ກະຊວງການຕ່າງປະເທດລາວ - ຫວຽດນາມ ພົບປະທາງໄກ

ກະຊວງການຕ່າງປະເທດລາວ - ຫວຽດນາມ ພົບປະທາງໄກ

ກະຊວງການຕ່າງປະເທດລາວ - ຫວຽດນາມ ພົບປະທາງໄກ
ໃນຕອນເຊົ້າຂອງວັນທີ 9 ກັນຍາ ນີ້, ສະຫາຍ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍ ຜ່ານລະບົບທາງໄກກັບ ສະຫາຍ ເລ ຮວາຍ ຈູງ ຮັກສາການ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ.

 

ກະຊວງການຕາງປະເທດລາວ - ຫວຽດນາມ ພບປະທາງໄກ - image 1
 

ໃນໂອກາດນີ້, ສະຫາຍ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມປິຕິຍິນດີ ທີ່ໄດ້ພົບປະກັບ ສະຫາຍ ເລ ຮວາຍ ຈູງ ຜ່ານທາງລະບົບທາງໄກໃນຄັ້ງນີ້ ພ້ອມທັງໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງທີ່ ສະຫາຍ ເລ ຮວາຍ ຈູງ ໄດ້ຮັບການແຕ່ງຕັ້ງເປັນ ຮັກສາການລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ ແລະ ສະແດງຄວາມເຊື່ອໝັ້ນຢ່າງຍິ່ງວ່າ ດ້ວຍບົດຮຽນ ແລະ ປະສົບການອັນອຸດົມສົມບູນຂອງ ສະຫາຍ ເລ ຮວາຍ ຈູງ ຈະເຮັດສໍາເລັດໜ້າທີ່ອັນສົມກຽດໃນຄັ້ງນີ້. ສະຫາຍ ທອງສະຫວັນ ພົມວິຫານ ໄດ້ອວຍພອນ ແລະ ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດພິທີສະເຫຼີມສະຫຼອງວັນຊາດ ແຫ່ງ ສສ ຫວຽດນາມ ຄົບຮອບ 80 ປີ ໃນວັນທີ 2 ກັນຍາ 2025 ຜ່ານມາ. ໃນໂອກາດດັ່ງກ່າວ, ສະຫາຍ ທອງສະຫວັນ ພົມວິຫານ ໄດ້ເຊື້ອເຊີນ ສະຫາຍ ເລ ຮວາຍ ຈູງ ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນເວລາທີ່ເຫັນວ່າເໝາະສົມ.

ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນ ແລະ ການຮ່ວມມື ລະຫວ່າງ ສອງປະເທດ ທີ່ນັບມື້ນັບແໜ້ນແຟ້ນ ແລະ ພັດທະນາຢ່າງບໍ່ຢຸດຢັ້ງ ໃນທຸກຂົງເຂດວຽກງານ ໂດຍສະເພາະແມ່ນການຈັດຕັ້ງຜັນຂະຫຍາຍຂໍ້ຕົກລົງຂອງສອງກົມການເມືອງ ກໍຄື ຜົນຂອງກອງປະຊຸມ ຄັ້ງທີ 47 ຂອງຄະນະກໍາມະການຮ່ວມມື ລາວ-ຫວຽດນາມ, ຕີລາຄາສູງຕໍ່ການປະສານສົມທົບຢ່າງແໜ້ນແຟ້ນ ລະຫວ່າງ ສອງກະຊວງການຕ່າງປະເທດ ໂດຍສະເພາະແມ່ນຜົນສໍາເລັດການຈັດຕັ້ງຜັນຂະຫຍາຍ ບັນດາຂໍ້ຕົກລົງ ວ່າດ້ວຍການຮ່ວມມື ໄລຍະປີ 2021-2025 ທີ່ຜ່ານມາ, ພ້ອມທັງໄດ້ເຫັນດີເປັນເອກະພາບຈະສືບຕໍ່ປະກອບສ່ວນຮັດແໜ້ນ ແລະ ເສີມຂະຫຍາຍການພົວພັນຮ່ວມມືສອງຝ່າຍ ໃນຕໍ່ໜ້າ ໃຫ້ມີປະສິດທິຜົນ ແລະ ເປັນຮູບປະທໍາຍິ່ງໆຂຶ້ນ.

