ຂະ​ບວນ​ຕູ້​ລົດ​ໄຟ​ແຊ່​ເຢັນ​ທີ່​ໄດ້​ບັນ​ທຸກ​ຜັກ​ ແລະໝາກ​ໄມ້​ສົດ 400 ກວ່າ​ໂຕນ​ໄດ້​ເດີນ​ທາງ​ອອກ​ຈາກ​ນະ​ຄອນ​ຢຸ້ຍ​ຊີ​ແຂວງ​ຢຸນ​ນານ​ຈີນ ​ໄປສູ່​ນະ​ຄອນຫຼວງວຽງ​ຈັນ

ທາງ​ລົດ​ໄຟ​ຈີນ-ລາວກາຍ​ເປັນ​ເສັ້ນທາງ​ຄຳ​ດ້ານ​ການ​ຂົນ​ສົ່ງ​ຜັກ​ແລະ​ໝາກ​ໄມ້​ສົດ

ທາງ​ລົດ​ໄຟ​ຈີນ-ລາວກາຍ​ເປັນ​ເສັ້ນທາງ​ຄຳ​ດ້ານ​ການ​ຂົນ​ສົ່ງ​ຜັກ​ແລະ​ໝາກ​ໄມ້​ສົດ
ໃນເວ​ລາ 16:00ໂມງ​ຂອງວັນ​ທີ 23 ສິງ​ຫາ ຜ່ານມາ​ນີ້, ຂະ​ບວນ​ຕູ້​ລົດ​ໄຟ​ແຊ່​ເຢັນ​ທີ່​ໄດ້​ບັນ​ທຸກ​ຜັກ​ ແລະໝາກ​ໄມ້​ສົດ 400 ກວ່າ​ໂຕນ​ໄດ້​ເດີນ​ທາງ​ອອກ​ຈາກ​ນະ​ຄອນ​ຢຸ້ຍ​ຊີ​ແຂວງ​ຢຸນ​ນານ​ຈີນ ​ໄປສູ່​ນະ​ຄອນຫຼວງວຽງ​ຈັນ​ຂອງ​ປະ​ເທດ​ລາວໂດ​ຍ​ຜ່ານ​ທາງ​ລົດ​ໄຟ​ຈີນ-ລາວ,

 

 ຫຼັງຈາກນັ້ນ, ໄດ້ປ່ຽນຖ່າຍຂົນສົ່ງໄປຕາມທາງຫຼວງອີກ 3 ວັນ, ຜັກແລະໝາກໄມ້ເຫຼົ່ານີ້ໄດ້ຖືກປ້ອນເຂົ້າຕະຫຼາດຜັກແລະໝາກໄມ້ສົດໃນນະຄອນຫຼວງບາງກອກປະເທດໄທຊຶ່ງເປັນຂີດໝາຍສະແດງໃຫ້ເຫັນວ່າ: ການຂົນສົ່ງຜັກ ແລະໝາກໄມ້ແຊ່ເຢັນຕາມທາງລົດໄຟສາກົນຈີນ-ລາວໄດ້ກ້າວເຂົ້າສູ່ສະພາບປົກກະຕິແລ້ວ. ການຂົນສົ່ງແບບນີ້ຈະສາມາດຮັກສາຄວາມສົດແລະຄຸນນະພາບຂອງຜັກ ແລະໝາກໄມ້ ຊຶ່ງໄດ້ສ່ອງແສງໃຫ້ເຫັນເຖິງທາງລົດໄຟຈີນ-ລາວມີປະສິດທິພາບສູງ ແລະມີຄວາມສະດວກສະບາຍໃນການຂົນສົ່ງສິນຄ້າສາກົນ.

