ທ່ານ ສີຈິ້ນຜິງ: “ຄວາມມຸ່ງຫວັງຂອງຂ້າພະເຈົ້າໃນນະທີ່ນີ້ຄືພວກຫຼານຕ່າງຈະສົມຫວັງດັ່ງໃຈປາຖະໜາ”

ທ່ານ ສີຈິ້ນຜິງ: “ຄວາມມຸ່ງຫວັງຂອງຂ້າພະເຈົ້າໃນນະທີ່ນີ້ຄືພວກຫຼານຕ່າງຈະສົມຫວັງດັ່ງໃຈປາຖະໜາ”

ທ່ານ ສີຈິ້ນຜິງ: “ຄວາມມຸ່ງຫວັງຂອງຂ້າພະເຈົ້າໃນນະທີ່ນີ້ຄືພວກຫຼານຕ່າງຈະສົມຫວັງດັ່ງໃຈປາຖະໜາ”
ເດັກນ້ອຍເຍົາວະຊົນຄື ອະນາຄົດຂອງປະເທດຊາດ, ຄືຄວາມຫວັງຂອງຊາດ. ການເຕີບໃຫຍ່ຢ່າງເຂັ້ມແຂງຂອງເດັກນ້ອຍທັງຫຼາຍເປັນສິ່ງທີ່ ທ່ານ ສີຈິ້ນຜິງ ປະທານປະເທດຈີນມີຄວາມຫ່ວງໃຍສະເໝີ. ໃນວັນທີ 29 ພຶດສະພາ 2013, ກ່ອນວັນເດັກນ້ອຍສາກົນ ທີ 1 ມິຖຸນາ ໃກ້ຈະໝູນວຽນມາເຖິງ ຊຶ່ງເປັນວັນເດັກນ້ອຍສາກົນຄັ້ງທຳອິດພາຍຫຼັງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 18 ຂອງພັກກອມມູນິດຈີນ, ທ່ານ ສີຈິ້ນຜິງ ທີ່ຫາກໍໄດ້ຂຶ້ນດຳລົງຕຳແໜ່ງເປັນເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ໄດ້ເດີນທາງໄປຢ້ຽມຢາມວັງເຍົາວະຊົນນະຄອນຫຼວງປັກກິ່ງ ແລະ ສົ່ງຄຳອວຍພອນອັນປະເສີດໄປເຖິງເດັກນ້ອຍເຍົາວະຊົນຈຳນວນມະຫາສານໃນທົ່ວປະເທດຈີນ ໃນນາມ “ເພື່ອນມິດໃຫຍ່” ຄົນໜຶ່ງ.

