ຂ່າວລະບຸວ່າ: ທະນາຄານພັດທະນາຈີນສຸມໃສ່ຂົງເຂດສຳຄັນຕ່າງໆ ເຊັ່ນ: ພື້ນຖານໂຄງລ່າງ, ການຮ່ວມມືດ້ານອຸດສາຫະກຳສາກົນ, ການແລກປ່ຽນດ້ານເສດຖະກິດການຄ້າ, ການຮ່ວມມືດ້ານການທະນາຄານ ແລະ ອື່ນໆ, ໂດຍນຳໃຊ້ຜະລິດຕະພັນ ແລະ ການບໍລິການດ້ານການທະນາຄານຕ່າງໆໃຫ້ເກີດປະໂຫຍດ ເຊັ່ນ: ເງິນກູ້ພິເສດສຳລັບການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ເປັນຕົ້ນ, ວາງແຜນເປັນເອກະພາບກັນສະໜັບສະໜູນໂຄງການສັນຍາລັກ ແລະ ໂຄງການສຳຄັນກ່ຽວກັບຊີວິດການເປັນຢູ່ຂອງປະຊາຊົນທີ່ລົງທຶນໜ້ອຍແຕ່ໄດ້ຮັບປະສິດທິຜົນສູງ.
ນັກຄົ້ນຄວ້າຄົ້ນພົບຮັງໄດໂນເສົາທີ່ມີໄຂ່ອາຍຸປະມານ 150 ລ້ານປີ
ຂ່າວຕ່າງປະເທດລາຍງານ ໃນວັນທີ 14 ມັງກອນ ຜ່ານມາວ່າ: ສະມາຄົມປະຫວັດສາດທຳມະຊາດເມືອງຕໍເຣສ ເວດຣາສ ໃນປະເທດປອກຕຸຍການ ໄດ້ເປີດເຜີຍການຄົ້ນພົບຮັງໄດໂນເສົາທີ່ມີໄຂ່ອາຍຸປະມານ 150 ລ້ານປີ ຈາກຍຸກຈູຣາສສິກຕອນປາຍ ບໍລິເວນໜ້າຜາໃກ້ກັບຫາດຊາຍຊານຕາຄຣູຊ ໃກ້ກັບເມືອງຕໍເຣສເວຣາສ ຊຶ່ງຫ່າງຈາກ ນະຄອນຫຼວງລິສບອນ ໄປທາງທິດເໜືອປະມານ 50 ກິໂລແມັດ.
ຄໍາເຫັນ