ທ່ານ ​ສີ​ຈິ້ນ​ຜິງ ພົບ​ປະ​ປະ​ທານ​າ​ທິ​ບໍ​ດີ​ແຊັກ​ບີ

ທ່ານ ​ສີ​ຈິ້ນ​ຜິງ ພົບ​ປະ​ປະ​ທານ​າ​ທິ​ບໍ​ດີ​ແຊັກ​ບີ

ທ່ານ ​ສີ​ຈິ້ນ​ຜິງ ພົບ​ປະ​ປະ​ທານ​າ​ທິ​ບໍ​ດີ​ແຊັກ​ບີ
ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ຫວ່າງມໍ່ໆມານີ້, ທ່ານ ສີ​ຈິ້​ນຜິງ ປະ​ທານ​ປະ​ເທດ​ຈີນ ​ໄດ້​ພົບ​ປະ​ເຈ​ລະ​ຈາ​ກັບ ​ທ່ານ ​ອາ​ເລັກ​ຊັນ​ດາ ວູ​ຊິກ ປະ​ທາ​ນາ​ທິ​ບໍ​ດີ​ແຊັກ​ບີ​ທີ່​ມາ​ຢ້ຽມ​ຢາມ​ຈີນ​ທາງ​ລັດ​ຖະ​ກິດ​ຢູ່​ຫໍ​ສະ​ພາ​ປະ​ຊາ​ຊົນແຫ່ງ​ຊາດ​​ ທີ່​ນະ​ຄອນ​ຫຼວງ​ປັກ​ກິ່ງ.

ທ່ານ ສີຈິ້ນຜິງ ກ່າວວ່າ: ການສ້າງຄູ່ຮ່ວມຊາຕາກຳຈີນ-ແຊັກບີ ໄດ້ຮັບຜົນສຳເລັດຢ່າງຕັ້ງໜ້າ, ສອງຝ່າຍຄວນເພີ່ມທະວີການແລກປ່ຽນ ແລະ ລົງເລິກການຮ່ວມມື, ຊຸກຍູ້ການພົວພັນຄູ່ຮ່ວມຍຸດທະສາດຮອບດ້ານໃຫ້ຂະຫຍາຍຕົວກ້າວຂຶ້ນສູ່ລະດັບໃໝ່. ຄວນເພີ່ມທະວີການຮ່ວມມືໃນຂົງເຂດພັດທະນາໃໝ່ ເຊັ່ນ: ປັນຍາປະດິດ, ເສດຖະກິດດິີຈີຕອນ ແລະ ອື່ນໆ, ນຳໃຊ້ຂອບ “ຍົກເວັ້ນວີຊາ + ການຄ້າເສລີ + ຖ້ຽວບິນໂດຍກົງ” ໃຫ້ເກີດປະໂຫຍດສູງສຸດ ແລະ ເປີດກວ້າງການແລກປ່ຽນວັດທະນະທຳ.

ທ່ານ ວູຊິກ ກ່າວວ່າ: ແຊັກບີທະນຸຖະໜອມຕໍ່ການພົວພັນກັບຈີນ, ເດັດດ່ຽວສະໜັບສະໜູນຜົນປະໂຫຍດແກນກາງຂອງຈີນ, ຍິນດີລົງເລິກການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ທີ່ມີຄຸນນະພາບສູງ, ຮ່ວມກັນປົກປັກຮັກສາຄວາມຍຸຕິທຳ ແລະ ຄວາມເປັນທຳໃນສາກົນ.

ພາຍຫຼັງສໍາເລັດການພົບປະເຈລະຈາ, ປະມຸກລັດສອງປະເທດໄດ້ຮ່ວມກັນເປັນສັກຂີພິຍານໃນການລົງນາມເອກະສານຮ່ວມມື 20 ກວ່າສະບັບໃນຂົງເຂດການເມືອງ, ເສດຖະກິດການຄ້າ, ວິທະຍາສາດເຕັກໂນໂລຊີ, ການສຶກສາ, ຕຸລາການ, ວັດທະນະທຳ ແລະອື່ນໆ.