ທານ ສຈນຜງ: “ຄວາມມງຫວງຂອງຂາພະເຈາໃນນະທນຄພວກຫານຕາງຈະສມຫວງດງໃຈປາຖະໜາ” - image 1
 
ຢູ່ສະຖານທີ່ຈັດກິດຈະກຳ ມີຕົ້ນໄມ້ຕົ້ນໜຶ່ງທີ່ມີບັດລະບຸຄວາມມຸ່ງຫວັງຫ້ອຍເຕັມຕົ້ນ. ເດັກນ້ອຍເຍົາວະຊົນທີ່ມາຈາກເຂດຖານທີ່ໝັ້ນຂອງການປະຕິວັດ, ເດັກເຝົ້າເຮືອນໃນບ້ານຊົນນະບົດ ເນື່ອງຈາກພໍ່ແມ່ໄປເຮັດວຽກຢູ່ຕ່າງຖິ່ນ ແລະ ອື່ນໆໄດ້ຫຸ້ມອ້ອມໂຕທ່ານ ສີຈິ້ນຜິງ ເພື່ອເລົ່າຄວາມມຸ່ງຫວັງຂອງຕົນສູ່ເພິ່ນຟັງ. ທ່ານ ສີຈິ້ນຜິງ ງຶກຫົວ ແລະ ຕອບຮັບດ້ວຍຮອຍຍິ້ມພ້ອມທັງບອກເດັກໆທັງຫຼາຍວ່າ: “ຄວາມມຸ່ງຫວັງຂອງຂ້າພະເຈົ້າໃນນະທີ່ນີ້ຄືພວກຫຼານຕ່າງຈະສົມຫວັງດັ່ງໃຈປາຖະໜາ”
 ທ່ານ ສີຈິ້ນຜິງ ຍັງກ່າວເນັ້ນໜັກວ່າ: “ພວກຫຼານເຕີບໃຫຍ່ໄດ້ດີກວ່າເກົ່າ ຄືຄວາມມຸ່ງຫວັງອັນໃຫຍ່ທີ່ສຸດຂອງພວກເຮົາ.”
ເດັກນ້ອຍເຕີບໃຫຍ່ໄດ້ດີກວ່າເກົ່າ ແມ່ນຢູ່ນຳການປູກຈິດສຳນຶກນ້ຳໃຈຮັກຊາດມາແຕ່ເຍົາໄວ.
    ທ່ານ ສີຈິ້ນຜິງ ໃຫ້ຄວາມສຳຄັນຕໍ່ວຽກງານການປູກຈິດສຳນຶກນ້ຳໃຈຮັກຊາດໃຫ້ແກ່ເດັກນ້ອຍເຍົາວະຊົນມາໂດຍຕະຫຼອດ. ໃນໂອກາດພົບປະໂອ້ລົມກັບເດັກນ້ອຍເຍົາວະຊົນ, ເພິ່ນໄດ້ໃຫ້ຄຳສັ່ງສອນຕ່າງໆເຊັ່ນ: “ພຶດຕິກຳສາມຂວບບອກນິໄສໄດ້ຮອດເຖົ້າ, ພວກເຮົາອົບຮົມບົ່ມສອນລັດທິຮັກຊາດກໍແມ່ນເລີ່ມຈາກເຍົາໄວເຊັ່ນດຽວກັນ”, “ອຸດົມການສຳຄັນທີ່ສຸດໃນຊີວິດກໍຄວນຕິດພັນກັບປະເທດຊາດ ແລະ ປະຊາຊົນຢ່າງແໜ້ນແຟ້ນ”… ສາມາດເວົ້າໄດ້ວ່າ ຄຳສັ່ງສອນອັນຈິງໃຈນີ້ໄດ້ຊີ້ນຳໃຫ້ເດັກນ້ອຍເຍົາວະຊົນເລືອກເສັ້ນທາງຊີວິດທີ່ຖືກຕ້ອງ ແລະ ຢວ່າງບາດກ້າວທຳອິດໃຫ້ດີ.
    ເດັກນ້ອຍເຕີບໃຫຍ່ໄດ້ດີກວ່າເກົ່າ ແມ່ນຢູ່ນຳການຮ່ຳຮຽນເພື່ອຍົກສູງລະດັບຈິດໃຈ ການອອກກຳລັງກາຍເພື່ອຍົກສູງຄຸນນະພາບດ້ານຮ່າງກາຍ. 
    ການເຕີບໃຫຍ່ຢ່າງມີສຸຂະພາບເຂັ້ມແຂງ ແລະ ພັດທະນາຢ່າງຮອບດ້ານຂອງເດັກນ້ອຍເຍົາວະຊົນຄື ຄວາມຫ່ວງໃຍທີ່ອ່ອນໂຍນທີ່ສຸດຢູ່ໃນໃຈຂອງທ່ານ ສີຈິ້ນຜິງ. 
ທານ ສຈນຜງ: “ຄວາມມງຫວງຂອງຂາພະເຈາໃນນະທນຄພວກຫານຕາງຈະສມຫວງດງໃຈປາຖະໜາ” - image 2
 