ນັບແຕ່ໄດ້ເປີດບໍລິການເປັນຕົ້ນມາ, ທາງລົດໄຟຈີນ-ລາວໄດ້ມີບົດບາດອັນພົ້ນເດັ່ນຫຼາຍໃນການຂົນສົ່ງຜັກແລະໝາກໄມ້ສົດ. ນັບແຕ່ຕົ້ນປີເປັນຕົ້ນມາ, ທາງລົດໄຟຈີນ-ລາວໄດ້ຂົນສົ່ງໝາກໄມ້ທັງໝົດຫຼາຍກວ່າ 1 ແສນໂຕນ, ເພີ່ມຂຶ້ນປະມານ 120% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

ເບື້ອງຫຼັງຂອງຜົນງານດັ່ງກ່າວແມ່ນທາງລົດໄຟຈີນ-ລາວໄດ້ຍົກຄວາມສາມາດດ້ານການຂົນສົ່ງຂອງຕົນໃຫ້ສູງຂຶ້ນເລື້ອຍໆ ແລະໄດ້ສ້າງລະບົບຈໍລະຈອນສິນຄ້າທີ່ນັບມື້ນັບສົມບູນຂຶ້ນ. ເພື່ອຮັບໃຊ້ການຂົນສົ່ງສິນຄ້າສາກົນໃຫ້ດີກວ່ເກົ່າ, ພາກສ່ວນທາງລົດໄຟໄດ້ປັບປຸງລະບົບຮາດແວແລະຊັອຟແວຕາມດ່ານທາງລົດໄຟບໍ່ຫານໃຫ້ສູງຂຶ້ນຢ່າງຮອບດ້ານຊຶ່ງໄດ້ເພີ່ມເສັ້ນທາງລົດໄຟສຳລັບການກວດກາຫຼາຍສາຍແລະຍົກລະດັບອຸປະກອນໃຫ້ສູງຂຶ້ນ ເພື່ອຮັບປະກັນວຽກງານກວດກາລົດຂົນສົ່ງຫຼາຍຮ້ອຍຄັນຕໍ່ມື້. ມາດຕະການເຫຼົ່ານີ້ໄດ້ຍົກຄວາມສາມາດນຳເຂົ້າແລະສົ່ງອອກສິນຄ້າຢູ່ດ່ານບໍ່ຫານໃຫ້ສູງຂຶ້ນຢ່າງຫຼວງຫຼາຍຊຶ່ງໄດ້ເປັນສິ່ງຄ້ຳປະກັນທີ່ແຂງແຮງໃຫ້ແກ່ການຂົນສົ່ງສິນຄ້າປະເພດຜັກແລະໝາກໄມ້.

ນອກນີ້, ພາກສ່ວນທາງລົດໄຟຍັງໄດ້ປະສານສົມທົບກັບພາກສ່ວນດ່ານແລະພາກສ່ວນກວດກາຊາຍແດນໃຫ້ດີກວ່ເກົ່າ, ໄດ້ຫຼຸດເວລາແຈ້ງຜ່ານດ່ານລົງຮອດ 5 ຊົ່ວໂມງຊຶ່ງຈະເຮັດໃຫ້ຜັກແລະໝາກໄມ້ສົດສາມາດເຂົ້າເຖິງຕະຫຼາດໄດ້ໄວກວ່າເກົ່າ.

ສິ່ງທີ່ໜ້າສົນໃຈນັ້ນກໍຄື: ໂດຍແນໃສ່ໝາກໄມ້ຕ່າງໆ ເຊັ່ນ: ໝາກຖົ່ວລຽນແລະໝາກມັງຄຸດທີ່ຕ້ອງການຂົນສົ່ງພາຍໃນເວລາສັ້ນ, ພາກສ່ວນທາງລົດໄຟໄດ້ປະຕິບັດມາດຕະການພິເສດທີ່ຈັດສັນໃຫ້ຂົນສົ່ງກ່ອນແລະອອກເດີນທາງກ່ອນ ພ້ອມທັງເສີມຂະຫຍາຍບົດບາດຂອງຂະບວນລົດໄຟຂົນສົ່ງສິນຄ້າສາກົນ “ສາຍດ່ວນແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ” ຢ່າງເຕັມທີ່ ເພື່ອຮັບປະກັນໃຫ້ໝາກໄມ້ທີ່ແຊບຫວານສົດຊື່ນເຫຼົ່ານີ້ສາມາດປ້ອນເຂົ້າຕະຫຼາດໃຫ້ໄດ້ໄວກວ່າເກົ່າ. ໝາກໄມ້ສົດທີ່ມາຈາກລາວ, ໄທແລະປະເທດອື່ນໆໃນອາຊີຕາເວັນອອກສ່ຽງໃຕ້ໄດ້ເຂົ້າສູ່ຕະຫຼາດຈີນໄດ້ໄວກວ່າເກົ່າໂດຍຜ່ານທາງລົດໄຟຈີນ-ລາວ, ຍອດມູນຄ່ານຳເຂົ້າໝາກໄມ້ໄດ້ກວມ 40% ຂຶ້ນໄປຂອງຍອດມູນຄ່ານຳເຂົ້າຕາມທາງລົດໄຟຈີນ-ລາວ.

