ທ່ານ​ ສີ​ຈິ້ນ​ຜິງ ແລະ ທ່ານ​ ວະ​ລາ​ດິີເມຍ ປູ​ຕິນ​ ຮ່ວມ​ກັນ​ເປັນ​ປະ​ທານກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ

ທ່ານ​ ສີ​ຈິ້ນ​ຜິງ ແລະ ທ່ານ​ ວະ​ລາ​ດິີເມຍ ປູ​ຕິນ​ ຮ່ວມ​ກັນ​ເປັນ​ປະ​ທານກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ

ທ່ານ​ ສີ​ຈິ້ນ​ຜິງ ແລະ ທ່ານ​ ວະ​ລາ​ດິີເມຍ ປູ​ຕິນ​ ຮ່ວມ​ກັນ​ເປັນ​ປະ​ທານກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ
ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 21 ພຶດສະພານີ້ວ່າ: ໃນ​ວັນ​ທີ 20 ພຶດ​ສະ​ພາ ຜ່ານມາ ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ​ຂອງ​ຈີນ, ທ່ານ ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ ແລະ ທ່ານ ​ວະ​ລາ​ດີ​ເມຍ ປູ​ຕິນ ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ​ ໄດ້​ຮ່ວມ​ກັນ​ເປັນ​ປະ​ທານ​​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ ຫຼັງ​ຈາກ​ສຳ​ເລັດ​ການ​ພົບ​ປະ​ກັນ.

ທ່ານ ສີຈິ້ນຜິງ ເນັ້ນໜັກວ່າ: ປີນີ້ແມ່ນປີເຊັນ “ສົນທິສັນຍາວ່າດ້ວຍການເປັນບ້ານໃກ້ເຮືອນຄຽງທີ່ດີ ແລະ ການຮ່ວມມືມິດຕະພາບຈີນ-ຣັດເຊຍ”. ຫຼາຍປີຜ່ານມາ, ສອງປະເທດໄດ້ປະຕິບັດຕາມຫຼັກການ “ບໍ່ຮ່ວມກຸ່ມ, ບໍ່ເປັນປໍລະປັກ ແລະ ບໍ່ແນໃສ່ຝ່າຍທີ 3” ທີ່ລະບຸໄວ້ໃນສົນທິສັນຍາດັ່ງກ່າວຢ່າງສະເໝີຕົ້ນສະເໝີປາຍ, ຢຶດໝັ້ນຄວາມສະເໝີພາບກັນ, ເຄົາລົບຊຶ່ງກັນ ແລະ ກັນ, ຢຶດໝັ້ນຄວາມໄວ້ເນື້ອເຊື່ອໃຈກັນ ແລະ ຮ່ວມມືກັນແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ, ໄດ້ປະກອບສ່ວນອັນສຳຄັນເຂົ້າໃນການປົກປ້ອງຄວາມຍຸຕິທຳ ແລະ ຄວາມເປັນທຳສາກົນ ແລະ ຊຸກຍູ້ການສ້າງການພົວພັນສາກົນແບບໃໝ່ ຊຶ່ງກາຍເປັນປັດໄຈແນ່ນອນທີ່ສຳຄັນໃນສະພາບການປ່ຽນແປງຂອງໂລກໃນຮອບຮ້ອຍປີ.

ທ່ານ ວະລາດີເມຍ ປູຕິນ ກ່າວວ່າ: ປັດຈຸບັນ, ການພົວພັນລະຫວ່າງຣັດເຊຍ-ຈີນໄດ້ກ້າວຂຶ້ນສູ່ລະດັບສູງທີ່ບໍ່ເຄີຍມີມາກ່ອນ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງ, ການພົວພັນລະຫວ່າງສອງປະເທດແມ່ນອິດສະຫຼະ ແລະ ເປັນເຈົ້າຕົນເອງ, ບໍ່ໄດ້ຮັບຜົນກະທົບຈາກສະຖານະການສາກົນໃນປັດຈຸບັນ. ສາມາດຖືເປັນແບບຢ່າງແຫ່ງການພົວພັນລະຫວ່າງປະເທດ ແລະ ລະຫວ່າງຊົນຊາດ. ຣັດເຊຍ ແລະ ຈີນຈະຮັກສາການປະສານງານທາງຍຸດທະສາດຢ່າງແໜ້ນແຟ້ນໃນເວທີສາກົນ, ຮ່ວມກັນປົກປ້ອງຫຼັກໝັ້ນ ແລະ ຫຼັກການຂອງກົດບັດສະຫະປະຊາຊາດ ພ້ອມທັງຮ່ວມກັນປົກປັກຮັກສາຄວາມໝັ້ນຄົງ ແລະ ສະຖຽນລະພາບຂອງທົ່ວໂລກ.