    ໃນໄລຍະລົງເຄື່ອນໄຫວຢ້ຽມຢາມຢູ່ທ້ອງຖິ່ນ, ເພິ່ນໄດ້ເອົາໃຈໃສ່ວ່າ ອາຫານການກິນຂອງເດັກນ້ອຍຢູ່ໂຮງຮຽນດີ ຫຼື ບໍ່? ນະໂຍບາຍອາຫານທ່ຽງຕາມຫຼັກໂພຊະນາການສຳລັບນັກຮຽນໄດ້ຮັບການປະຕິບັດຄືແນວໃດແລ້ວ? ນອກນີ້, ເພິ່ນຍັງໄດ້ເອົາໃຈໃສ່ເປັນພິເສດຕໍ່ການພັດທະນາຮອບດ້ານທັງຄຸນສົມບັດ ປັນຍາ ສິລະປະ ພະລະ ແລະ ແຮງງານຂອງເດັກນ້ອຍ, ເພິ່ນເນັ້ນໜັກວ່າ: “ຕ້ອງຢຶດ ໝັ້ນຖືຄຸນສົມບັດສຶກສາໄປກ່ອນ”, “ປຸກລະດົມໃຫ້ເດັກນ້ອຍທັງຫຼາຍມາອອກກຳລັງກາຍ”, “ເມື່ອອອກກຳລັງກາຍໃຫ້ຫຼາຍຂຶ້ນ, ເດັກຕຸ້ຍ ແລະ ເດັກໃສ່ແວ່ນຕາກໍຈະຫຼຸດໜ້ອຍລົງ.”
 ເດັກນ້ອຍເຕີບໃຫຍ່ໄດ້ດີກວ່າເກົ່າ ຍັງຢູ່ນຳການສ້າງເງື່ອນໄຂທີ່ເອື້ອອຳນວຍໃຫ້ແກ່ການເຕີບໃຫຍ່ຢ່າງເຂັ້ມແຂງຂອງເດັກນ້ອຍເຍົາວະຊົນ.
    ທ່ານ ສີຈິ້ນຜິງ ໄດ້ເນັ້ນໜັກວ່າ: “ຄະນະພັກ ແລະ ອົງການປົກຄອງທຸກຂັ້ນ ກໍຄືວົງການຕ່າງໆໃນສັງຄົມ ລ້ວນແຕ່ຕ້ອງໃຫ້ຄວາມສຳຄັນຕໍ່ວຽກງານການບົ່ມເພາະ ແລະ ສ້າງອະນາຄົດ, ເອົາໃຈໃສ່ ແລະ ຮັກແພງເດັກນ້ອຍເຍົາວະຊົນ.”  
    ພາຍໃຕ້ການເອົາໃຈໃສ່ຊຸກຍູ້ຂອງທ່ານ ສີຈິ້ນຜິງ, ທ້ອງຖິ່ນຕ່າງໆ ແລະ ພາກສ່ວນຕ່າງໆຂອງຈີນ ໄດ້ສຸມໃສ່ສະໜອງການປົກປັກຮັກສາຢ່າງຮອບດ້ານໃຫ້ແກ່ເດັກນ້ອຍເຍົາວະຊົນໄດ້ເຕີບໃຫຍ່ຢ່າງເຂັ້ມແຂງ, ການຄ້ຳປະກັນດ້ານນະໂຍບາຍ ແລະ ລະບຽບການໄດ້ຮັບການປັບປຸງໃຫ້ດີຂຶ້ນຢ່າງບໍ່ຢຸດຢັ້ງ. ໄດ້ຊຸກຍູ້ການກໍ່ສ້າງລະບົບການສຶກສາດ້ານທິດສະດີການເມືອງ-ແນວຄິດແບບເຊື່ອມໂຍງກັບໂຮງຮຽນປະຖົມ, ມັດທະຍົມ ແລະ ສະຖາບັນການສຶກສາຊັ້ນສູງ, ເພື່ອສ້າງຄ່ານິຍົມອັນຖືກຕ້ອງໃຫ້ແກ່ເດັກນ້ອຍທັງຫຼາຍປານກັບ “ເໜັບກະດຸມເມັດທຳອິດໃນຊີວິດໃຫ້ດີ”; ເຂດທົດລອງການສຶກສາວິທະຍາສາດ, ໂຮງຮຽນທົດລອງການສຶກສາວິທະຍາສາດຊັ້ນປະຖົມ ແລະ ມັດທະຍົມໄດ້ປົກຄຸມຕົວເມືອງ ແລະ ຊົນນະບົດໃນທົ່ວປະເທດ, ເພື່ອນຳພາເດັກນ້ອຍທັງຫຼາຍຕັ້ງຄວາມຝັນແຫ່ງວິທະຍາສາດ; ຈາກການຈັດວິຊາຮຽນກິລາມື້ລະໂມງຮຽນຮອດການຈັດເວລາພັກຜ່ອນຂັ້ນໂມງຮຽນ 15 ນາທີ, ເຮັດໃຫ້ເດັກນ້ອຍທັງຫຼາຍໄດ້ອອກກຳລັງກາຍຢ່າງເບີກບານມ່ວນຊື່ນ; ຈາກການຕັ້ງໜ້າຂະຫຍາຍຫຼັກສູດສິລະປະສຶກສາ ຮອດ ການຈັດຕັ້ງກິດຈະກຳການສະແດງສິລະປະ, ເພື່ອຫຼໍ່ລ້ຽງຈິດໃຈຂອງເດັກນ້ອຍທັງຫຼາຍ; ການອອກແຮງງານໄດ້ກາຍເປັນວິຊາບັງຄັບ, ເພື່ອປູກຈິດສຳນຶກການສົ່ງເສີມການອອກແຮງງານ ແລະ ເຄົາລົບການອອກແຮງງານຕັ້ງແຕ່ຍັງນ້ອຍ. 
ທານ ສຈນຜງ: “ຄວາມມງຫວງຂອງຂາພະເຈາໃນນະທນຄພວກຫານຕາງຈະສມຫວງດງໃຈປາຖະໜາ” - image 3
 
