກອງປະຊຸມສະ​ມາ​ຄົມ​ມິດ​ຕະ​ພາບ ລາວ-ສ.ເກົາຫຼີ ຄັ້ງທີ XIV

ສໍາເລັດກອງປະຊຸມສະ​ມາ​ຄົມ​ມິດ​ຕະ​ພາບ ລາວ-ສ.ເກົາຫຼີ ຄັ້ງທີ XIV

ໂດຍຕອບສະໜອງ ຕາມການເຊີນຂອງສະ​ມາ​ຄົມ​ມິດ​ຕະ​ພາບ ສ. ເກົາຫຼີ - ລາວ (KLFA), ຄະນະຜູ້ແທນ​ສະ​ມາ​ຄົມ​ມິດ​ຕະ​ພາບ ລາວ - ສ. ເກົາຫຼີ (LKFA) ຊຶ່ງນຳໂດຍທ່ານ ຄໍາສວຍ ແກ້ວດາລາວົງ ປະທານສະມາຄົມມິດຕະພາບ ລາວ - ສ.ເກົາຫຼີ ໄດ້ເດີນທາງໄປຢ້ຽມຢາມ ແລະ ເຮັດ​ວຽກທີ່ ສ. ເກົາຫຼີ ແຕ່ວັນທີ 22-27 ຕຸ​ລາ 2025.
ຍີ່ປຸ່ນ ຊ່ວຍເຫຼືອໂຄງການປັບປຸງຂໍ້ມູນຂ່າວສານທາງດ້ານພູມສາດ ມູນຄ່າ 649 ລ້ານເຢນ

ຍີ່ປຸ່ນ ຊ່ວຍເຫຼືອໂຄງການປັບປຸງຂໍ້ມູນຂ່າວສານທາງດ້ານພູມສາດ ມູນຄ່າ 649 ລ້ານເຢນ

ໃນວັນທີ 22 ຕຸລາ ຜ່ານມາ ທີ່ ກະຊວງການຕ່າງປະເທດ ໄດ້ມີພິທີລົງນາມເອກະສານແລກປ່ຽນ ສໍາລັບໂຄງການຊ່ວຍເຫຼືອຈາກລັດຖະບານຍີ່ປຸ່ນ ໃນໂຄງການປັບປຸງຂໍ້ມູນຂ່າວສານທາງດ້ານພູມສາດ(The Economic and Social Development Programme (Geospatial Data Platform) ມູນຄ່າ 649 ລ້ານເຢນ ຊຶ່ງຕາງໜ້າລັດຖະບານລາວ ເຂົ້າຮ່ວມລົງນາມໂດຍ ທ່ານ ນາງ ຟອງສະໝຸດ ອັ່ນລາວັນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ຕາງໜ້າລັດຖະບານຍີ່ປຸ່ນໂດຍ ທ່ານ ໂຄອິຊຸມິ ຊຶໂຕມຸ ເອກອັກຄະຣາຊະທູດ ແຫ່ງ ຍີ່ປຸ່ນ ປະຈໍາ ສປປ ລາວ, ພ້ອມທັງມີພະນັກງານຈາກຂະແໜງການທີ່ກ່ຽວຂ້ອງຂອງທັງສອງຝ່າຍ ຍີ່ປຸ່ນ ແລະ ລາວ ເຂົ້າຮ່ວມເປັນສັກຂີພິຍານ.
ຍີ່ປຸ່ນ ສະໜັບສະໜູນການຍົກລະດັບການສຶກສາຊັ້ນປະຖົມໃນແຂວງຜົ້ງສາລີ

ຍີ່ປຸ່ນ ສະໜັບສະໜູນການຍົກລະດັບການສຶກສາຊັ້ນປະຖົມໃນແຂວງຜົ້ງສາລີ

ວັນທີ 20 ຕຸລາ ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 77,500 ໂດລາ ໃນການສະໜັບສະໜູນໂຄງການດ້ານການສຶກສາໃນແຂວງຜົົ້ງສາລີ ພາຍໃຕ້​ໂຄງ​ການ​ເສີມ​ສ້າງ​ຄວາມ​ໝັ້ນ​ຄົງ​ຂອງ​ມະ​ນຸດ​ຂັ້ນຮາກ​ຖານ (GGP).
ເພີ່ມເຕີມ