ກອງປະຊຸມຄັ້ງນີ້ ແມ່ນເພື່ອກະກຽມໃຫ້ແກ່ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນແບບວົງແຄບ ທີ່ຈັດຂຶ້ນໃນວັນທີ 19 ມັງກອນ 2025 ພາຍໃຕ້ການເປັນປະທານອາຊຽນຂອງ ມາເລເຊຍ ສໍາລັບ ປີ 2025 ໂດຍມີຄໍາຂວັນ “ການມີສ່ວນຮ່ວມຢ່າງທົ່ວເຖິງ ແລະ ຍືນຍົງ”. ບັນດາເຈົ້າໜ້າທີ່ອາວຸໂສອາຊຽນ ໄດ້ຮັບຊາບກ່ຽວກັບບັນດາບຸລິມະສິດການເປັນປະທານອາຊຽນຂອງ ມາເລເຊຍ ແລະ ໄດ້ຮັບຊາບຄວາມຄືບໜ້າຂອງການຈັດຕັ້ງປະຕິບັດ ບັນດາຜົນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ແລະ ກອງປະຊຸມສຸດຍອດອື່ນໆ ໃນປີ 2024 ພາຍໃຕ້ການເປັນປະທານອາຊຽນ ຂອງ ສປປ ລາວ, ໂດຍສະເພາະການເສີມສ້າງປະຊາຄົມອາຊຽນ ໃຫ້ເຂັ້ມແຂງ ໂດຍຜ່ານການຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2025 ແລະ ບັນດາແຜນແມ່ບົດຂອງສາມເສົາຄໍ້າປະຊາຄົມອາຊຽນ, ແຜນແມ່ບົດວ່າດ້ວຍການເຊື່ອມຈອດອາຊຽນ ແລະ ແຜນງານການເຊື່ອມໂຍງພາກພື້ນອາຊຽນ. ພ້ອມນັ້ນ, ກອງປະຊຸມ ໄດ້ຮັບຊາບຄວາມຄືບໜ້າຂອງການສ້າງບັນດາແຜນຍຸດທະສາດ ເພື່ອຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2045.
ກອງປະຊຸມ ຍັງໄດ້ປຶກສາກ່ຽວກັບການສະໝັກເຂົ້າເປັນພາຄີຂອງສົນທິສັນຍາໄມຕີຈິດ ແລະ ການຮ່ວມມືໃນອາຊີຕາເວັນອອກສ່ຽງໃຕ້ ຂອງບັນດາປະເທດນອກພາກພື້ນທີ່ມີຄວາມສົນໃຈຮ່ວມມືກັບອາຊຽນ. ໃນໂອກາດນີ້, ກອງປະຊຸມ ໄດ້ເຫັນດີສະເໜີໃຫ້ ລັດຖະມົນຕີຕ່າງປະເທດອາຊຽນ ພິຈາລະນາຮັບຮອງເອົາການສະໝັກເຂົ້າເປັນພາຄີ ສົນທິສັນຍາດັ່ງກ່າວ ຂອງຫຼາຍປະເທດທີ່ສອດຄ່ອງກັບເງື່ອນໄຂ ແລະ ຫຼັກການຂອງອາຊຽນ ໃນໂອກາດກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ແບບວົງແຄບ. ກອງປະຊຸມ ຍັງໄດ້ທົບທວນຄືນຄວາມຄືບໜ້າຂອງການຮ່ວມມືລະຫວ່າງ ອາຊຽນ ກັບ ປະເທດຄູ່ເຈລະຈາ, ຄູ່ຮ່ວມພັດທະນາ ແລະ ຄູ່ຮ່ວມຂະແໜງການຂອງອາຊຽນ, ພ້ອມທັງຮັບຊາບການສະເໜີເປັນຄູ່ຮ່ວມມືຂອງອາຊຽນ.(ຂ່າວ-ພາບ: ກຕທ)
ຄໍາເຫັນ