ທ່ານ ກອງທ່ຽນ ໄຊຍະພອນ ຫົວໜ້າຫ້ອງການກະສິກໍາ ແລະ ສິ່ງແວດລ້ອມເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ລາຍງານ ໃນພິທີສະເຫຼີມສະຫຼອງ ວັນຊົນລະປະທານແຫ່ງຊາດ, ວັນສັກຢາກັນພະຍາດສັດແຫ່ງຊາດ ແລະ ວັນເປີດຂະບວນການຜະລິດລະດູແລ້ງ ປະຈໍາປີ 2025 ວ່າ: ທົ່ວເມືອງມີສັດລ້ຽງ ທັງໝົດ 578.000 ກວ່າໂຕ. ໃນນີ້, ງົວ 50,000 ກວ່າໂຕ,ຄວາຍ 6,700 ກວ່າໂຕ, ມ້າ 40 ກວ່າໂຕ, ແກະ 20 ກວ່າໂຕ, ແບ້1,900 ກວ່າໂຕ, ໝູ 5,900 ກວ່າໂຕ, ໝາ 3,500 ກວ່າໂຕແລະ ສັດປີກ 510,000 ກວ່າໂຕ.ພົ້ນເດັ່ນກວ່າໝູ່ ແມ່ນການລ້ຽງສັດແບບເປັນຟາມ ແລະ ປູກຫຍ້າລ້ຽງສັດ.ພາຍໃນເມືອງມີຟາມລ້ຽງສັດທີ່ຂຶ້ນທະບຽນແລ້ວ 11ຟາມ (ລ້ຽງງົວ 8 ຟາມ, ລ້ຽງໝູ 2 ຟາມ ແລະ ລ້ຽງໄກ່ພັນໄຂ່ 1 ຟາມ).
ໃນວັນທີ 19-20ພະຈິກຜ່ານມາ,ກົມເສດຖະກິດ, ກະຊວງການຕ່າງປະເທດໄດ້ຈັດພິທີເປີດໂຄງການ ແລະ ກອງປະຊຸມສຳມະນາ ພາຍໃຕ້ “ໂຄງການຈາກຄວັນໄຟສູ່ຄວາມຍືນຍົງ:ຫຼຸດຜ່ອນການຖາງປ່າ-ເຮັດໄຮ່ ເພື່ອປັບປຸງຄຸນນະພາບອາກາດໃນພາກພື້ນແມ່ນໍ້າຂອງ-ແມ່ນ້ຳລ້ານຊ້າງ”, ເຊິ່ງຈັດຂື້ນທີ່ ເມືອງ ວັງວຽງ, ແຂວງ ວຽງຈັນ, ໂດຍໄດ້ຮັບທຶນສະໜັບສະໜູນຈາກກອງທຶນພິເສດແມ່ນ້ໍາຂອງ-ແມ່ນ້ໍາລ້ານຊ້າງ.
ໃນວັນທີ21ພະຈິກຜ່ານມານີ້,ທ່ານ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການ ຄະນະເລຂາທິການສູນກາງພັກ ຮອງປະທານປະເທດ ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມ, ເຮັດວຽກ ແລະ ໂອ້ລົມພະນັກງານຫຼັກແຫຼ່ງແຂວງຊຽງຂວາງ.ໃນໂອກາດນີ້, ທ່ານ ບຸນຈັນ ສີວົງພັນ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆຊຽງຂວາງ ໄດ້ລາຍງານ ການພັດທະນາເສດຖະກິດ-ສັງຄົມ ຂອງແຂວງຊຽງຂວາງ ເປັນຕົ້ນແມ່ນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງແຂວງ, ການແກ້ໄຂຄວາມທຸກຍາກ, ວຽກງານລົງກໍ່ສ້າງຮາກຖານການເມືອງ ຕິດພັນກັບວຽກງານ3ສ້າງ, ວຽກງານກວດກາ, ວຽກງານຈັດຕັ້ງພະນັກງານ, ວຽກງານປກຊ-ປກສ ເຮັດໃຫ້ແຂວງຊຽງຂວາງມີຄວາມສະຫງົບສຸກ, ສະເລ່ຍລາຍຮັບໄດ້1,116ໂດລາສະຫະລັດຕໍ່ຄົນຕໍ່ປີ, ເສດຖະກິດຂະຫຍາຍຕົວ6%, ໄດ້ພົວພັນຮ່ວມມືກັບປະເທດເພື່ອມິດຍຸດທະສາດ ໂດຍສະເພາະແມ່ນ ສສຫວຽດນາມ, ສປ ຈີນ ເພື່ອຍາດແຍ່ງເອົາການຊ່ວຍເຫຼືອ, ການລົງທືຶນຈາກຕ່າງປະເທດ.
ວັນທີ 19 ພະຈິກນີ້, ທ່ານ ບົວຄົງ ນາມມະວົງ ກຳມະການສູນກາງພັກ ລັດຖະມົນຕີ ຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ພ້ອມຄະນະ ໄດ້ເຄື່ອນໄຫວຊຸກຍູ້ວຽກງານປັບປຸງກົງຈັກການຈັດຕັ້ງ ທີ່ຫ້ອງປະຊຸມຫ້ອງວ່າການແຂວງເຊກອງ, ໂດຍມີທ່ານ ນາງ ເພັດດາວອນ ວາດສະຫງ່າ ກຳມະການພັກແຂວງ ຫົວໜ້າຫ້ອງວ່າການແຂວງເຊກອງ ພ້ອມຄະນະນໍາ.
