ທ່ານ ໂຕເລິມ ກ່າວຄຳເຫັນຊີ້ນຳໃນກອງປະຊຸມວ່າ: ສະຫວັດດີການສັງຄົມແມ່ນສິດພື້ນຖານຂອງປະຊາຊົນ, ແມ່ນຄວາມຮັບຜິດຊອບຂອງລັດ ແລະ ທົ່ວສັງຄົມ, ທັງແມ່ນການລົງທຶນໃຫ້ມະນຸດ ແລະ ອະນາຄົດຂອງປະເທດ. ປະສິດທິຜົນຂອງນະໂຍບາຍຕ້ອງໄດ້ຮັບການສັງເກດຢ່າງຄົບຖ້ວນຜ່ານສຸຂະພາບ, ການສຶກສາ, ຄຸນນະພາບແຫຼ່ງຊັບພະຍາກອນມະນຸດ, ສະຖຽນລະພາບໃນສັງຄົມ ແລະ ຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນ. ພ້ອມທັງຮັບປະກັນໃຫ້ປະຊາຊົນໝົດທຸກຄົນ, ໃນນັ້ນໃຫ້ບຸລິມະສິດແຫຼ່ງກຳລັງແກ່ຜູ້ຈຳເປັນໄດ້ຮັບການປົກປ້ອງທີ່ສຸດ, ເປັນຕົ້ນແມ່ນເດັກນ້ອຍ, ຜູ້ມີອາຍຸສູງແຕ່ບໍ່ມີເງິນບຳນານ, ຄົນພິການ, ຄົນທຸກຍາກ, ພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ, ຜູ້ປະສົບກັບໄພທຳມະຊາດ, ບໍ່ມີວຽກເຮັດງານທຳ, ຜູ້ປະສົບເຄາະຮ້າຍຈາກການໃຊ້ຄວາມຮຸນແຮງ ແລະ ຜູ້ບໍ່ມີຄວາມສາມາດປ້ອງກັນຕົວ.
ທ່ານ ສີຈິ້ນຜິງ ຕັ້ງຂໍ້ “ປາລະໄນ” ເມື່ອ 30 ກວ່າປີກ່ອນ
ເດືອນມິຖຸນາ ປີ 1988, ທ່ານ ສີຈິ້ນຜິງ ດຳລົງຕຳແໜ່ງເປັນເລຂາຄະນະພັກເຂດນິງເຕີ ແຂວງຟູຈ້ຽນ. ໃນການສຳຫຼວດເກັບກຳຂໍ້ມູນ, ມີປະຊາຊົນຈຳນວນຫຼາຍໄດ້ສ່ອງແສງບັນຫາພົ້ນເດັ່ນອັນໜຶ່ງຄື: ພະນັກງານຢຶດທີ່ດິນຫຼວງປຸກສ້າງເຮືອນສ່ວນຕົວຢ່າງຜິດລະບຽບການ.
ຄໍາເຫັນ