ການຂົນສົ່ງສິນຄ້າຕາມທາງລົດໄຟຈີນ-ລາວໄດ້ພັດທະນາຢ່າງວ່ອງໄວ ບໍ່ພຽງແຕ່ໄດ້ຊຸກຍູ້ການໄປມາຫາສູ່ດ້ານເສດຖະກິດການຄ້າລະຫວ່າງຈີນແລະລາວເທົ່ານັ້ນ, ຫາກຍັງໄດ້ສ້າງໂອກາດພັດທະນາທີ່ບໍ່ເຄີຍມີມາກ່ອນໃຫ້ແກ່ການຄ້າຜັກແລະ ໝາກໄມ້ສົດຕ່າງໆ ລະຫວ່າງສອງປະເທດກໍຄືລະຫວ່າງຈີນແລະບັນດາປະເທດໃນອາຊີຕາເວັນອອກສ່ຽງໃຕ້ ຊຶ່ງໄດ້ກາຍເປັນເສັ້ນທາງຂົນສົ່ງຄຳສຳລັບການຂົນສົ່ງຜັກແລະໝາກໄມ້ສົດ. ຄຽງຄູ່ກັບປະລິມານການຂົນສົ່ງສິນຄ້າແລະລະບົບຈໍລະຈອນສິນຄ້າຕາມທາງລົດໄຟຈີນ-ລາວໄດ້ຮັບການປັບປຸງໃຫ້ດີຂຶ້ນຢ່າງຕໍ່ເນື່ອງ, ທາງລົດໄຟຈີນ-ລາວຈະເສີມຂະຫຍາຍບົດບາດທີ່ເປັນຊ່ອງທາງການຈໍລະຈອນສິນຄ້າສາກົນທີ່ມີຄວາມປອດໄພ, ມີປະສິດທິພາບສູງແລະສະດວກວ່ອງໄວຊຶ່ງຈະປະກອບສ່ວນຫຼາຍກວ່າເກົ່າເຂົ້າໃນການພັດທະນາການຄ້າສິນຄ້າສົດລະຫວ່າງຈີນແລະບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ໃຫ້ຈະເລີນຮຸ່ງເຮືອງຂຶ້ນຢ່າງບໍ່ຢຸດຢັ້ງ.

