ທ່ານ ສີຈິ້ນຜິງ ໄດ້ສະແດງຄວາມຢື້ຢາມຖາມຂ່າວ ແລະ ອວຍພອນເຖິງສະມາຊິກພັກກອມມູນິດຈີນທຸກຖ້ວນໜ້າ ເນື່ອງໃນໂອກາດວັນສ້າງຕັ້ງພັກກອມມູນິດຈີນ ຄົບຮອບ 105 ປີ.
ທ່ານ ສີຈິ້ນຜິງ ກ່າວວ່າ: ຕະຫຼອດໄລຍະ 105 ປີຜ່ານມາມານີ້, ພັກກອມມູນິດຈີນບຸກບືນສູ້ຊົນຢ່າງບໍ່ລົດລະ, ປ່ຽນແປງອະນາຄົດ ແລະ ຊາຕາກຳຂອງປະຊາຊົນຈີນໃນຂັ້ນກົກຮາກ, ບຸກເບີກເສັ້ນທາງອັນຖືກຕ້ອງທີ່ບັນລຸການຟື້ນຟູຄວາມຈະເລີນຮຸ່ງເຮືອງອັນຍິ່ງໃຫຍ່ຂອງປະຊາຊາດຈີນ, ສະແດງໃຫ້ເຫັນພະລັງຊີວິດທີ່ແຂງແຮງຂອງລັດທິມາກ, ສົ່ງຜົນສະທ້ອນທີ່ເລິກເຊິ່ງຕໍ່ຂະບວນວິວັດຂອງປະຫວັດສາດໂລກ, ໄດ້ຝຶກຝົນຫຼໍ່ຫຼອມພັກກອມມູນິດຈີນທີ່ເຂັ້ມແຂງ. ປັດຈຸບັນ, ພະລັງຊີວິດທີ່ເຂັ້ມແຂງຂອງພາລະກິດສັງຄົມນິຍົມທີ່ມີສີສັນພິເສດຂອງຈີນພິສູດໃຫ້ເຫັນເຖິງຄວາມຖືກຕ້ອງຕາມຫຼັກວິທະຍາສາດ ແລະ ລັກສະນະສັດຈະທຳຂອງລັດທິມາກຢ່າງເຕັມສ່ວນ, ສະແດງເຖິງລັກສະນະປະຊາຊົນ ແລະ ລັກສະນະພຶດຕິກຳຂອງລັດທິມາກຢ່າງເຕັມສ່ວນ, ທັງສະແດງໃຫ້ເຫັນເຖິງລັກສະນະເປີດປະຕູສູ່ພາຍນອກ ແລະ ລັກສະນະຍຸກສະໄໝຂອງລັດທິມາກຢ່າງເຕັມສ່ວນ.
ຄໍາເຫັນ