ທ່ານ ສີ​ຈິ້ນ​ຜິງ ພົບ​ປະ​ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອຽກ​ລັງ

ທ່ານ ສີ​ຈິ້ນ​ຜິງ ພົບ​ປະ​ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອຽກ​ລັງ

ທ່ານ ສີ​ຈິ້ນ​ຜິງ ພົບ​ປະ​ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອຽກ​ລັງ
ຂ່າວສານຊີອາໄອລາຍງານວ່າ: ໃນ​ວັນ​ທີ 5 ມັງ​ກອນ ຜ່ານມາ ຢູ່​ຫໍ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ທີ່​ນະ​ຄອນ​ຫຼວງ​ປັກ​ກິ່ງ, ທ່ານ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້ຕ້ອ​ນ​ຮັບ​ການ​ເຂົ້າ​ຢ້ຽມ​ຂ່ຳ​ນັບ​ຂອງ​ທ່ານ ມິ​ເຊວ ມາຕິນ ນາ​ຍົກ​ລັດ​ຖະ​ມົນ​ຕີ​ອຽກ​ລັງ​ທີ່​ມາ​ຢ້ຽມ​ຢາມ​ຈີນຢ່າງ​ເປັນ​ທາງ​ການ.

 

ທ່ານ ສີຈິ້ນຜິງ ຊີ້ໃຫ້ເຫັນວ່າ: ຈີນຍິນດີຮ່ວມກັບອຽກລັງເພີ່ມທະວີການແລກປ່ຽນທາງດ້ານຍຸດທະສາດ, ລົງເລິກຄວາມໄວ້ເນື້ອເຊື່ອໃຈກັນທາງການເມືອງ, ເປີດກວ້າງການຮ່ວມມືທີ່ຕິດແທດຕົວຈິງ, ເພື່ອສ້າງຄວາມຜາສຸກໃຫ້ແກ່ປະຊາຊົນຂອງສອງປະເທດ, ເພີ່ມພະລັງແຮງເຂົ້າໃນການຂະຫຍາຍການພົວພັນລະຫວ່າງຈີນ-ເອີຣົບ. ຈີນຍິນດີເພີ່ມທະວີການຮ່ວມມືດ້ານເສດຖະກິດການຄ້າກັບອຽກລັງ, ເຊື່ອມຕໍ່ຍຸດທະສາດການພັດທະນາໃນຂົງເຂດປັນຍາປະດິດ,ເສດຖະກິດດີຈີຕອນ ແລະ ຂົງເຂດອື່ນໆ, ຊຸກຍູ້ການລົງທຶນຕໍ່ກັນ, ບັນລຸການຊ່ວຍຊູຍູ້ໜູນກັນທາງດ້ານທ່າແຮງ, ຊົມໃຊ້ກາລະໂອກາດ ແລະ ພັດທະນາຮ່ວມກັນ.

ທ່ານ ມິເຊວ ມາຕິນ ກ່າວວ່າ: ອຽກລັງຢຶດໝັ້ນປະຕິບັດນະໂຍບາຍປະເທດຈີນດຽວ, ຍິນດີຮ່ວມກັບຈີນລົງເລິກການຮ່ວມມືໃນຂົງເຂດການຄ້າ, ການລົງທຶນ, ວິທະຍາສາດເຕັກໂນໂລຊີ ແລະ ຂົງເຂດອື່ນໆ. ຈີນໄດ້ເສີມຂະຫຍາຍບົດບາດສຳຄັນທີ່ຂາດບໍ່ໄດ້ໃນ ວຽກງານສາກົນ. ການແກ້ໄຂຄວາມຂັດແຍ້ງສາກົນໃດໆລ້ວນແຕ່ຄວນເຄົາລົບ ແລະ ປະຕິບັດຕາມກົດໝາຍສາກົນ. ອຽກລັງ ຍິນດີຮັກສາການຕິດຕໍ່ພົວພັນ ແລະ ການປະສານງານຢ່າງແໜ້ນແຟ້ນກັບຈີນ, ເພື່ອປົກປັກຮັກສາກົດໝາຍສາກົນ.

