ທ່ານ ທອງສະລິດ ມັງໜໍ່ເມກ ລົງເຄື່ອນໄຫວຊຸກຍູ້ການຮຽນ-ການສອນ ໂຮງຮຽນສາມັນກິນນອນຊົນເຜົ່າແຂວງສະຫວັນນະເຂດ

ທ່ານ ທອງສະລິດ ມັງໜໍ່ເມກ ລົງເຄື່ອນໄຫວຊຸກຍູ້ການຮຽນ-ການສອນ ໂຮງຮຽນສາມັນກິນນອນຊົນເຜົ່າແຂວງສະຫວັນນະເຂດ

ທ່ານ ທອງສະລິດ ມັງໜໍ່ເມກ ລົງເຄື່ອນໄຫວຊຸກຍູ້ການຮຽນ-ການສອນ ໂຮງຮຽນສາມັນກິນນອນຊົນເຜົ່າແຂວງສະຫວັນນະເຂດ
ໃນວັນທີ 10 ກັນຍາ 2026, ທ່ານ ທອງສະລິດ ມັງໜໍ່ເມກ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ,(ສສກ)ທ່ານ ບຸນໂຈມ ອຸບົນປະເສີດ ເລຂາຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນແຂວງສະຫວັນນະເຂດ, ທ່ານ ທອງໃສ ໄຊຍະວົງຄຳດີ ຮອງປະທານຄະນະກຳມະການປົກຄອງແຂວງສະຫວັນນະເຂດ, ຜູ້ຊີ້ນຳວຽກງານວັດທະນະທຳ-ສັງຄົມ ແລະ ທ່ານ ອະນຸສອນ ສຸດທິວົງ ວ່າການຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ພ້ອມດ້ວຍຄະນະນຳຂັ້ນສູນກາງ, ຂັ້ນແຂວງ ແລະ ຄະນະພະແນກ ໄດ້ລົງຊຸກຍູ້ວຽກງານການຮຽນ-ການສອນ ແລະ ມອບເຄື່ອງໃຫ້ນັກຮຽນໂຮງຮຽນສາມັນກິນນອນຊົນເຜົ່າແຂວງສະຫວັນນະເຂດ ເນື່ອງໃນໂອກາດເປີດສົກຮຽນໃໝ່ 2026-2027,
ທານ ທອງສະລດ ມງໜເມກ ລງເຄອນໄຫວຊກຍການຮຽນ-ການສອນ ໂຮງຮຽນສາມນກນນອນຊນເຜາແຂວງສະຫວນນະເຂດ - image 1
 

ໂດຍໃຫ້ກຽດເຂົ້າຮ່ວມຕ້ອນຮັບຂອງ ທ່ານ ສົມຫວັງ ສອນວິຊຽນ ຜູ້ອຳນວຍການໂຮງຮຽນສາມັນກິນນອນຊົນເຜົ່າແຂວງສະຫວັນນະເຂດ ພ້ອມດ້ວຍຄະນະອຳນວຍການ, ຄູ-ອາຈານ ແລະ ນັກຮຽນເຂົ້າຮ່ວມຢ່າງພ້ອມພຽງ.

ໃນໂອກາດດັ່ງກ່າວ, ທ່ານ ທອງສະລິດ ມັງໜໍ່ເມກ ແລະ ທ່ານ ບຸນໂຈມ ອຸບົນປະເສີດ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມເບິ່ງການຈັດຕັ້ງການຮຽນ-ການສອນຕົວຈິງໃນຊັ້ນຕ່າງໆ ພ້ອມທັງເລາະຢ້ຽມຢາມສະພາບຄວາມເປັນຢູ່ຂອງນັກຮຽນນອນໃນ ເປັນຕົ້ນແມ່ນ: ຫໍພັກ, ຫ້ອງອາຫານ, ເຮືອນຄົວລວມ ແລະ ສິ່ງອຳນວຍຄວາມສະດວກຕ່າງໆ.

