ທ່ານ ສີຈິ້ນຜິງ ໄດ້ສະເໜີ 3 ຂໍ້ກ່ຽວກັບການຂະຫຍາຍສາຍພົວພັນລະຫວ່າງຈີນ-ເຢຍລະມັນ ໃນບາດກ້າວຕໍ່ໄປ ຄື: ໜຶ່ງ, ຄວນເປັນຄູ່ຮ່ວມມືທີ່ສະໜັບສະໜູນຊຶ່ງກັນ ແລະ ກັນແບບໄວ້ໃຈໄດ້. ສອງ, ຄວນເປັນຄູ່ຮ່ວມມືດ້ານການປະດິດສ້າງທີ່ເປີດປະຕູ ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ; ສາມ, ຄວນເປັນຄູ່ຮ່ວມມືທາງວັດທະນະທຳທີ່ເຂົ້າໃຈກັນ ແລະ ສະໜິດສະໜົມກັນ.
ທ່ານ ສີຈິ້ນຜິງ ເນັ້ນໜັກວ່າ, ຈີນ ແລະ ເຢຍລະມັນ ຄວນນຳໜ້າເປັນຜູ້ປົກປັກຮັກສາລັດທິຫຼາຍຝ່າຍ, ຜູ້ປະຕິບັດກົດໝາຍສາກົນ, ຜູ້ປົກປ້ອງການຄ້າເສລີ ແລະ ຜູ້ສົ່ງເສີມຄວາມສາມັກຄີ ແລະ ປະສານງານກັນ. ຫວັງວ່າ ເອີຣົບ ແລະ ຈີນ ຈະກ້າວໄປສູ່ທິດທາງດຽວກັນ, ເພື່ອປະກອບສ່ວນອັນໃຫຍ່ຫຼວງກວ່າເກົ່າເຂົ້າໃນສັນຕິພາບ ແລະ ການພັດທະນາຂອງໂລກ.
ທ່ານ ຟຣີດຣິສ ເມີສ ກ່າວວ່າ: ເຢຍລະມັນທະນຸຖະໜອມ ແລະ ໃຫ້ຄວາມສຳຄັນຕໍ່ການພົວພັນກັບຈີນ, ຢຶດໝັ້ນປະຕິບັດນະໂຍບາຍປະເທດຈີນດຽວຢ່າງເດັດດ່ຽວ, ຫວັງຢາກລົງເລິກການຮ່ວມມືກັບຈີນຕື່ມອີກ, ເພື່ອບັນລຸໃຫ້ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ແລະ ພັດທະນາຮ່ວມກັນ.
ສອງຝ່າຍຍັງໄດ້ອອກ “ຖະແຫຼງຂ່າວຮ່ວມລະຫວ່າງສາທາລະນະລັດປະຊາຊົນຈີນ ກັບ ແລະ ສາທາລະນະລັດສາຫະພັນເຢຍລະມັນ.”
ຄໍາເຫັນ