ໃນຂະນະດຽວກັນ, ສະຫາຍ ເລ ຮວາຍ ຈູງ ກໍໄດ້ສະແດງຄວາມຂອບໃຈຕໍ່ຄໍາຊົມເຊີຍອັນຈົບງາມ ແລະ ສະແດງຄວາມຍິນດີທີ່ໄດ້ພົບປະກັບ ສະຫາຍ ທອງສະຫວັນ ພົມວິຫານ ໃນຄັ້ງນີ້, ພ້ອມທັງສະແດງຄວາມຍິນດີຕອບຮັບຕາມຄໍາເຊື້ອເຊີນ ເພື່ອຢ້ຽມຢາມ ສປປ ລາວ ໃນອະນາຄົດ ແລະ ສະແດງຄວາມໝາຍໝັ້ນວ່າ ຈະສືບຕໍ່ເຮັດວຽກຮ່ວມກັບຝ່າຍລາວຢ່າງໃກ້ຊິດ ເພື່ອປະກອບສ່ວນຊຸກຍູ້ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ໃຫ້ນັບມື້ນັບແໜ້ນແຟ້ນຍິ່ງໆຂຶ້ນ.

ຂ່າວ: ກະຊວງການຕ່າງປະເທດ

ຄໍາເຫັນ

ຂ່າວການຮ່ວມມື

ເຈົ້າແຂວງສະຫວັນນະເຂດ ສົນທະນາໃນຫຼາຍບັນຫາສຳຄັນຮ່ວມກັບທ່ານເອກອັກຄະລັດຖະທູດອົດສະຕຣາລີປະຈຳ ສປປ ລາວ

ເຈົ້າແຂວງສະຫວັນນະເຂດ ສົນທະນາໃນຫຼາຍບັນຫາສຳຄັນຮ່ວມກັບທ່ານເອກອັກຄະລັດຖະທູດອົດສະຕຣາລີປະຈຳ ສປປ ລາວ

ທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນນະເຂດ ພ້ອມຄະນະ ໄດ້ຕ້ອນຮັບທ່ານ ນາງ ເມແກນ ຈອນສ໌(Megan Jones) ເອກອັກຄະລັດຖະທູດແຫ່ງປະເທດອົດສະຕຣາລີປະຈຳ ສປປ ລາວ ພ້ອມຄະນະ ໃນຕອນເຊົ້າວັນທີ 15 ທັນວານີ້ ທີ່ຫ້ອງຮັບແຂກຫ້ອງວ່າການແຂວງ, ໃນໂອກາດທີ່ມາເຄື່ອນໄຫວວຽກງານທີ່ແຂວງສະຫວັນນະເຂດ.
ສື່ມວນຊົນລາວ ຖອດບົດຮຽນຈາກ 3 ສື່ຫວຽດນາມ

ສື່ມວນຊົນລາວ ຖອດບົດຮຽນຈາກ 3 ສື່ຫວຽດນາມ

ນັກຂ່າວລາວ ໄດ້ພົບປະແລກປ່ຽນ ແລະ ຖອດຖອນບົດຮຽນຫຼາຍດ້ານຈາກ 3 ສື່ຫຼັກ ສສ ຫວຽດນາມ ຄື: ສຳນັກຂ່າວສານ, ວິທະຍຸກະຈາຍສຽງແຫ່ງຊາດ, ໂທລະພາບແຫ່ງຊາດ ແລະ ສື່້ໜັງສືພິມອອນລາຍ ຫວຽດນາມ ພຣັດ, ໄດ້ສະໜອງຂໍ້ມູນຂ່າວສານ ຢ່າງມີຄຸນນະພາບ, ນຳໃຊ້ເຕັກໂນໂລຊີທີ່ທັນສະໄໝ ເຂົ້າມາຊ່ວຍໃນການຜະລິດຂ່າວ, ບົດຄວາມຫຼາຍຂຶ້ນ ແລະ ມີປະສິດທິພາບ. ໂດຍສະເພາະການຜະລິດຂ່າວ ກ່ຽວກັບບັນຫາສິ່ງແວດລ້ອມ ຍິ່ງມີຄວາມທ້າທາຍ ແລະ ຄວນເອົາໃຈໃສ່ນຳສະເໝີດ້ວຍຫຼາຍຮູບແບບ, ຫຼາຍວິທີການ ເພື່ອເຜີຍແຜ່ຂໍ້ມູນຂ່າວສານ, ຄວາມຮູ້ໃຫ້ທົ່ວເຖີງທຸກກຸ່ມເປົ້າໝາຍໃນສັງຄົມ ແລະ ປະກອບສ່ວນໃນການປົກປັກຮັກສາສິ່ງແວດລ້ອມ.
ສື່ມວນຊົນລາວຖອດບົດຮຽນຢູ່ ສສ ຫວຽດນາມ

