ທ່ານ ສະເຫຼີມໄຊ ກົມມະສິດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທູດປະເທດເພື່ອນມິດ

ທ່ານ ສະເຫຼີມໄຊ ກົມມະສິດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທູດປະເທດເພື່ອນມິດ
ໃນວັນທີ 16 ກຸມພານີ້ ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງບັນດາທູດປະເທດເພື່ອນມິດ ຕາມລຳດັບ ຄື: 1. ທ່ານ ອ່ອງ ໂກ (Aung Ko) ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ສະຫະພາບ ມຽນມາ ປະຈໍາ ສປປ ລາວ ແລະ 2. ທ່ານ ນາງ ຊາມິນາ ເມຕາ (Samina Mehtab), ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ອິດສະລາມ ປາກິດສະຖານ ປະຈຳ ສປປ ລາວ, ໃນໂອກາດທີ່ຖືກແຕ່ງຕັ້ງໃຫ້ມາດຳລົງຕຳແໜ່ງເປັນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ປະຈຳ ສປປ ລາວ ຄົນໃໝ່.
ໃນໂອກາດນີ້, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍຕໍ່ ທ່ານທູດທັງສອງປະເທດ ທີ່ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກລັດຖະບານ ກໍຄື ປະຊາຊົນຂອງຕົນ, ຖືກແຕ່ງຕັ້ງໃຫ້ມາດຳລົງຕຳແໜ່ງເປັນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ຄົນໃໝ່ ປະຈຳ ສປປ ລາວ, ທັງສະແດງຄວາມເຊື່ອໝັ້ນວ່າດ້ວຍປະສົບການທາງດ້ານການທູດທີ່ອຸດົມສົມບູນຂອງທ່ານທູດທັງສອງ ຈະເປັນຂົວຕໍ່ເຮັດໃຫ້ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ໃຫ້ໄດ້ຮັບການສືບຕໍ່ເພີ່ມທະວີ ແລະ ຈະເລີນງອກງາມຍິ່ງໆຂຶ້ນໃນອະນາຄົດ, ຊຶ່ງ ກະຊວງການຕ່າງປະເທດ ແລະ ພາກສ່ວນກ່ຽວຂ້ອງຕ່າງໆຂອງ ສປປ ລາວ ພ້ອມທີ່ຈະໃຫ້ການຮ່ວມມື, ສະໜັບສະໜູນ ແລະ ອໍານວຍຄວາມສະດວກ ເພື່ອໃຫ້ບັນດາທ່ານທູດ ສາມາດເຮັດສໍາເລັດໜ້າທີ່ວຽກງານຂອງຕົນທີ່ໄດ້ຮັບມອບໝາຍຢ່າງຈົບງາມ. ພ້ອມດຽວກັນ, ທ່ານຮອງນາຍົກລັດຖະມົນຕີ ກໍໄດ້ສະເໜີໃຫ້ ທ່ານທູດທັງສອງ ຈົ່ງສືບຕໍ່ຊຸກຍູ້ໃຫ້ມີການແລກປ່ຽນການຢ້ຽມຢຽມເຊິ່ງກັນ ແລະ ກັນ ລະຫວ່າງ ບັນດາການນຳຂັ້ນສູງ ໃນຕໍ່ໜ້າ, ຊຸກຍູ້ເພີ່ມທະວີການຮ່ວມມືດ້ານການຄ້າ, ການລົງທຶນ, ບໍ່ແຮ່, ພະລັງງານໄຟຟ້າ ແລະ ອື່ນໆ, ທັງໄດ້ແຈ້ງໃຫ້ຊາບ ກ່ຽວກັບ ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ໂດຍເນັ້ນການສົ່ງເສີມການເຊື່ອມຕໍ່ພາກພື້ນ ແລະ ສ້າງຄວາມເຂັ້ມແຂງແກ່ອາຊຽນ, ທັງເສີມຂະຫຍາຍການພົວພັນຮ່ວມມືກັບບັນດາຄູ່ຮ່ວມພັດທະນາຕ່າງໆ, ຫວັງຢ່າງຍິ່ງວ່າ ຈະໄດ້ຮັບການສະໜັບສະໜູນຊ່ວຍເຫຼືອ ແລະ ການຮ່ວມມື ຈາກທ່ານທູດທັງສອງ ເພື່ອເຮັດໃຫ້ການເປັນປະທານອາຊຽນຂອງ ສປປ ລາວ ປະສົບຜົນສໍາເລັດຢ່າງຈົບງາມ. ພ້ອມນີ້, ທ່ານຮອງນາຍົກລັດຖະມົນຕີ ໄດ້ອວຍພອນໃຫ້ທ່ານທູດທັງສອງ ຈົ່ງປະສົບຜົນສໍາເລັດໃນການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ ໃນຄັ້ງນີ້.
ໃນຂະນະດຽວກັນ, ທ່ານທູດທັງສອງ ກໍໄດ້ສະແດງຄວາມຂອບໃຈຕໍ່ ທ່ານ ສະເຫຼີມໄຊ ກົມມະສິດ ທີ່ໄດ້ໃຫ້ການຕ້ອນຮັບອັນອົບອຸ່ນ ໃນໂອກາດມາປະຕິບັດໜ້າທີ່ຢູ່ ສປປ ລາວ ຄັ້ງນີ້, ພ້ອມທັງ ໄດ້ຢືນຢັນ ຈະສຸມທຸກກຳລັງແຮງຂອງຕົນ ປະກອບສ່ວນເຂົ້າໃນການຊຸກຍູ້ສົ່ງເສີມການພົວພັນຮ່ວມມື ລະຫວ່າງ ປະເທດຂອງຕົນກັບ ສປປ ລາວ ໃຫ້ຫຼາຍຂຶ້ນໃນຕໍ່ໜ້າ ແລະ ໃຫ້ການສະໜັບສະໜູນຊ່ວຍເຫຼືອຊຶ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ.
 