ນອກຈາກນີ້, ຍັງໄດ້ພົບປະໂອ້ລົມ ແລະ ສອບຖາມເຖິງສະພາບການດຳລົງຊີວິດຂອງນັກຮຽນ ເພື່ອຮັບຟັງຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກຕົວຈິງ. ພ້ອມກັນນັ້ນ ການນຳຂັ້ນສູງຍັງໄດ້ໃຫ້ທິດຊີ້ນຳແກ່ພະແນກສຶກສາທິການ ແລະ ກິລາແຂວງ ຕະຫຼອດຮອດຄະນະອຳນວຍການໂຮງຮຽນ ໃນການເອົາໃຈໃສ່ປັບປຸງແກ້ໄຂບັນຫາຂໍ້ຫຍຸ້ງຍາກຕ່າງໆ ເພື່ອສ້າງສະພາບແວດລ້ອມທີ່ດີ ອັນຈະເປັນການດຶງດູດນັກຮຽນເຂົ້າມາຮຽນຫຼາຍຂຶ້ນ ແລະ ຍົກລະດັບຄຸນນະພາບການສຶກສາໃຫ້ດີຂຶ້ນກວ່າເກົ່າ.

ໃນການລົງຢ້ຽມຢາມຄັ້ງນີ້ ທ່ານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ນຳເອົາເຄື່ອງມາມອບໃຫ້ແກ່ໂຮງຮຽນ ປະກອບມີ: ອຸປະກອນການຮຽນ, ອຸປະກອນກິລາ, ປຶ້ມຕຳລາຮຽນ ແລະ ເຄື່ອງອຸປະໂພກ-ບໍລິໂພກຕ່າງໆ ລວມມູນຄ່າທັງໝົດເກືອບ 90 ລ້ານກີບ.

.ສຳລັບ ໂຮງຮຽນສາມັນກິນນອນຊົນເຜົ່າແຂວງສະຫວັນນະເຂດ ແມ່ນເປີດການຮຽນ-ການສອນຄັ້ງທຳອິດໃນປີ 1996 ພາຍໃຕ້ທຶນຊ່ວຍເຫຼືອຈາກລັດຖະບານ ສສ ຫວຽດນາມ. ໃນສົກຮຽນ 2026-2027 ນີ້ ໂຮງຮຽນມີພະນັກງານທັງໝົດ 54 ຄົນ/ຍິງ 37 ຄົນ ໃນນີ້ມີຄູສອນ 45 ຄົນ/ຍິງ 31 ຄົນ; ມີນັກຮຽນຊັ້ນ ມ.1-ມ.7 ທັງໝົດ 715 ຄົນ/ຍິງ 341 ຄົນ ໃນນັ້ນເປັນນັກຮຽນນອນໃນຫໍພັກ 420 ຄົນ/ຍິງ 193 ຄົນ ແລະ ນັກຮຽນນອນນອກ 295 ຄົນ/ຍິງ 148 ຄົນ. ນັກຮຽນຊົນເຜົ່າສ່ວນໃຫຍ່ແມ່ນມາຈາກ 7 ເມືອງຄື: ເມືອງນອງ, ເຊໂປນ, ວິລະບູລີ, ພີນ, ພະລານໄຊ, ອາດສະພອນ, ຊົນນະບູລີ ແລະ ທ່າປາງທອງ, ນອກນັ້ນຍັງໄດ້ຮັບນັກຮຽນທົ່ວໄປເຊິ່ງເປັນລູກຫຼານປະຊາຊົນບ້ານໃກ້ຄຽງ.

ທານ ທອງສະລດ ມງໜເມກ ລງເຄອນໄຫວຊກຍການຮຽນ-ການສອນ ໂຮງຮຽນສາມນກນນອນຊນເຜາແຂວງສະຫວນນະເຂດ - image 2
 

ດ້ານການປະຕິບັດຫຼັກສູດ ທາງໂຮງຮຽນບໍ່ພຽງແຕ່ຈັດການຮຽນສາຍສາມັນເທົ່ານັ້ນ ແຕ່ຍັງໄດ້ຈັດຕັ້ງການຮຽນວິຊາຊີບຄູ່ຂະໜານຮ່ວມກັບວິທະຍາໄລເຕັກນິກ-ວິຊາຊີບສະຫວັນນະເຂດ ເຊິ່ງປັດຈຸບັນມີນັກຮຽນຮຽນຈົບໄປແລ້ວ 2 ຮຸ່ນ ຈຳນວນ 60 ຄົນ, ມີນັກຮຽນໄດ້ໄປຮຽນຕໍ່ຕ່າງປະເທດ 15 ຄົນ (ຍິງ 9 ຄົນ) ແລະ ສືບຕໍ່ຮຽນຫຼັກສູດຄູ 23 ຄົນ (ຍິງ 18 ຄົນ). ປັດຈຸບັນ ໂຮງຮຽນມີອາຄານຮຽນ 2 ຊັ້ນ ຈຳນວນ 2 ຫຼັງ, ອາຄານຮຽນຊັ້ນດຽວ ແລະ ຫ້ອງປະຕິບັດງານ 5 ຫຼັງ, ສະໂມສອນ 1 ຫຼັງ, ຫ້ອງການຄູ 1 ຫຼັງ, ຫໍພັກ 3 ຊັ້ນ 1 ຫຼັງ ພ້ອມດ້ວຍຫ້ອງອາຫານ ແລະ ເຮືອນຄົວ 1 ຫຼັງ (ເຊິ່ງຢູ່ໃນສະພາບທີ່ເກົ່າແກ່ຫຼາຍແລ້ວ). ໃນແຕ່ລະເດືອນ ນັກຮຽນນອນໃນຈະໄດ້ຮັບເບ້ຍລ້ຽງ 300,000 ກີບ/ຄົນ ໂດຍມີພະນັກງານແຕ່ງກິນໃຫ້ 3 ຄາບ ພ້ອມທັງມີຈຸງານຄຸ້ມຄອງນັກຮຽນ ເພື່ອຕິດຕາມເບິ່ງແຍງສຸຂະພາບ ແລະ ການເປັນຢູ່ຂອງນັກຮຽນຢ່າງໃກ້ຊິດ. ທາງພະແນກສຶກສາທິການ ແລະ ກິລາແຂວງ ຈະສືບຕໍ່ຊຸກຍູ້ ແລະ ປະຕິບັດຕາມທິດຊີ້ນຳຂອງຂັ້ນເທິງ ເພື່ອພັດທະນາໂຮງຮຽນແຫ່ງນີ້ໃຫ້ມີຄວາມກ້າວໜ້າຕໍ່ໄປ(ແຫຼ່ງຂ່າວ: ສສກ)