     ນັບແຕ່ປີ 2012 ເປັນຕົ້ນມາ, ສູນກາງພັກກອມມູນິດຈີນ ໄດ້ຈັດເອົາການປະຕິບັດຫຼັກການຖືເດັກນ້ອຍເປັນບຸລິມະສິດ ເຂົ້າໃນສະພາບລວມຂອງວຽກງານພັກ ແລະ ລັດຖະບານ ເພື່ອຊຸກຍູ້ປະຕິບັດເປັນເອກະພາບກັນ, ປັບປຸງລະບົບລະບຽບກົດໝາຍໃຫ້ສົມບູນຂຶ້ນ, ເຜີຍແຜ່ແຜນການແຫ່ງຊາດສະບັບຕ່າງໆເຊັ່ນ: ແຜນການພັດທະນາເດັກນ້ອຍຈີນ (2021—2030) ແຜນການສ້າງປະເທດໃຫ້ເຂັ້ມແຂງດ້ານການສຶກສາ(2024—2035) ເປັນຕົ້ນ, ປັບປຸງກົດໝາຍຕ່າງໆເປັນຕົ້ນແມ່ນ ກົດໝາຍວ່າດ້ວຍການປົກປ້ອງຄົນທີ່ບໍ່ທັນເຕັມກະສຽນອາຍຸ, ກົດໝາຍວ່າດ້ວຍການປ້ອງກັນອາຊະຍາກຳຂອງຄົນທີ່ບໍ່ທັນເຕັມກະສຽນອາຍຸ ແລະ ອື່ນໆ ເພື່ອສ້າງເຄືອຂ່າຍປ້ອງກັນຄວາມປອດໄພຂອງເດັກນ້ອຍທັງຫຼາຍ.
ບົດໂດຍ: ວິທະຍຸ, ໂທລະພາບສູນກາງຈີນ (CMG)

ຄໍາເຫັນ

ຂ່າວຕ່າງປະເທດ

ທ່ານ ສີ​ຈິ້ນ​ຜິງ ​ຕັ້ງ​ຂໍ້ “ປາລະໄນ” ເມື່ອ 30 ກວ່າ​ປີ​ກ່ອນ

ທ່ານ ສີ​ຈິ້ນ​ຜິງ ​ຕັ້ງ​ຂໍ້ “ປາລະໄນ” ເມື່ອ 30 ກວ່າ​ປີ​ກ່ອນ

ເດືອນ​ມິ​ຖຸ​ນາ​ ປີ 1988, ທ່ານ ສີ​ຈິ້ນ​ຜິງ ດຳ​ລົງ​ຕຳ​ແໜ່ງ​ເປັນ​ເລ​ຂາ​ຄະ​ນະ​ພັກ​ເຂດ​ນິງ​ເຕີ ​ແຂວງ​ຟູ​ຈ້ຽນ. ​ໃນ​ການ​ສຳ​ຫຼວດ​ເກັບ​ກຳ​ຂໍ້​ມູນ, ມີ​ປະ​ຊາ​ຊົນ​ຈຳ​ນວນ​ຫຼາຍ​ໄດ້​ສ່ອງ​ແສງ​ບັນ​ຫາ​ພົ້ນ​ເດັ່ນ​ອັນ​ໜຶ່ງຄື: ພະນັກງານຢຶດທີ່ດິນຫຼວງປຸກສ້າງເຮືອນສ່ວນຕົວຢ່າງຜິດລະບຽບການ.
ແຟງລັງ ອະນຸມັດລະບົບຊ່ວຍເຫຼືອຜູ້ຂັບຂີ່ຂອງ Tesla

