ທ່ານ ອາປູຣວາ ຊັງຮີ ນັກເສດຖະສາດຂອງທະນາຄານໂລກປະຈຳມາເລເຊຍ ເປີດເຜີຍການຄາດຄະເນວ່າ: ການເຕີບໂຕທາງເສດຖະກິດຂອງມາເລເຊຍຈະສືບຕໍ່ຊ້າລົງໃນປີ 2026, ຍ້ອນວ່າປັດໄຈພາຍນອກມີທ່າອ່ຽງຍັງຄົງຢູ່.
ໃນຂະນະທີ່ຄວາມຕ້ອງການທົ່ວໂລກຄາດວ່າຈະຟື້ນຕົວເລັກນ້ອຍ, ແຕ່ທະນາຄານໂລກລະບຸວ່າ: ການເຕີບໂຕຂອງພາກພື້ນມີທ່າອ່ຽງທີ່ຈະຊ້າລົງ. ໂດຍການສົ່ງອອກຂອງມາເລເຊຍອາດເຕີບໂຕຢ່າງຈໍາກັດເນື່ອງຈາກການເລັ່ງຈັດສົ່ງສິນຄ້າ (front-loading) ທີ່ຊ້າລົງ, ໃນຂະນະທີ່ຜົນກະທົບຂອງອັດຕາພາສີທີ່ອາດເກີດຂຶ້ນຕໍ່ອຸດສາຫະກໍາ semiconductor ຍັງຄົງບໍ່ແນ່ນອນ.
ຂະນະດຽວກັນ, ຄວາມຕ້ອງການພາຍໃນຄາດວ່າຍັງຄົງເປັນແຮງຂັບເຂື່ອນຕົ້ນຕໍຂອງການເຕີບໂຕ, ໂດຍການບໍລິໂພກຂອງພາກເອກະຊົນຈະໄດ້ຮັບການສະໜັບສະໜູນຈາກຄ່າຈ້າງທີ່ເພີິ່ມຂຶ້ນຢ່າງຕໍ່ເນື່ອງ, ຄຽງຄູ່ກັບມາດຕະການຂອງລັດຖະບານເຊັ່ນ: ການເພີ່ມເງິນເດືອນພະນັກງານລັດໄລຍະທີ 2 ໃນເດືອນມັງກອນ 2026.
ເສດຖະກິດຂອງມາເລເຊຍເຕີບໂຕ 4.4% ໃນໄລຍະເດືອນມັງກອນ ຫາ ເດືອນມິຖຸນາ 2025, ຍ້ອນຄວາມຕ້ອງການພາຍໃນທີ່ແຂງແຮງ, ໂດຍສະເພາະການບໍລິໂພກ ແລະ ການລົງທຶນໃນພາກຄົວເຮືອນ.
ຄໍາເຫັນ