ໂດຍ: ຊີອາໄອ

ຄໍາເຫັນ

ຂ່າວການຮ່ວມມື

ສະແດງກາຍຍະສິນຣັດເຊຍ ຕ້ອນຮັບວັນສຳຄັນຂອງພັກ-ຂອງຊາດ

ສະແດງກາຍຍະສິນຣັດເຊຍ ຕ້ອນຮັບວັນສຳຄັນຂອງພັກ-ຂອງຊາດ

ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ (ວທ) ຮ່ວມກັບສູນວິທະຍາສາດ ແລະ ວັດທະນະທຳຣັດເຊຍປະຈຳ ສປປ ລາວ ຈັດງານສະແດງກາຍຍະສິນຣັດເຊຍຂຶ້ນໃນວັນທີ 26 ພະຈິກຜ່ານມາ ທີ່ໂຮງກາຍຍະສິນແຫ່ງຊາດ, ໂດຍການເຂົ້າຮ່່ວມຂອງທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ, ມີທ່ານນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງ ວທ, ທ່ານ ເຊຣເກວຣາດີເມບໂຣວິດຊົດສະກີ ເອກອັກຄະລັດຖະທູດຜູ້ມີອໍານາດເຕັມແຫ່ງສະຫະພັນຣັດເຊຍປະຈໍາ ສປປ ລາວ, ທ່ານ ອາເລັກ ຊານເດີຣັດກອບ ຫົວໜ້າສູນວິທະຍາສາດ ແລະ ວັດທະນະທຳຣັດເຊຍປະຈຳ ສປປ ລາວ, ມີບັນດາການນຳພັກ-ລັດ, ທູດຕານຸທູດ, ປະຈໍາ ສປປ ລາວ ເຂົ້າຮ່ວມ.
ກິດຈະກຳອ່ານປຶ້ມຄັງປັນຍາຈຸດໝາຍຕໍ່ໄປຂອງທາງລົດໄຟລາວ-ຈີນ

ກິດຈະກຳອ່ານປຶ້ມຄັງປັນຍາຈຸດໝາຍຕໍ່ໄປຂອງທາງລົດໄຟລາວ-ຈີນ

ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ສຊປລ) ຮ່ວມກັບຄະນະໂຄສະນາພັກແຂວງຢຸນນານ ຈັດຕັ້ງປະຕິບັດໂດຍກົມສື່ມວນຊົນໜຸ່ມລາວ ສຊປລ ແລະ ສູນການສື່ສານສາກົນພາກພື້ນອາຊີໃຕ້-ອາຊີຕາເວັນອອກສ່ຽງໃຕ້ ແຂວງຢຸນນານ ໄດ້ຈັດກິດຈະກຳອ່ານປຶ້ມຄັງປັນຍາຫົວຂໍ້: “ຈຸດໝາຍຕໍ່ໄປຂອງທາງລົດໄຟລາວ-ຈີນ” ເນື່ອງໃນໂອກາດສະເຫຼີມສະຫຼອງຄົບຮອບ 5 ປີແຫ່ງການເປີດນຳໃຊ້ທາງລົດໄຟລາວ-ຈີນຂຶ້ນໃນວັນທີ 27 ພະຈິກນີ້ ທີ່ ສຊປລ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ຄໍາພັນ ເຜີຍຍະວົງ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ (ຄອສພ), ທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດຮອງນາຍົກລັດຖະມົນຕີ, ທ່ານສົມມາດ ພົນເສນາ ອະດີດຮອງປະທານສະພາແຫ່ງຊາດ ປະທານຄະນະສັນຕິພາບ ແລະ ສາມັກຄີຂອງລາວ, ທ່ານນາງ ເຂັມມະນີ ພົນເສນາ ປະທານສະມາຄົມມິດຕະພາບລາວ-ຈີນ, ທ່ານ ໄຊຫົງປຽວ (Chai Hongbiao) ຮອງບັນນາທິການໃຫຍ່ກຸ່ມບໍລິສັດໜັງສືພິມລາຍວັນຢຸນນານ, ມີບັນດາຜູ້ຕາງໜ້າສະຖານທູດຈີນປະຈໍາລາວ, ຄະນະຜູ້ແທນການນຳແຂວງຢຸນນານ, ຜູ້ຕາງໜ້າອົງການ, ສະມາຄົມ ແລະ ພາກສ່ວນຮ່ວມມືລາວ-ຈີນ, ຄູ-ອາຈານ, ນັກສຶກສາແລະຊາວໜຸ່ມ, ແຂກຖືກເຊີນເຂົ້າຮ່ວມ.
ຄະນະຜູ້ແທນ ມະຫາວິທະຍາໄລຈາກ ສປຈີນແລກປ່ຽນການຮ່ວມມືຢູ່ແຂວງຫຼວງພະບາງ

