ທ່ານເຈົ້າແຂວງສະຫວັນນະເຂດ ລົງຕິດຕາມ ແລະມອບການຊ່ວຍເຫຼືອປະຊາຊົນຜູ້ປະສົບໄພນໍ້າຖ້ວມ ຢູ່ນະຄອນໄກສອນ ພົມວິຫານ.

ທ່ານເຈົ້າແຂວງສະຫວັນນະເຂດ ລົງຕິດຕາມ ແລະມອບການຊ່ວຍເຫຼືອປະຊາຊົນຜູ້ປະສົບໄພນໍ້າຖ້ວມ ຢູ່ນະຄອນໄກສອນ ພົມວິຫານ.

ທ່ານເຈົ້າແຂວງສະຫວັນນະເຂດ ລົງຕິດຕາມ ແລະມອບການຊ່ວຍເຫຼືອປະຊາຊົນຜູ້ປະສົບໄພນໍ້າຖ້ວມ ຢູ່ນະຄອນໄກສອນ ພົມວິຫານ.
ໃນວັນທີ 1 ຕຸລາ 2025 ທ່ານບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນນະເຂດ ພ້ອມດ້ວຍ ພ້ອມດ້ວຍພະແນກການຂອງແຂວງ ແລະຫ້ອງການກ່ຽວຂ້ອງຂອງນະຄອນໄກສອນ ພົມວິຫານ ໄດ້ລົງຕິດຕາມສະພາບ ແລະໃຫ້ກຳລັງໃຈແກ່ພໍ່ແມ່ປະຊາຊົນທີ່ ໄດ້ຮັບຜົນກະທົບ ຈາກສະພາບນໍ້າຖ້ວມໃນເຂດນະຄອນໄກສອນພົມວິຫານ.
ທານເຈາແຂວງສະຫວນນະເຂດ ລງຕດຕາມ ແລະມອບການຊວຍເຫອປະຊາຊນຜປະສບໄພນາຖວມ ຢນະຄອນໄກສອນ ພມວຫານ. - image 1
 

ສະພາບນໍ້າຖ້ວມທີ່ເກີດຂຶ້ນໃນຄັ້ງນີ້, ແມ່ນເປັນຜົນມາຈາກພາຍຸລາກາຊາ ແລະພາຍຸບົວລອຍ ທີ່ ສົ່ງຜົນໃຫ້ຝົນຕົກໜັກຕິດຕໍ່ກັນຫຼາຍວັນ ເຮັດໃຫ້ນໍ້າຂັງ ແລະໄຫຼ້ຂົ້າຖ້ວມເນື້ອທີ່ການຜະລິດ, ບ້ານເຮືອນຂອງປະຊາຊົນ ກໍໃຫ້ເກີດຄວາມເສຍຫາຍຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ແລະພືດຜົນກະສິກຳຢ່າງຫຼວງຫຼາຍ.

ການລົງຕິດຕາມໃນຄັ້ງນີ້, ທ່ານເຈົ້າແຂວງ ພ້ອມຄະນະໄດ້ເລີ່ມຕົ້ນຈາກການຂີ່ເຮືອສໍາຫຼວດສະພາບນໍ້າຖ້ວມ ແຕ່ອ່າງເກັບນໍ້າບຶງວະ ບ້ານບຶງວະ ເລາະຕາມເຂດບ້ານໂພນສູງ ແລະດົງໝາກຢາງ ເພື່ອສໍາຫຼວດສະພາບຄວາມເສຍຫາຍແບບລະອຽດ ແລະໃກ້ຊິດກັບຊີວິດການເປັນຢູ່ ຂອງປະຊາຊົນທີ່ປະສົບໄພ.