ແຟງລັງ ອະນຸມັດລະບົບຊ່ວຍເຫຼືອຜູ້ຂັບຂີ່ຂອງ Tesla

ຂ່າວຕ່າງປະເທດລາຍງານວ່າ: ອົງການຂົນສົ່ງຂອງແຟັງລັງ (Traficom) ໄດ້ອະນຸມັດໃຫ້ລະບົບຊ່ວຍເຫຼືອຜູ້ຂັບຂີ່ຂອງ Tesla ສາມາດນຳໃຊ້ໃນທ້ອງຖະໜົນຂອງແຟງລັງໄດ້ໃນວັນທີ 11 ພະຈິກ ຜ່ານມາ ຊຶ່ງເຮັດໃຫ້ບໍລິສັດສາມາດເລີ່ມສະເໜີລະບົບດັ່ງກ່າວໃຫ້ກັບລູກຄ້າໃນປະເທດໄດ້ທັນທີ.
ຢູວີ້ໄຊ ຊຸກຍູ້ການຮ່ວມມືກັບຄູ່ຮ່ວມງານອາຊຽນ

ຢູວີ້ໄຊ ຊຸກຍູ້ການຮ່ວມມືກັບຄູ່ຮ່ວມງານອາຊຽນ

ທ່ານ ຫຼີເສເວີນ ຮອງຜູ້ອຳນວຍການໃຫຍ່ກຸ່ມບໍລິສັດ ຢູວີ້ໄຊ ໄດ້ລາຍງານກ່ຽວກັບສະຖານະການຮ່ວມມືພັດທະນາລະຫວ່າງ ຢູວີ້ໄຊ ກັບອາຊຽນວ່າ: ຢູວີ້ໄຊ ໄດ້ສືບຕໍ່ຂຸດຄົ້ນຕະຫຼາດທ້ອງຖິ່ນຢ່າງເລິກເຊິ່ງ ແລະ ເພີ່ມທະວີການຮ່ວມມືກັບຄູ່ຮ່ວມງານອາຊຽນໃນດ້ານຜະລິດຕະພັນ, ເຕັກໂນໂລຊີ, ການຜະລິດ ແລະ ການບໍລິການ ແລະ ປັດຈຸບັນ, ຜະລິດຕະພັນຂອງ ຢູວີ້ໄຊ ໄດ້ກວມເຖິງຫຼາຍກວ່າ 180 ປະເທດ ແລະ ພາກພື້ນທົ່ວໂລກ. ຮອດທ້າຍເດືອນກັນຍາ 2026, ຈຳນວນເຄື່ອງຈັກ ຢູວີ້ໄຊ ທີ່ມີຢູ່ຕ່າງປະເທດມີຫຼາຍກວ່າ 950,000 ໜ່ວຍ, ໃຫ້ບໍລິການຢ່າງກວ້າງຂວາງໃນຂົງເຂດການຂົນສົ່ງ, ເຄື່ອງຈັກກໍ່ສ້າງ, ເຄື່ອງມືກະສິກຳ, ເຮືອ ແລະ ການຜະລິດໄຟຟ້າ ເປັນຕົ້ນ.
ສິງກະໂປ ເປີດໂຄງການລະດົມທຶນ 500 ລ້ານໂດລາ

ສິງກະໂປ ເປີດໂຄງການລະດົມທຶນ 500 ລ້ານໂດລາ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 11 ພະຈິກ ຜ່ານມາວ່າ: ຖະແຫຼງການຮ່ວມຈາກສຳນັກງານເລຂາທິການແຫ່ງຊາດກ່ຽວກັບການປ່ຽນແປງສະພາບອາກາດຂອງສິງກະໂປ, ອົງການເງິນຕາສິງກະໂປ ຫຼື ທະນາຄານກາງ ແລະ ອົງການວິສາຫະກິດສິງກະໂປ (Enterprise Singapore) ໃນວັນທີ 10 ພະຈິກ ຜ່ານມາ ໄດ້ລະບຸການດຳເນີນໂຄງການລະດົມການລົງທຶນເພື່ອເສີມສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບກະສິກຳ - ອາຫານ ຂອງພາກພື້ນອາຊີຕາເວັນອອກສ່ຽງໃຕ້ ໃນການຮັບມືກັບການປ່ຽນແປງສະພາບອາກາດ.
ຍອດ​​ໜີ້​ສິນ​ບັດ​ສິນ​ເຊື່ອ​ຂອງອາ​ເມ​ຣິ​ກາ ​ເພີ່ມ​ຂຶ້ນເປັນ​ສະ​ຖິ​ຕິ​ໃໝ່​

