ທ່ານ ໂຕເລິມ ຮຽກຮ້ອງຜັນຂະຫຍາຍມະຕິເລກທີ 57 ຂອງກົມການເມືອງຢ່າງມີປະສິດທິຜົນ

ທ່ານ ໂຕເລິມ ຮຽກຮ້ອງຜັນຂະຫຍາຍມະຕິເລກທີ 57 ຂອງກົມການເມືອງຢ່າງມີປະສິດທິຜົນ

ທ່ານ ໂຕເລິມ ຮຽກຮ້ອງຜັນຂະຫຍາຍມະຕິເລກທີ 57 ຂອງກົມການເມືອງຢ່າງມີປະສິດທິຜົນ
ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ:​ ໃນວັນທີ 12 ມີນາ ຜ່ານມາ, ຢູ່ສຳນັກງານສູນກາງພັກ ທີ່ນະຄອນຫຼວງຮ່າໂນ້ຍ, ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ເປັນປະທານວາລະປະຊຸມຄັ້ງທີ 1 ປີ 2026 ຂອງຄະນະປະຈຳຄະນະຊີ້ນຳສູນກາງກ່ຽວກັບການພັດທະນາວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນເປັນດີຈີຕອນ. ເຂົ້າຮ່ວມວາລະປະຊຸມມີ ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ, ທ່ານ ເຈິ່ນແທັງເໝີ້ນ ປະທານສະພາແຫ່ງຊາດ ແລະ ທ່ານ ເຈິ່ນເກິມຕູ ຜູ້ປະຈຳການຄະນະເລຂາທິການສູນກາງພັກ.

ກ່າວຄຳເຫັນສະຫຼຸບກອງປະຊຸມ, ທ່ານ ໂຕເລິມ ຮຽກຮ້ອງຕ້ອງຜັນຂະຫຍາຍມະຕິເລກທີ 57 ຂອງກົມການເມືອງ ກ່ຽວກັບການບຸກທະລຸພັດທະນາວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນເປັນດີຈີຕອນລະດັບຊາດ, ຕ້ອງໄດ້ຮັບການປະຕິບັດຢ່າງຂ້ຽວຂາດ, ມີແບບມີແຜນ, ແນ່ນອນ ແລະ ມີປະສິດທິຜົນກວ່າເກົ່າ.

ທ່ານ ໂຕເລິມ ຮຽກຮ້ອງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ຕ້ອງສຸມໃສ່ຊີ້ນຳການຊຸກຍູ້ການນຳໃຊ້ວິທະຍາສາດ, ເຕັກໂນໂລຊີ, ການຫັນເປັນດີຈີຕອນໃນແຕ່ລະຂະແໜງການ, ຂົງເຂດ, ວິສາຫະກິດ. ກວດກາ, ຕີລາຄາຄືນເຕັກໂນໂລຊີທີ່ພວມນຳໃຊ້ໃນຂົງເຂດການຜະລິດ ເພື່ອມີມາດຕະການຍົກລະດັບ, ຫັນປ່ຽນເຕັກໂນໂລຊີ, ສ້າງສະມັດຖະພາບການອອກແຮງງານໃຫ້ສູງກວ່າເກົ່າ ແລະ ມີປະສິດທິຜົນກວ່າເກົ່າ, ປະກອບສ່ວນໂດຍກົງເຂົ້າໃນການປະຕິບັດບັນລຸລະດັບເຕີບໂຕ 2 ໂຕເລກຂອງປະເທດຊາດ.

