ທາງ​ສີ່​ແຍກ​ແຫ່ງ​ປະ​ຫວັດ​ສາດ ແລະ ທິດ​ທາງການ​ພັດ​ທະ​ນາ​ຂອງ​ຈີນ

ທາງ​ສີ່​ແຍກ​ແຫ່ງ​ປະ​ຫວັດ​ສາດ ແລະ ທິດ​ທາງການ​ພັດ​ທະ​ນາ​ຂອງ​ຈີນ

ທາງ​ສີ່​ແຍກ​ແຫ່ງ​ປະ​ຫວັດ​ສາດ ແລະ ທິດ​ທາງການ​ພັດ​ທະ​ນາ​ຂອງ​ຈີນ
ເມື່ອ​ສັງ​ເກດ​ປະ​ຫວັດ​ສາດ​ການ​ພັດ​ທະ​ນາ​ຂອງ​ໂລກ, ສະ​ພາບ​ການ​ປ່ຽນ​ແປງ​ອັນ​ໃຫຍ່​ຫຼວງ​ທຳ​ມະ​ດາ​ຈະ​ເກີດ​ຂຶ້ນ​ພ້ອມ​ກັບ​ການ​ປ່ຽນ​ແປງ​ໃຫຍ່​ດ້ານ​​ການ​ປຽບ​ທຽບ​ກັນ​ຂອງ​ກຳ​ລັງ​ສາ​ກົນ ແລະ ​ການ​ປັບ​ປຸງ​ຢ່າງ​ໃຫຍ່​ຂອງລະ​ບຽບ​ສາ​ກົນ, ແລ້ວ​ສ້າງການ​ພົວ​ພັນ​ສາ​ກົນ​ຄືນ​ໃໝ່. ທ່ານ ​ສີ​ຈິ້ນ​ຜິງ ປະ​​ທານ​ປະ​ເທດ​ຈີນ​ເຄີຍ​ສະ​ເໜີ “ສອງ​ສະ​ພາບ​ໃຫຍ່”, ໜຶ່ງ​ກໍ​ຄື​ໂລກ​ປັດ​ຈຸ​ບັນ​ຢູ່​ໃນ​ສະ​ພາບ​ການ​ປ່ຽນ​ແປງ​ອັນ​ໃຫຍ່​ຫຼວງ​ແບບ​ບໍ່​ເຄີຍ​ມີ​ມາ​ກ່ອນ​ໃນ​ຮອບ​ຮ້ອຍ​ປີ, ອີກ​ຢ່າງ​ໜຶ່ງ​ກໍ​ຄື​ສະ​ພາບລວມ​ທາງ​ຍຸດ​ທະ​ສາດ​ແຫ່ງ​ການ​ຟື້ນ​ຟູ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ອັນ​ຍິ່ງ​ໃຫຍ່​ຂອ​ງ​ປະ​ຊາ​ຊາດ​ຈີນ. ທ່ານ​ໄດ້​ຖືສອງ “​ສະ​ພາບການ​ໃຫຍ່” ດັ່ງ​ກ່າວ​ເປັນ “ຈຸດ​ເລີ່ມ​ຕົ້ນ​ພື້ນ​ຖານ​ດ້ານ​ການ​ວາງ​ແຜນ​ວຽກ​ງານ” ຂອງ​ການ​ບໍ​ລິ​ຫານ​ປະ​ເທດ.

 