ຍອດ​​ໜີ້​ສິນ​ບັດ​ສິນ​ເຊື່ອ​ຂອງອາ​ເມ​ຣິ​ກາ ​ເພີ່ມ​ຂຶ້ນເປັນ​ສະ​ຖິ​ຕິ​ໃໝ່​

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 11 ພະຈິກ ຜ່ານມາວ່າ: ອີງ​ຕາມ​ບົດ​ລາຍ​ງານ​ໜີ້​ສິນ​ຄົວ​ເຮືອນສະ​ບັບຫຼ້າ​ສຸດ​ທີ່​ FED ​ນິວຢອກ ສະຫະລັດ ອາ​ເມ​ຣິ​ກາ​ ເປີດ​ເຜີຍ​ໃນວັນ​ທີ 10 ພະ​ຈິກ​ ຜ່ານມາ ສະ​ແດງ​ໃຫ້​ເຫັນ​ວ່າ: ໄຕ​ມາດ​ທີ 3 ​ຂອງປີ​ນີ້, ຍອດໜີ້​ສິນ​ບັດ​ສິນ​ເຊື່ອ​ຂອງ​ ສະຫະລັດ ອາ​ເມ​ຣິ​ກາ ​ເພີ່ມ​ຂຶ້ນ 22 ຕື້​ໂດ​ລາ, ​ເຮັດ​ໃຫ້​ຍອດ​ລວມ​ໜີ້​ດັ່ງ​ກ່າວ​ຢູ່​ທີ່ 1,290 ໂດ​ລາ ຊຶ່ງ​ເປັນ​ສະ​ຖິ​ຕິ​ໃໝ່, ເພີ່ມ​ຂຶ້ນ 4.2% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ​ນີ້.
ກຳປູເຈຍ ຢືນຢັນຄຳໝັ້ນສັນຍາຂອງຕົນໃນການຕໍ່ສູ້ກັບການຄ້າມະນຸດ

ກຳປູເຈຍ ຢືນຢັນຄຳໝັ້ນສັນຍາຂອງຕົນໃນການຕໍ່ສູ້ກັບການຄ້າມະນຸດ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 10 ພະຈິກ ຜ່ານມາວ່າ: ຄະນະກຳມະການແຫ່ງຊາດຕ້ານການຄ້າມະນຸດຂອງກຳປູເຈຍ (NCCT) ໄດ້ຢືນຢັນຄຳໝັ້ນສັນຍາຂອງກຳປູເຈຍໃນການກຳຈັດການຄ້າມະນຸດທຸກຮູບແບບໂດຍຜ່ານການບັງຄັບໃຊ້ກົດໝາຍຢ່າງເຂັ້ມງວດ ເພື່ອຕ້ານການຄ້າມະນຸດ ແລະ ການຂູດຮີດທາງເພດ.
ມູນ​ຄ່າການ​ຄ້າ​ຕ່າງ​ປະ​ເທດ​ຂອງ​ຈີ​ນ​ໃນ​ 10 ເດືອນ ​ເພີ່ມ​ຂຶ້ນ 20%

ມູນ​ຄ່າການ​ຄ້າ​ຕ່າງ​ປະ​ເທດ​ຂອງ​ຈີ​ນ​ໃນ​ 10 ເດືອນ ​ເພີ່ມ​ຂຶ້ນ 20%

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ອີງ​ຕາມໂຕ​ເລກ​ສະ​ຖິ​ຕິ​ຫຼ້າ​ສຸດ​ທີ່​ອົງ​ການ​ພາ​ສີ​ແຫ່ງ​ຊາດ​ຈີນ​ເປີດເຜີຍ​ໃນ​ວັນ​ທີ 11 ພະ​ຈິກ​ ຜ່ານມາ ​ສະ​ແດງ​ໃຫ້​ເຫັນ​ວ່າ: 10 ເດືອນ​ຂອງ​ປີ​ນີ້, ຍອດ​ມູນ​ຄ່າ​ການ​ຄ້າ​​ສິນ​ຄ້າຂາ​ເຂົ້າ-ຂາ​ອອກ​ຂອງ​ຈີນ​ເພີ່ມ​ຂຶ້ນ 20% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ, ສືບ​ຕໍ່​​ຮັກ​ສາ​ທ່າ​ອຽງ​ເພີ່ມ​ຂຶ້ນ​ທີ່​ເຂັ້ມ​ແຂງ.
ຫວຽດນາມ ຢູ່ອັນດັບທີ 37 ຂອງໂລກ ກ່ຽວກັບກຳລັງຄວາມສາມາດແກ່ງແຍ້ງດ້ານດີຈີຕອນ