ຄໍາເຫັນ

ຂ່າວຕ່າງປະເທດ

ສືບ​ທອດ​ນ້ຳ​ໃຈ​ເພື່​ອ​ປະ​ຊາ​ຊົນ​ຈາກ​ພໍ່

ສືບ​ທອດ​ນ້ຳ​ໃຈ​ເພື່​ອ​ປະ​ຊາ​ຊົນ​ຈາກ​ພໍ່

ວັນ​ທີ 14 ​ກັນ​ຍາ​ 2021, ຢູ່ຫ້ອງວາງສະແດງຂອງອະ​ນຸ​ສອນ​ສະ​ຖານຄະນະພັກເຂດສຸຍເຕີ​ທີ່ນະ​ຄອນຢ​ວີ​ລິນແຂວງ​ສ້ານ​ຊີ່ຊຶ່ງ​ເປັນ​ບ່ອນ​ເຮັດ​ວຽກ​ໃນ​ສະ​ໄໝ​ປະ​ຕິ​ວັດ​ຂອງທ່ານສີ​ຈົ້ງ​ຊຸ່ນພໍ່​ຂອງ​ທ່ານ​ສີ​ຈິ້ນ​ຜິງ, ທ່ານ​ສີ​ຈິ້ນ​ຜິງ ​ໄດ້​ອ່ານໂຕໜັງສືແຖວໜຶ່ງທີ່ສະດຸດຕາ​ດ້ວຍ​ສຽງ​ຄ່ອຍວ່າ:“ນັ່ງຢູ່ຂ້າງປະຊາຊົນຢ່າງຊື່ຕົງ”.
ບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ​​ລະ​ຫວ່າງ ອາ​ເມ​ຣິ​ກາ - ອີ​ຣານ​ ມີ​ຜົນ​ບັງ​ຄັບ​ໃຊ້

ບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ​​ລະ​ຫວ່າງ ອາ​ເມ​ຣິ​ກາ - ອີ​ຣານ​ ມີ​ຜົນ​ບັງ​ຄັບ​ໃຊ້

ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນ​ທີ 17 ມິ​ຖຸ​ນາຜ່ານມາ, ສະຫະລັດ ອາ​ເມ​ຣິ​ກາ ແລະ ອີ​ຣານ​ ໄດ້​ເຊັນ​ບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ​ໂດຍ​ຜ່ານ​ຮູບ​ແບບ​ທາງ​ໄກ.
ຫວຽດນາມ - ຣັດເຊຍ ເຊື່ອມຕໍ່ການຄ້າ ແລະ ການລົງທຶນ

ຫວຽດນາມ - ຣັດເຊຍ ເຊື່ອມຕໍ່ການຄ້າ ແລະ ການລົງທຶນ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນ​ຂອບ​ເຂດ​ການ​ໄປ​ປະ​ຕິ​ບັດ​ງານ​ຂອງ ​ທ່ານ ເລ​ມິງຮຶງ ນາ​ຍົ​ກ​ລັ​ດ​ຖະ​ມົນ​ຕີ ຫວຽດ​ນາມ ຢູ່​ສະ​ຫະ​ພັນ ຣັດ​ເຊຍ. ໃນວັນ​ທີ 17 ມິ​ຖຸ​ນາ ຜ່ານມາ, ສະ​ຫະ​ພັນການ​ຄ້າ ແລະ ອຸດ​ສາ​ຫະ​ກຳ ຫວຽດ​ນາມ (VCCI) ໄດ້​ສົມ​ທົບ​ກັບ​ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ສະ​ຫະ​ພັນ ຣັດ​ເຊຍ, ສະ​ມາ​ຄົມສົ່ງ​ອອກ - ນໍາ​ເຂົ້າ​ ສະ​ຫະ​ພັນ ຣັດ​ເຊຍ ແລະ ບໍ​ລິ​ສັດສາຍ​ການ​ບິນ Vietjet ໄດ້​ຈັດ​ລາຍ​ການ​ເຊື່ອ​ມ​ຕໍ່​ດ້ານ​ການ​ຄ້າ ແລະ ການ​ລົງ​ທຶນ ຫວຽດ​ນາມ - ສະ​ຫະ​ພັນ ລັດ​ເຊຍ. ໂດຍ​ການ​ເຂົ້າ​ຮ່ວມ​ຂອງ ​ທ່ານ​ ເລ​ມິງ​ຮຶງ ນາ​ຍົກ​ລັດ​ຖະ​ມົນ​ຕີຫວຽດນາມ ແລະ ການ​ນຳ​ຂັ້ນ​ສູງ 2 ປະ​ເທດ, ພ້ອມ​ກັບ​ວິ​ສາ​ຫະ​ກິດ ​ ຫວຽດ​ນາມ ແລະ ສະ​ຫະ​ພັນ ຣັດ​ເຊຍ 100 ກວ່າແຫ່ງ.
Fed ຮັກສາອັດຕາດອກເບ້ຍໄລຍະສັ້ນ ໄວ້ 3.50-3.75%