ຄໍາເຫັນ

ຂ່າວຕ່າງປະເທດ

ສິງກະໂປ ຮ່ວມມືກັບອຸດສາຫະກຳທະນາຄານ ນຳໃຊ້ AI ຕ້ານອາຊະຍາກຳດ້ານການເງິນ

ສິງກະໂປ ຮ່ວມມືກັບອຸດສາຫະກຳທະນາຄານ ນຳໃຊ້ AI ຕ້ານອາຊະຍາກຳດ້ານການເງິນ

ຂ່າວຕ່າງປະເທດລາຍງານ ໃນວັນທີ 4 ພຶດສະພາ ຜ່ານມາວ່າ: ອົງການການເງິນສິງກະໂປ ຫຼື ທະນາຄານກາງຂອງສິງກະໂປ ໄດ້ລາຍງານກ່ຽວກັບການຮ່ວມມືກັບອຸດສາຫະກຳທະນາຄານ, ອົງການເຕັກໂນໂລຊີແຫ່ງລັດສິງກະໂປ ແລະ ກອງກຳລັງຕຳຫຼວດ ເພື່ອເສີມຂະຫຍາຍຄວາມສາມາດໃນການກວດຫາອາຊະຍາກຳທາງການເງິນໂດຍ ໃຊ້ປັນຍາປະດິດ ແລະ ການຮຽນຮູ້ຂອງເຄື່ອງຈັກ (AI/ML).
ທະ​ນາ​ຄານ​ພັດ​ທະ​ນາ​ແຫ່ງ​ຊາດ​ຈີນ​ ປ່​ອຍ​ເງິນ​ກູ້​ພິເສດ 28.54 ຕື້ຢວນ

ທະ​ນາ​ຄານ​ພັດ​ທະ​ນາ​ແຫ່ງ​ຊາດ​ຈີນ​ ປ່​ອຍ​ເງິນ​ກູ້​ພິເສດ 28.54 ຕື້ຢວນ

ຂ່າວສານຊີອາໄອລາຍງານ ໃນວັນທີ 5 ພຶດສະພາ ຜ່ານມາວ່າ: ແຫຼ່ງ​ຂ່າວ​ຈາກ​ທະ​ນາ​ຄານ​ພັດ​ທະ​ນາ​ແຫ່ງ​ຊາດ​ຈີນ​ ໃຫ້​ຮູ້​ວ່າ, ໄຕ​ມາດ​ທຳ​ອິດ​ປີ​ນີ້ ທະ​ນາ​ຄານ​ພັດ​ທະ​ນາ​ແຫ່ງ​ຊາດ​ຈີນ​ໄດ້​ປ່ອຍ​ເງິນ​ກູ້​ພິເສດ ເພື່ອ​ຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ​ດ້ານ​ການ​ຄ້າ​ກັບ​ຕ່າງ​ປະ​ເທດ 28.54 ຕື້​ຢວນ ຊຶ່ງໄດ້​ສະ​ໜັບ​ສະ​ໜູນ​ວິ​ສາ​ຫະ​ກິດ​ຂະ​ໜາດ​ນ້ອຍ ແລະ ຂະ​ໜາດ​ຍ່ອຍຫຼາຍກວ່າ 6,500 ແຫ່ງ, ອັດ​ຕາ​ດອກເບ້ຍສະ​ເລ່ຍຖ່ວງນ້ຳໜັກ​ແມ່ນຕ່ຳ​ກວ່າ​ອັດ​ຕາດອກເບ້ຍສະເລ່ຍຖ່ວງນ້ຳໜັກ​ສຳ​ລັບ​ວິ​ສາ​ຫະ​ກິດ​ຂະ​ໜາດ​ນ້ອຍ ແລະ ຂະ​ໜາດ​ຍ່ອຍ​ໃນ​ໄລ​ຍະ​ດຽວ​ກັນ​ໃນ​ທົ່ວ​ປະ​ເທດ​ຈີນ ເພື່ອ​ຊ່ວຍ​ວິ​ສາ​ຫະ​ກິດ​ທີ່​ກ່ຽວ​ຂ້ອງຫຼຸດ​ຜ່ອນ​ຄວາມ​ກົດ​ດັນ​ດ້ານ​ເງິນ​ທຶນ.
ADB ຈະ​ສະ​ໜັບ​ສະ​ໜູນ 70 ຕື້​ໂດ​ລາ​ ແກ່ 2 ຂໍ້​ລິ​ເລີ່ມ​ໃໝ່​ຂອງ​​ອາ​ຊີ ​- ປາ​ຊີ​ຟິກ

