ໃຫ້ການສະໜັບສະໜູນ ເຄື່ອງຄອມພິວເຕີ ໂນດບຸກ ໃຫ້ແກ່ໜັງສືພິມປະຊາຊົນ

ທະນາຄານ Lao viet Bank ມອບຄອມພິວເຕີໂນດບຸກໃຫ້ໜັງສືພິມປະຊາຊົນ

ທະນາຄານ Lao viet Bank ມອບຄອມພິວເຕີໂນດບຸກໃຫ້ໜັງສືພິມປະຊາຊົນ
ທ່ານ ຫວຽນ ຫວຽດ ຮຶງ ຮອງຜູ້ນວຍການໃຫຍ່ ທະນາຄານ Lao viet Bank ຕາງໜ້າ ໃຫ້ຄະນະອຳນວຍການທະນາຄານ Lao viet Bank

ໄດ້ນຳເອົາຄອມພິວເຕີ ໂນດບຸກ ຈຳນວນ 3 ເຄື່ອງ ລວມມູນຄ່າທັງໝົດ 42,896.700 ກີບ ມາມອບໃຫ້ແກ່ໜັງສືພິມປະຊາຊົນ ໃນວັນທີ 17 ຕຸລານີ້ ທີ່ສຳນັກງານໜັງສືພິມ ປະຊາຊົນ, ໂດຍແມ່ນ ທ່ານ ວັນໄຊ ຕະວິນຍານ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຫົວໜ້າບັນນາທິການໃຫຍj ໜັງສືືພິມປະຊາຊົນ ເປັນຜູ້ກ່າວຮັບ.

ໃນໂອກາດດັ່ງກ່າວ, ທ່ານ ວັນໄຊ ຕະວິນຍານ ໄດ້ສະແດງຄວາມຂອບໃຈ ຕໍ່ທະນາຄານ Lao viet Bank ທີ່ໄດ້ໃຫ້ການສະໜັບສະໜູນ ເຄື່ອງຄອມພິວເຕີ ໂນດບຸກ ໃຫ້ແກ່ໜັງສືພິມປະຊາຊົນ ຊຶ່ງຈະໄດ້ນຳມາໝູນໃຊ້ເຂົ້າໃນວຽກງານຂອງໜັງສືພິມປະຊາຊົນ ໃຫ້ເກີດຜົນປະໂຫຍດສູງສຸດ ແລະ ຂໍອວຍພອນໃຫ້ທະນາຄານ Lao viet Bank ຈົ່ງເຕີບໃຫຍ່ເຂັ້ມແຂງ ແລະ ພັດນາທະນາຂຶ້ນຢ່າງບໍ່ຢຸດຢັ້ງ,ອວຍພອນໃຫ້ ທ່ານ ຫວຽນ ຫວຽດ ຮຶງ ຕະຫຼອດຮອດຄະນະອຳນວຍການ ແລະ ພະນັກງານຂອງທະນາຄານ Lao viet Bank ຈົ່ງມີສຸຂະພາບທີ່ແຂງແຮງ, ມີພະລະນາໄມທີ່ສົມບູນ ແລະ ປະສົບຜົນສຳເລັດໃນໜ້າທີ່ການງານທຸກປະການ ແລະ ຫວັງຢ່າງຍິງວ່າໃນຕໍ່ໜ້າຈະໄດ້ຮັບການອຸປະຖຳຊ່ວຍເຫຼືອໜັງສືພິມປະຊາຊົນຕື່ມອີກ.

(ຂ່າວ-ພາບ: ສຳນານ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະພາແຫ່ງຊາດປະດັບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງພັກປປ ລາວ

ສະພາແຫ່ງຊາດປະດັບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງພັກປປ ລາວ

ສະພາແຫ່ງຊາດ ໄດ້ຈັດພິທີປະດັບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ (ພັກປປ ລາວ) ໃຫ້ສະມາຊິກພັກພາຍໃນສະພາແຫ່ງຊາດ ຂຶ້ນໃນວັນທີ 12 ມິຖຸນານີ້ ທີ່ຫ້ອງປະຊຸມສະພາແຫ່ງຊາດ; ເປັນກຽດປະດັບຫຼຽນໂດຍ ສະຫາຍ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ ເລຂາຄະນະບໍລິຫານງານພັກ ປະທານສະພາແຫ່ງຊາດ, ສະຫາຍ ຄໍາໃບ ດໍາລັດ ກໍາມະການສູນກາງພັກ ກໍາມະການປະຈໍາພັກ ປະທານຄະນະກວດກາພັກ ຮອງປະທານສະພາແຫ່ງຊາດ; ມີບັນດາສະຫາຍກໍາມະການຄະນະບໍລິຫານງານພັກ, ອະດີດຄະນະປະຈໍາສະພາແຫ່ງຊາດ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໝາກນັດແຊບສາຍພັນນໍ້າເຜິ້ງບ້ານຜາເມືອງ ເມືອງບໍລິຄັນ