ຄໍາເຫັນ

ຂ່າວຕ່າງປະເທດ

ສາຍການບິນ ອາເມຣິກາ ຈ່າຍຄ່ານໍ້າມັນເຊື້ອໄຟ ເພີ່ມ 78%

ສາຍການບິນ ອາເມຣິກາ ຈ່າຍຄ່ານໍ້າມັນເຊື້ອໄຟ ເພີ່ມ 78%

ຂ່າວຕ່າງປະເທດລາຍງານໃນວັນທີ 9 ມິຖຸນາ ຜ່ານມາວ່າ: ບົດລາຍງານຫຼ້າສຸດຈາກສຳນັກງານສະຖິຕິການຂົນສົ່ງຂອງສະຫະລັດ ອາເມຣິກາ ເປີດເຜີຍວ່າ, ສາຍການບິນຂອງສະຫະລັດ ອາເມຣິກາ ຈ່າຍຄ່ານໍ້າມັນເຊື້ອໄຟເກືອບ 6.5 ຕື້ໂດລາ ໃນເດືອນເມສາ ຜ່ານມາ, ເພີ່ມຂຶ້ນຫຼາຍກວ່າ 26% ຕໍ່ເດືອນ ແລະ 78% ຕໍ່ປີ. ໃນຂະນະທີ່ຂໍ້ຂັດແຍ່ງໃນຕາເວັນອອກກາງຍືດເຍື້ອມາເປັນເວລາຫຼາຍກວ່າ 100 ມື້ແລ້ວ, ໂດຍລາຄານໍ້າມັນເຊື້ອໄຟຂອງເຮືອບິນໃນເດືອນເມສາຜ່ານມາຢູ່ທີ່ 4.11 ໂດລາຕໍ່ກາລອນ, ເພີ່ມຂຶ້ນ 94 ເຊັນ ຈາກເດືອນມີນາ ແລະ ສູງກວ່າ 1.81 ໂດລາຈາກປີ 2025.
ຄົ້ນພົບຄື້ນສຶນາມິຂະໜາດໃຫຍ່ພັດເຂົ້າເກາະຊາວາ ແລະ ເກາະບາຫຼີ ເມື່ອ 400 ປີກ່ອນ

ຄົ້ນພົບຄື້ນສຶນາມິຂະໜາດໃຫຍ່ພັດເຂົ້າເກາະຊາວາ ແລະ ເກາະບາຫຼີ ເມື່ອ 400 ປີກ່ອນ

ຂ່າວຕ່າງປະເທດລາຍງານ ໃນວັນທີ 10 ມິຖຸນາ ຜ່ານມາວ່າ: ຫ້ອງການຄົ້ນຄວ້າ ແລະ ນະວັດຕະກຳແຫ່ງຊາດອິນໂດເນເຊຍ ໄດ້ເປີດເຜີຍຜົນການຄົ້ນຄວ້າກ່ຽວກັບດິນຊາຍທີ່ເກີດຈາກຄື້ນສຶນາມິ, ຟອດຊິວຂອງຈຸລິນຊີໃນທະເລ, ໂຄງສ້າງທາງບູຮານຄະດີ ແລະ ຫຼັກຖານສິ່ງແວດລ້ອມບູຮານຕາມຊາຍຝັ່ງທະເລພາກໃຕ້ຂອງເກາະຊາວາ ແລະ ບາຫຼີ ໄດ້ພົບເຫັນຕົວຊີ້ບອກທີ່ຊັດເຈນກ່ຽວກັບຄື້ນສຶນາມິຂະໜາດໃຫຍ່ທີ່ເກີດຂຶ້ນປະມານ 400 ປີກ່ອນ.
ກຳປູເຈຍ ສົ່ງເສີມປະຊາຊົນໃຊ້ລົດໄຟຟ້າ

