ທ່ານ ໂຕເລິມ ເນັ້ນໜັກ ຕ້ອງປ່ຽນແປງໃໝ່ວຽກງານວາງແຜນຜັງ ແລະ ພັດທະນາພື້ນຖານໂຄງລ່າງ
ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 6 ສິງຫາ ຜ່ານມາ, ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ປະທານປະເທດຫວຽດນາມ ໄດ້ເປັນປະທານການເຮັດວຽກກັບອົງຄະນະພັກລັດຖະບານ ແລະ ບັນດາອົງການກ່ຽວກັບການປະຕິບັດມະຕິເລກທີ 13-NQ/TW, ລົງວັນທີ 16 ມັງກອນ 2012 ຂອງ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ XI ແລະ ຂໍ້ສະຫຼຸບເລກທີ 72– KL/TW, ລົງວັນທີ 23 ກຸມພາ 2024 ຂອງກົມການເມືອງຊຸດທີ XIII ກ່ຽວກັບການກໍ່ສ້າງໂຄງປະກອບພື້ນຖານໂຄງລ່າງຄົບຊຸດ ແນໃສ່ນຳ ຫວຽດນາມ ກາຍເປັນປະເທດອຸດສາຫະກຳຕາມທິດທັນສະໄໝໂດຍພື້ນຖານ.
ກ່າວຄຳເຫັນສະຫຼຸບການເຮັດວຽກ, ທ່ານ ໂຕເລິມ ເນັ້ນໜັກວ່າ: ພື້ນຖານໂຄງລ່າງບໍ່ພຽງແຕ່ໄດ້ຮັບໃຊ້ໃຫ້ແກ່ການຜະລິດ ແລະ ຊີວິດເທົ່ານັ້ນ, ຫາກຍັງກາຍເປັນປັດໄຈຕັດສິນກຳລັງຄວາມສາມາດແກ່ງແຍ້ງແຫ່ງຊາດອີກດ້ວຍ.
ທ່ານ ໂຕເລິມ ສະເໜີຕ້ອງສຸມໃສ່ແຫຼ່ງກຳລັງໃຫ້ແກ່ບັນດາລະບົບພື້ນຖານໂຄງລ່າງຍຸດທະສາດ, ສ້າງສຳເລັດແລວຄົມມະນາຄົມ, ໂລຈິສຕິກ; ພັດທະນາການຂົນສົ່ງທາງນ້ຳ, ທາງລົດໄຟແຫ່ງຊາດ ແລະ ລົດໄຟຕົວເມືອງ ຕິດພັນກັບການຖ່າຍທອດເຕັກໂນໂລຊີ ແລະ ພັດທະນາອຸດສາຫະກຳພາຍໃນປະເທດ.
ຄໍາເຫັນ