ທ່ານເຈົ້າແຂວງຜົ້ງສາລີ ພົບປະໂອ້ລົມພະນັກງງານຫຼັກແຫຼ່ງ ແລະ ອະດີດການນຳແຂວງ, ການນຳເມືອງຢູ່ເມືອງຜົ້ງສາລີ

ທ່ານເຈົ້າແຂວງຜົ້ງສາລີ ພົບປະໂອ້ລົມພະນັກງງານຫຼັກແຫຼ່ງ ແລະ ອະດີດການນຳແຂວງ, ການນຳເມືອງຢູ່ເມືອງຜົ້ງສາລີ
ເນື່ອງໃນໂອກາດທີ່ ທ່ານ ຄຳຜອຍ ວັນນະສານ ກຳມະການສູນກາງພັກ ເລຂາພັກແຂວງເຈົ້າແຂວງຜົ້ງສາລີ ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງຂັ້ນແຂວງ ໄດ້ລົງຊຸກຍູ້ວຽກງານຮອບດ້ານຂອງເມືອງ ແລະ ແຜນການກະກຽມກອງປະຊຸມໃຫຍ່ຂອງພັກ 3 ຂັ້ນຢູ່ເມືອງຜົ້ງສາລີນັ້ນ. ຕອນເຊົ້າຂອງວັນທີ 22 ພຶດສະພາ ຜ່ານມາ ທີ່ສະໂມສອນໃຫຍ່ຂອງເມືອງຜົ້ງສາລີ ທ່ານເຈົ້າແຂວງຜົ້ງສາລີ ໄດ້ພົບປະໂອ້ລົມການນຳເມືອງ, ພະນັກງານຫຼັກແຫຼ່ງ ແລະ ອະດິດການນຳເມືອງ.
ໂອກາດດັ່ງກ່າວ, ທ່ານ ວັນໄຊ ແສນຍອດ ກຳມະການພັກແຂວງເລຂາພັກເມືອງເຈົ້າເມືອງຜົ້ງສາລີ ໄດ້ລາຍງານສະພາບ ການຈັດຕັ້ງປະຕິບັດຄາດໝາຍໃຫຍ່ໆຂອງມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງອົງຄະນະພັກເມືອງ ແລະ ຄາດໝາຍຂອງແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງຮອດປີ 2023 ແລະ ທິດທາງແຜນການປີ 2024 ຂອງເມືອງ ຕະຫຼອດໄລຍະ 1 ປີແຫ່ງການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງຄະນະບໍລິຫານງານພັກເມືອງ ແລະ ໄດ້ຮັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ III ແລະ ຈັດຕັ້ງປະຕິບັດແຜນຍຸດທະສາດ 5 ທາງອອກຂອງເມືອງ ເປີດກວ້າງການຮ່ວມມືເສດຖະກິດກັບຕ່າງປະເທດສົ່ງເສີມການປູກ-ການລ້ຽງເອົາໃຈໃສ່ປຸກລະດົມທຸກພາກສ່ວນໃນການພັດທະນາເສດຖະກິດ-ສັງຄົມຂອງເມືອງ. ປີຜ່ານມາ ອັດຕາການຂະຫຍາຍຕົວຂອງເສດຖະກິດແມ່ນຢູ່ໃນລະດັບ 6,45% ໃນນັ້ນ: ກະສິກຳ - ປ່າໄມ້ຂະຫຍາຍຕົວ 9,15%, ອຸດສາຫະກຳ - ຫັດຖະກໍາ ຂະຫຍາຍຕົວ 4,85%, ບໍລິການ 4,91%, ລວມຍອດມູນຄ່າຜົນຜະລິດຕະພັນພາຍໃນເມືອງ 296,18 ຕື້ກີບ. ລາຍຮັບສະເລັ່ຍຕໍ່ຫົວຄົນປະຕິບັດໄດ້ 615,31 ໂດລາ ຫຼື ເທົ່າກັບ 12,30 ລ້ານກີບ, ໄດ້ເອົາໃຈໃສ່ຊີ້ນຳການຂຸດຄົ້ນລາຍຮັບ ແລະ ຄຸ້ມຄອງລາຍຈ່າຍງົບປະມານ ສາມາດຈັດຕັ້ງປະຕິບັດແຜນງົບປະມານພາຍໃນ 3,07 ຕື້ກີບ, ເທົ່າກັບ 116,26% ຂອງແຜນການປີ, ຖ້າທຽບໃສ່ໄລຍະດຽວກັນຂອງປີຜ່ານມາແມ່ນເພີ່ມຂຶ້ນ 3,08% ຮັບດຸ່ນຈາກແຂວງ 1,21 ຕື້ກີບ, ລາຍຮັບທ້ອງຖິ່ນປະຕິບັດໄດ້ 1,85 ຕື້ກີບ, ເທົ່າກັບ 130,14% ຂອງແຜນການປີ; ດ້ານລາຍຈ່າຍປະຕິບັດໄດ້ທັງໝົດ 2,63 ຕື້ກີບ ເທົ່າກັບ 100%. ການລະດົມທຶນເຂົ້າໃສ່ການຈັດຕັ້ງປະຕິບັດແຜນການ, ໂຄງການມາຮອດປັດຈຸບັນມີນັກລົງທຶນຈາກພາຍໃນ ແລະ ຕ່າງປະເທດ ເຂົ້າມາລົງທຶນຢູ່ພາຍໃນເມືອງຜົ້ງສາລີ ມີຈຳນວນ 24 ໂຄງການ, ແຕ່ຈັດຕັ້ງປະຕິບັດຕົວຈິງມີ 11 ໂຄງການ ໃນນີ້ການລົງທຶນພາຍໃນ ມີ 7 ມູນຄ່າ 13,80 ຕື້ກີບ, ການລົງທຶນຕ່າງປະເທດມີ 4 ໂຄງການ ມີມູນຄ່າ 8,64 ຕື້ກີບ. ພ້ອມກັນນີ້ບັດຄາດໝາຍຕົວຊີ້ວັດຕ່າງໆຂອງຂົງເຂດສັງຄົມກໍໄດ້ເອົາໃຈໃສ່ປະຕິບັດຢ່າງຕໍ່ເນື່ອງ ແລະ ໄດ້ບັນລຸບາງຄາດໝາຍ, ການແກ້ໄຂຄວາມທຸກຍາກຂອງປະຊາຊົນຕິດພັນກັບການສ້າງຕົວເມືອງນ້ອຍໃນຊົນນະບົດກໍໄດ້ສຸມທຸກແຫຼ່ງທຶນໃນການຈັດຕັ້ງປະຕິບັດ, ພື້ນຖານໂຄງລ່າງກໍໄດ້ຮັບການປັບປຸງຍົກລະດັບ ແລະ ເຮັດໃຫ້ຊີວິດຂອງປະຊາຊົນດີຂຶ້ນເປັນກ້າວໆ.