ຄະນະຜູ້ແທນ ມະຫາວິທະຍາໄລຈາກ ສປຈີນແລກປ່ຽນການຮ່ວມມືຢູ່ແຂວງຫຼວງພະບາງ

ວັນທີ 25 ພະຈິກຜ່ານມາ, ທີ່ພະແນກສຶກສາທິການ ແລະ ກິລາ (ສກຂ) ຫຼວງພະບາງ, ຄະນະຜູ້ແທນຈາກ ມະຫາວິທະຍາໄລ ສິລະປະສາດ ແລະວິທະຍາສາດເສສວນ ແຂວງເສສວນ ສປ ຈີນ ນຳໂດຍທ່ານ ຊູ ຊາວຈົງ ຮອງເລຂາຄະນະພັກມະຫາວິທະຍາໄລ ສິລະປະສາດ ແລະວິທະຍາສາດເສສວນ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ແລະເຮັດວຽກຮ່ວມກັບ ຄະນະພະແນກ ສກຂ, ໂດຍໃຫ້ກຽດຕ້ອນຮັບຂອງທ່ານ ສຸລິເດດ ແກ້ວບົວລະເພັດ ຫົວໜ້າພະແນກ ສກຂ ພ້ອມດ້ວຍຄະນະນຳ ແລະພະນັກງານກ່ຽວຂ້ອງ ເຂົ້າຮ່ວມ.
ກົງສຸນໃຫຍ່ຫວຽດນາມ ອວຍພອນ ເລຂາພັກແຂວງແຂວງຄໍາມ່ວນ ໂອກາດວັນຊາດຄົບຮອບ 51 ປີ

ກົງສຸນໃຫຍ່ຫວຽດນາມ ອວຍພອນ ເລຂາພັກແຂວງແຂວງຄໍາມ່ວນ ໂອກາດວັນຊາດຄົບຮອບ 51 ປີ

ສະຫາຍ ຫງວຽນ ວັນຢຸງ ກົງສຸນໃຫຍ່ ສສ ຫວຽດນາມ ປະຈໍາແຂວງສະຫວັນນະເຂດ ພ້ອມຄະນະ ໄດ້ເຂົ້າອວຍພອນ ສະຫາຍ ໄຊຊະນະ ໂຄດພູທອນ ກໍາມະການສູນກາງພັກເລຂາພັກແຂວງປະທານສະພາປະຊາຊົນແຂວງຄໍາມ່ວນ, ໃນ​ວັນ​ທີ 26 ພະ​ຈິກ​ຜ່ານ​ມາທີ່ ແຂວງ​ຄຳ​ມ່ວນ, ເນື່ອງໃນໂອກາດວັນຊາດ ທີ 2 ທັນວາ ຄົບຮອບ 51 ປີ (2 ທັນວາ 1975–2 ທັນວາ 2026), ໂດຍມີພາກສ່ວນກ່ຽວຂ້ອງ ແລະ ສະມາຄົມນັກທຸລະກິດຫວຽດນາມເຂົ້າຮ່ວມນຳ.
ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາຂອງທູດຣາຊະອານາຈັກກໍາປູເຈຍ

ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາຂອງທູດຣາຊະອານາຈັກກໍາປູເຈຍ

ທ່ານ ນາງ ວຽງທອງ ສີພັນດອນ ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາຂອງ ທ່ານ ຮຸນກຣອງ ພະນອງ ເອກອັກຄະຣາຊະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ຣາຊະອານາຈັກກຳປູເຈຍ ປະຈຳ ສປປ ລາວ ໃນໂອກາດສໍາເລັດການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ ໃນວັນທີ 27 ພະຈິກນີ້ ທີ່ທໍານຽບປະທານປະເທດ.
ຮອງປະທານສະພາຜູ້ແທນປະຊາຊົນທົ່ວປະເທດຈີນ ຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ

ຮອງປະທານສະພາຜູ້ແທນປະຊາຊົນທົ່ວປະເທດຈີນ ຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ

ໃນວັນທີ 25 ພະຈິກຜ່ານມາ ທີ່ຫໍສະພາແຫ່ງຊາດ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງສະຫາຍ ນາງ ເທຍ ນິງ ກຳມະການສູນກາງພັກກອມມູນິດຈີນ ຮອງປະທານຄະນະປະຈຳສະພາຜູ້ແທນປະຊາຊົນທົ່ວປະເທດຈີນ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຢ່າງເປັນທາງການ ລະຫວ່າງວັນທີ 25-26 ພະຈິກ 2026.
UNFPA ຮຽກຮ້ອງໃຫ້ມີແຜນດຳເນີນງານ ແລະ ຈັດຕັ້ງປະຕິບັດໂດຍດ່ວນ ເພື່ອປົກປ້ອງອະນາຄົດຂອງໄວໜຸ່ມ