ທານເຈາແຂວງສະຫວນນະເຂດ ລງຕດຕາມ ແລະມອບການຊວຍເຫອປະຊາຊນຜປະສບໄພນາຖວມ ຢນະຄອນໄກສອນ ພມວຫານ. - image 2
 

ຈາກການສໍາຫຼວດພົບວ່າ: ມີບ້ານທັງໝົດ 5 ບ້ານ ທີ່ປະຊາຊົນໄດ້ຮັບຜົນກະທົບຢ່າງໜັກ ຊຶ່ງປະກອບດ້ວຍ: ບ້ານບຶງວະ, ບ້ານໂພນສູງ, ບ້ານຊອກ, ບ້ານຍາງສູງ ແລະ ບ້ານດົງໝາກຢາງ. ປະຊາຊົນໃນບ້ານເຫຼົ່ານີ້ ຕ້ອງປະສົບກັບຄວາມຫຍຸ້ງຍາກ ໃນການດໍາລົງຊີວິດ ເນື່ອງຈາກນໍ້າຖ້ວມ ຂັງຢູ່ເປັນເວລາຫຼາຍວັນ ສົ່ງຜົນກະທົບຕໍ່ການເຄື່ອນໄຫວ, ການຜະລິດ ແລະ ຊີວິດປະຈຳວັນຂອງ ຄອບຄົວ.

ໃນໂອກາດນີ້,ທ່ານເຈົ້າແຂວງ ໄດ້ຮັບຟັງລາຍງານສະພາບຄວາມເສຍຫາຍຈາກຜູ້ຊີ້ນໍາ ກຸ່ມບ້ານ ພ້ອມທັງໄດ້ລົງພົບປະໃຫ້ກຳລັງໃຈ ແລະ ຕິດຕາມສະພາບຄວາມເປັນຢູ່ຂອງພໍ່ແມ່ປະຊາຊົນຢ່າງໃກ້ຊິດ. ທ່ານໄດ້ກ່າວຢືນຢັນວ່າ: ພັກ ແລະ ລັດຖະບານຈະບໍ່ປະຖິ້ມປະຊາຊົນ ແລະ ຈະເອົາໃຈໃສ່ຊ່ວຍເຫຼືອເບື້ອງຕົ້ນຢ່າງທັນການ ພ້ອມທັງໄດ້ສັ່ງການໃຫ້ພາກສ່ວນກ່ຽວຂ້ອງເຮັດວຽກແບບມີປະສິດທິພາບເພື່ອຊ່ວຍເຫຼືອປະຊາຊົນທຸກຄອບຄົວ ຊຶ່ງຕ້ອງມີການສໍາຫຼວດຜົນເສຍຫາຍຕົວຈິງເມື່ອນໍ້າຫຼຸດປະລິມານລົງ.

ທານເຈາແຂວງສະຫວນນະເຂດ ລງຕດຕາມ ແລະມອບການຊວຍເຫອປະຊາຊນຜປະສບໄພນາຖວມ ຢນະຄອນໄກສອນ ພມວຫານ. - image 3
 

ເພື່ອເປັນການແກ້ໄຂບັນຫາເບື້ອງຕົ້ນ ທາງການນໍາແຂວງສະຫວັນນະເຂດ ແລະ ນະຄອນ ໄກສອນພົມວິຫານ ໄດ້ມອບການຊ່ວຍເຫຼືອໃຫ້ແກ່ 5 ບ້ານທີ່ປະສົບໄພ ມູນຄ່າ 50 ລ້ານກວ່າກີບ. ໃນນັ້ນ, ທ່ານເຈົ້າແຂວງມອບມູນຄ່າ 31 ລ້ານກວ່າກີບ ໂດຍມີ ປາກະປອງ 14ເກັດ, ໜີ້ 20ແກັດ; ສ່ວນນະຄອນໄກສອນພົມວິຫານ ມອບມູນຄ່າ 23ລ້ານກວ່າກີບ ລວມມີ: ນໍ້າດື່ມ 1 ພັນແພັກ, ໝີ່ແກັດໃຫຍ່ 5ແກັດ. ເພື່ອແກ້ໄຂສຸກເສີນເບື້ອງຕົ້ນ ໃຫ້ແກ່ປະຊາຊົນຜູ້ປະສົບໄພໃນໄລຍະເລັ່ງດ່ວນນີ້. ນອກຈກນັ້ນ, ທາງນະຄອນ ໄດ້ສັ່ງການໃຫ້ ພາກສ່ວນກ່ຽວຂ້ອງຕິດຕາມສະພາບ ແລະ ວາງແຜນການຊ່ວຍເຫຼືອໃນໄລຍະຕໍ່ໄປ.