ADB ຈະ​ສະ​ໜັບ​ສະ​ໜູນ 70 ຕື້​ໂດ​ລາ​ ແກ່ 2 ຂໍ້​ລິ​ເລີ່ມ​ໃໝ່​ຂອງ​​ອາ​ຊີ ​- ປາ​ຊີ​ຟິກ

ຂ່າວຊີອາໄອລາຍງານວ່າ: ຫວ່າງມໍ່ໆມານີ້, ທະ​ນາ​ຄານ​ພັດ​ທະ​ນາອ​າ​ຊີ ຫຼື ADB ເປີດ​ເຜີຍ​ວ່າ: ເມື່ອ​ຮອດ​ປີ 2035, ADB ຈະ​ໃຫ້​ການ​ສະ​ໜັບ​ສະ​ໜູນ 70 ຕື້​ໂດ​ລາ ​ແກ່ 2 ຂໍ້​ລິ​ເລີ່ມ​ໃໝ່​ ຄື: “ຂໍ້​ລິ​ເລີ່ມ​ຕາ​ຂ່າຍ​ໄຟ​ຟ້າ​ທົ່ວ​ອາ​ຊີ” ແລະ “ທາງ​ດ່ວນ​ດີ​ຈີ​ຕອນ​ພາກ​ພື້ນ​ອາ​ຊີ​-ປາ​ຊີ​ຟິກ”.
IMF ເຕືອນ ເສດຖະກິດໂລກຈະປະເຊີນກັບຜົນສະທ້ອນທີ່ຮ້າຍແຮງກວ່າເກົ່າ

IMF ເຕືອນ ເສດຖະກິດໂລກຈະປະເຊີນກັບຜົນສະທ້ອນທີ່ຮ້າຍແຮງກວ່າເກົ່າ

ຂ່າວຕ່າງປະເທດລາຍງານໃນວັນທີ 5 ພຶດສະພາ ຜ່ານມາວ່າ: ທ່ານນາງ ຄຣິສຕາລີນາ ຈໍເຈຍວາ ຜູ້ອຳນວຍການກອງທຶນການເງິນສາກົນ (IMF) ໄດ້ເຕືອນວ່າ, ເສດຖະກິດໂລກອາດຈະປະເຊີນກັບ “ຜົນສະທ້ອນທີ່ຮ້າຍແຮງກວ່າເກົ່າ” ຖ້າຫາກສົງຄາມໃນຕາເວັນອອກກາງຍັງສືບຕໍ່ຈົນຮອດປີ 2027, ໂດຍລາຄານ້ຳມັນຈະເພີ່ມຂຶ້ນປະມານ 125 ໂດລາຕໍ່ບາເຣວ ແລະ ອັດຕາເງິນເຟີ້ຈະເພີ່ມຂຶ້ນຈົນເກີນເປົ້າໝາຍຢ່າງຫຼີກລ່ຽງບໍ່ໄດ້.
Moody’s ຈັດ​ອັນ​ດັບ​ຄວາມ​ໄວ້​ວາງ​ໃຈ​​ແຫ່ງ​ຊາດ​ຂອງ ຫວຽດ​ນາມ ຢູ່​ລະ​ດັບ “​ຕັ້ງ​ໜ້າ”

Moody’s ຈັດ​ອັນ​ດັບ​ຄວາມ​ໄວ້​ວາງ​ໃຈ​​ແຫ່ງ​ຊາດ​ຂອງ ຫວຽດ​ນາມ ຢູ່​ລະ​ດັບ “​ຕັ້ງ​ໜ້າ”