●    ສປປ ລາວ ແລະ ສສ ມຽນມາ ໄດ້ສ້າງຕັ້ງສາຍພົວພັນການທູດນຳກັນໃນວັນທີ 12 ກໍລະກົດ 1955.
●    ສປປ ລາວ ແລະ ສາທາລະນະລັດ ອິດສະລາມ ປາກິດສະຖານ ໄດ້ສ້າງຕັ້ງສາຍພົວພັນການທູດນຳກັນ ໃນວັນທີ 17 ກໍລະກົດ 1965. (ຂ່າວ: ກຕທ)

ຄໍາເຫັນ

ຂ່າວການຮ່ວມມື

ສະຫຼອງວັນຊາດອິນເດຍ ຄົບຮອບ 77 ປີ

ສະຫຼອງວັນຊາດອິນເດຍ ຄົບຮອບ 77 ປີ

ສະຖານທູດອິນເດຍ ປະຈຳລາວ ໄດ້ຈັດງານລ້ຽງສະເຫຼີມສະຫຼອງວັນຊາດ ສາທາລະນະລັດອິນເດຍ ຄົບຮອບ 77 ປີ ໃນວັນທີ 26 ມັງກອນນີ້ ຢູ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ໂຢເກສວາ ສັງວານ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ອິນເດຍ ປະຈຳລາວ, ມີ ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ທ່ານ ນາງ ຟອງສະໝຸດ ອັນລາວັນ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ມີຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ແຂກຖືກເຊີນເຂົ້າຮ່ວມ.
ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປ ຕີມໍເລັດສະເຕ

ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປ ຕີມໍເລັດສະເຕ

ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປລາວ ແລະ ສປ ຕີມໍເລັດສະເຕ, ໃນອາທິດຜ່ານມານີ້ ທ່ານ ນາງ ຟອງສະໝຸດ ອັ່ນລາວັນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປ ຕີມໍເລັດສະເຕ ຢ່າງເປັນທາງການເພື່ອກວດກາດິນ ແລະ ເຮືອນ ທີ່ຝ່າຍລາວໄດ້ແລກປ່ຽນກັບ ຝ່າຍຕີມໍ ແລະ ມີເເຜນນຳໃຊ້ສ້າງຕັ້ງເປັນສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ທີ່ ນະຄອນຫຼວງດີລີ ສປ ຕີມໍເລັດສະເຕ.
ສະວິດເຊີແລນ ສະໜັບສະໜູນ ສ້າງຄວາມເຂັ້ມແຂງ ການຄຸ້ມຄອງ ສຳປະທານດິນ ເພື່ອການເຕີບໂຕທີ່ຍືນຍົງ ຢູ່ ສປປ ລາວ

