ຂ່າວສານຫວຽດນາມລາຍງານວ່າ: ໃນວັນທີ 26 ເມສາຜ່ານມາຢູ່ສຳນັກງານສູນກາງພັກ ທີ່ ຮ່າໂນ້ຍ, ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ XIII ໄດ້ຈັດກອງປະຊຸມພິຈາລະນາ, ປະກອບຄຳເຫັນກ່ຽວກັບການລາອອກຂອງທ່ານ ເວືອງດິ່ງເຫວ້ກຳມະການກົມການເມືອງປະທານສະພາແຫ່ງຊາດ ຫວຽດນາມ ຊຸດທີ XV.
ຂ່າວລາຍງານວ່າ: ໂດຍເຫັນໄດ້ເຖິງໜ້າທີ່ຄວາມຮັບຜິດຊອບຕໍ່ພັກ, ລັດ ແລະ ປະຊາຊົນທ່ານ ເວືອງດິ່ງເຫວ້ໄດ້ຍື່ນໃບຂໍອະນຸຍາດລາອອກຈາກຕຳແໜ່ງທີ່ພວມປະຕິບັດ ແລະ ຢຸດຕິການປະຕິບັດງານ.ອີງຕາມຂໍ້ກໍານົດທີ່ປະກາດໃຊ້ໃນປັດຈຸບັນ ຂອງພັກ, ລັດ ແລະ ພິຈາລະນາຕາມຄວາມມຸ່ງຫວັງຂອງ ທ່ານ ເວືອງດິ່ງເຫວ້, ຄະນະບໍລິຫານງານສູນກາງພັກ ຫວຽດນາມ ໄດ້ເຫັນດີຕາມຄຳສະເໜີໃຫ້ທ່ານ ເວືອງດິ່ງເຫວ້ ລາອອກຈາກບັນດາຕຳແໜ່ງຄື: ກຳມະການກົມການເມືອງ, ກຳມະການຄະນະບໍລິຫານງານສູນກາງພັກຊຸດທີ XIII, ປະທານສະພາແຫ່ງຊາດ ສສຫວຽດນາມ ຊຸດທີ XV ອາຍຸການ 2021 – 2026.
CMG ປະກາດສັດນຳໂຊກງານລາຕີບຸນກຸດຈີນປີ 2026
ຂ່າວສານຊີອາໄອລາຍງານວ່າ: ມ້າສວຍສົດງົດງາມສີ່ໂຕໄດ້ປະກົດຕົວ,ອອກເດີນທາງ
ຄັ້ງໃໝ່,ແລ່ນໄປສູ່ຂ້າງໜ້າຢ່າງເຕັມກຳລັງ.
ຄໍາເຫັນ