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນ​ທີ 4 ພຶດ​ສະ​ພາ ຜ່ານມາ, ອົງ​ການ​ຈັດ​ອັນ​ດັບ​ຄວາມ​ໄວ້​ວາງ​ໃຈ​ສາ​ກົນ (Moody’s), ໄດ້​ຍົກ​ລະ​ດັບ​ ຫວຽດ​ນາມ ຈາກ​ລະ​ດັບ “ປົກ​ກະ​ຕິ” ຂຶ້ນເປັນ “ຕັ້ງ​ໜ້າ”, ຢັ້ງ​ຢືນ​ການ​ຈັດ​ອັນ​ດັບ​ຄວາມ​ໄວ້​ວາງ​ໃຈ​ແຫ່ງ​ຊາດ​ຂອງ ຫວຽດ​ນາມ ຢູ່​ລະ​ດັບ Ba2. Moody’s ຕີ​ລາ​ຄາ​ຄຸນ​ນະ​ພາບ​ລະ​ບອບ​ລະ​ບຽບ​ການ ແລະ ການ​ຄຸ້ມ​ຄອງ​ຂອງ ຫວຽດ​ນາມ ພວມ​ໄດ້​ຮັບ​ການ​ປັບ​ປຸງ​ຢ່າງ​ຈະ​ແຈ້ງ​ຜ່ານ​ການ​ປະ​ຕິ​ຮູບ​ລະ​ບຽບ​ການ​ບໍ​ລິ​ຫານ, ກົດ​ໝາຍ ແລະ ພາກ​ລັດ ທີ່ເລີ່ມປະ​ຕິ​ບັດ​ແຕ່​ທ້າຍ​ປີ 2024.
OPEC+ ຈະເພີ່ມການຜະລິດນ້ຳມັນໃນເດືອນມິຖຸນາ

OPEC+ ຈະເພີ່ມການຜະລິດນ້ຳມັນໃນເດືອນມິຖຸນາ

ຂ່າວຕ່າງປະເທດລາຍງານ ໃນວັນທີ 4 ພຶດສະພາ ຜ່ານມາວ່າ: ອົງການບັນດາປະເທດຜູ້ສົ່ງອອກນ້ຳມັນ ແລະ ພັນທະມິດ ຫຼື OPEC+ ໄດ້ຕົກລົງກັນໃນວັນ 3 ພຶດສະພາ ຜ່ານມາ ເພື່ອເພີ່ມການຜະລິດນໍ້າມັນດິບຂຶ້ນ 188,000 ບາເຣວຕໍ່ມື້ໃນເດືອນມິຖຸນາ ຊຶ່ງເປັນເດືອນທີສາມຕິດຕໍ່ກັນຂອງການເພີ່ມຂຶ້ນ, ເຖິງແມ່ນວ່າການສົ່ງອອກນໍ້າມັນຕົວຈິງຍັງປະເຊີນກັບຂໍ້ຈຳກັດຈາກຄວາມສ່ຽງໃນເສັ້ນທາງຊ່ອງແຄບຮໍມຸສ.
ພູເຂົາໄຟມາຢອນຂອງຟິລິບປິນ ພົ່ນເຖົ່າຖ່ານອອກມາຢ່າງຫຼວງຫຼາຍ

ພູເຂົາໄຟມາຢອນຂອງຟິລິບປິນ ພົ່ນເຖົ່າຖ່ານອອກມາຢ່າງຫຼວງຫຼາຍ

ຂ່າວສານຊີອາໄອລາຍງານວ່າ: ຄະນະກໍາມະການບັນເທົາໄພແຫ່ງຊາດຟິລິບປິນໃຫ້ຮູ້ໃນວັນທີ 4 ພຶດສະພານີ້ວ່າ, ການເຄື່ອນໄຫວຂອງພູເຂົາໄຟມາຢອນໃນຟີລິບປິນໄດ້ຮຸນແຮງຂຶ້ນໃນວັນທີ 2 ພຶດສະພາ ຜ່ານມາ ໂດຍໄດ້ພົ່ນເຖົ່າຖ່ານພູໄຟອອກມາຢ່າງຫຼວງຫຼາຍ,​ ສົ່ງຜົນກະທົບຕໍ່ 87 ບ້ານ ແລະ ປະຊາຊົນຫຼາຍກວ່າ 1 ແສນຄົນທີ່ຢູ່ອ້ອມຂ້າງ. ປັດຈຸບັນມີ 5,000 ກວ່າຄົນອາໄສຢູ່ສູນຈັດສັນຊົ່ວຄາວ.
ກໍາປູເຈຍ ເປີດລະດູການທ່ອງທ່ຽວສີຂຽວ ເພື່ອດຶງດູດນັກທ່ອງທ່ຽວຕ່າງປະເທດ