ກຳປູເຈຍ ສົ່ງເສີມປະຊາຊົນໃຊ້ລົດໄຟຟ້າ

ຂ່າວຕ່າງປະເທດລາຍງານຫວ່າງມໍ່ໆມານີ້ວ່າ: ທ່ານ ອຽງ ສຸພະເລັດ ລັດຖະມົນຕີກະຊວງສິ່ງແວດລ້ອມຂອງກຳປູເຈຍ ໄດ້ເຂົ້າຮ່ວມພິທີເຊັນບົດບັນທຶກຄວາມເຂົ້າໃຈ (MoU) ລະຫວ່າງກະຊວງສິ່ງແວດລ້ອມ ແລະ ບໍລິສັດ One Road ເພື່ອສົ່ງເສີມການນຳໃຊ້ລົດໄຟຟ້າ (EV) ໃນກຳປູເຈຍ, ທ່ານໄດ້ຮຽກຮ້ອງໃຫ້ປະຊາຊົນປ່ຽນໄປໃຊ້ລົດໄຟຟ້າເພື່ອຫຼຸດຜ່ອນການປ່ອຍອາຍພິດ, ປັບປຸງຄຸນນະພາບອາກາດ ແລະ ຫຼຸດຜ່ອນການເພິ່ງພາອາໄສເຊື້ອໄຟຟອດຊິວ. ທ່ານເນັ້ນໜັກວ່າ, ລົດໄຟຟ້າບໍ່ພຽງແຕ່ເປັນນະວັດຕະກຳທາງເທັກໂນໂລຊີເທົ່ານັ້ນ ແຕ່ຍັງເປັນການແກ້ໄຂບັນຫາສິ່ງແວດລ້ອມອີກດ້ວຍ.
ເວ​ທີ​ປາ​ໄສ AFF 2026 ມີຫຼາຍ​ຂໍ້​ລິ​ເລີ່ມ​ໃຫ້​ແກ່​ອະ​ນາ​ຄົດ​ຂອງ​ພາກ​ພື້ນ

ເວ​ທີ​ປາ​ໄສ AFF 2026 ມີຫຼາຍ​ຂໍ້​ລິ​ເລີ່ມ​ໃຫ້​ແກ່​ອະ​ນາ​ຄົດ​ຂອງ​ພາກ​ພື້ນ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ພາຍຫຼັງ​ເຮັດ​ວຽກ​ມາ​ເປັນ​ເວ​ລາ 2 ວັນ (ວັນ​ທີ 9 – 10 ມິ​ຖຸ​ນາ ນີ້), ດ້ວຍຫຼາຍ​ວາ​ລະ​ປຶກ​ສາ​ຫາ​ລື​ລົງ​ເລິກ ແລະ ບັນ​ດາ​ຂໍ້​ລິ​ເລີ່ມ​ໃໝ່, ໃນ​ວັນ​ທີ 10 ມິ​ຖຸ​ນາ ຜ່ານມາ, ເວ​ທີ​ປາ​ໄສ​ອະ​ນາ​ຄົດ ອາ​ຊຽນ 2026 (AFF 2026) ໄດ້​ປິດ​ລົງ​ຢູ່ນະຄອນຫຼວງຮ່າ​ໂນ້ຍ.
ໂປໂລຍ ກຽມຫ້າມເດັກນ້ອຍຊັ້ນປະຖົມໃຊ້ໂທລະສັບມືຖືໃນໂຮງຮຽນ

