ທະ​ນາ​ຄານ​ກາງ​ອາ​ເມ​ຣິ​ກາ​ ປະ​ກາດ​ຈະ​ຮັກ​ສາ​ອັດ​ຕາ​ດອກ​ເບ້ຍ​ພື້ນ​ຖານ​ຄື​ເກົ່າ

ທະ​ນາ​ຄານ​ກາງ​ອາ​ເມ​ຣິ​ກາ​ ປະ​ກາດ​ຈະ​ຮັກ​ສາ​ອັດ​ຕາ​ດອກ​ເບ້ຍ​ພື້ນ​ຖານ​ຄື​ເກົ່າ

ທະ​ນາ​ຄານ​ກາງ​ອາ​ເມ​ຣິ​ກາ​ ປະ​ກາດ​ຈະ​ຮັກ​ສາ​ອັດ​ຕາ​ດອກ​ເບ້ຍ​ພື້ນ​ຖານ​ຄື​ເກົ່າ
ຂ່າວສານຊີອາໄອລາຍງານວ່າ: ໃນວັນ​ທີ 28 ມັງ​ກອນ ຜ່ານມາ ​ຕາມ​ເວ​ລາ​ທ້ອງ​ຖິ່ນ, ບົດ​ບັນ​ທຶກຫຼ້າ​ສຸດ​ຂອງກອງ​ປະ​ຊຸມ​ນະ​ໂຍ​ບາຍ​ເງິນ​ຕາຂອງ​ຄະ​ນະ​ກຳ​ມະ​ການ​ຕະຫຼາດ​ເປີດກວ້າງ​ຂອງ​ສະ​ຫະ​ລັດ ອາເມຣິກາ ຫຼື FOMC ສະ​ແດງ​ໃຫ້​ເຫັນ​ວ່າ: ທະ​ນາ​ຄານ​ກາງ​ສະຫະລັດ ອາ​ເມ​ຣິ​ກາ ຫຼື FED ໄດ້​ຕົກ​ລົງ​ຮັກ​ສາ​ລະ​ດັບ​ເປົ້າ​ໝາຍ​ຂອງ​ອັດ​ຕາ​ດອກ​ເບ້ຍກອງ​ທຶນ​​ສະ​ຫະ​ລັດ​ອາເມຣິກາ ໄວ້​ຢູ່​ລະ​ຫວ່າ​ງ 3.5% ຫາ 3.75%.

 

ລາຍລະອຽດການລົງຄະແນນສຽງສະແດງໃຫ້ເຫັນວ່າ: FED ໄດ້ຕົກລົງດ້ວຍການລົງຄະແນນສຽງເຫັນດີ 10 ສຽງ ແລະ ຄັດຄ້ານ 2 ສຽງ.

ກ່ອນການປະກາດນະໂຍບາຍອັດຕາດອກເບ້ຍດັ່ງກ່າວ, ຕະຫຼາດຄາດຄະເນໂດຍທົ່ວໄປວ່າ: FED ຈະຮັກສາອັດຕາດອກເບ້ຍໃຫ້ຄົງທີ່ໃນກອງປະຊຸມນະໂຍບາຍອາທິດນີ້. FED ເຄີຍປັບຫຼຸດອັດຕາດອກເບ້ຍມາແລ້ວ 3 ຄັ້ງຕິດຕໍ່ກັນໃນ 6 ເດືອນທ້າຍປີ 2025.

ຄໍາເຫັນ

ຂ່າວຕ່າງປະເທດ

ຊີວະປະຫວັດຫຍໍ້ຂອງສະຫາຍໂຕເລິມ  ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ

ຊີວະປະຫວັດຫຍໍ້ຂອງສະຫາຍໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ

- ຊື່ ແລະ ນາມສະກຸນ: ໂຕເລິມ - ວັນທີ, ເດືອນ, ປີເກີດ: 10/7/1957 - ທີ່ເກີດ: ຕາແສງເງ້ຍຈຸ ເມືອງວັນຢາງ ແຂວງຮຶງອຽນ. - ລະດັບວິຊາສະເພາະ: ສຈ. ດຣ ດ້ານກົດໝາຍ - ລະດັບທິດສະດີການເມືອງ: ຊັ້ນສູງ - ວັນເດືອນປີເຂົ້າເປັນສະມາຊິກພັກ: 22/8/1981
ພັກສະ​ຫະ​ພາບ​ສາ​ມັກ​ຄີ​ ແລະ​ ການ​ພັດ​ທະ​ນາ ​ໄດ້​ຮັບ​ບ່ອນ​ນັ່ງ​ຫຼາຍກວ່າ​ເຄິ່ງ​ໜຶ່ງ​ໃນ​ສະ​ພາ​ຕ່ຳ​ມຽນ​ມາ