ສະວິດເຊີແລນ ສະໜັບສະໜູນ ສ້າງຄວາມເຂັ້ມແຂງ ການຄຸ້ມຄອງ ສຳປະທານດິນ ເພື່ອການເຕີບໂຕທີ່ຍືນຍົງ ຢູ່ ສປປ ລາວ

ລັດຖະບານ ແຫ່ງ ສປປ ລາວ ແລະ ສະວິດເຊີແລນ, ຮ່ວມກັບ ສູນເພື່ອການພັດທະນາ ແລະ ສິ່ງແວດລ້ອມ (CDE) ປະເທດ ສະວິດເຊີແລນ ໄດ້ຈັດກອງປະຊຸມຄະນະຊີ້ນຳໂຄງການ ຊີວິດຈາກດິນ ຂຶ້ນຫວ່າງມໍ່ໆມານີ້ ຢູ່ ນະຄອນຫຼວງວຽງຈັນ. ກອງປະຊຸມດັ່ງກ່າວໂດຍເປັນປະທານຮ່ວມຂອງທ່ານ ກິແກ້ວ ສິງນາວົງ ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ແລະ ທ່ານ ຈອນ ກາບຣີວ ດູສ ຫົວໜ້າອົງການ ສະວິດ ເພື່ອການພັດທະນາ ແລະ ການຮ່ວມມື ປະຈຳພາກພື້ນແມ່ນໍ້າຂອງ ແລະ ມີພະນັກງານ ຈາກບັນດາກະຊວງທີ່ກ່ຽວຂ້ອງເຂົ້າຮ່ວມ ໂດຍມີຈຸດປະສົງເພື່ອທົບທວນຄວາມຄືບໜ້າ ຂອງການຈັດຕັ້ງປະຕິບັດໂຄງການ ແລະ ປຶກສາຫາລື ຍຸດທະສາດ ໃນການສ້າງຄວາມເຂັ້ມແຂງ ການຄຸ້ມຄອງທີ່ດິນ ຢູ່ ສປປ ລາວ.
ສະມາຄົມຮ່ວມມື ແລະ ພັດທະນາໄວໜຸ່ມ ລາວ-ຈີນ ປຶກສາຫາລືຍຸດທະສາດ ສ້າງຕັ້ງຄະນະກໍາມະການສະເພາະກິດຊຸດໃໝ່ເພີ່ມທະວີຮັດ​ແໜ້ນສາຍພົວພັນດ້ານວິສາຫະກິດ

ສະມາຄົມຮ່ວມມື ແລະ ພັດທະນາໄວໜຸ່ມ ລາວ-ຈີນ ປຶກສາຫາລືຍຸດທະສາດ ສ້າງຕັ້ງຄະນະກໍາມະການສະເພາະກິດຊຸດໃໝ່ເພີ່ມທະວີຮັດ​ແໜ້ນສາຍພົວພັນດ້ານວິສາຫະກິດ

ເພື່ອເປັນບາດກ້າວອັນສໍາຄັນໃນການຮັດແໜ້ນການຮ່ວມມືດ້ານວິສາຫະກິດລະຫວ່າງສອງຊາດ, ສະມາຄົມຮ່ວມມື ແລະ ພັດທະນາໄວໜຸ່ມ ລາວ-ຈີນ (ACD) ໄດ້ຈັດກອງປະຊຸມພົບປະຜູ້ປະກອບການ ແລະ ກິດຈະກຳນຳສະເໜີແຜນທຸລະກິດຂຶ້ນເມື່ອ​ວັນ​ທີ 24 ມັງ​ກອນ​ຜ່ານ​ມາທີ່ຮ້ານກາເຟ Buratino.
ລັດຖະບານຍີ່ປຸ່ນ ສະໜັບສະໜູນການຍົກລະດັບການສຶກສາແຂວງບໍ່ແກ້ວ