ສອງຝ່າຍໄດ້ປະກາດ “ຖະແຫຼງການຮ່ວມລະຫວ່າງສາທາລະນະລັດປະຊາຊົນຈີນ ແລະ ສາທາລະນະລັດແຊັກບີ ວ່າດ້ວຍການສືບຕໍ່ຊຸກຍູ້ການສ້າງຄູ່ຮ່ວມຊາຕາກຳຈີນ-ແຊັກບີໃນຍຸກໃໝ່” ແລະ “ຖະແຫຼງການຮ່ວມລະຫວ່າງສາທາລະນະລັດປະຊາຊົນຈີນ ແລະ ສາທາລະນະລັດແຊັກບີວ່າດ້ວຍການຮ່ວມກັນຊຸກຍູ້ການຈັດຕັ້ງປະຕິບັດ 4 ຂໍ້ລິເລີ່ມທົ່ວໂລກ”.

ຄໍາເຫັນ

ຂ່າວຕ່າງປະເທດ

ສາຍການບິນ ອາເມຣິກາ ຈ່າຍຄ່ານໍ້າມັນເຊື້ອໄຟ ເພີ່ມ 78%

ສາຍການບິນ ອາເມຣິກາ ຈ່າຍຄ່ານໍ້າມັນເຊື້ອໄຟ ເພີ່ມ 78%

ຂ່າວຕ່າງປະເທດລາຍງານໃນວັນທີ 9 ມິຖຸນາ ຜ່ານມາວ່າ: ບົດລາຍງານຫຼ້າສຸດຈາກສຳນັກງານສະຖິຕິການຂົນສົ່ງຂອງສະຫະລັດ ອາເມຣິກາ ເປີດເຜີຍວ່າ, ສາຍການບິນຂອງສະຫະລັດ ອາເມຣິກາ ຈ່າຍຄ່ານໍ້າມັນເຊື້ອໄຟເກືອບ 6.5 ຕື້ໂດລາ ໃນເດືອນເມສາ ຜ່ານມາ, ເພີ່ມຂຶ້ນຫຼາຍກວ່າ 26% ຕໍ່ເດືອນ ແລະ 78% ຕໍ່ປີ. ໃນຂະນະທີ່ຂໍ້ຂັດແຍ່ງໃນຕາເວັນອອກກາງຍືດເຍື້ອມາເປັນເວລາຫຼາຍກວ່າ 100 ມື້ແລ້ວ, ໂດຍລາຄານໍ້າມັນເຊື້ອໄຟຂອງເຮືອບິນໃນເດືອນເມສາຜ່ານມາຢູ່ທີ່ 4.11 ໂດລາຕໍ່ກາລອນ, ເພີ່ມຂຶ້ນ 94 ເຊັນ ຈາກເດືອນມີນາ ແລະ ສູງກວ່າ 1.81 ໂດລາຈາກປີ 2025.
ຄົ້ນພົບຄື້ນສຶນາມິຂະໜາດໃຫຍ່ພັດເຂົ້າເກາະຊາວາ ແລະ ເກາະບາຫຼີ ເມື່ອ 400 ປີກ່ອນ

ຄົ້ນພົບຄື້ນສຶນາມິຂະໜາດໃຫຍ່ພັດເຂົ້າເກາະຊາວາ ແລະ ເກາະບາຫຼີ ເມື່ອ 400 ປີກ່ອນ

ຂ່າວຕ່າງປະເທດລາຍງານ ໃນວັນທີ 10 ມິຖຸນາ ຜ່ານມາວ່າ: ຫ້ອງການຄົ້ນຄວ້າ ແລະ ນະວັດຕະກຳແຫ່ງຊາດອິນໂດເນເຊຍ ໄດ້ເປີດເຜີຍຜົນການຄົ້ນຄວ້າກ່ຽວກັບດິນຊາຍທີ່ເກີດຈາກຄື້ນສຶນາມິ, ຟອດຊິວຂອງຈຸລິນຊີໃນທະເລ, ໂຄງສ້າງທາງບູຮານຄະດີ ແລະ ຫຼັກຖານສິ່ງແວດລ້ອມບູຮານຕາມຊາຍຝັ່ງທະເລພາກໃຕ້ຂອງເກາະຊາວາ ແລະ ບາຫຼີ ໄດ້ພົບເຫັນຕົວຊີ້ບອກທີ່ຊັດເຈນກ່ຽວກັບຄື້ນສຶນາມິຂະໜາດໃຫຍ່ທີ່ເກີດຂຶ້ນປະມານ 400 ປີກ່ອນ.
ກຳປູເຈຍ ສົ່ງເສີມປະຊາຊົນໃຊ້ລົດໄຟຟ້າ