ທານເຈາແຂວງສະຫວນນະເຂດ ລງຕດຕາມ ແລະມອບການຊວຍເຫອປະຊາຊນຜປະສບໄພນາຖວມ ຢນະຄອນໄກສອນ ພມວຫານ. - image 4
 

ທ່ານເຈົ້າແຂວງ ໄດ້ເນັ້ນໜັກ ໃຫ້ພາກສ່ວນກ່ຽວຂ້ອງ ເອົາໃຈໃສ່ຕິດຕາມສະພາບນໍ້າ ແລະ ພ້ອມທັງປະສານງານກັບໜ່ວຍງານກ່ຽວຂ້ອງ ຊ່ວຍເຫຼືອປະຊາຊົນໃນທຸກດ້ານ ພ້ອມກັນນັ້ນໄດ້ ເຕືອນໃຫ້ປະຊາຊົນໃນເຂດທີ່ມີຄວາມສ່ຽງລະມັດລະວັງ ແລະ ຕິດຕາມຂ່າວສານພະຍາກອນອາກາດຢ່າງໃກ້ຊິດ ເພື່ອຫຼີກລ່ຽງອັນຕະລາຍ.

(ແຫຼ່ງຂ່າວ: ແຂວງສະຫວັນນະເຂດ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

81 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງການທູດລາວ  ​(ເນື່ອງ​ໃນ​ໂອກາດ ຄົບຮອບ 81 ປີ ວັນ​ການ​ທູດ​ລາວ: 12 ຕຸລາ 1945-12 ຕຸລາ 2026)

81 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງການທູດລາວ ​(ເນື່ອງ​ໃນ​ໂອກາດ ຄົບຮອບ 81 ປີ ວັນ​ການ​ທູດ​ລາວ: 12 ຕຸລາ 1945-12 ຕຸລາ 2026)

ວັນການທູດລາວ 12 ຕຸລາ 1945 ແມ່ນກົງກັບວັນປະກາດເອກະລາດໂຮມລາວທີ່ເຮັດໃຫ້ປະຊາຄົມໂລກຮັບຮູ້ເຖິງອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດລາວ, ເປັນວັນແຫ່ງຄວາມພາກພູມໃຈຂອງປະຊາຊົນລາວບັນດາເຜົ່າກໍຄືວັນປະກາດເອກະລາດຄັ້ງທໍາອິດຂອງປະເທດລາວຊຶ່ງເປັນການໄຂສັງກາດໃໝ່ທີ່ໄດ້ເຮັດໃຫ້ປະຊາຄົມສາກົນຮັບຮູ້ຄວາມເປັນເອກະລາດຂອງລາວທີ່ບໍ່ເຄີຍຖືກຮັບຮູ້ມາເປັນເວລາຫຼາຍຮ້ອຍປີເນື່ອງຈາກເປັນຫົວເມືອງຂຶ້ນຂອງຈັກກະພັດຜູ້ຮຸກຮານ. ໄຊຊະນະດັ່ງ ກ່າວນັ້ນແມ່ນໝາກຜົນແຫ່ງການຕໍ່ສູ້ດ້ວຍກໍາລັງປະກອບອາວຸດ ແລະ ການຕໍ່ສູ້ທາງການເມືອງຂອງລັດຖະບານລາວອິດສະຫຼະ ດ້ວຍການນໍາໃຊ້ວີທີທາງການທູດຢ່າງຕັ້ງໜ້າຜ່ານການໄກ່ເກ່ຍເຈລະຈາແລະ ອາໄສປັດໄຈທີ່ເອື້ອອໍານວຍຈາກພາຍນອກ ຊຶ່ງມີບົດບາດອັນສໍາຄັນຕໍ່ການປະກາດເອກະລາດ ແລະ ຕໍ່ຕ້ານກໍາລັງຂອງສັດຕູໃນໄລຍະນັ້ນ.
ຄຕພ ເຊື່ອມຊຶມເອກະສານສໍາຄັນ ແລະ ປະກາດການຈັດຕັ້ງຕໍາແໜ່ງບໍລິຫານຂັ້ນກົມ ແລະ ຂັ້ນພະແນກ

ຄຕພ ເຊື່ອມຊຶມເອກະສານສໍາຄັນ ແລະ ປະກາດການຈັດຕັ້ງຕໍາແໜ່ງບໍລິຫານຂັ້ນກົມ ແລະ ຂັ້ນພະແນກ