ຄໍາເຫັນ

ຂ່າວສືກສາ-ກິລາ

ສອງໂຮງຮຽນສືບຕໍ່ຮັດແໜ້ນສາຍພົວພັນສະໜິດແໜ້ນ

ສອງໂຮງຮຽນສືບຕໍ່ຮັດແໜ້ນສາຍພົວພັນສະໜິດແໜ້ນ

ໃນກອງປະຊຸມໄດ້ສະເໜີບົດລາຍງານຜົນການຄົ້ນຄວ້າ ໂດຍ ສະຫາຍ ຫວູ ລຸກ ອານ ຊຶ່ງລາຍງານ 2 ຫົວຂໍ້ສຳຄັນ ຄື: “ພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ແລະ ການຄຸ້ມຄອງລັດ ຂັ້ນຕາແສງ”, ຫົວຂໍ້: “ການກໍ່ສ້າງອົງການຈັດຕັ້ງຮາກຖານພັກ, ພື້ນຖານຂອງພັກ, ແກ່ນສານດ້ານການເມືອງຢູ່ຮາກຖານ” ຊຶ່ງໄດ້ຍົກຂຶ້ນແລກປ່ຽນບົດຮຽນກ່ຽວກັບການກໍ່ສ້າງພື້ນຖານພັກ: ບົດຮຽນຈາກ ສສ ຫວຽດນາມ ກໍຄືໃນໄລຍະຜ່ານມາ ເຖິງປັດຈຸບັນ ມີຫຼາຍຈຸດທີ່ມີຄວາມຄ້າຍຄືກັນ ຊຶ່ງພວກເຮົານັ້ນໄດ້ແລກປ່ຽນບົດຮຽນນຳກັນ. ສະເພາະມື້ນີ້, ຈະໄດ້ແລກປ່ຽນບົດຮຽນນຳກັນ ຄື: "ພື້ນຖານພັກ ແລະ ພັກຢູ່ຂັ້ນພື້ນຖານ". ຫົວຂໍ້ນີ້ແມ່ນເລື່ອງທີ່ ສສ ຫວຽດນາມ ຖືເປັນເລື່ອງສຳຄັນ ເນື່ອງຈາກວ່າ: ຖ້າວ່າສູນກາງພັກວາງທິດທາງ, ວາງແນວທາງ ຫຼື ວາງມະຕິໄດ້ຖືກຕ້ອງແລ້ວ ແຕ່ລະທ້ອງຖິ່ນບໍ່ນຳໄປປະຕິບັດ ຫຼື ທ້ອງຖິ່ນບໍ່ເຂົ້າໃຈ, ວຽກງານກໍຈະບໍ່ໄດ້ຮັບຜົນດີ. ໂດຍສະເພາະແມ່ນພະນັກງານຫຼັກແຫຼ່ງຢູ່ຂັ້ນພື້ນຖານ ຕ້ອງເປັນພະນັກງານທີ່ກຳໄດ້ແນວທາງ, ກຳໄດ້ມະຕິ, ໃກ້ຊິດກັບປະຊາຊົນ, ເກັບກຳໄດ້ບັນຫາຂອງປະຊາຊົນ ແລະ ຜັນຂະຫຍາຍມະຕິໄປສູ່ປະຊາຊົນ, ເມື່ອນັ້ນ ມະຕິຈຶ່ງຈະໄດ້ຮັບຜົນດີ.
ພະແນກສຶກສາທິການ ແລະ ກິລາແຂວງຄໍາມ່ວນສະເຫຼີມສະຫຼອງວັນຄູແຫ່ງຊາດຄົບຮອບ 32 ປີ

ພະແນກສຶກສາທິການ ແລະ ກິລາແຂວງຄໍາມ່ວນສະເຫຼີມສະຫຼອງວັນຄູແຫ່ງຊາດຄົບຮອບ 32 ປີ

ພະແນກສຶກສາທິການ ແລະ ກິລາແຂວງຄໍາມ່ວນໄດ້ຈັດພິທີສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 32 ປີ ຢ່າງເປັນທາງການໃນວັນທີ 6 ຕຸລາ 2026 ຢູ່ທີ່ພະແນກການຂອງຕົນ , ໂດຍການເປັນປະທານຂອງທ່ານ ອຸດຕະມະ ຈັນນີຍະວົງ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ມີບັນດາທ່ານໃນຄະນະພະແນກ, ຄະນະຂະແໜງການ,ພະນັກງານບໍານານແລະ ແຂກຖືກເຊີນ ເຂົ້າຮ່ວມ .
ສ​ສກພັດທະນາຄູ່ມືແນະນຳໃໝ່ ເພື່ອຊ່ວຍຄູສອນຫ້ອງຄວບຊັ້ນປະຖົມ

ສ​ສກພັດທະນາຄູ່ມືແນະນຳໃໝ່ ເພື່ອຊ່ວຍຄູສອນຫ້ອງຄວບຊັ້ນປະຖົມ

ຫຼາຍກວ່າ 40% ຂອງຫ້ອງຮຽນຊັ້ນປະຖົມໃນທົ່ວ ສປປ ລາວ ເປັນຫ້ອງຮຽນຄວບ, ເຊິ່ງມີນັກຮຽນ 2ຂັ້ນຮຽນຂຶ້ນໄປຮຽນຮ່ວມກັນໃນຫ້ອງດຽວ, ຫ້ອງຮຽນປະເພດນີ້ ແມ່ນຍັງມີຫຼາຍໂດຍສະເພາະໃນເຂດຫ່າງໄກ,ຄາດວ່າການຫຼຸດລົງຂອງຈຳນວນຄູໃນໄລຍະຜ່ານມາ ຈະເຮັດໃຫ້ຫ້ອງຮຽນປະເພດດັ່ງກ່າວມີຈຳນວນເພີ່ມຂຶ້ນຕື່ມອີກ.
ມສ ສຸກສຳພັນ ສະຫຼອງວັນຄູແຫ່ງຊາດ ຄົບຮອບ 32 ປີ

