ທະນາຄານແຫ່ງປະເທດຈີນ(ຮົງກົງ)ສາຂານະຄອນຫຼວງວຽງຈັນ ຮ່ວມກັບສະຖານເອກອັກຄະລັດຖະທູດ ສປ ຈີນ ປະຈໍາ ສປປ ລາວ ຈັດຝຶກອົບຮົມພາຍໃຕ້ຫົວຂໍ້: ແນະນໍາການຊໍາລະເງິນໃຫ້ຄົນຕ່າງປະເທດໄປຈີນ ຂຶ້ນໃນວັນທີ 10 ເມສານີ້ ທີ່ສູນວັດທະນະທໍາຈີນປະຈໍາລາວ ໂດຍການເຂົ້າຮ່ວມຂອງທ່ານ ຫຼີ່ຈ້ຽນຮອງຜູ້ຈັດການໃຫຍ່ທະນາຄານແຫ່ງປະເທດຈີນ(ຮົງກົງ)ສາຂານະຄອນຫຼວງວຽງຈັນ,ມີທ່ານ ຫຼີ່ວ ຈີ່ໂຢຕາງໜ້າສະຖານເອກອັກຄະລັດຖະທູດ ສປ ຈີນ ປະຈໍາລາວ,ມີບັນດານັກສຶກສາທີ່ກຽມຈະໄປສຶກສາຕໍ່ທີ່ປະເທດຈີນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ເພື່ອຊຸກຍູ້ການໄປມາຫາສູ່ຂອງປະຊາຊົນສອງຊາດຈີນ-ລາວ ແລະ ການຮ່ວມມືດ້ານການທ່ອງທ່ຽວໃຫ້ເລິກເຊິ່ງ ແລະ ອໍານວຍຄວາມສະດວກໃຫ້ແກ່ອົງການທ່ອງທ່ຽວ, ບຸກຄົນທົ່ວໄປ, ນັກຮຽນທີ່ມີແຜນຈະໄປປະເທດຈີນ.
ທ່ານ ວັດທະນາ ສຸດຈະເລີນວິຊາການພະແນກການທະນາຄານແຫ່ງປະເທດຈີນ(ຮົງກົງ)ສາຂານະຄອນຫຼວງວຽງຈັນ ໄດ້ໃຫ້ຮູ້ກ່ຽວກັບຄູ່ມືການຊໍາລະເງິນໃນປະເທດຈີນ ຊຶ່ງໃນປັດຈຸບັນປະເທດຈີນກໍາລັງຊຸກຍູ້ການຊໍາລະເງິນແບບເຄື່ອນທີ່ແທນການຊໍາລະເງິນສົດ ເພື່ອອໍານວຍຄວາມສະດວກໃຫ້ແກ່ນັກທ່ອງທ່ຽວທີ່ມາທ່ຽວຈີນດ້ວຍການພັດທະນາລະບົບຊໍາລະຕ່າງໆລວມມີການຈ່າຍເງິນຜ່ານໂທລະສັບມືຖື ຈົນເຖິງບັດທະນາຄານແລະເງິນສົດ ປະກອບມີການໃຊ້ບັດຊໍາລະ,ການຊໍາລະເຄື່ອນທີ່,ການໃຊ້ເງິນສົດ ແລະ ການແລກປ່ຽນແລະ ຜະລິດຕະພັນທະນາຄານແຫ່ງປະເທດຈີນ(BOC)ຊຶ່ງແມ່ນທຸລະກໍາຮູດບັດເພື່ອຊໍາລະພາຍໃນປະເທດຈີນສາມາດຮອງຮັບບັດ Unionpay, Visa, Mastercard, American Expessແລະ JCBຊຶ່ງສາມາດນໍາໃຊ້ບັດເຫຼົ່ານີ້ລວມເຖິງບັດ Virtual Card ເຂົ້າໃນການຊໍາລະຄ່າບໍລິການກັບໂຮງແຮມ, ຮ້ານຄ້າທົ່ວໄປໃນປະເທດຈີນ; ປັດຈຸບັນປະຊາຊົນພາຍໃນປະເທດຈີນຫຼາຍກວ່າ 90% ນໍາໃຊ້ການຊໍາລະແບບເຄື່ອນທີ່, ຊ່ອງທາງ Wechat, Alipay,UnionpayQr;ຂະນະດຽວກັນປະເທດລາວກໍາລັງພັດທະນາລະບົບການຊໍາລະຕ່າງໆໂດຍຖອດຖອນບົດຮຽນຈາກປະເທດຈີນ.ພ້ອມນີ້,ຜູ້ເຂົ້າຮ່ວມຍັງໄດ້ຮັບຮູ້ກ່ຽວກັບການດາວໂຫຼດ, ການສະແກນ ແລະ ການໂອນເງິນຜ່ານລະບົບອອນລາຍໂດຍຜ່ານແອັບພີເຄເຊີນຕ່າງໆທີ່ບໍລິການໃນປະເທດຈີນ. ເພື່ອແນໃສ່ເຮັດໃຫ້ການນໍາໃຊ້ເງິນເຂົ້າໃນການດໍາເນີນທຸລະກໍາຕ່າງໆ ຂອງຄົນຕ່າງປະເທດທີ່ເດີນທາງໄປປະເທດຈີນມີຄວາມສະດວກ.ໂດຍສາມາດເຂົ້າເບິ່ງລາຍລະອຽດເພີ່ມຕື່ມທາງ https://www.bankofchina.com.la/m/en-la/home.html.
ຂ່າວ: ຍຸພິນທອງ
ຜ່ານຮ່າງຄູ່ມືຄຸ້ມຄອງລະບົບການເງິນເພື່ອຄວາມເປັນເອກະພາບແລະໂປ່ງໃສ
ອົງການກາແດງແຫ່ງຊາດລາວ ໄດ້ຈັດກອງປະຊຸມຜ່ານຮ່າງຄູ່ມືຄຸ້ມຄອງລະບົບການເງິນ ຂອງອົງການກາແດງແຫ່ງຊາດລາວ ໃນວັນທີ 19 ພະຈິກນີ້, ໂດຍການເປັນປະທານ ຂອງທ່ານ ຄໍາລາວັນ ຈັນທະລາວັນ ກໍາມະການສູນກາງພັກເລຂາຄະນະພັກປະທານອົງການກາແດງແຫ່ງຊາດລາວ, ເຂົ້າຮ່ວມມີບັນດາຜູ້ແທນຈາກຂັ້ນສູນກາງ ແລະ ຂັ້ນແຂວງທົ່ວປະເທດ ພ້ອມດ້ວຍຄູ່ຮ່ວມງານພັດທະນາ.
ຄໍາເຫັນ