ທ່ານ ສີຈິ້ນຜິງ ເນັ້ນໜັກວ່າ: ໄລຍະ “ແຜນພັດທະນາ 5 ປີຄັ້ງທີ XV ”ເປັນໄລຍະທີ່ເປັນຂໍກຸນແຈຕໍ່ການບັນລຸຄວາມທັນສະໄໝສັງຄົມນິຍົມໃນຂັ້ນພື້ນຖານ, ອົງການຈັດຕັ້ງພັກທຸກຂັ້ນ, ສະມາຊິກພັກ ແລະ ພະນັກງານຈຳນວນຫຼວງຫຼາຍຕ້ອງເພີ່ມທະວີຄວາມຮັບຜິດຊອບທາງການເມືອງ ແລະ ພາລະກຳດ້ານປະຫວັດສາດ, ປິ່ນອ້ອມຢ່າງແໜ້ນແຟ້ນຕໍ່ຄວາມຮຽກຮ້ອງຂອງວຽກງານການປະຕິບັດທັດສະນະພັດທະນາແບບໃໝ່, ຊຸກຍູ້ການພັດທະນາໃນຄຸນນະພາບສູງ ແລະ ເລັ່ງລັດສ້າງສະຖານະພາບການພັດທະນາໃໝ່, ຕັ້ງໃຈຊອກຄົ້ນຫາວິທີ ແລະ ຊ່ອງທາງທີ່ມີປະສິດທິຜົນເພື່ອຈັດຕັ້ງປະຕິບັດນະໂຍບາຍ ແລະ ການຈັດວາງທີ່ສຳຄັນຂອງສູນກາງພັກ.
ປີ 2026 ອິນໂດເນເຊຍ ຈະຈັດຕັ້ງປະຕິບັດນະໂຍບາຍເຂົ້າລາຄາດຽວ
ຂ່າວຕ່າງປະເທດລາຍງານ ໃນວັນທີ 12 ມັງກອນ ຜ່ານມາວ່າ: ທ່ານ ຊຸລກິຟລີ ຮາຊັນ ລັດຖະມົນຕີກະຊວງປະສານງານດ້ານອາຫານຂອງອິນໂດເນເຊຍ ໄດ້ເປີດເຜີຍວ່າ, ອິນໂດເນເຊຍກໍາລັງກະກຽມທີ່ຈະຈັດຕັ້ງປະຕິບັດນະໂຍບາຍເຂົ້າລາຄາດຽວທົ່ວປະເທດພາຍໃນປີ 2026 ເພື່ອຫຼຸດຜ່ອນຄວາມແຕກຕ່າງຂອງລາຄາໃນທົ່ວພາກພື້ນ.
ຄໍາເຫັນ