ສື່ມວນຊົນລາວຖອດບົດຮຽນຢູ່ ສສ ຫວຽດນາມ

ໃນລະຫວ່າງວັນທີ 10-11 ທັນວານີ້ ທີ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ, ສື່ມວນຊົນລາວ ຊຶ່ງນຳພາໂດຍທ່ານ ນາງ ບົວຄຳ ດວງປັນຍາ ຫົວໜ້າໂຄງການແກມຊິວ ອົງການແຄຣນານາຊາດ ປະຈຳລາວ ພ້ອມດ້ວຍຜູ້ຕາງໜ້າຈາກສະມາຄົມນັກຂ່າວແຫ່ງ ສສ ຫວຽດນາມ ແລະ ພາກສ່ວນທີ່ກ່ຽວຂ້ອງໄດ້ພົບປະແລກ ປ່ຽນ ແລະ ຖອດຖອນບົດຮຽນຫຼາຍດ້ານຈາກ 3 ສື່ຫຼັກຂອງ ສສ ຫວຽດນາມຄື: ວິທະຍຸກະຈາຍສຽງແຫ່ງຊາດ, ໂທລະພາບແຫ່ງຊາດ ແລະ ໜັງສືພິມອອນລາຍຫວຽດນາມ ພຣັດ ທີ່ໄດ້ສະໜອງຂໍ້ມູນຂ່າວສານຢ່າງມີຄຸນນະ ພາບ, ນຳໃຊ້ເຕັກໂນໂລຊີທີ່ທັນສະໄໝເຂົ້າມາຊ່ວຍໃນການຜະລິດຂ່າວ, ບົດຄວາມຫຼາຍຂຶ້ນ ແລະ ມີປະສິດທິ ພາບ ໂດຍສະເພາະການຜະລິດຂ່າວ ກ່ຽວກັບບັນຫາສິ່ງແວດລ້ອມຍິ່ງມີຄວາມທ້າທາຍ ແລະ ຄວນເອົາໃຈໃສ່ນຳສະເໝີດ້ວຍຫຼາຍຮູບແບບ, ຫຼາຍວິທີການ ເພື່ອເຜີຍແຜ່ຂໍ້ມູນຂ່າວສານ, ຄວາມຮູ້ໃຫ້ທົ່ວເຖິງທຸກກຸ່ມເປົ້າໝາຍໃນສັງຄົມ ແລະ ປະກອບສ່ວນໃນການປົກປັກຮັກສາສິ່ງແວດລ້ອມ.
ປກສ ລາວ ແລະ ສະພາຄວາມໝັ້ນຄົງຣັດເຊຍ ເພີ່ມທະວີການຮ່ວມມືສອງຝ່າຍ

ປກສ ລາວ ແລະ ສະພາຄວາມໝັ້ນຄົງຣັດເຊຍ ເພີ່ມທະວີການຮ່ວມມືສອງຝ່າຍ

ເນື່ອງໃນໂອກາດຄະນະຜູ້ແທນຂັ້ນສູງສະພາຄວາມໝັ້ນຄົງແຫ່ງສະຫະພັນຣັດເຊຍ (ສ.ຣັດເຊຍ) ນຳໂດຍທ່ານ ພົນເອກ ເຊກເກ ໂຊຍກູ ເລຂາທິການສະພາຄວາມໝັ້ນຄົງແຫ່ງ ສ.ຣັດເຊຍ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປລາວ ໃນລະຫວ່າງວັນທີ 10-12 ທັນວາ 2025 ທີ່ ນະຄອນຫຼວງວຽງຈັນ; ໃນວັນທີ 11 ທັນວານີ້ ທີ່ກະຊວງປ້ອງກັນຄວາມສະຫງົບ (ປກສ) ໄດ້ມີພິທີຕ້ອນຮັບຄະນະຜູ້ແທນຂັ້ນສູງສະພາຄວາມໝັ້ນຄົງແຫ່ງ ສ.ຣັດເຊຍ ຢ່າງເປັນທາງການ ແລະ ສົມກຽດ, ໃຫ້ກຽດຕ້ອນຮັບໂດຍທ່ານ ພົນເອກ ວິໄລ ຫຼ້າຄໍາຟອງ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງ ປກສ ແຫ່ງ ສປປລາວ ພ້ອມດ້ວຍຄະນະ.
ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຕ້ອນຮັບສະຫາຍ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຕ້ອນຮັບສະຫາຍ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ຕອນແລງ ວັນທີ 11 ທັນວານີ້, ທີ່ສໍານັກງານນາຍົກລັດຖະມົນຕີ, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ, ກໍາມະການກົມການເມືອງສູນກາງພັກ, ຮອງປະທານ, ຜູ້ປະຈໍາການຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບສະຫາຍ ພົນເອກ ເຊີເກ ໂຊຍກູ, ເລຂາທິການສະພາຄວາມໝັ້ນຄົງ ແຫ່ງ ສ. ຣັດ​ເຊຍ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຄື່ອນໄຫວເຮັດວຽກ ຢູ່ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງວັນທີ 10-12 ທັນວາ 2025.
ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຕ້ອນຮັບສະຫາຍ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຕ້ອນຮັບສະຫາຍ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ຕອນແລງ ວັນທີ 11 ທັນວານີ້, ທີ່ສໍານັກງານນາຍົກລັດຖະມົນຕີ, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ, ກໍາມະການກົມການເມືອງສູນກາງພັກ, ຮອງປະທານ, ຜູ້ປະຈໍາການຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບສະຫາຍ ພົນເອກ ເຊີເກ ໂຊຍກູ, ເລຂາທິການສະພາຄວາມໝັ້ນຄົງ ແຫ່ງ ສ. ຣັດ​ເຊຍ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຄື່ອນໄຫວເຮັດວຽກ ຢູ່ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງວັນທີ 10-12 ທັນວາ 2025.
ປະທານ ໄກສອນ ພົມວິຫານ ຜູ້ວາງຮາກຖານສາຍພົວພັນມິດຕະພາບ ແລະ ຄວາມສາມັກຄີພິເສດ ລາວ-ຫວຽດນາມ  (ເນື່ອງໃນໂອກາດວັນ​ເກີດ​ປະ​ທານ​ ໄກ​ສອນ ພົມ​ວິ​ຫານ ຄົບຮອບ 105 ປີ, 13/12/1920-13/12/2025)