ໝາກນັດແຊບສາຍພັນນໍ້າເຜິ້ງບ້ານຜາເມືອງ ເມືອງບໍລິຄັນ

ໂດຍ: ແສງຈັນ ພໍເຖິງເດືອນ 5-8 ຂອງທຸກໆປີ ແມ່ນລະດູການທີ່ໝາກນັດໃຫ້ຜົນຜະລິດແກ່ຊາວສວນ ກໍຄືສັງຄົມໄດ້ບໍລິໂພກຢ່າງເຕັມສ່ວນ, ໝາກນັດມີຫຼາຍສາຍພັນ ແຕ່ໃນບົດນີ້ຈະເວົ້າເຖິງໝາກນັດສາຍພັນນໍ້າເຜິ້ງ ທີ່ຊາວສວນຂອງບ້ານຜາເມືອງປູກໄວ້ເພື່ອບໍລິໂພກພາຍໃນຄອບຄົວ ແລະ ຂາຍສົ່ງອອກ ໃຫ້ລູກຄ້າທົ່ວໄປໄດ້ບໍລິໂພກເຊັ່ນກັນ.
ທາບທາມຮ່າງດຳລັດວ່າດ້ວຍການຄຸ້ມຄອງຖານຂໍ້ມູນພົນລະເມືອງ ແລະ ບັດປະຈຳຕົວ

ທາບທາມຮ່າງດຳລັດວ່າດ້ວຍການຄຸ້ມຄອງຖານຂໍ້ມູນພົນລະເມືອງ ແລະ ບັດປະຈຳຕົວ

ກະຊວງປ້ອງກັນຄວາມສະຫງົບ (ປກສ) ໄດ້ຈັດກອງປະຊຸມທາບທາມຮ່າງດຳລັດວ່າດ້ວຍການຄຸ້ມຄອງຖານຂໍ້ມູນພົນລະເມືອງ ແລະ ບັດປະຈຳຕົວ ຂຶ້ນໃນວັນທີ 11 ມິຖຸນາ ຜ່ານມາ ໂດຍການເປັນປະທານຂອງທ່ານ ພົຕ ສົມວັນ ສາຍລ້ອງພາ ຮອງລັດຖະມົນຕີກະຊວງ ປກສ, ມີທ່ານ ກົງຈິ ຢ່າງຈື່ ຮອງລັດຖະມົນຕີກະຊວງຍຸດຕິທຳ, ມີບັນດາຮອງລັດຖະມົນຕີກະຊວງ; ຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ.
ຫາລືການກະກຽມສະເຫຼີມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ

ຫາລືການກະກຽມສະເຫຼີມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ

ເພື່ອເຮັດໃຫ້ການສະເຫຼີມສະຫຼອງ ແລະ ລະນຶກວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ (13/8/1950-13/8/2025) ເຕັມໄປດ້ວຍຄວາມໝາຍຄວາມສໍາຄັນ ມີບັນຍາກາດຟົດຟື້ນ ແລະ ບັນລຸຈຸດປະສົງທີ່ກຳນົດໄວ້. ອະນຸກຳມະການໂຄສະນາ-ຂະບວນການ ແລະ ບຸກຄະລາກອນຍ້ອງຍໍໄດ້ຈັດກອງປະຊຸມປຶກສາຫາລືເພື່ອກະກຽມສະເຫຼີມສະຫຼອງວັນດັ່ງກ່າວຂຶ້ນໃນວັນທີ 11 ມິຖຸນາ ຜ່ານມາ ທີ່ຫ້ອງປະຊຸມ ສນຊ ໂດຍການເປັນປະທານຂອງທ່ານນາງ ອິນລາວັນ ແກ້ວບຸນພັນ ກຳມະການສູນກາງພັກ ຮອງປະທານສູນກາງແນວລາວສ້າງຊາດ (ສນຊ) ຫົວໜ້າອະນຸກຳມະການໂຄສະນາ-ຂະບວນການ ແລະ ບຸກຄະລາກອນ-ຍ້ອງຍໍ ໂດຍມີທ່ານ ເລັດ ໄຊຍະພອນ ປະທານສູນກາງສະຫະພັນກຳມະບານລາວ, ທ່ານ ມອນໄຊ ລາວມົວຊົ່ງ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ, ມີບັນດາຄະນະກຳມະການ, ແຂກຖືກເຊີນທີ່ກ່ຽວຂ້ອງເຂົ້າຮ່ວມ.
ບໍລິສັດໄຟຟ້ານ້ຳເທີນ 2 ປະກອບສ່ວນພັນທະໃຫ້ລັດຖະບານ ມູນຄ່າ 35 ລ້ານກວ່າໂດລາ

