![]() |
ໃນໂອກາດອັນສະຫງ່າລາສີນີ້, ທ່ານ ທູດ ໄດ້ນໍາເອົາຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນຄວາມຮັກແພງ ແລະ ຄວາມອວຍພອນໄຊອັນປະເສີດ ເພື່ອສັນຕິພາບ, ມິດຕະພາບ, ຄວາມສົມບູນພູນສຸກ, ການພົວພັນຮ່ວມມືທີ່ດີ ຂອງ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ຝາກເຖິງ ທ່ານ ປະທານປະເທດ ແຫ່ງ ສາທາລະນະລັດຝຣັ່ງ ກໍຄື ລັດຖະບານ ແລະ ປະຊາຊົນຝຣັ່ງ ທຸກຖ້ວນໜ້າ.
ນອກຈາກນີ້, ທ່ານທູດ ກໍຍັງໄດ້ສະແດງຄວາມຂອບໃຈ ຕໍ່ ທ່ານປະທານາທິບໍດີ ທີ່ໃຫ້ກຽດຮັບສານໃນຄັ້ງນີ້ ແລະ ໄດ້ໃຫ້ຄຳໝັ້ນສັນຍາວ່າ ໃນໄລຍະທີ່ຕົນດຳລົງຕຳແໜ່ງຈະເຮັດສຸດຄວາມສາມາດ ເພື່ອສືບຕໍ່ຮັກສາ ແລະ ເພີ່ມທະວີສຳພັນທະໄມຕີ, ການຮ່ວມມືຂອງສອງປະເທດທີ່ດີງາມມາແຕ່ດົນນານໃຫ້ດີຂຶ້ນໄປເລື້ອຍໆ. ພ້ອມທັງ ຍັງໄດ້ຕາງໜ້າໃຫ້ແກ່ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈຕໍ່ລັດຖະບານ ແລະ ປະຊາຊົນຝຣັ່ງ ທີ່ໄດ້ໃຫ້ການສະໜັບສະໜູນການພັດທະນາຂອງ ສປປ ລາວ ໃນດ້ານເສດຖະກິດ-ສັງຄົມ ແລະ ສົ່ງເສີມການສຶກສາ (ດ້ານພາສາຝຣັ່ງ) ແລະ ອື່ນໆ ຂອງ ສປປ ລາວ ໃນໄລຍະຜ່ານມາ ແລະ ຫວັງວ່າ ຈະໄດ້ຮັບການສືບຕໍ່ຮ່ວມມື ສະໜັບສະໜູນ ຢ່າງດີໃນຕໍ່ໜ້າ.
ໃນໂອກາດດຽວກັນນີ້, ທ່ານປະທານາທິບໍດີ ກໍໄດ້ສະແດງຄວາມຊົມເຊີຍ ທ່ານ ເອກອັກຄະລັດຖະທູດລາວຄົນໃໝ່ ແລະ ໄດ້ຝາກຄວາມຢື້ຢາມຖາມຂ່າວ, ຄວາມຮັກແພງ, ຄໍາອວຍພອນໄຊອັນປະເສີດ ແລະ ມິດຕະພາບການພົວພັນທີ່ດີ ມາຍັງ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ, ລັດຖະບານ ແລະ ປະຊາຊາຊົນລາວ ແລະ ພ້ອມທີ່ຈະສືບຕໍ່ຮ່ວມມືສົ່ງເສີມສາຍພົວພັນສອງຝ່າຍໃຫ້ຍືນນານໃນຕໍ່ໜ້າ.
ຂ່າວ: ກະຊວງການຕ່າງປະເທດ
ຄໍາເຫັນ