UNFPA ຮຽກຮ້ອງໃຫ້ມີແຜນດຳເນີນງານ ແລະ ຈັດຕັ້ງປະຕິບັດໂດຍດ່ວນ ເພື່ອປົກປ້ອງອະນາຄົດຂອງໄວໜຸ່ມ

ບົດລາຍງານສະຖານະພາບປະຊາກອນໂລກປີ 2026 ຂອງອົງການສະຫະປະຊາຊາດກອງທຶນ ສຳລັບປະຊາກອນ (UNFPA) ໄດ້ເຜີຍແຜ່ຢ່າງເປັນທາງການຢູ່ລັດຖະສະພານະຄອນຫຼວງແຄນເບີຣາ ປະເທດອົສຕຣາລີ ເມື່ອບໍ່ດົນມານີ້ ຊຶ່ງໄດ້ຮຽກຮ້ອງໃຫ້ມີການລົງທຶນຫຼາຍຂຶ້ນເຂົ້າໃນການສ້າງວຽກ ເຮັດງານທຳທີ່ດີ, ປົກປ້ອງສິດທິຂອງໄວໜຸ່ມ ແລະ ເປີດໂອກາດໃຫ້ເຂົາເຈົ້າສາມາດປະກອບສ່ວນເຂົ້າ ໃນຂະບວນການຕັດສິນໃຈຕ່າງໆ ທີ່ສົ່ງຜົນກະທົບຕໍ່ເຂົາເຈົ້າຫຼາຍຂຶ້ນ.
ຮຽນຮູ້ຊຶ່ງກັນ ແລະ ກັນ ແລະ ໄດ້ຮັບຜົນປະໂຫຍດຮ່ວມກັນສ້າງແບບຢ່າງໃໝ່ໃຫ້ແກ່ການຮ່ວມມືຂອງໂລກ

ຮຽນຮູ້ຊຶ່ງກັນ ແລະ ກັນ ແລະ ໄດ້ຮັບຜົນປະໂຫຍດຮ່ວມກັນສ້າງແບບຢ່າງໃໝ່ໃຫ້ແກ່ການຮ່ວມມືຂອງໂລກ

ໃນໂລກປັດຈຸບັນ, ການປ່ຽນແປງຄັ້ງໃຫຍ່ທີ່ບໍ່ເຄີຍມີມາໃນຮອບຮ້ອຍປີກຳລັງດຳເນີນໄປຢ່າງໄວວາ, ປັດໄຈທີ່ບໍ່ແນ່ນອນ, ບໍ່ໝັ້ນຄົງ ແລະ ຄາດຄະເນໄດ້ຍາກ ສືບຕໍ່ເພີ່ມຂຶ້ນ. ການຮ່ວມມືສອງຝ່າຍຈຳນວນບໍ່ໜ້ອຍ ຈຶ່ງມັກສັ່ນຄອນໄປຕາມຄວາມຜັນຜວນຂອງສະພາບແວດລ້ອມພາຍນອກ. ການຄົ້ນຫາແນວທາງສ້າງຄູ່ຮ່ວມຊາຕາກຳລາວ-ຈີນ ທີ່ເຂັ້ມແຂງໜຽວແໜ້ນໃນທຸກສະພາບການ, ກໍໄດ້ສະເໜີແບບຢ່າງໃໝ່ແຫ່ງການພົວພັນລະຫວ່າງປະເທດ: ມິດຕະພາບລະຫວ່າງປະເທດທີ່ໜັກແໜ້ນຢ່າງແທ້ຈິງ, ບໍ່ໄດ້ອີງໃສ່ການຜູກມັດກັບຜົນປະໂຫຍດໄລຍະສັ້ນ ແລະ ບໍ່ບັງຄັບໃຫ້ເສັ້ນທາງການພັດທະນາຕ້ອງຄືກັນ. ແກ່ນສານສຳຄັນແມ່ນການຢຶດໝັ້ນໃນການເຄົາລົບອະທິປະໄຕຊຶ່ງກັນ ແລະ ກັນ, ເຄົາລົບການເລືອກເສັ້ນທາງການພັດທະນາດ້ວຍຕົນເອງ, ຢຶດໝັ້ນໃນການປຶກສາຫາລືຢ່າງສະເໝີພາບ ແລະ ການຢູ່ຮ່ວມກັນແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ.ແບບຢ່າງນີ້, ມີຄວາມສອດຄ່ອງຢ່າງເລິກເຊິ່ງກັບ “ສີ່ຂໍ້ລິເລີ່ມໃຫຍ່” ທີ່ຝ່າຍຈີນສະເໜີ ແລະ ຍັງໄດ້ຮັບການຕອບຮັບ ແລະ ສະໜັບສະໜູນຢ່າງຕັ້ງໜ້າຈາກພັກ ແລະ ລັດຖະບານລາວ.
ລັດຖະບານລາວ ປະດັບຫຼຽນກາມິດຕະພາບໃຫ້ແກ່ ທູດກຳປູເຈຍ ປະຈຳ ສປປ ລາວ