ບໍລິສັດໄຟຟ້ານ້ຳເທີນ 2 ປະກອບສ່ວນພັນທະໃຫ້ລັດຖະບານ ມູນຄ່າ 35 ລ້ານກວ່າໂດລາ

ວັນທີ 9 ມີຖຸນາຜ່ານມາ ທີ່ຫ້ອງວ່າການແຂວງຄໍາມ່ວນ, ບໍລິສັດໄຟຟ້າ ນ້ຳເທີນ 2 ຈໍາກັດ ໄດ້ມອບອາກອນກໍາໄລຈາກການຜະລິດໄຟຟ້າໃຫ້ລັດຖະບານ ລວມມູນຄ່າ 35,180,529 ໂດລາສະຫະລັດ.
ຜົ້ງສາລີ ສະຫຼູບວຽກງານໄພພິບັດ 2024 ແລະ ວາງທິດທາງແຜນການ2025.

ຜົ້ງສາລີ ສະຫຼູບວຽກງານໄພພິບັດ 2024 ແລະ ວາງທິດທາງແຜນການ2025.

ກອງປະຊຸມສະຫຼູບວຽກງານໄພພິບັດ ປະຈຳປີ 2024 ແລະ ວາງທິດທາງແຜນການປະຈຳປີ 2025 ຂອງແຂວງຜົ້ງສາລີ ໄດ້ຈັດຂຶ້ນໃນວັນທີ 11 ມິຖຸນານີ້ທີ່ຫ້ອງປະຊຸມຂອງໂຮງຮຽນເຕັກນີກ ວີຊາຊີບແບບປະສົມແຂວງ, ພາຍໃຕ້ການເປັນປະທານຂອງທ່ານ ຄຳເຫຼັກ ໃຈອິສານ ຮອງເຈົ້າແຂວງຜົ້ງສາລີປະທານຄະນະກໍາມະການຄຸ້ມຄອງໄພພິບັດ ຂັ້ນແຂວງ.
ສປສສ ທົບທວນການເຄື່ອນໄຫວວຽກງານກໍ່ສ້າງພັກ-ພະນັກງານ

ສປສສ ທົບທວນການເຄື່ອນໄຫວວຽກງານກໍ່ສ້າງພັກ-ພະນັກງານ

ກອງປະຊຸມວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງຂອງສານປະຊາຊົນສູງສຸດປະຈໍາປີ 2024 ແລະ ທິດທາງແຜນການປະຈໍາປີ 2025 ໄດ້ຈັດຂຶ້ນໃນວັນທີ 10 ມິຖຸນານີ້ ທີ່ສານປະຊາຊົນ ສູງສຸດ (ສປສສ) ໃຫ້ກຽດເຂົ້າຮ່ວມຂອງສະຫາຍນາງ ວຽງທອງ ສີພັນດອນ ຄະນະເລຂາທິການສູນກາງພັກ ເລຂາຄະນະບໍລິຫານງານພັກ ປະທານສານປະຊາຊົນສູງສຸດ, ມີກໍາມະການຄະນະບໍລິຫານງານພັກ, ຫົວໜ້າ ກົມ-ຮອງກົມ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ກົມຕິດຕາມກວດກາຄ້າຍຄຸມຂັງ-ດັດສ້າງ ອອປສ ພົບປະແຈ້ງຕອບ ປະຊາຊົນຮັບຮູ້ວຽກງານ ຕິດຕາມກວດກາຄ້າຍຄຸມຂັງ-ດັດສ້າງ

ກົມຕິດຕາມກວດກາຄ້າຍຄຸມຂັງ-ດັດສ້າງ ອອປສ ພົບປະແຈ້ງຕອບ ປະຊາຊົນຮັບຮູ້ວຽກງານ ຕິດຕາມກວດກາຄ້າຍຄຸມຂັງ-ດັດສ້າງ