ກຳປູເຈຍ ສົ່ງເສີມປະຊາຊົນໃຊ້ລົດໄຟຟ້າ

ຂ່າວຕ່າງປະເທດລາຍງານຫວ່າງມໍ່ໆມານີ້ວ່າ: ທ່ານ ອຽງ ສຸພະເລັດ ລັດຖະມົນຕີກະຊວງສິ່ງແວດລ້ອມຂອງກຳປູເຈຍ ໄດ້ເຂົ້າຮ່ວມພິທີເຊັນບົດບັນທຶກຄວາມເຂົ້າໃຈ (MoU) ລະຫວ່າງກະຊວງສິ່ງແວດລ້ອມ ແລະ ບໍລິສັດ One Road ເພື່ອສົ່ງເສີມການນຳໃຊ້ລົດໄຟຟ້າ (EV) ໃນກຳປູເຈຍ, ທ່ານໄດ້ຮຽກຮ້ອງໃຫ້ປະຊາຊົນປ່ຽນໄປໃຊ້ລົດໄຟຟ້າເພື່ອຫຼຸດຜ່ອນການປ່ອຍອາຍພິດ, ປັບປຸງຄຸນນະພາບອາກາດ ແລະ ຫຼຸດຜ່ອນການເພິ່ງພາອາໄສເຊື້ອໄຟຟອດຊິວ. ທ່ານເນັ້ນໜັກວ່າ, ລົດໄຟຟ້າບໍ່ພຽງແຕ່ເປັນນະວັດຕະກຳທາງເທັກໂນໂລຊີເທົ່ານັ້ນ ແຕ່ຍັງເປັນການແກ້ໄຂບັນຫາສິ່ງແວດລ້ອມອີກດ້ວຍ.
ເວ​ທີ​ປາ​ໄສ AFF 2026 ມີຫຼາຍ​ຂໍ້​ລິ​ເລີ່ມ​ໃຫ້​ແກ່​ອະ​ນາ​ຄົດ​ຂອງ​ພາກ​ພື້ນ

ເວ​ທີ​ປາ​ໄສ AFF 2026 ມີຫຼາຍ​ຂໍ້​ລິ​ເລີ່ມ​ໃຫ້​ແກ່​ອະ​ນາ​ຄົດ​ຂອງ​ພາກ​ພື້ນ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ພາຍຫຼັງ​ເຮັດ​ວຽກ​ມາ​ເປັນ​ເວ​ລາ 2 ວັນ (ວັນ​ທີ 9 – 10 ມິ​ຖຸ​ນາ ນີ້), ດ້ວຍຫຼາຍ​ວາ​ລະ​ປຶກ​ສາ​ຫາ​ລື​ລົງ​ເລິກ ແລະ ບັນ​ດາ​ຂໍ້​ລິ​ເລີ່ມ​ໃໝ່, ໃນ​ວັນ​ທີ 10 ມິ​ຖຸ​ນາ ຜ່ານມາ, ເວ​ທີ​ປາ​ໄສ​ອະ​ນາ​ຄົດ ອາ​ຊຽນ 2026 (AFF 2026) ໄດ້​ປິດ​ລົງ​ຢູ່ນະຄອນຫຼວງຮ່າ​ໂນ້ຍ.
ໂປໂລຍ ກຽມຫ້າມເດັກນ້ອຍຊັ້ນປະຖົມໃຊ້ໂທລະສັບມືຖືໃນໂຮງຮຽນ