ມສ ສຸກສຳພັນ ສະຫຼອງວັນຄູແຫ່ງຊາດ ຄົບຮອບ 32 ປີ

ວັນທີ 6 ຕຸລາ 2026 ໂຮງຮຽນ ມສ ສຸກສຳພັນ ເມືອງບາຈຽງຈະເລີນສຸກ ແຂວງຈຳປາສັກ ຈັດພິທີສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 32 ປີ (7 ຕຸລາ 1994 - 7 ຕຸລາ 2026)ພ້ອມປະດັບຫຼຽນກາລະນືກ 50ປີແລະໃບຍ້ອງຍໍ ຂຶ້ນທີ່ໂຮງຮຽນດັ່ງກ່າວ. ໃຫ້ກຽດເປັນປະທານຮ່ວມຂອງ ທ່ານ ສຸກທະວີ ແສງໄຊຍະວົງ ກຳມະການພັກເມືອງ ປະທານຄະນະກຳມະການປົກຄອງຕາແສງໜອງໃສ; ທ່ານ ຟອງສະໝຸດ ໄໝແສງຄຳ ກຳມະການພັກເມືອງ ຫົວໜ້າຫ້ອງການສຶກສາທິການແລະກິລາເມືອງ; ທ່ານ ຄຳສະເຫວີຍ ສີສົງຄາມ ອຳນວຍການ ມສ ສຸກສຳພັນ; ທ່ານ ຄູນສີ ລັດຕະນະ ຜູ້ແທນສະມາຄົມພໍ່ແມ່ນັກຮຽນ; ທ່ານ ຄູນວີໄລ ປະທານບ້ານໜອງກອກ, ພ້ອມດ້ວຍພະນັກງານອາວຸໂສບຳນານ, ຄູ-ອາຈານ, ນັກຮຽນ, ພໍ່ແມ່ນັກຮຽນ ແລະ ແຂກທີ່ຖືກເຊີນ ເຂົ້າຮ່ວມ.
ອັດຕາການປະລະການຮຽນ ຍັງສູງຢູ່ບາງເຂດຫ່າງໄກສອກຫຼີກ ຂອງແຂວງຈຳປາສັກ

ອັດຕາການປະລະການຮຽນ ຍັງສູງຢູ່ບາງເຂດຫ່າງໄກສອກຫຼີກ ຂອງແຂວງຈຳປາສັກ

ອັດຕາການປະລະການຮຽນຍັງສູງຢູ່ບາງເຂດຫ່າງໄກສອກຫຼີກ ຂອງແຂວງຈຳປາສັກ ພ້ອມທັງບັນຫາການຂາດເຂີນຄູສອນ ເຮັດໃຫ້ຕ້ອງເປີດຫ້ອງຄວບເພີ່ມຂຶ້ນ, ພື້ນຖານໂຄງລ່າງ ແລະ ອຸປະກອນການຮຽນ-ການສອນບາງແຫ່ງຍັງຊຸດໂຊມ.
ໂຮງຮຽນ ມສ ນາໄຊ ສຸມໃສ່ສ້າງຂະບວນການຮອບດ້ານ ຂໍ່ານັບຮັບຕ້ອນວັນຄູແຫ່ງຊາດ ຄົບຮອບ 32