ພັກສະ​ຫະ​ພາບ​ສາ​ມັກ​ຄີ​ ແລະ​ ການ​ພັດ​ທະ​ນາ ​ໄດ້​ຮັບ​ບ່ອນ​ນັ່ງ​ຫຼາຍກວ່າ​ເຄິ່ງ​ໜຶ່ງ​ໃນ​ສະ​ພາ​ຕ່ຳ​ມຽນ​ມາ

ຂ່າວສານຊີອາໄອລາຍງານວ່າ: ນັບ​ມາ​ຮອດ​ວັນ​ທີ 29 ມັງ​ກອ​ນ 2026, ການ​ປ່ອນ​ບັດ​ຮອບ​ທີ 3​ ໃນການ​ເລືອ​ກ​ຕັ້ງ​ທົ່ວ​ໄປ​ຂອງ​ມຽນ​ມາ​ປີ 2025 ໄດ້​ສຳ​ເລັດຮຽບ​ຮ້ອຍ​ແລ້ວ. ອີງ​ຕາມໂຕ​ເລກ​ຂໍ້​ມູນທີ່​ຄະ​ນະ​ກຳ​ມະ​ການ​ເລືອກ​ຕັ້ງ​ສະ​ຫະ​ພາບມຽນ​ມາ​ເປີດ​ເຜີຍ​ໃນ​ວັນ​ທີ 28 ມັງ​ກອນ ຜ່ານມາ ​ສະ​ແດງ​ໃຫ້​ເຫັນ​ວ່າ: ພັກສະ​ຫະ​ພາບ​ສາ​ມັກ​ຄີ​ ແລະ​ ການ​ພັດ​ທະ​ນາ ຫຼື USDP ໄດ້​ຮັບ​ບ່ອນ​ນັ່ງ​ຫຼາຍກວ່າ​ເຄິ່ງ​ໜຶ່ງ​ຂອງ​ສະ​ພາ​ຕ່ຳ.
UN ເປີດເຜີຍ ຊາວອົບພະຍົບອັຟການິສຖານກັບຄືນປະເທດຫຼາຍກວ່າ 4.8 ລ້ານຄົນ

UN ເປີດເຜີຍ ຊາວອົບພະຍົບອັຟການິສຖານກັບຄືນປະເທດຫຼາຍກວ່າ 4.8 ລ້ານຄົນ

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້ວ່າ: ສື່ມວນຊົນອັຟການິສຖານ, ອ້າງອີງຂໍ້ມູນຈາກສະຫະປະຊາຊາດ (UN) ລາຍງານວ່າ: ມີຊາວອົບພະຍົບອັຟການິສຖານຫຼາຍກວ່າ 4.8 ລ້ານຄົນໄດ້ກັບຄືນຈາກອີຣ່ານ ແລະ ປາກິດສະຖານ ນັບຕັ້ງແຕ່ເດືອນກັນຍາ 2023 ຊຶ່ງເຮັດໃຫ້ປະຊາກອນອັຟການິສຖານເພີ່ມຂຶ້ນ 12%.
ຜູ້ຊ່ຽວຊານຈີນ ແລະ ອາຊຽນ ປຶກສາຫາລືການພັດທະນາ ແລະ ການຄຸ້ມຄອງປັນຍາປະດິດ