Fed ຮັກສາອັດຕາດອກເບ້ຍໄລຍະສັ້ນ ໄວ້ 3.50-3.75%

ຂ່າວຕ່າງປະເທດລາຍງານວ່າ: ທະນາຄານກາງສະຫະລັດ ອາເມຣິກາ (Fed) ໄດ້ອອກຖະແຫຼງການພາຍຫຼັງກອງປະຊຸມຄະນະກຳມະການນະໂຍບາຍການເງິນ (FOMC) ສຳເລັດ ໃນ 17 ມິຖຸນາ ຜ່ານມາ (ຕາມເວລາສະຫະລັດ ອາເມຣິກາ). FOMC ໄດ້ລົງຄະແນນສຽງ 12-0 ເພື່ອຮັກສາອັດຕາດອກເບ້ຍໄລຍະສັ້ນໄວ້ທີ່ 3.50-3.75%, ເພື່ອສະໜັບສະໜູນພາລະກິດ 2 ຂໍ້ ຂອງ Fed ຄື: ການຈ້າງງານເຕັມຮູບແບບ ແລະ ອັດຕາເງິນເຟີ້ທີ່ກ້າວໄປສູ່ເປົ້າໝາຍ 2%. ທັງນີ້, FOMC ຍັງໄດ້ຢືນຢັນເຖິງນະໂຍບາຍຂອງຕົນໃນການຮັກສາຄັງສຳຮອງໃຫ້ພຽງພໍໃນລະບົບທະນາຄານ.
ສິງກະໂປ ກຽມເປີດລະບົບການຊຳລະບັນຊີຄຳ ໃນທ້າຍປີ 2026

ສິງກະໂປ ກຽມເປີດລະບົບການຊຳລະບັນຊີຄຳ ໃນທ້າຍປີ 2026

ຂ່າວຕ່າງປະເທດລາຍງານ ໃນວັນທີ 16 ມິຖຸນາ ຜ່ານມາວ່າ: ທ່ານ ການ ກິມ ຢົງ ຮອງນາຍົກລັດຖະມົນຕີສິງກະໂປ ໄດ້ກ່າວໃນລະຫວ່າງກອງປະຊຸມໂລຫະທີ່ມີຄ່າປະຈຳພາກພື້ນອາຊີ-ປາຊີຟິກ ວ່າ: ຕະຫຼາດຫຼັກຊັບສິງກະໂປ (SGX) ຈະສ້າງຕັ້ງລະບົບການຊຳລະ ແລະ ຈັດສົ່ງຄຳແບບຊື້-ຂາຍຫຼັກຊັບນອກຕະຫຼາດ (OTC ) ສຳລັບ Loco Singapore ຫຼື ຄຳ ທີ່ເກັບໄວ້ໃນສິງກະໂປ, ໃນທ້າຍປີ 2026. ໂດຍມີຈຸດປະສົງເພື່ອເສີມສ້າງຄວາມເຂັ້ມແຂງໃຫ້ສິງກະໂປໃນຖານະເປັນສູນກາງການຊື້-ຂາຍຄຳໃນພາກພື້ນ.
ກອງປະຊຸມສຸດຍອດ ອາຊຽນ - ຣັດເຊຍ ສ້າງໂອກາດການຮ່ວມມື ອາຊຽນ - ຣັດເຊຍ

ກອງປະຊຸມສຸດຍອດ ອາຊຽນ - ຣັດເຊຍ ສ້າງໂອກາດການຮ່ວມມື ອາຊຽນ - ຣັດເຊຍ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ກອງປະຊຸມສຸດຍອດ ອາຊຽນ - ຣັດເຊຍ ປີ 2026 ເປີດຂຶ້ນຢ່າງເປັນທາງການໃນວັນທີ 17 ມິຖຸນາ ຜ່ານມາ ຢູ່ນະຄອນຄາຊານ ສະຫະພັນ ຣັດເຊຍ, ໄດ້ສ້າງຂີດໝາຍການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ ອາຊຽນ ແລະ ສະຫະພັນ ຣັດເຊຍ ຄົບຮອບ 35 ປີ (1991 – 2026).
ເຄິ່ງຫຼັງຂອງປີ 2026 ແອວນີໂຢຈະຮຸ່ນແຮງທີ່ສຸດໃນຮອບ 70 ປີ

ເຄິ່ງຫຼັງຂອງປີ 2026 ແອວນີໂຢຈະຮຸ່ນແຮງທີ່ສຸດໃນຮອບ 70 ປີ

ຂ່າວຕ່າງປະເທດລາຍງານໃນວັນທີ 16 ມິຖຸນາ ຜ່ານມາວ່າ: ສຳນັກງານອຸຕຸນິຍົມວິທະຍາອົສຕຣາລີໄດ້ເຕືອນວ່າ,ປະກົດການແອວນີໂຢ ໄດ້ເກີດຂຶ້ນແລ້ວໃນມະຫາສະໝຸດປາຊີຟິກເຂດຮ້ອນ ແລະ ອາດຈະຮຸນແຮງຂຶ້ນໃນເຄິ່ງຫຼັງຂອງປີ 2026 ຈົນກາຍເປັນຄັ້ງທີ່ຮຸ່ນແຮງທີ່ສຸດຄັ້ງໜຶ່ງໃນຮອບ 70 ປີ.
ແຜ່ນດິນໄຫວຮຸນແຮງຢູ່ພາກໃຕ້ຂອງຟິລິບປິນສົ່ງຜົນກະທົບຕໍ່ປະຊາຊົນ 1,380,000 ຄົນ