ລັດຖະບານຍີ່ປຸ່ນ ສະໜັບສະໜູນການຍົກລະດັບການສຶກສາແຂວງບໍ່ແກ້ວ

ວັນທີ 26 ມັງກອນນີ້, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 70,526ໂດລາ ໃນການສະໜັບສະໜູນ “ໂຄງການກໍ່ສ້າງໂຮງຮຽນປະຖົມປາງທອງ ໃນແຂວງບໍ່ແກ້ວ” ເພື່ອຍົກລະດັບຄຸນນະພາບການຮຽນ ແລະ ສິດສອນຂອງຄູ-ນັກຮຽນຂອງໂຮງຮຽນດັ່ງກ່າວ ພາຍໃຕ້​ໂຄງ​ການ​ເສີມ​ສ້າງ​ຄວາມ​ໝັ້ນ​ຄົງ​ຂອງ​ມະ​ນຸດ​ຂັ້ນ​ຮາກ​ຖານ (GGP).
ຄຸນຄ່າ ຄວາມສຳຄັນຂອງການແລກປ່ຽນອາລະຍະທໍາ -ການຮຽນຮູ້ເຊິ່ງກັນ ແລະ ກັນ

ຄຸນຄ່າ ຄວາມສຳຄັນຂອງການແລກປ່ຽນອາລະຍະທໍາ -ການຮຽນຮູ້ເຊິ່ງກັນ ແລະ ກັນ

ທ່ານ ເລຂາທິການໃຫຍ່ ສີຈິ້ນຜິງ ໄດ້ຊີ້ໃຫ້ເຫັນວ່າ: “ອາລະຍະທຳຈະມີສີສັນສົດໃສຂຶ້ນຜ່ານການແລກປ່ຽນ ແລະ ອຸດົມສົມບູນຂຶ້ນຜ່ານການຮຽນຮູ້ເຊິ່ງກັນ ແລະ ກັນ. ການແລກປ່ຽນ ແລະ ການຮຽນຮູ້ເຊິ່ງກັນ ແລະ ກັນລະຫວ່າງອາລະຍະທຳຕ່າງໆ ແມ່ນແຮງຂັບເຄື່ອນທີ່ສຳຄັນໃນການສົ່ງເສີມຄວາມກ້າວໜ້າຂອງອາລະຍະທຳມະນຸດ, ສັນຕິພາບ ແລະ ການພັດທະນາຂອງໂລກ”.
ກອງປະຊຸມໃຫຍ່ສະມາຄົມຫວຽດນາມ ແຂວງເຊກອງ ສະໄໝທີ V ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມໃຫຍ່ສະມາຄົມຫວຽດນາມ ແຂວງເຊກອງ ສະໄໝທີ V ໄຂຂຶ້ນຢ່າງເປັນທາງການ

ໃນວັນທີ 26 ມັງກອນນີ້, ກອງປະຊຸມໃຫຍ່ສະມາຄົມຫວຽດນາມ ແຂວງເຊກອງ ສະໄໝທີ V (2026-2030) ໄດ້ໄຂຂຶ້ນຢ່າງເປັນທາງການ ໂດຍການເຂົ້າຮ່ວມຂອງທ່ານ ຂັນຕີ ສີລະວົງສາ ຮອງເລຂາພັກແຂວງ ປະທານຄະນະກຳມະການປົກຄອງແຂວງເຊກອງ, ມີທ່ານ ຕ້າ ເຟືອງ ຢຸງ ກົງສູນໃຫຍ່ ສສ ຫວຽດນາມ ປະຈໍາປາກເຊ, ທ່ານ ຟ້ານ ວັນ ຮຸ່ງ ປະທານສະມາຄົມຫວຽດນາມ ປະຈໍາ ສປປ ລາວ, ມີແຂກຖືກເຊີນຈາກແຂວງຈໍາປາສັກ, ອັດຕະປື, ສາລະວັນ ແລະ ແຂວງເຊກອງ ພ້ອມດ້ວຍຂະແໜງການກ່ຽວຂ້ອງເຂົ້າຮ່ວມ.
ເປີດນໍາໃຊ້ອາຄານໂຮງຮຽນລາວ-ຈີນ ເຊີນຈືເຕີ