ໂຮງຮຽນ ມສ ນາໄຊ ສຸມໃສ່ສ້າງຂະບວນການຮອບດ້ານ ຂໍ່ານັບຮັບຕ້ອນວັນຄູແຫ່ງຊາດ ຄົບຮອບ 32

ທ່ານ ໜູໄຊ ວົງຄຳ, ຜູ້ອຳນວຍການໂຮງຮຽນ ມສ ນາໄຊ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນແຂວງ ໃນວັນທີ 5 ຕຸລານີ້ວ່າ: ປັດຈຸບັນ, ໂຮງຮຽນມັດທະຍົມສົມບູນນາໄຊ, ເມືອງສາລະວັນ ແຂວງ ສາລະວັນ ສຸມໃສ່ຊຸກຍູ້ບັນດາກິດຈະກຳ ແລະ ສ້າງຂະບວນການຮອບດ້ານ ພາຍໃນໂຮງຮຽນ ໂດຍສະເພາະໄດ້ເອົາໃຈໃສ່ໃນການຈັດຕັ້ງປະຕິບັດບັນດາກິດຈະກຳຕ່າງໆ ເພື່ອເປັນການຂ່ຳນັບຮັບຕ້ອນ ແລະ ສະເຫຼີມສະຫຼອງວັນຄູແຫ່ງຊາດ ວັນທີ 7 ຕຸລາ (7 ຕຸລາ 1994 – 7 ຕຸລາ 2026) ຄົບຮອບ 32 ປີ ໃຫ້ມີບັນຍາກາດຟົດຟື້ນ, ເຊິ່ງໄດ້ກຳນົດການຈັດພິທີສະເຫຼີມສະຫຼອງວັນຄູແຫ່ງຊາດ ຂຶ້ນໃນວັນທີ 9 ຕຸລານີ້
ມສ ແກ່ນທ້າວ ຈັດພິທີສະຫຼອງວັນຄູແຫ່ງຊາດ 7 ຕຸລາ ຄົບຮອບ 32 ປີ

ມສ ແກ່ນທ້າວ ຈັດພິທີສະຫຼອງວັນຄູແຫ່ງຊາດ 7 ຕຸລາ ຄົບຮອບ 32 ປີ

ໃນວັນທີ 5 ຕຸລາ 2026 ນີ້, ໂຮງຮຽນມັດທະຍົມສົມບູນແກ່ນທ້າວ (ມສ ແກ່ນທ້າວ) ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດພິທີສະຫຼອງວັນຄູແຫ່ງຊາດ 7 ຕຸລາ ຄົບຮອບ 32 ປີ ຂຶ້ນ ຢູ່ທີ່ສະໂມສອນຂອງໂຮງຮຽນດັ່ງກ່າວ. ໂດຍມີ ທ່ານ ສີຄານ ແກ່ນມະນີ ປະທານຄະນະກໍາມະການປົກຄອງເມືອງ, ທ່ານ ທິນ ສີປະມວນ ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ທ່ານ ອາຈານ ສົມບັດ ແກ້ວປະເສີດ ຜູ້ອໍານວຍການໂຮງຮຽນ ມສ ແກ່ນທ້າວ, ມີຫົວໜ້າ, ຮອງຫົວໜ້າຫ້ອງການ, ອົງການປົກຄອງບ້ານພາຍໃນເທດສະບານ, ສະມາຄົມພໍ່ແມ່ນັກຮຽນ, ຕະຫຼອດຮອດຄູ-ອາຈານ ແລະ ນັກຮຽນເຂົ້າຮ່ວມຢ່າງພ້ອມພຽງ.
ໂຮງຮຽນການທະຫານແຂວງອັດຕະປື ຮ່ວມບໍລິຈາກເລືອດ ຊ່ວຍເຫຼືອສັງຄົມ

ໂຮງຮຽນການທະຫານແຂວງອັດຕະປື ຮ່ວມບໍລິຈາກເລືອດ ຊ່ວຍເຫຼືອສັງຄົມ

ໃນວັນທີ 2 ຕຸລາ 2026, ອົງການກາແດງ ແຂວງອັດຕະປື, ນຳໂດຍ ທ່ານ ນາງ ຫົງຄຳ ສີສະຫວາດ ຫົວໜ້າອົງການກາແດງແຂວງ ພ້ອມດ້ວຍທີມງານປຸກລະດົມບໍລິຈາກເລືອດຂອງແຂວງ ໄດ້ລົງເຄື່ອນໄຫວຮັບບໍລິຈາກເລືອດ ຢູ່ໂຮງຮຽນການທະຫານທ້ອງຖິ່ນ ແຂວງອັດຕະປື, ໂດຍການຕ້ອນຮັບຂອງທ່ານ ພັນໂທ ຄຳກ້ຽງ ໄຊຍະເສນາ ຫົວໜ້າການເມືອງ ໂຮງຮຽນການທະຫານທ້ອງຖິ່ນແຂວງ, ພ້ອມດ້ວຍຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບ ແລະ ນັກຮຽນ ເຂົ້າຮ່ວມ.
ແຂ່ງຂັນກິລາບານເຕະມິດຕະພາບ 4 ພາກສ່ວນ ສະຫຼອງວັນຊາດ ແລະ ວັນສ້າງຕັ້ງ ມຊ ຄົບຮອບ 30 ປີ