ປະທານ ໄກສອນ ພົມວິຫານ ຜູ້ວາງຮາກຖານສາຍພົວພັນມິດຕະພາບ ແລະ ຄວາມສາມັກຄີພິເສດ ລາວ-ຫວຽດນາມ (ເນື່ອງໃນໂອກາດວັນ​ເກີດ​ປະ​ທານ​ ໄກ​ສອນ ພົມ​ວິ​ຫານ ຄົບຮອບ 105 ປີ, 13/12/1920-13/12/2025)

ປະທານ ໄກສອນ ພົມວິຫານ ບໍ່ພຽງແຕ່ເປັນຜູ້ນຳຂອງພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າເທົ່ານັ້ນທ່ານຍັງເປັນບຸກຄົນຜູ້ໂດດເດັ່ນຂອງຂະບວນການປະຕິວັດອິນດູຈີນ ແລະ ເປັນມິດສະຫາຍຜູ້ຍິ່ງໃຫຍ່ຂອງພັກ, ລັດ ແລະ ປະຊາຊົນຫວຽດນາມ. ຊີວິດ ແລະ ພາລະກິດການປະຕິວັດຂອງທ່ານໄດ້ຜູກພັນກັບການຕໍ່ສູ້ເພື່ອປົດປ່ອຍຊາດ, ການສ້າງຕັ້ງພັກປະຊາຊົນປະຕິວັດລາວ, ການສ້າງແນວທາງສາມັກຄີເປັນປຶກແຜ່ນຂອງປວງຊົນທັງຊາດ ແລະ ໂດຍສະເພາະຢ່າງຍິ່ງ ແມ່ນການວາງຮາກຖານ ແລະ ພັດທະນາສາຍພົວພັນພິເສດລະຫວ່າງ ລາວ-ຫວຽດນາມ.
ຊ່ຽວຊານວິທະຍາຄານການເມືອງຫວຽດນາມ ມອບປຶ້ມແບບຮຽນໃຫ້ ວກປສ ລາວ

ຊ່ຽວຊານວິທະຍາຄານການເມືອງຫວຽດນາມ ມອບປຶ້ມແບບຮຽນໃຫ້ ວກປສ ລາວ

ວັນທີ 10 ທັນວາຜ່ານມາ, ທ່ານ ພັທ ຮວາງຮຸຍແທັງ ຫົວໜ້າຄະນະຊ່ຽວຊານວິທະຍາຄານການເມືອງ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ພ້ອມດ້ວຍຄະນະໄດ້ນໍາປຶ້ມແບບຮຽນ ແລະ ເອກະສານເພື່ອຄົ້ນຄວ້າໃນການຮຽນ-ການສອນມາມອບໃຫ້ວິທະຍາຄານການເມືອງປ້ອງກັນຄວາມສະຫງົບ (ວກປສ) ສປປ ລາວ, ກ່າວຮັບໂດຍທ່ານ ພັອ ສີເພົ້າ ບຸນບາລິດ ຮອງຫົວໜ້າອໍານວຍການວິທະຍາຄານການເມືອງປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະທັງສອງຝ່າຍເຂົ້າຮ່ວມ.
ຄະນະຜູ້ແທນ ຄະນະສັນຕິພາບຫວຽດນາມ ຢ້ຽມຢາມແຂວງວຽງຈັນ.