ເປີດນໍາໃຊ້ອາຄານໂຮງຮຽນລາວ-ຈີນ ເຊີນຈືເຕີ

ພິທີເປີດໂຮງຮຽນເຊີນຈືເຕີຢ່າງເປັນທາງການ ແລະ ສະເຫຼີມສະຫຼອງບຸນກຸດຈີນປະຈຳປີ 2026ໄດ້ຈັດຂຶ້ນໃນວັນທີ 24 ມັງກອນຜ່ານມາ ຢູ່ທີ່ໂຮງຮຽນລາວ-ຈີນ ເຊີນຈືເຕີ ເມືອງສິງ ແຂວງຫຼວງນໍ້າທາ, ເຂົ້າຮ່ວມມີທ່ານ ວົງມະນີ ເພື່ອປະຊາ ກຳມະການປະຈຳພັກແຂວງ ຮອງປະທານຄະນະກຳມະການປົກຄອງແຂວງ ຜູ້ຊີ້ນໍາວຽກງານຂົງເຂດວັດທະນະທຳ-ສັງຄົມແຂວງ,ທ່ານ ຈາງ ເຮີຊຸນ ຮອງກົງສູນໃຫຍ່ແຫ່ງ ສປຈີນ ປະຈຳນະຄອນຫຼວງພະບາງ,ມີພາກສ່ວນກ່ຽວຂ້ອງຂັ້ນແຂວງ,ຂັ້ນເມືອງ ແລະ ແຂກຖືກເຊີນເຂົ້າຮ່ວມ.
ສະແດງສິລະປະປ້ອງກັນຕົວຍີ່ປຸ່ນ (ບູໂດ) ຄັ້ງທີ 23

ສະແດງສິລະປະປ້ອງກັນຕົວຍີ່ປຸ່ນ (ບູໂດ) ຄັ້ງທີ 23

ງານສະແດງສິລະປະປ້ອງກັນຕົວຍີ່ປຸ່ນ(ບູໂດ) ຄັ້ງທີ 23 ໄດ້ຈັດຂຶ້ນໂດຍສະຖານທູດຍີ່ປຸ່ນປະຈຳລາວ ໃນວັນທີ 24 ມັງກອນ 2026 ທີ່ສູນກິລາບູໂດ ລາວ-ຍີ່ປຸ່ນ ທີ່ນະຄອນຫຼວງວຽງຈັນ.
ມອບ-ຮັບອຸປະກອນຮັບໃຊ້ໂຄງການຊ່ວຍເຫຼືອການສຶກສາທາງໄກ

ມອບ-ຮັບອຸປະກອນຮັບໃຊ້ໂຄງການຊ່ວຍເຫຼືອການສຶກສາທາງໄກ

ພິທີມອບ-ຮັບອຸປະກອນຮັບໃຊ້ໂຄງການຊ່ວຍເຫຼືອການສຶກສາທາງໄກ ສປປ ລາວ ໄດ້ຈັດຂຶ້ນຫວ່າງ ມໍ່ໆມານີ້ ທີ່ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມັນຕີ ກະຊວງສຶກສາທິການ ແລະ ກິລາ, ທ່ານ ນາງ ຫຼີ ຊີເຈິນ ທີ່ປຶກສາດ້ານເສດຖະກິດ ແລະ ການຄ້າ ສະຖານທູດ ສປ ຈີນ ປະຈຳ ສປປ ລາວ, ທ່ານ ຟ້ານ ເວີ້ຍເຫີວນ ຜູ້ອຳນວຍການໃຫຍ່ສຳນັກພິມການສຶກສາຊຽງໄຮ ສປ ຈີນ, ທ່ານ ນາງ ແສງເດືອນ ໄຊຍະກອນ ຮອງປະທານຄະນະກຳມະການຮ່ວມມືລາວ-ຈີນ ແລະ ພາກສ່ວນທີ່ກ່ຽວ ຂ້ອງເຂົ້າຮ່ວມ.
ເພີ່ມເຕີມ