ໂປໂລຍ ກຽມຫ້າມເດັກນ້ອຍຊັ້ນປະຖົມໃຊ້ໂທລະສັບມືຖືໃນໂຮງຮຽນ

ຂ່າວຕ່າງປະເທດລາຍງານ ຫວ່າງບໍ່ດົນມານີ້ວ່າ: ລັດຖະບານໂປໂດຍ ໄດ້ປະກາດວ່າຈະຈຳກັດການໃຊ້ໂທລະສັບມືຖືໃນໂຮງຮຽນປະຖົມທົ່ວປະເທດເລີ່ມແຕ່ວັນທີ 1 ກັນຍາ 2026 ເປັນຕົ້ນໄປ ເພື່ອປົກປ້ອງເຍົາວະຊົນຈາກການເສບຕິດດີຈີຕອນ ແລະ ເນື້ອຫາທີ່ເປັນອັນຕະລາຍ.
ຈີນ ສຳ​ເລັດ​ການ​ເກັບ​ກ່ຽວ​ເຂົ້າ​​ຫວີດ ​ເກືອບ 60%

ຈີນ ສຳ​ເລັດ​ການ​ເກັບ​ກ່ຽວ​ເຂົ້າ​​ຫວີດ ​ເກືອບ 60%

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານຫວ່າງມໍ່ໆມານີ້ວ່າ: ກະ​ຊວງ​ກະ​ສິ​ກຳ ​ແລະ ​ຊົນ​ນະ​ບົດ​ຈີນ ໄດ້​ເປີດ​ເຜີຍ​ໂຕ​ເລກຂໍ້​ມູນ​ການ​ເກັບ​ກ່ຽວ​ເຂົ້າ​ຫວີດດ້ວຍ​ເຄື່ອງ​ຈັກ ວ່າ: ປັດ​ຈຸ​ບັນ, ທົ່ວ​ປະ​ເທດ​ຈີນ​ໄດ້​ເກັບ​ກ່ຽວ​ເຂົ້າ​​ຫວີດ ສໍາເລັດ 13.3 ລ້ານ​ເຮັກ​ຕາ, ເທົ່າກັບ​​ເກືອບ 60% ຂອງ​ເຂົ້າຫວີດ​ທົ່ວ​ປະ​ເທດ. ຂະ​ນະ​ດຽວ​ກັນ, ຢູ່​ບ່ອນ​ທີ່​ໄດ້​ສຳ​ເລັດ​ການ​ເກັບ​ກ່ຽວ​ເຂົ້າ​ຫວີດ​ນັ້ນ ກຳ​ລັງສືບ​ຕໍ່ຫວ່ານ​ກ້າ​ໃນ​ລະ​ດູ​ຮ້ອນ.
ຟີລິບປິນ ມີຜູ້ບາດເຈັບ ແລະ ເສຍຊີວິດ ເພີ່ມຂຶ້ນຢ່າງຕໍ່ເນື່ອງ ຫຼັງຈາກເກີດແຜ່ນດິນໄຫວ

ຟີລິບປິນ ມີຜູ້ບາດເຈັບ ແລະ ເສຍຊີວິດ ເພີ່ມຂຶ້ນຢ່າງຕໍ່ເນື່ອງ ຫຼັງຈາກເກີດແຜ່ນດິນໄຫວ

ຂ່າວຕ່າງປະເທດລາຍງານ ໃນວັນທີ 9 ມິຖຸນາ ຜ່ານມາວ່າ: ສຳນັກງານປ້ອງກັນພົນລະເຮືອນຟີລິບປິນລາຍງານວ່າ, ມີຜູ້ເສຍຊີວິດຢ່າງໜ້ອຍ 37 ຄົນ ແລະ ບາດເຈັບປະມານ 500 ຄົນ ຫຼັງຈາກເກີດແຜ່ນດິນໄຫວຂະໜາດ 7.8 ຣິກເຕີ ໃນພາກໃຕ້ຂອງຟີລິບປິນໃນຕອນເຊົ້າວັນທີ 8 ມິຖຸນາ ຜ່ານມາ ຊຶ່ງສາເຫດການເສຍຊີວິດແມ່ນມາຈາກດິນເຈື່ອນຫຼັງແຜ່ນດິນໄຫວ, ການຈົມນ້ຳ ແລະ ການຖືກຝັງຢູ່ໃຕ້ຊາກຫັກພັງ. ໂດຍແຂວງຊາຣາງການີ ມີຜູ້ເສຍຊີວິດຈາກດິນເຈື່ອນຖົມເຮືອນ 14 ຄົນ.
ການ​ຢ້ຽມຢາມ ສ​ປ​ປ ເກົາ​ຫຼີ​ ຂອງ​ ທ່ານ ສີ​ຈິ້ນ​ຜິງ ໄດ້ເພີ່ມ​ເນື້ອ​ໃນ​ໃໝ່​ແຫ່ງ​ຍຸກ​ສະ​ໄໝ ແລະ ​ຂັບ​ເຄື່ອນ​ອັນ​ເຂັ້ມ​ແຂງ​ເຂົ້າ​ໃນມິດ​ຕະ​ພາບ ​ຈີນ-ສປ​ປ ເກົາ​ຫຼີ​ ທີ່​ມີ​ມູນ​ເຊື້ອ