ໃນວັນທີ 12 ຕຸລານີ້, ທີ່ຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ໄດ້ຈັດພິທີເຜີຍແຜ່ເຊື່ອມຊຶມມູນເຊື້ອວັນປະກາດເອກະລາດ ແລະ ວັນການທູດລາວ ຄົບຮອບ 81 ປີ (12/10/1945 - 12/10/2026) ແລະ ປະກາດການຈັດຕັ້ງຕໍາແໜ່ງບໍລິຫານຂັ້ນກົມ ແລະ ຂັ້ນພະແນກ ໂດຍການເປັນປະທານຂອງ ສະຫາຍ ບຸນເຫຼືອ ພັນດານຸວົງ ກໍາມະການສູນກາງພັກ ເລຂາຄະນະພັກ ຫົວໜ້າ ຄຕພ, ມີບັນດາສະຫາຍຄະນະນໍາ ຄຕພ, ຄະນະກົມ, ຄະນະພະແນກ ແລະ ພະນັກງານ ຄຕພ ເຂົ້າຮ່ວມ.
ປກສ ເມືອງທຸລະຄົມ ດໍາເນີນຊີວິດການເມືອງ ປະຈໍາປີ 2026

ປກສ ເມືອງທຸລະຄົມ ດໍາເນີນຊີວິດການເມືອງ ປະຈໍາປີ 2026

ໃນວັນທີ 9 ຕຸລາ 2026 ນີ້, ຢູ່ທີ່ຫ້ອງປະຊຸມກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ເມືອງທຸລະຄົມ ແຂວງວຽງຈັນ ໄດ້ເປີດບັ້ນດໍາເນີນຊີວິດການເມືອງປະຈໍາປີ 2026 ໂດຍການເປັນປະທານຂອງສະຫາຍ ພັທ ສິນນະຄອນ ແສງສັກດາ ຄະນະປະຈໍາພັກເມືອງ ເລຂາຄະນະພັກຮາກຖານ ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບເມືອງທຸລະຄົມ, ມີຄະນະພັກ-ຄະນະບັນຊາ, ເລຂາໜ່ວຍພັກ, ສະມາຊິກພັກພາຍໃນພະແນກ ແລະ ກຸ່ມບ້ານເຂົ້າຮ່ວມ.
ໂຮງຮຽນສຶກສາພິເສດ ນະຄອນຫຼວງວຽງຈັນ ໄດ້ຮັບເຄື່ອງອຸປະໂພກ-ບໍລິໂພກ

ໂຮງຮຽນສຶກສາພິເສດ ນະຄອນຫຼວງວຽງຈັນ ໄດ້ຮັບເຄື່ອງອຸປະໂພກ-ບໍລິໂພກ

ເມື່ອບໍ່ດົນມານີ້ ທີ່ໂຮງຮຽນສຶກສາພິເສດ ນະຄອນຫຼວງວຽງຈັນ, ໄດ້ມີພິທີ ມອບ-ຮັບ ເຄື່ອງອຸປະໂພກ-ບໍລິໂພກ ,ໃຫ້ກຽດມອບໂດຍ ທ່ານ ສົງການ ສີວົງໄຊ ປະທານກຸ່ມຄອບຄົວ ຊຸບເປີ ໄບ້ ລາວ, ທ່ານ ຄຳນ້ອຍ ພະພັກພົມມະຈັນ ປະທານສອງລໍ້ ນະຄອນຫຼວງວຽງຈັນ ພ້ອມດ້ວຍ ແລະ ຕາງໜ້າຮັບໂດຍ ທ່ານ ນາງ ຈັນສະໝອນ ຜາງທະວົງ ຮອງຜູ້ອຳນວຍການໂຮງຮຽນສຶກສາພິເສດ ນະຄອນຫຼວງວຽງຈັນ ມີບັນດາຄູ-ອາຈານ, ນັກຮຽນທີ່ມີບັນຫາດ້ານການໄດ້ຍິນ ແລະ ສາຍຕາ ເຂົ້າຮ່ວມ.
ທະນາຄານແຫ່ງ ສປປ ລາວ ມອບເງິນ 100 ລ້ານກີບ ຊ່ວຍເຫຼືອບັນເທົາໄພນໍ້າຖ້ວມແຂວງຄຳມ່ວນ