ໂປໂລຍ ກຽມຫ້າມເດັກນ້ອຍຊັ້ນປະຖົມໃຊ້ໂທລະສັບມືຖືໃນໂຮງຮຽນ

ຂ່າວຕ່າງປະເທດລາຍງານ ຫວ່າງບໍ່ດົນມານີ້ວ່າ: ລັດຖະບານໂປໂດຍ ໄດ້ປະກາດວ່າຈະຈຳກັດການໃຊ້ໂທລະສັບມືຖືໃນໂຮງຮຽນປະຖົມທົ່ວປະເທດເລີ່ມແຕ່ວັນທີ 1 ກັນຍາ 2026 ເປັນຕົ້ນໄປ ເພື່ອປົກປ້ອງເຍົາວະຊົນຈາກການເສບຕິດດີຈີຕອນ ແລະ ເນື້ອຫາທີ່ເປັນອັນຕະລາຍ.
ຈີນ ສຳ​ເລັດ​ການ​ເກັບ​ກ່ຽວ​ເຂົ້າ​​ຫວີດ ​ເກືອບ 60%

ຈີນ ສຳ​ເລັດ​ການ​ເກັບ​ກ່ຽວ​ເຂົ້າ​​ຫວີດ ​ເກືອບ 60%

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານຫວ່າງມໍ່ໆມານີ້ວ່າ: ກະ​ຊວງ​ກະ​ສິ​ກຳ ​ແລະ ​ຊົນ​ນະ​ບົດ​ຈີນ ໄດ້​ເປີດ​ເຜີຍ​ໂຕ​ເລກຂໍ້​ມູນ​ການ​ເກັບ​ກ່ຽວ​ເຂົ້າ​ຫວີດດ້ວຍ​ເຄື່ອງ​ຈັກ ວ່າ: ປັດ​ຈຸ​ບັນ, ທົ່ວ​ປະ​ເທດ​ຈີນ​ໄດ້​ເກັບ​ກ່ຽວ​ເຂົ້າ​​ຫວີດ ສໍາເລັດ 13.3 ລ້ານ​ເຮັກ​ຕາ, ເທົ່າກັບ​​ເກືອບ 60% ຂອງ​ເຂົ້າຫວີດ​ທົ່ວ​ປະ​ເທດ. ຂະ​ນະ​ດຽວ​ກັນ, ຢູ່​ບ່ອນ​ທີ່​ໄດ້​ສຳ​ເລັດ​ການ​ເກັບ​ກ່ຽວ​ເຂົ້າ​ຫວີດ​ນັ້ນ ກຳ​ລັງສືບ​ຕໍ່ຫວ່ານ​ກ້າ​ໃນ​ລະ​ດູ​ຮ້ອນ.
ຟີລິບປິນ ມີຜູ້ບາດເຈັບ ແລະ ເສຍຊີວິດ ເພີ່ມຂຶ້ນຢ່າງຕໍ່ເນື່ອງ ຫຼັງຈາກເກີດແຜ່ນດິນໄຫວ