ໂອກາດດັ່ງກ່າວນີ້, ທ່ານເຈົ້າແຂວງ ກໍໄດ້ມີຄຳເຫັນໂອ້ລົມ ຊຶ່ງໄດ້ເນັ້ນໜັກ ແລະ ຮຽກຮ້ອງຕື່ມຫຼາຍບັນຫາເປັນຕົ້ນແມ່ນ: ໃຫ້ຄະນະພັກແຕ່ລະຂັ້ນເອົາໃຈໃສ່ສຶກສາອົບຮົມນໍາພາການເມືອງແນວຄິດ ໃຫ້ທຸກພາກສ່ວນ ມີຄວາມເຊື່ອໝັ້ນຕໍ່ການນໍາພາຂອງຄະນະພັກ ແລະ ການຄຸ້ມຄອງຂອງແຕ່ລະຂັ້ນ, ເພີ່ມຄວາມເປັນເຈົ້າ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເພິ່ງຕົນເອງ, ເອົາໃຈໃສ່ຈັດຕັ້ງປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ ຕິດພັນກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ, ການແກ້ໄຂ 9 ໜໍ່ແໜງທີ່ກໍ່ໃຫ້ເກີດປະກົດການຫຍໍ້ທໍ້ໃນສັງຄົມ ໃຫ້ແທດເຖິງຕົວຈິງ ແລະ ເຂັ້ມງວດກ່ວາເກົ່າ, ສືບຕໍ່ກະກຽມດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ໃຫ້ຖືກຕ້ອງຕາມກົດລະບຽບຂອງພັກ, ຕາມຄໍາສັ່ງ, ຄໍາແນະນໍາ ຂອງສູນກາງ, ຂອງແຂວງ ແລະ ຮັບປະກັນຄວາມຖືກຕ້ອງ, ມີຄວາມສະຫງົບ ແລະ ສໍາເລັດຕາມກໍານົດເວລາ, ສືບຕໍ່ສຸມໃສ່ພັດທະນາເສດຖະກິດ ຕິດພັນກັບການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຕາມແລວ 1.1, 4, 5, 6, 22 ແລະ 9 ແຜນງານ,ໃນນັ້ນ ສຸມໃສ່ກໍ່ສ້າງໂຄງລ່າງຮັບໃຊ້ແກ່ການພັດທະນາ, ການດໍາລົງຊີວິດ ແລະ ການແກ້ໄຂຄວາມທຸກຍາກຂອງປະຊາຊົນ,ສຸມໃສ່ການຈັດສັນຍົກຍ້າຍບ້ານ, ການໂຮມບ້ານ ແລະ ການສ້າງບ້ານໃຫຍ່ເປັນຕົວເມືອງນ້ອຍໃນຊົນນະບົດ, ສືບຕໍ່ສຸມໃສ່ການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດ ຖະກິດ-ການເງິນ ແລະ ແກ້ໄຂບັນຫາຢາເສບຕິດ ຕາມ 5 ວຽກຕົ້ນຕໍ ຢ່າງແຂງແຮງ ແລະ ແທດເຖິງ, ສືບຕໍ່ຊີ້ນໍາວາງແຜນການປ້ອງກັນ, ສະກັດກັ້ນ ແລະ ເຝົ້າລະວັງພະຍາດ, ໄພພິບັດຕ່າງໆ ອາດເກີດຂຶ້ນຕາມລະດູການ, ສຸມໃສ່ການປະຕິບັດຄາດໝາຍດ້ານສະຫັດສະວັດ ເພື່ອການພັດທະນາ ແລະ ການພັດທະນາແບບຍືນຍົງ (SDGs) ໃນຂົງເຂດສັງຄົມ ໃຫ້ບັນລຸເພີ່ມຂຶ້ນ, ສຸມໃສ່ການສົ່ງເສີມການຜະລິດສະບຽງອາຫານ-ທັນຍາຫານ ເພື່ອສະໜອງພາຍໃນ ແລະ ທົດແທນການນໍາເຂົ້າ, ສຸມໃສ່ຈັດຕັ້ງປະຕິບັດ ໂຄງການຜະລິດເປັນສິນຄ້າເພື່ອສົ່ງອອກ ທີ່ມີຕະຫຼາດຮອງຮັບ ມາແລ້ວເຊັ່ນ: ຊາ,ຢາງພາລາ,ໝາກແໜ່ງ ແລະ ພືດລະດູການ ຕິດພັນກັບການຈັດສັນອາຊີບ, ສ້າງລາຍຮັບ, ລາຍໄດ້ ໃຫ້ແກ່ປະຊາຊົນ ເພື່ອໃຫ້ຫຼຸດພົ້ນຈາກຄວາມທຸກຍາກເທື່ອລະກ້າວ.
(ຂ່າວ-ພາບ: ແສງຄຳ ສາລີວັນ )

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