ການ​ຢ້ຽມຢາມ ສ​ປ​ປ ເກົາ​ຫຼີ​ ຂອງ​ ທ່ານ ສີ​ຈິ້ນ​ຜິງ ໄດ້ເພີ່ມ​ເນື້ອ​ໃນ​ໃໝ່​ແຫ່ງ​ຍຸກ​ສະ​ໄໝ ແລະ ​ຂັບ​ເຄື່ອນ​ອັນ​ເຂັ້ມ​ແຂງ​ເຂົ້າ​ໃນມິດ​ຕະ​ພາບ ​ຈີນ-ສປ​ປ ເກົາ​ຫຼີ​ ທີ່​ມີ​ມູນ​ເຊື້ອ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນລະ​ຫວ່າ​ງວັນ​ທີ 8 ຫາ 9 ມິ​ຖຸ​ນາ 2026, ໂດຍ​ຕອບ​ສະ​ໜອງ​ຕາມ​ຄຳ​ເຊີນ​ຂອງ​ທ່ານ ກິມ​ເຈິງ​ອຸນ ເລ​ຂາ​ທິ​ການ​ໃຫຍ່​ພັກແຮງ​ງານເກົາ​ຫຼີ ປະ​ທານ​ກິດ​ຈະ​ການແຫ່ງ​ລັດ​ແຫ່ງ ສ​ປ​ປ ເກົາ​ຫຼີ. ທ່ານ ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ປະ​ທານ​ປະ​ເທດ​ ສ​ປ ຈີນ ​ໄດ້​ເດີນ​ທາງ​ໄປ​ຢ້ຽມ​ຢາມ ສ​ປ​ປ ເກົ​າ​ຫຼີ ​ທາງ​ລັດ​ຖະ​ກິດ.
ສິງກະໂປ ຈະປາບປາມການພະນັນຜິດກົດໝາຍໃນໄລຍະການແຂ່ງຂັນເຕະບານໂລກ 2026

ສິງກະໂປ ຈະປາບປາມການພະນັນຜິດກົດໝາຍໃນໄລຍະການແຂ່ງຂັນເຕະບານໂລກ 2026

ຂ່າວຕ່າງປະເທດລາຍງານໃນວັນທີ 9 ມິຖຸນາ ຜ່ານມາວ່າ: ກະຊວງປ້ອງກັນຄວາມສະຫງົບ ສິງກະໂປ ໄດ້ເປີດເຜີຍວ່າ: ສິງກະໂປຈະປາບປາມການພະນັນທີ່ຜິດກົດໝາຍຢ່າງເຂັ້ມງວດ ໃນລະຫວ່າງວັນທີ 11 ມິຖຸນາ ຫາ 19 ກໍລະກົດ ຊຶ່ງແມ່ນໄລຍະການແຂ່ງຂັນເຕະບານໂລກ (FIFA World Cup 2026), ໂດຍແນໃສ່ຍົກສູງຄວາມຮັບຮູ້ກ່ຽວກັບບັນຫາທີ່ກ່ຽວຂ້ອງກັບການພະນັນ.

ເພີ່ມເຕີມ