ຜູ້ຊ່ຽວຊານຈີນ ແລະ ອາຊຽນ ປຶກສາຫາລືການພັດທະນາ ແລະ ການຄຸ້ມຄອງປັນຍາປະດິດ

ຂ່າວສານຊີອາໄອລາຍງານວ່າ: ຫວ່າງມໍ່ໆມານີ້, ຊຸດຝຶກອົບຮົມກ່ຽວກັບການສ້າງຄວາມສາມາດດ້ານປັນຍາປະດິດຈີນ-ອາຊຽນ 2026 ແລະ ກອງປະຊຸມສໍາມະນາຂັ້ນສູງກ່ຽວກັບເຕັກໂນໂລຊີທັນສະໄໝ ແລະ ການຄຸ້ມຄອງປັນຍາປະດິດ ໄດ້ຈັດຂຶ້ນຢູ່ນະຄອນຫຼວງກົວລາລຳເປີ ປະເທດມາເລເຊຍ, ຜູ້ຕາງໜ້າຮ້ອຍກວ່າຄົນຈາກພາກສ່ວນຂອງລັດຖະບານ, ວົງການວິຊາການ ແລະ ອຸດສາຫະກໍາຂອງຈີນ ແລະ ພາກພື້ນອາຊຽນ ໄດ້ເຂົ້າຮ່ວມກອງປະຊຸມເພື່ອປຶກສາຫາລືກ່ຽວກັບຫົວຂໍ້ຕ່າງໆ ເຊັ່ນ: ເຕັກໂນໂລຊີທັນສະໄໝດ້ານປັນຍາປະດິດ ແລະ ສິ່ງທ້າທາຍດ້ານຄວາມໝັ້ນຄົງ ເປັນຕົ້ນ.
ຫວຽດນາມ ແລະ EU ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ

ຫວຽດນາມ ແລະ EU ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ຫວຽດນາມ ແລະ ສະຫະພາບເອີຣົບ (EU) ຕົກລົງຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ. ນີ້ແມ່ນຂໍ້ມູນໂດຍທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ແລະ ທ່ານ ອັນໂຕນິໂອ ຄອສຕາ ປະທານສະພາເອີຣົບ ແຈ້ງໃຫ້ຮູ້ໃນການພົບປະກັບສື່ມວນຊົນໃນວັນທີ 29 ມັງກອນ ຜ່ານມາ ຢູ່ນະຄອນຫຼວງຮ່າໂນ້ຍ, ພາຍຫຼັງການໂອ້ລົມສົນທະນາຂັ້ນສູງ.
ອົງ​ການ​ອະ​ນາ​ໄມ​ໂລກ​ຢືນ​ຢັນ​​ການຍົກ​ເລີກ​ການ​ຮັບ​ຮອງ “ບໍ່​ມີ​ພະ​ຍາດ​ໝາກ​ແດງ​ໃຫຍ່​”

ອົງ​ການ​ອະ​ນາ​ໄມ​ໂລກ​ຢືນ​ຢັນ​​ການຍົກ​ເລີກ​ການ​ຮັບ​ຮອງ “ບໍ່​ມີ​ພະ​ຍາດ​ໝາກ​ແດງ​ໃຫຍ່​”

ຂ່າວສານຊີອາໄອລາຍງານ ໃນວັນທີ 28 ມັງກອນ ຜ່ານມາວ່າ: ສື່ມວນ​ຊົນ​ອັງ​ກິດ​ລາຍ​ງານ​ໃນ​ວັນ​ທີ 26 ມັງ​ກອນ ຜ່ານມາວ່າ, ເນື່ອງ​ຈາກ​ພະ​ຍາດ​ໝາກ​ແດງ​ໃຫຍ່​ແຜ່ລະ​ບາດ​ຢ່າງ​ຕໍ່​ເນື່ອງ, ອົງ​ການ​ອະ​ນາ​ໄມ​ໂລກ​ໄດ້​ຢືນ​ຢັນ​ໃນວັນ​ດຽວ​ກັນ​ວ່າ: ອົງ​ການ​​ໄດ້​ຍົກ​ເລີກ​​ການ​ຮັບ​ຮອງ “ບໍ່​ມີ​ພະ​ຍາດ​ໝາກ​ແດງ​ໃຫຍ່” ຢູ່​​ຫຼາຍ​ປະ​ເທດ​ເຊັ່ນ: ອັງ​ກິດ​ເປັນ​ຕົ້ນ.
ອົສຕຣາລີ ພວມປະເຊີນກັບໄຟໄໝ້ປ່າຮຸ່ນແຮງ