ທະນາຄານແຫ່ງ ສປປ ລາວ ມອບເງິນ 100 ລ້ານກີບ ຊ່ວຍເຫຼືອບັນເທົາໄພນໍ້າຖ້ວມແຂວງຄຳມ່ວນ

ວັນທີ 7 ຕຸລາ 2026 ທີ່ສະພາແຫ່ງຊາດ, ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ມອບເງິນຈຳນວນ 100 ລ້ານກີບ ໃຫ້ແຂວງຄຳມ່ວນ ເພື່ອສົມທົບຊ່ວຍເຫຼືອ ແລະ ບັນເທົາຄວາມເດືອດຮ້ອນແກ່ປະຊາຊົນຜູ້ປະສົບໄພນ້ຳຖ້ວມ.
ໜ່ວຍສີລະປະສະມັກຫຼິ້ນ​ກອງພົນທີ 2 ສະແດງ​ສີລະປະ ​ຊົມເຊີຍ​ວັນສ້າງຕັ້ງ​ກອງພົນທີ​ 2​ ຄົບຮອບ​ 45​ ​ປີ​

ໜ່ວຍສີລະປະສະມັກຫຼິ້ນ​ກອງພົນທີ 2 ສະແດງ​ສີລະປະ ​ຊົມເຊີຍ​ວັນສ້າງຕັ້ງ​ກອງພົນທີ​ 2​ ຄົບຮອບ​ 45​ ​ປີ​

ໃນຄໍ່າຄືນຂອງ​ວັນທີ 6​-​7 ຕຸລາ​ 2026, ໜ່ວຍສີລະປະສະມັກຫຼິ້ນກອງພົນທີ 2 ໄດ້ສະແດງຮັບໃຊ້ໃນໂອກາດ​ກອງພົນທີ​ 2​ ພວມຈັດຕັ້ງສະເຫຼີມສະຫຼອງວັນສ້າງຕັ້ງກອງພົນທີ 2 ຄົບຮອບ 45 ປີ ໂດຍມີສະຫາຍ ພົນຈັດຕະວາ ຄຳຜິວ ມະນີວົງ ຫົວໜ້າການເມືອງກອງພົນທີ 2 ພ້ອມດ້ວຍຄະນະ,​ ມີພະນັກງານ​-ນັກຮົບ​ ແລະ​​ປະຊາຊົນ​ບັນດາ​ເຜົ່າ​ ເຂົ້າຮ່ວມຮັບຊົມ.
ທ່ານ​ ນາງ​ ຫວັ່ງພະໄທ ໄຊຍະປັນຍາ ດີໃຈທີ່ໄດ້ຮັບລາງວັນເຄືອຂ່າຍຜູ້ປະກອບການຍິງດີເດັ່ນອາຊຽນ ປີ​ 2026​

ທ່ານ​ ນາງ​ ຫວັ່ງພະໄທ ໄຊຍະປັນຍາ ດີໃຈທີ່ໄດ້ຮັບລາງວັນເຄືອຂ່າຍຜູ້ປະກອບການຍິງດີເດັ່ນອາຊຽນ ປີ​ 2026​

ທ່ານ​ ນາງ​ ຫວັ່ງພະໄທ ໄຊຍະປັນຍາ​ ສະມາຊິກສະມາຄົມນັກທຸລະກິດແມ່ຍິງແຂວງຈໍາປາສັກ​ ເປັນ​ 1​ ໃນ​ 4​ ນັກທຸລະກິດແມ່ຍິງແຂວງຈໍາປາສັກ ທີ່ໄດ້ຮັບລາງວັນເຄືອຂ່າຍຜູ້ປະກອບການຍິງດີເດັ່ນ​ ອາຊຽນ ຫຼື​ ASEAN Entrepreneurs​ Women Award ປີ​ 2026​ ເຊິ່ງຈັດຂຶ້ນ​ໂດຍເຄືອຂ່າຍຜູ້ປະກອບການແມ່ຍິງອາຊຽນ ຫຼື​ ASEAN Women Entrepreneurs Network. ພິທີມອບ​ -​ ຮັບ ລາງວັນດັ່ງກ່າວ​ ຈັດຂຶ້ນ​ໃນວັນທີ 2 ຕຸລາ 2026 ທີ່ຜ່ານມາ ຢູ່ໂຮງແຮມ ອາມາລີ​ນະຄອນຫຼວງວຽງຈັນ ສປປ ລາວ.​ ໃຫ້ກຽດ​ມອບໂດຍ​ ທ່ານ​ ມະໄລທອງ ກົມທະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ​ ການຄ້າ.
ການພັດທະນາ ເສດຖະກິດ-ສັງຄົມ ຢູ່ເມືອງໂຂງ