ລັດຖະບານລາວ ປະດັບຫຼຽນກາມິດຕະພາບໃຫ້ແກ່ ທູດກຳປູເຈຍ ປະຈຳ ສປປ ລາວ

ໃນວັນທີ 25 ພະຈິກຜ່ານມາ ທີ່ ກະຊວງການຕ່າງປະເທດ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມອໍາລາຂອງ ທ່ານ ຮຸນກລອງ ພະນອງ (HULKRANG Phanang) ເອກອັກຄະຣາຊະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ຣາຊະອານາຈັກກຳປູເຈຍ ປະຈຳ ສປປ ລາວ ພ້ອມທັງໄດ້ຕາງໜ້າໃຫ້ລັດຖະບານ ແຫ່ງ ສປປ ລາວ ປະດັບຫຼຽນກາມິດຕະພາບ ໃຫ້ແກ່ທ່ານທູດເພື່ອເປັນການຍ້ອງຍໍຊົມເຊີຍ ແລະ ສັນລະເສີນ ຕໍ່ຜົນງານໃນການປະກອບສ່ວນອັນສໍາຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກກຳປູເຈຍໃຫ້ມີບາດກ້າວຂະຫຍາຍຕົວ ແລະ ແຕກດອກອອກຜົນຍິ່ງໆຂຶ້ນຕະຫຼອດໄລຍະການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ.
ຫາລື ເລັ່ງຊຸກຍູ້ໂຄງການເສັ້ນທາງມິດຕະພາບລາວ-ຫວຽດນາມ

ຫາລື ເລັ່ງຊຸກຍູ້ໂຄງການເສັ້ນທາງມິດຕະພາບລາວ-ຫວຽດນາມ

ກອງປະຊຸມປຶກສາຫາລື, ເຜີຍແຜ່ຂໍ້ຕົກລົງ ແລະ ມອບໝາຍໜ້າທີ່ ຄະນະຮັບຜິດຊອບໂຄງການກໍ່ສ້າງເສັ້ນທາງຍຸດທະສາດ ປກຊ-ປກສ ລຽບຕາມຊາຍແດນລາວ-ຫວຽດນາມ ຫຼື ເສັ້ນທາງມິດຕະພາບລາວ-ຫວຽດ ນາມ ຈັດຂຶ້ນເມື່ອບໍ່ດົນມານີ້, ທີ່ຫ້ອງວ່າການປົກຄອງແຂວງຄຳມ່ວນ ໂດຍການເປັນປະທານຂອງທ່ານ ພົນໂທ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວ, ມີທ່ານ ໝັ້ນຍືນ ຄິນສະໝອນ ຮອງປະທານຄະນະກຳມະການປົກຄອງແຂວງ ພ້ອມດ້ວຍການນຳ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ເພີ່ມເຕີມ