ປະຊາຊົນບ້ານນາຄໍາ ເມືອງອຸທຸມພອນ ແຂວງສະຫວັນນະເຂດ ຜູ້ທີ່ຖືກຜົນກະທົບ ຈາກໂຄງການ ກໍ່ສ້າງຊົນລະກະເສດ ອ່າງເກັບນໍ້າຍອດຫ້ວຍ ທ່າຮາວ ໄດ້ຮັບໃບຕາດິນຈໍານວນ 38 ຄອບຄົວ ຊຶ່ງມີ 46 ຕອນ ໃນເນື້ອທີ່ 92 ເຮັກຕາກວ່າ,
ໃນຕອນເຊົ້າຂອງວັນທີ 20 ພະຈິກ ນີ້, ທີ່ເມືອງວັງວຽງ, ແຂວງວຽງຈັນ, ກົມຈັດຕັ້ງ ແລະ ພະນັກງານ, ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມສໍາມະນາ ພາຍໃຕ້ຫົວຂໍ້: ຍົກສູງປະສິດທິພາບວຽກງານນຳພາ ແລະ ຄຸ້ມຄອງພະນັກງານ ຕິດພັນກັບນິຕິກຳ ແລະ ເປັນທັນສະໄໝໂດຍການໃຫ້ກຽດເປັນປະທານຂອງທ່ານ ໄມທອງ ທຳມະວົງສາ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ມີຄະນະກົມ, ຄະນະພະແນກ ແລະ ພະນັກງານ-ລັດຖະກອນ ຕາງໜ້າຈາກຫ້ອງການ, ບັນດາກົມ, ຫ້ອງການຄະນະກໍາມະການຊາຍແດນແຫ່ງຊາດ, ຫ້ອງການບໍລິການສະຖານທູດ ແລະ ສະຖາບັນການຕ່າງປະເທດກະຊວງການຕ່າງປະເທດເຂົ້າຮ່ວມ ຈຳນວນ 41 ທ່ານ.
ສະພາແຫ່ງຊາດ ໄດ້ຈັດງານສະແດງຜົນງານການເຄື່ອນໄຫວ ຄົບຮອບ 50 ປີ ຂຶ້ນທີ່່ຫໍສະພາແຫ່ງຊາດ ໃນລະຫວ່າງວັນທີ 19-21 ພະຈິກນີ້; ພິທີເປີດງານດັ່ງກ່າວ, ມີ ທ່ານ ຄໍາໃບ ດໍາລັດ ຮອງປະທານສະພາແຫ່ງຊາດ, ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ, ທ່ານ ພົນໂທ ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດ ພ້ອມດ້ວຍບັນດາທ່ານຄະນະເລຂາທິການສະພາແຫ່ງຊາດ, ກໍາມາທິການຕ່າງໆ ແລະ ບັນດາທ່ານສະມາຊິກສະພາແຫ່ງຊາດເຂົ້າຮ່ວມ.
ຕາມການໃຫ້ຂໍ້ມູນຈາກຂະແໜງປູກຝັງທີ່ຂຶ້ນກັບພະແນກກະສິກໍາ ແລະ ປ່າໄມ້ ແຂວງຄໍາມ່ວນໃຫ້ຮູ້ວ່າ: ໃນລະດູການປູກເຂົ້ານາປີ 2025 ທົ່ວແຂວງຄໍາມ່ວນມີເນື້ອທີ່ແຜນປູກເຂົ້າລວມທັງໝົດ 92,791 ເຮັກຕາ, ຄາດຄະເນຜົນຜະລິດ 351,604 ເຮັກຕາ. ໃນນັ້ນ, ເນື້ອທີ່ແຜນການປູກເຂົ້າເພື່ອເປັນສະບຽງອາຫານ 61,189 ເຮັກຕາ ຄາດຄະເນຜົນຜະລິດ 228,856 ໂຕນ , ເນື້ອທີ່ແຜນປູກເຂົ້າເພື່ອເປັນສິນຄ້າ 31,602 ເຮັກຕາ ຄາດຄະເນຜົນຜະລິດ 122,748 ໂຕນ.
ວັນທີ 19 ພະຈິກ 2025ນີ້, ຢູ່ທີ່ດ່ານສາກົນນໍ້າເງິນ ເມືອງເງິນ ແຂວງໄຊຍະບູລີ, ທ່ານສົມຈິດຈັນທະວົງຮອງເຈົ້າແຂວງໄຊຍະບູລີຜູ້ຊີ້ນໍາຂົງເຂດເສດຖະກິດ ຂັ້ນແຂວງ ພ້ອມດ້ວຍທິມງານໄດ້ລົງເຄື່ອນໄຫວຕິດຕາມຊຸກຍູ້ໂຄງການກໍ່ສ້າງດ່ານສາກົນນໍ້າເງິນ.
ໃນວັນທີ 18 ພະຈິກນີ້ຢູ່ທີ່ສະໂມສອນຫ້ອງວ່າການເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ປະກາດບົ່ງຕົວແຕ່ງຕັ້ງຄະນະປະຈໍາພັກເມືອງຂຶ້ນ ໂດຍການເປັນກຽດເຂົ້າຮ່ວມຂອງສະຫາຍ ອາເມ ຊົງເຢ້ຽເລັ່ງ ກໍາມະການປະຈໍາພັກແຂວງຫົວໜ້າຄະນະໂຄສະນາອົບຮົມແຂວງ, ສະຫາຍ ຄໍາປຸ່ນ ນວນສະບັບ ກໍາມະການພັກແຂວງເລຂາຄະນະບໍລິຫານງານພັກເມືອງ ແລະ ພາກສ່ວນກ່ຽວຂ້ອງອ້ອມຂ້າງເມືອງເຂົ້າຮ່ວມ.
ຄໍາເຫັນ