ອົສຕຣາລີ ພວມປະເຊີນກັບໄຟໄໝ້ປ່າຮຸ່ນແຮງ

ຂ່າວຕ່າງປະເທດລາຍງານ ໃນວັນທີ 28 ມັງກອນ ຜ່ານມາວ່າ: ອົສຕຣາລີກຳລັງປະເຊີນກັບຄື້ນຄວາມຮ້ອນທີ່ທຳລາຍສະຖິຕິ, ເຮັດໃຫ້ເກີດໄຟໄໝ້ປ່າຮຸ່ນແຮງຢ່າງໜ້ອຍ 6 ຈຸດ. ອຸນຫະພູມໃນຫຼາຍເມືອງໄດ້ເພີ່ມຂຶ້ນສູງ, ໂດຍບາງເມືອງມີອຸນຫະພູມເກືອບ 50 ອົງສາ.
ຣັດເຊຍ ກະກຽມສົ່ງໂມດູນເພື່ອສ້າງໂຮງໄຟຟ້ານິວເຄລຍເທິງດວງຈັນ

ຣັດເຊຍ ກະກຽມສົ່ງໂມດູນເພື່ອສ້າງໂຮງໄຟຟ້ານິວເຄລຍເທິງດວງຈັນ

ຂ່າວຕ່າງປະເທດລາຍງານ ໃນວັນທີ 28 ມັງກອນ ຜ່ານມາວ່າ: ອົງການຂ່າວ TASS ຂອງຣັດເຊຍລາຍງານວ່າ, ຣັດເຊຍວາງແຜນທີ່ຈະສົ່ງໂມດູນ 3 ຊຸດຂຶ້ນສູ່ອະວະກາດເພື່ອສ້າງໂຮງງານໄຟຟ້ານິວເຄລຍເທິງດວງຈັນ ໃນລະຫວ່າງປີ 2033 - 2035.
ສິງກະໂປ ຈະລົງທຶນ 786 ລ້ານໂດລາ ຊຸກຍູ້ອຸດສາຫະກຳ AI ຂອງປະເທດ

ສິງກະໂປ ຈະລົງທຶນ 786 ລ້ານໂດລາ ຊຸກຍູ້ອຸດສາຫະກຳ AI ຂອງປະເທດ

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້ວ່າ: ລັດຖະບານສິງກະໂປກຽມຈະລົງທຶນຫຼາຍກວ່າ 1 ຕື້ໂດລາສິງກະໂປ (ປະມານ 786 ລ້ານໂດລາ) ເພື່ອສະໜັບສະໜູນໂຄງການຄົ້ນຄວ້າປັນຍາປະດິດ (AI) ຂອງພາກລັດໃນໄລຍະ5 ປີຂ້າງໜ້າ, ໂດຍມີຈຸດປະສົງເພື່ອສົ່ງເສີມອຸດສາຫະກຳ AI ຂອງປະເທດໃຫ້ເຂັ້ມແຂງຂຶ້ນ ທ່າມກາງການແຂ່ງຂັນທີ່ຮຸນແຮງຈາກສະຫະລັດ ອາເມຣິກາ ແລະ ຈີນ ໃນຖານະເປັນປະເທດມະຫາອຳນາດຂອງໂລກໃນຂະແໜງການນີ້.
ຈຳ​ນວນ​ຄົນ​ເຂົ້າ-​ອອກ​ຈີນ ປີ 2025 ສ້າງ​ສະ​ຖິ​ຕິ​ສູງ​ສຸດ

ຈຳ​ນວນ​ຄົນ​ເຂົ້າ-​ອອກ​ຈີນ ປີ 2025 ສ້າງ​ສະ​ຖິ​ຕິ​ສູງ​ສຸດ

ຂ່າວສານຊີອາໄອລາຍງານວ່າ: ໃນວັນ​ທີ 28 ມັງ​ກອນ​ຜ່ານມາ, ອົງ​ການ​ຄຸ້ມ​ຄອງ​ຄົນ​ເຂົ້າເມືອງ​ແຫ່ງ​ຊາດ​ຈີນ​ໄດ້​ຈັດ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ. ໃນ​ໂອ​ກາດ​ນີ້, ໂຄ​ສົກ​ຖະ​ແຫຼງ​ຂ່າວ​ອົງ​ການ​ດັ່ງ​ກ່າວ​ໄດ້​ປະ​ກາດໂຕ​ເລກ​ຂໍ້​ມູນ​ສຳ​ຄັນ ແລະ ປະ​ສິດ​ທິ​ຜົນ​ຂອງວຽກ​ງານ​ຄຸ້ມ​ຄອງ​ຄົນ​ເຂົ້າ​ເມືອງ​ປີ 2025.
ເພີ່ມເຕີມ