ຟີລິບປິນ ມີຜູ້ບາດເຈັບ ແລະ ເສຍຊີວິດ ເພີ່ມຂຶ້ນຢ່າງຕໍ່ເນື່ອງ ຫຼັງຈາກເກີດແຜ່ນດິນໄຫວ

ຂ່າວຕ່າງປະເທດລາຍງານ ໃນວັນທີ 9 ມິຖຸນາ ຜ່ານມາວ່າ: ສຳນັກງານປ້ອງກັນພົນລະເຮືອນຟີລິບປິນລາຍງານວ່າ, ມີຜູ້ເສຍຊີວິດຢ່າງໜ້ອຍ 37 ຄົນ ແລະ ບາດເຈັບປະມານ 500 ຄົນ ຫຼັງຈາກເກີດແຜ່ນດິນໄຫວຂະໜາດ 7.8 ຣິກເຕີ ໃນພາກໃຕ້ຂອງຟີລິບປິນໃນຕອນເຊົ້າວັນທີ 8 ມິຖຸນາ ຜ່ານມາ ຊຶ່ງສາເຫດການເສຍຊີວິດແມ່ນມາຈາກດິນເຈື່ອນຫຼັງແຜ່ນດິນໄຫວ, ການຈົມນ້ຳ ແລະ ການຖືກຝັງຢູ່ໃຕ້ຊາກຫັກພັງ. ໂດຍແຂວງຊາຣາງການີ ມີຜູ້ເສຍຊີວິດຈາກດິນເຈື່ອນຖົມເຮືອນ 14 ຄົນ.
ການ​ຢ້ຽມຢາມ ສ​ປ​ປ ເກົາ​ຫຼີ​ ຂອງ​ ທ່ານ ສີ​ຈິ້ນ​ຜິງ ໄດ້ເພີ່ມ​ເນື້ອ​ໃນ​ໃໝ່​ແຫ່ງ​ຍຸກ​ສະ​ໄໝ ແລະ ​ຂັບ​ເຄື່ອນ​ອັນ​ເຂັ້ມ​ແຂງ​ເຂົ້າ​ໃນມິດ​ຕະ​ພາບ ​ຈີນ-ສປ​ປ ເກົາ​ຫຼີ​ ທີ່​ມີ​ມູນ​ເຊື້ອ

ການ​ຢ້ຽມຢາມ ສ​ປ​ປ ເກົາ​ຫຼີ​ ຂອງ​ ທ່ານ ສີ​ຈິ້ນ​ຜິງ ໄດ້ເພີ່ມ​ເນື້ອ​ໃນ​ໃໝ່​ແຫ່ງ​ຍຸກ​ສະ​ໄໝ ແລະ ​ຂັບ​ເຄື່ອນ​ອັນ​ເຂັ້ມ​ແຂງ​ເຂົ້າ​ໃນມິດ​ຕະ​ພາບ ​ຈີນ-ສປ​ປ ເກົາ​ຫຼີ​ ທີ່​ມີ​ມູນ​ເຊື້ອ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນລະ​ຫວ່າ​ງວັນ​ທີ 8 ຫາ 9 ມິ​ຖຸ​ນາ 2026, ໂດຍ​ຕອບ​ສະ​ໜອງ​ຕາມ​ຄຳ​ເຊີນ​ຂອງ​ທ່ານ ກິມ​ເຈິງ​ອຸນ ເລ​ຂາ​ທິ​ການ​ໃຫຍ່​ພັກແຮງ​ງານເກົາ​ຫຼີ ປະ​ທານ​ກິດ​ຈະ​ການແຫ່ງ​ລັດ​ແຫ່ງ ສ​ປ​ປ ເກົາ​ຫຼີ. ທ່ານ ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ປະ​ທານ​ປະ​ເທດ​ ສ​ປ ຈີນ ​ໄດ້​ເດີນ​ທາງ​ໄປ​ຢ້ຽມ​ຢາມ ສ​ປ​ປ ເກົ​າ​ຫຼີ ​ທາງ​ລັດ​ຖະ​ກິດ.
ສິງກະໂປ ຈະປາບປາມການພະນັນຜິດກົດໝາຍໃນໄລຍະການແຂ່ງຂັນເຕະບານໂລກ 2026

ສິງກະໂປ ຈະປາບປາມການພະນັນຜິດກົດໝາຍໃນໄລຍະການແຂ່ງຂັນເຕະບານໂລກ 2026

ຂ່າວຕ່າງປະເທດລາຍງານໃນວັນທີ 9 ມິຖຸນາ ຜ່ານມາວ່າ: ກະຊວງປ້ອງກັນຄວາມສະຫງົບ ສິງກະໂປ ໄດ້ເປີດເຜີຍວ່າ: ສິງກະໂປຈະປາບປາມການພະນັນທີ່ຜິດກົດໝາຍຢ່າງເຂັ້ມງວດ ໃນລະຫວ່າງວັນທີ 11 ມິຖຸນາ ຫາ 19 ກໍລະກົດ ຊຶ່ງແມ່ນໄລຍະການແຂ່ງຂັນເຕະບານໂລກ (FIFA World Cup 2026), ໂດຍແນໃສ່ຍົກສູງຄວາມຮັບຮູ້ກ່ຽວກັບບັນຫາທີ່ກ່ຽວຂ້ອງກັບການພະນັນ.

ເພີ່ມເຕີມ