ກໍາປູເຈຍ ເປີດລະດູການທ່ອງທ່ຽວສີຂຽວ ເພື່ອດຶງດູດນັກທ່ອງທ່ຽວຕ່າງປະເທດ

ຂ່າວສານຊີອາໄອລາຍງານ ໃນວັນທີ 4 ພຶດສະພາ ຜ່ານມາວ່າ: ກະຊວງການທ່ອງທ່ຽວກໍາປູເຈຍ ໄດ້ຈັດພິທີເປີດ “ລະດູການທ່ອງທ່ຽວສີຂຽວ” ປີ 2026 ຢູ່ນະຄອນຫຼວງພະນົມເປັນ ຂຶ້ນຫວ່າງມໍ່ໆມານີ້, ເພື່ອດຶງດູດນັກທ່ອງທ່ຽວຕ່າງປະເທດເຂົ້າມາທ່ອງທ່ຽວໃນລະດູຝົນ ຫຼື ນອກລະດູການທ່ອງທ່ຽວ.
ອາຊຽນ+3 ສະແດງຄວາມກັງວົນກ່ຽວກັບການໜອງນໍ້າມັນຈາກຕາເວັນອອກກາງ

ອາຊຽນ+3 ສະແດງຄວາມກັງວົນກ່ຽວກັບການໜອງນໍ້າມັນຈາກຕາເວັນອອກກາງ

ຂ່າວຕ່າງປະເທດລາຍງານ ໃນວັນທີ 4 ພຶດສະພາ ຜ່ານມາວ່າ: ລັດຖະມົນຕີກະຊວງການເງິນ ແລະ ຜູ້ວ່າການທະນາຄານກາງຂອງບັນດາປະເທດອາຊຽນ ພ້ອມກັບຍີ່ປຸ່ນ, ຈີນ ແລະ ສ ເກົາຫຼີ ໄດ້ສະແດງຄວາມກັງວົນກ່ຽວກັບສະຖານະການການສະໜອງນ້ຳມັນດິບຈາກຕາເວັນອອກກາງ ທ່າມກາງຄວາມຂັດແຍ້ງທີ່ເພີ່ມຂຶ້ນ. ພ້ອມທັງຕົກລົງທີ່ຈະຍົກລະດັບການຮ່ວມມືເພື່ອແກ້ໄຂຄວາມສ່ຽງຮ່ວມກັນ.
ໃນເດືອນ​ເມ​ສາ ຫວຽດ​ນາມ ​ຕ້ອນ​ຮັບ​ນັກທ່ອງ​ທ່ຽວ​ສາ​ກົນ​ 2 ລ້ານກວ່າ​ຄົນ ​

ໃນເດືອນ​ເມ​ສາ ຫວຽດ​ນາມ ​ຕ້ອນ​ຮັບ​ນັກທ່ອງ​ທ່ຽວ​ສາ​ກົນ​ 2 ລ້ານກວ່າ​ຄົນ ​

ວິທະຍຸກະຈາຍສຽງຫວຽດນາມລາຍງານ ໃນວັນທີ 4 ພຶດສະພາ ຜ່ານມາວ່າ: ຕາມ​ກົມ​ທ່ອງ​ທ່ຽວ​ແຫ່ງ​ຊາດ ຫວຽດ​ນາມ​ລາຍງານ, ໃນ​ເດືອນ​ເມ​ສາ 2026 ຫວຽດ​ນາມ ຕ້ອນ​ຮັບ​ນັກ​ທ່ອງ​ທ່ຽວ​ສາ​ກົນ 2.03 ລ້ານ​ເທື່ອ​ຄົນ ແລະ ​ໄດ້​ຍົກຍອດ​ຈຳ​ນວນ​ນັກທ່ອງ​ທ່ຽວ​ສາ​ກົນ​ໃນ 4 ເດືອນ​ຕົ້ນ​ປີ 2026 ບັນ​ລຸ​ລະ​ດັບ 8.8 ລ້ານ​ເທື່ອ​ຄົນ, ເພີ່ມ​ຂຶ້ນ 14.6% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ​ ແລະ ປະ​ຕິ​ບັດ​ສຳ​ເລັດ 35% ເປົ້​າ​ໝາຍ​ຕ້ອນ​ຮັບ​ນັກ​ທ່ອງ​ທ່ຽວ 25 ລ້ານ​ເທື່ອ​ຄົນໃນ​ປີ 2026.
ເພີ່ມເຕີມ