ຫວຽດນາມ ຢູ່ອັນດັບທີ 37 ຂອງໂລກ ກ່ຽວກັບກຳລັງຄວາມສາມາດແກ່ງແຍ້ງດ້ານດີຈີຕອນ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 11 ພະຈິກ ຜ່ານມາ ຢູ່ນະຄອນຫຼວງຮ່າໂນ້ຍ, ກະຊວງວິທະຍາສາດ ແລະ ​ເຕັກ​ໂນ​ໂລ​ຊີ ຫວຽດ​ນາມ ໄດ້ຈັດພິທີປະກາດ​ຜົນການຈັດອັນດັບກຳ​ລັງ​ຄວາມ​ສາ​ມາດ​ແກ່ງ​ແຍ້ງດ້ານດີຈີຕອນ ແລະ ປັນຍາປະດິດໂລກ ປີ 2026 (WDAIR 2026) ຊຶ່ງຫວຽດນາມຖືກຈັດອັນດັບທີ 37, ການຈັດອັນດັບດັ່ງກ່າວດຳເນີນໂດຍສະຖາບັນພັດທະນາການຄຸ້ມຄອງສາ​ກົນ (IMD) ປະເທດສະວິດ.
ການ​ຂາດ​ດຸນ​ງົບ​ປະ​ມານ​ຂອງ​ລັດ​ຖະ​ບານອາ​ເມ​ຣິ​ກາ​ ບັນ​ລຸ 2,000 ຕື້​ໂດ​ລາ

ການ​ຂາດ​ດຸນ​ງົບ​ປະ​ມານ​ຂອງ​ລັດ​ຖະ​ບານອາ​ເມ​ຣິ​ກາ​ ບັນ​ລຸ 2,000 ຕື້​ໂດ​ລາ

ວິທະຍຸ, ໂທລະພາບສູນກາງຈີນ ລາຍງານວ່າ: ໃນວັນ​ທີ 9 ພະ​ຈິກຜ່ານມາ, ກະ​ຊວງ​ການ​ເງິນ ​ສະຫະລັດ ອາ​ເມ​ຣິ​ກາ​ ໄດ້​ເປີດ​ເຜີຍ​​ວ່າ: ໃນ​ປີ​ງົບ​ປະ​ມານ 2026 ທີ່ສິ້ນ​ສຸດ​ລົງ​ໃນ​ວັນ​ທີ 30 ກັນ​ຍາ​ ຜ່ານມາ, ​ລວມຍອດ​ມູນ​ຄ່າ​ການ​ຂາດ​ດຸນ​ງົບ​ປະ​ມານ​ຂອງ​ລັດ​ຖະ​ບານ ສະຫະລັດ ​ອາ​ເມ​ຣິ​ກາ​ຢູ່​ທີີ່ 2,000 ຕື້​ໂດ​ລາ, ເພີ່ມ​ຂຶ້ນ 217 ຕື້​ໂດ​ລາ ​ເມື່ອ​ທຽບ​ໃສ່​ປີກາຍ​ ຫຼື 12% ເມື່ອ​ທຽບ​ໃສ່​ປີ​ງົບ​ປະ​ມານ 2025.
ມຽນມາ ຂະຫຍາຍເວລານຳລາຍຮັບຈາກການສົ່ງອອກກັບປະເທດ

ມຽນມາ ຂະຫຍາຍເວລານຳລາຍຮັບຈາກການສົ່ງອອກກັບປະເທດ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 10 ພະຈິກ ຜ່ານມາວ່າ: ສື່ມວນຊົນມຽນມາລາຍງານວ່າ, ທະນາຄານກາງຂອງມຽນມາໄດ້ຂະຫຍາຍໄລຍະເວລາອະນຸຍາດໃຫ້ຜູ້ສົ່ງອອກສາມາດຮັກສາລາຍໄດ້ຈາກການສົ່ງອອກ, ໃນສ່ວນທີ່ຜູ້ສົ່ງອອກສາມາດນຳໄປໃຊ້ໄດ້ຕາມການພິຈາລະນາ, ຈາກເດີມ 30 ມື້ ເປັນ 45 ມື້.
ເພີ່ມເຕີມ