ການພັດທະນາ ເສດຖະກິດ-ສັງຄົມ ຢູ່ເມືອງໂຂງ

​ ວັນທີ 7 ຕຸລາ 2026, ທ່ານ ວິໄຊ ສັນຕິວົງ ຮອງຫົວໜ້າສູນສະຖິຕິແຫ່ງຊາດກະຊວງການເງິນ ພ້ອມດ້ວຍ ທ່ານ ນາງ ດຸງດ່ວນ (Dung Doan) ນັກເສດຖະກິດອາວຸໂສ ຈາກທະນາຄານໂລກ ແລະ ຄະນະນໍາ-ຊ່ຽວຊານຈາກສູນກາງ ແລະ ແຂວງ ໄດ້ລົງເຄື່ອນໄຫວເຮັດວຽກຢູ່ເມືອງໂຂງ, ແຂວງຈໍາປາສັກ. ໂດຍໃຫ້ການຕ້ອນຮັບຂອງ ທ່ານ ຈັນທະນົງສິນ ຈັນທະພິມ ຮອງເລຂາພັກເມືອງ, ປະທານຄະນະກຳມະການປົກຄອງເມືອງໂຂງ, ມີຫົວໜ້າຫ້ອງການການເງິນເມືອງ,ຫົວໜ້າຫ້ອງວ່າການເມືອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສຶກສາຄວາມເປັນໄປໄດ້ ພັດທະນາສວນພຶກສາສາດຫ້ວຍຍາງ-ດົງໝາກຄາຍ

ສຶກສາຄວາມເປັນໄປໄດ້ ພັດທະນາສວນພຶກສາສາດຫ້ວຍຍາງ-ດົງໝາກຄາຍ

ກົມປ່າໄມ້, ກະຊວງກະສິກໍາ ແລະ ສີ່ງແວດລ້ອມ ຮ່ວມກັບ ບໍລິສັດ ເຈເອັດສ໌ເຄ ຈໍາກັດຜູ້ດຽວ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ສຶກສາຄວາມເປັນໄປໄດ້ ເພື່ອພັດທະນາສ່ວນພຶກສາສາດ ຫ້ວຍຍາງ-ດົງໝາກຄາຍໃຫ້ເປັນພືຶ້ນທີ່ສີຂຽວ ແລະ ປົກປັກຮັກສາປ່າໄມ້ທໍາມະຊາດໃນເນື້ອທີ່ 100 ເຮັກຕາ.
ຝຶກອົບຮົມການເມືອງ-ການປົກຄອງໃຫ້ 4 ຕາແສງຂອງ​ເມືອງ​ຊານ​ໄຊ

ຝຶກອົບຮົມການເມືອງ-ການປົກຄອງໃຫ້ 4 ຕາແສງຂອງ​ເມືອງ​ຊານ​ໄຊ

ເມືອງຊານໄຊ ແຂວງອັດຕະປື ໄດ້ເປີດຝຶກອົບຮົມຄວາມຮູ້ພື້ນຖານດ້ານການເມືອງ-ການປົກຄອງ ໃຫ້ແກ່ພະນັກງານຂັ້ນຕາແສງ, ໃນ​ວັນ​ທີ 7 ຕຸ​ລາ​ນີ້ ທີ່ ເມືອງ​ຊານ​ໄຊໂດຍການເປັນປະທານຂອງທ່ານ ທະນູໄຊ ບັນຊາລິດ, ຮອງເລຂາພັກແຂວງ, ປະທານຄະນະກຳມະການປົກຄອງແຂວງອັດຕະປື, ມີຄະນະພັກ, ຄະນະນໍາຂອງແຂວງ, ເມືອງ, ພ້ອມດ້ວຍ ວິທະຍາກອນ ແລະ ສຳມະນາກອນຈາກ 4 ຕາແສງຂອງເມືອງຊານໄຊ ປະກອບມີ: ຕາແສງວັງຕັດ, ຕາແສງກອງນາ, ຕາແສງນ້ຳຊຸ ແລະ ຕາແສງຄຳເບໄຊເຂົ້າຮ່ວມ.
ເພີ່ມເຕີມ