ແຂ່ງຂັນກິລາບານເຕະມິດຕະພາບ 4 ພາກສ່ວນ ສະຫຼອງວັນຊາດ ແລະ ວັນສ້າງຕັ້ງ ມຊ ຄົບຮອບ 30 ປີ

ໜ່ວຍຊາວໜຸ່ມຮາກຖານ ຄະນະວິທະຍາສາດທຳມະຊາດ ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດກິດຈະກຳການແຂ່ງຂັນກິລາບານເຕະຊາຍ (7 ຮັບ 1) ແບບມິດຕະພາບ 4 ພາກສ່ວນຂຶ້ນໃນວັນທີ 30 ກັນຍາ ຜ່ານມາ ທີ່ເດີ່ນບານເຕະຫຍ້າທຽມສາທິດ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມມີທ່ານ ນາງ ວັນແສງ ຈຸນລະມະນີ ຫົວໜ້າຄະນະວິຊາ ຄະນະວິທະຍາສາດທຳມະຊາດ, ທ່ານ ສອນໄຊ ຊົງວິໄລ ຮອງຫົວໜ້າຄະນະວິຊາ ຄະນະວິທະຍາສາດທຳມະຊາດ, ທ່ານ ເພັງໄຊ ດີວັນໄຊ ຮອງຫົວໜ້າຄະນະວິຊາ ຄະນະວິທະຍາສາດທຳມະຊາດ, ຕາງໜ້າຄະນະບໍລິຫານງານຊາວໝຸ່ມ ມຊ, ບໍລິສັດ Sonsacksith Exploration and Mining ຈຳກັດ ແລະ ບໍລິສັດ GeoX ຈຳກັດ ພ້ອມດ້ວຍຄູ-ອາຈານ ແລະ ພະນັກງານກ່ຽວຂ້ອງເຂົ້າຮ່ວມ.
ຈີນຍັງຄອງຄວາມເປັນເຈົ້າຫຼຽນຄຳ ເອຊຽນເກມ ຄັ້ງທີ 20

ຈີນຍັງຄອງຄວາມເປັນເຈົ້າຫຼຽນຄຳ ເອຊຽນເກມ ຄັ້ງທີ 20

ງານມະຫະກຳການແຂ່ງຂັນກິລາເອຊຽນເກມ ຄັ້ງທີ 20, ໄອຈິ-ນາໂກຢ່າ ປະເທດຍີ່ປຸ່ນ, ໃນວັນທີ 2 ຕຸລານີ້, ມີການແຂ່ງຂັນຊີງຫຼຽນຄຳທັງໝົດ 51 ຫຼຽນ ປະກອບມີ: ມວຍສາກົນ 11 ຫຼຽນ, ຢູໂດ 5 ຫຼຽນ, ມວຍປໍ້າ 5 ຫຼຽນ, ເຮືອໃບ 5 ຫຼຽນ, ເທຄວັນໂດ 5 ຫຼຽນ, ຍິງທະນູ 3 ຫຼຽນ, ລົດຖີບ 4 ຫຼຽນ, ຍູຍິດສູ 23 ຫຼຽນ, ເຮືອແຄນູ 2 ຫຼຽນ, ສະຄວັດ 2 ຫຼຽນ, ເທັນນິສ 2 ຫຼຽນ, ອີສະປອດ 1 ຫຼຽນ, ຮອັກກີ່ 1 ຫຼຽນ, ເຕະບານ 1 ຫຼຽນ, ບານສົ່ງ 1 ຫຼຽນ.
ເພີ່ມເຕີມ