ແຜ່ນດິນໄຫວຮຸນແຮງຢູ່ພາກໃຕ້ຂອງຟິລິບປິນສົ່ງຜົນກະທົບຕໍ່ປະຊາຊົນ 1,380,000 ຄົນ

ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 17 ມິຖຸນາ ຜ່ານມາວ່າ: ຄະນະກຳມະການຄຸ້ມຄອງ ແລະ ຫຼຸດຜ່ອນຄວາມສ່ຽງຈາກໄພພິບັດແຫ່ງຊາດຟີລິບປິນປະກາດບົດລາຍງານວ່າ:
ວິໄສທັດ 100 ປີຕໍ່ໜ້າຂອງຫວຽດນາມ ຕ້ອງສືບຕໍ່ສະແດງຄວາມຄາດຫວັງການພັດທະນາຂອງຊາດ

ວິໄສທັດ 100 ປີຕໍ່ໜ້າຂອງຫວຽດນາມ ຕ້ອງສືບຕໍ່ສະແດງຄວາມຄາດຫວັງການພັດທະນາຂອງຊາດ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 17 ມິຖຸນາ ຜ່ານມາ ຢູ່ສຳນັກງານສູນກາງພັກ, ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ປະທານປະເທດ ຫວຽດນາມ ໄດ້ເຮັດວຽກກັບຄະນະປະຈຳຄະນະຊີ້ນຳສະຫຼຸບ 100 ປີ ພັກນຳພາການປະຕິວັດ ຫວຽດນາມ (1930 – 2030), ກຳນົດທິດນຳພາພັດທະນາປະເທດໃນ 100 ປີຕໍ່ໜ້າ (2030 – 2130) ແລະ ສະຫຼຸບ 40 ປີແຫ່ງການປະຕິບັດໂຄງການສ້າງສາປະເທດຊາດໃນໄລຍະກ້າວຂຶ້ນລັດທິສັງຄົມນິຍົມ.
ຄຳ​ຖາມ-​ຕອບ ຢູ່ກ້ອງ​ຮົ່ມ​ຕົ້ນ​ຫວຍ​ບູ​ຮານ ​ທີ່ສ່ອງ​ແສງ​ເຖິງ​ຈິດໃຈ​ເພື່ອ​ປະ​ຊາ​ຊົນ

ຄຳ​ຖາມ-​ຕອບ ຢູ່ກ້ອງ​ຮົ່ມ​ຕົ້ນ​ຫວຍ​ບູ​ຮານ ​ທີ່ສ່ອງ​ແສງ​ເຖິງ​ຈິດໃຈ​ເພື່ອ​ປະ​ຊາ​ຊົນ

ການ​ສ້າງ​ ແລະ ຈັດ​ຕັ້ງປະ​ຕິ​ບັດ​ທັດ​ສະ​ນະ​ອັນ​ຖືກ​ຕ້ອງ​ກ່ຽວ​ກັບ​ຜົນ​ງານ​ການ​ບໍ​ລິ​ຫານເປັນ​ຫົວ​ຂໍ້​ຄົ້ນ​ຄວ້າ​ຕະ​ຫຼອດ​ຊີ​ວິດ​ສຳ​ລັບ​ພະ​ນັກ​ງານ​ສະ​ມາ​ຊິກ​ພັກ​ກອມ​ມູ​ນິດ​ຈີນ. ທັດ​ສະ​ນະ​ອັນ​ຖືກ​ຕ້ອງ​ກ່ຽວ​ກັບ​ຜົນ​ງານ​ການ​ບໍ​ລິ​ຫານ​ແມ່ນ​ຫຍັງ? ຄວນ​ສ້າງ​ຜົນ​ງານ​ການ​ບໍ​ລິ​ຫານ​ເພື່ອ​ປະ​ຊາ​ຊົນ​ຄືແນວ​ໃດ? ການ​ຕັ້ງ​ຄຳ​ຖາມ​ກ່ຽວ​ກັບ​ຕົ້ນ​ຫວຍ​​ບູ​ຮານ​ຂໍ້​ໜຶ່ງ​ໃນ​ຕົ້ນ​ຊຸມ​ປີ 1980 ແມ່ນ​ໄດ້​ໃຫ້​ຄຳ​ຕອບ​ທຳ​ອິດ.
ເພີ່ມເຕີມ