ໃນວັນທີ 10 ມິຖຸນາ ນີ້ ທີ່ອົງການໄອຍະການປະຊາຊົນສູງສຸດ (ອອປສ) ໄດ້ມີກອງປະຊຸມ ພົບປະກັບປະຊາຊົນ ເພື່ອແຈ້ງຕອບ ກ່ຽວກັບກົດໝາຍ ທີ່ພົວພັນກັບວຽກງານຕິດຕາມກວດກາຄ້າຍຄຸມຂັງ-ດັດສ້າງ ແລະ ການໃຫ້ອະໄພຍະໂທດ, ພາຍໃຕ້ການເປັນປະທານຂອງ ທ່ານ ບົວລີ ເພັດມີໄຊ ຄະນະບໍລິຫານງານພັກ ຫົວໜ້າກົມຕິດຕາມກວດກາຄ້າຍຄຸມຂັງ-ດັດສ້າງ ອອປສ, ມີບັນດາທ່ານຮອງຫົວໜ້າ ກົມ, ຄະນະພະແນກ, ພະນັກງານວິຊາການ ທີ່ກ່ຽວຂ້ອງ ແລະ ປະຊາຊົນທີ່ເປັນເຈົ້າຂອງຄໍາຮ້ອງ ແລະ ຜູ້ຕາງໜ້າເຈົ້າຂອງຄໍາຮ້ອງເຂົ້າຮ່ວມ.
ເປີດຝຶກອົບຮົມ ວຽກງານແຂ່ງຂັນ-ຍ້ອງຍໍໃຫ້ພະນັກງານ ຫສພ

ເປີດຝຶກອົບຮົມ ວຽກງານແຂ່ງຂັນ-ຍ້ອງຍໍໃຫ້ພະນັກງານ ຫສພ

ໃນຕອນເຊົ້າວັນທີ 11 ມິຖຸນາ ນີ້ ທີ່ຫ້ອງວ່າການສູນກາງພັກ ໄດ້ເປິດພິທີຝຶກອົບຮົມ ວຽກງານແຂ່ງຂັນ-ຍ້ອງຍໍ ໃຫ້ ພະນັກງານ-ລັດຖະກອນ ພາຍໃນຫ້ອງວ່າການສູນກາງພັກ (ຫສພ) ພາຍໃຕ້ການເປັນປະທານ ຂອງສະຫາຍ ຄຳຜາ ພິມມະສອນ ຮອງເລຂາຄະນະພັກ ຮອງຫົວໜ້າຫ້ອງວ່າການສູນກາງພັກ, ໂດຍມີຜູ້ເຂົ້າ ຮ່ວມທັງໝົດ 40 ທ່ານ ຈາກບັນດາກົມພາຍໃນ ຫ້ອງວ່າການສູນກາງພັກ.
ບາງບົດຮຽນເບື້ອງຕົ້ນ ຈາກການຮັກສາເສດຖະກິດມະຫາພາກໃຫ້ມີຄວາມໝັ້ນທ່ຽງຂອງຫວຽດນາມ

ບາງບົດຮຽນເບື້ອງຕົ້ນ ຈາກການຮັກສາເສດຖະກິດມະຫາພາກໃຫ້ມີຄວາມໝັ້ນທ່ຽງຂອງຫວຽດນາມ

ໂດຍ: ວັນໄຊ ຕະວິນຍານ ເສດຖະກິດມະຫາພາກມີຄວາມໝັ້ນທ່ຽງ ມີບົດບາດສໍາຄັນເປັນພິເສດຕໍ່ທຸກພື້ນຖານເສດຖະກິດ,ເປັນຕົ້ນແມ່ນບັນດາປະເທດທີ່ມີການຫັນປ່ຽນຮູບແບບເສດຖະກິດ ແລະ ມີການພົວພັນຮ່ວມມືດ້ານການຄ້າໃນລະດັບສາກົນ. ຢູ່ບົນພື້ນຖານການຮັກສາພື້ນຖານເສດຖະກິດມະຫາພາກໝັ້ນທ່ຽງ ນັບແຕ່ການຄວບຄຸມເງິນເຟີ້, ສົມດຸນດ້ານການຄ້າ, ການລົງທຶນ, ງົບປະມານ, ຄວາມໝັ້ນຄົງດ້ານພະລັງງານ, ດ້ານສະບຽງອາຫານ ແກ້ໄຂວຽກເຮັດງານທໍາ ແລະ ອື່ນໆ.
ເພີ່ມເຕີມ