ຄະນະຜູ້ແທນ ຄະນະສັນຕິພາບຫວຽດນາມ ຢ້ຽມຢາມແຂວງວຽງຈັນ.

ໃນວັນທີ 10 ທັນວານີ້, ຄະນະຜູ້ແທນ ຄະນະສັນຕິພາບຫວຽດນາມ ຊຶ່ງນຳໂດຍ ສະຫາຍ ອວງ ຈູ ລິວ ອະດີດກຳມະການສູນກາງພັກກອມມູນິດຫວຽດນາມ ອະດີດຮອງປະທານສະພາແຫ່ງຊາດ, ປະທານຄະນະສັນຕິພາບຫວຽດນາມ, ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມ ແລະ ເຂົ້າພົບປະກັບການນຳແຂວງວຽງຈັນ ໂດຍການຕ້ອນຮັບຢ່າງອົບອຸ່ນຈາກ ສະຫາຍ ພູວົງ ບຸນຊູ ຮອງເລຂາພັກແຂວງ, ພ້ອມດ້ວຍຄະນະນຳຂອງແຂວງ, ພິທີໄດ້ມີຂຶ້ນຢູ່ທີ່ຫ້ອງຮັບຮອງຂອງແຂວງ.
ສະຖານທູດລາວ  ປະຈຳ ສປ ຈີນ ສະຫຼອງວັນຊາດຄົບຮອບ 50 ປີ

ສະຖານທູດລາວ ປະຈຳ ສປ ຈີນ ສະຫຼອງວັນຊາດຄົບຮອບ 50 ປີ

ສະຖານທູດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ(ສປປ ລາວ) ປະຈຳ ສາທາລະນະລັດປະຊາຊົນຈີນ(ສປ ຈີນ) ໄດ້ຈັດງານພິທີສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ໃນວັນທີ 2 ທັນວາ 2025, ທີ່ໂຮງແຮມ Kerry, ນະຄອນຫຼວງປັກກິ່ງ, ສປ ຈີນ ຊຶ່ງໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ສົມພອນ ສີຈະເລີນ, ເອກອັກຄະລັດຖະທູດ ຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາ ສປ ຈີນ, ທ່ານ ເພິງ ຊິງຮວາ(Peng Qinghua), ຮອງປະທານສະພາປະຊາຊົນຈີນ, ທ່ານ ນາງ ຊຸນ ຮາຍແຢນ(Sun Haiyan)ຮອງຫົວໜ້າຄະພົວພັນການຕ່າງປະເທດຈີນ, ທ່ານ ສາຍ ເວີຍ (Cai Wei) ຜູ້ຊ່ວຍລັດຖະມົນຕີກະຊວງການຕ່າງປະເທດຈີນ, ທ່ານ ພົນຕີ ຮວາງ ເວິນທາວ(Huang Wentao)ຫົວໜ້າສະຖາບັນການເມືອງ, ກະຊວງປ້ອງກັນປະເທດຈີນ, ຮອງເລຂາທິການໃຫຍ່ອົງການຮ່ວມມືຊຽງໄຮ້ (SCO), ເລຂາທິການໃຫຍ່ ສູນອາຊຽນ-ຈີນ, ບັນດາທູຕານຸທູດອາຊຽນ ແລະ ອົງການຮ່ວມມືຊຽງໄຮ້, ຜູ້ຕາງໜ້າຈາກອົງການຈັດຕັ້ງສາກົນ ແລະ ເຈົ້າໜ້າທີ່ອາວຸໂສຈາກພາກສ່ວນທີ່ກ່ຽວຂ້ອງຂັ້ນສູນກາງ ແລະ ທ້ອງຖິ່ນຂອງຈີນ, ອະດີິດທູດຈີນປະຈໍາລາວ, ອະດີດທະຫານອາສາສະໝັກທີ່ເຄີຍໄປຊ່ວຍລາວ, ນັກທຸລະກິດ, ນັກສຶກສາລາວ ແລະ ພາກສວນອື່ນໆເຂົ້າຮ່ວມລວມທັງໝົດ 400 ກວ່າທ່ານ.
ເພີ່ມເຕີມ