ທາງ​ສ​ແຍກ​ແຫງ​ປະ​ຫວດ​ສາດ ແລະ ທດ​ທາງການ​ພດ​ທະ​ນາ​ຂອງ​ຈນ - image 1
 

ສາຢ່າງທີ່ບໍ່ເຄີຍມີມາກ່ອນ

ທ້າຍປີ 2017, ທ່ານ ສີຈິ້ນຜິງ ໄດ້ສະເໜີຕໍ່ທູຕານຸທູດຕ່າງປະເທດປະຈຳຈີນເປັນຄັ້ງທຳອິດວ່າ: “ເມື່ອເບິ່ງໃນທົ່ວໂລກແລ້ວເຫັນວ່າ, ພາກເຮົາພວມຜະເຊີນໜ້າກັບສະພາບການປ່ຽນແປງອັນໃຫຍ່ຫຼວງແບບບໍ່ເຄີຍມີມາກ່ອນໃນຮອບຮ້ອຍປີ”. ນອກນັ້ນ, ທ່ານຍັງໄດ້ອະທິບາຍເນື້ອໃນອັນເລິກເຊິ່ງຂອງທັດສະນະດັ່ງກ່າວດ້ວຍ “ສາມຢ່າງທີ່ບໍ່ເຄີຍມີມາກ່ອນ”.

ທາງ​ສ​ແຍກ​ແຫງ​ປະ​ຫວດ​ສາດ ແລະ ທດ​ທາງການ​ພດ​ທະ​ນາ​ຂອງ​ຈນ - image 2
 

ກ່ອນອື່ນກໍຄືຈັງຫວະການພັດທະນາຂອງປະເທດທີ່ເປັນຕະຫຼາດພັດທະນາ ໃໝ່ ແລະ ປະເທດທີ່ກຳລັງພັດທະນາດ້ວຍຄວາມໄວບໍ່ເຄີຍມີມາກ່ອນ. ປະເທດເຂດໂລກໃຕ້ພວມປ່ຽນແປງສະພາບການພັດທະນາຂອງໂລກດ້ວຍຄວາມໄວສູງສຸດຫຼັງເກີດການປະຕິວັດອຸດສາຫະກຳເປັນຕົ້ນມາ; ປະເທດທີ່ພັດທະນາແລ້ວສຳເລັດການຫັນເປັນອຸດສາຫະກຳໃຊ້ເວລາຮ້ອຍກວ່າປີ, ແຕ່ວ່າໃນປັດຈຸບັນ, ອຸດສາຫະກຳ IT ຂອງອິນເດຍເລີ່ມຈາກບໍ່ມີຫຍັງເລີຍ, ໃຊ້ເວລາ 40 ປີໄດ້ກວມສ່ວນຫຼາຍຂອງຕະຫຼາດຮັບເໝົາການຜະລິດຊັອຟແວຂອງໂລກ; ຫວຽດນາມ ສ້າງສຳເລັດ “ໂຮງງານລະດັບໂລກ” ດ້ວຍການເຄື່ອນຍ້າຍຕ່ອງໂສ້ອຸດສາຫະກຳໂດຍໃຊ້ເວລາ 20 ປີ; ຈີນໃຊ້ເວລາ 15 ປີເທົ່ານັ້ນກໍໄດ້ບັນລຸການກ້າວກະໂດດຈາກຜູ້ແລ່ນໄລ່ຕາມກາຍເປັນຜູ້ແລ່ນນຳໜ້າໃນຂົງເຂດ 5G/AI.

ທາງ​ສ​ແຍກ​ແຫງ​ປະ​ຫວດ​ສາດ ແລະ ທດ​ທາງການ​ພດ​ທະ​ນາ​ຂອງ​ຈນ - image 3
 

ສອງ: ການປະຕິວັດວິທະຍາສາດເຕັກໂນໂລຊີ ແລະ ການປ່ຽນແປງດ້ານອຸດສາຫະກຳຮອບໃໝ່ໄດ້ນຳມາຊຶ່ງການແຂ່ງຂັນຢ່າງດຸເດືອດແບບບໍ່ເຄີຍມີມາກ່ອນ. ເມື່ອເບິ່ງຄືນປະຫວັດສາດຂອງມະນຸດແລ້ວເຫັນວ່າ: ການບຸກທະລຸສຳຄັນທຸກຄັ້ງໃນດ້ານວິທະຍາສາດເຕັກໂນໂລຊີ ລ້ວນແຕ່ຈະພາໃຫ້ເກີດມີການປ່ຽນແປງກຳລັງການຜະລິດຢ່າງເລິກເຊິ່ງແລ້ວພາໃຫ້ສະພາບການສາກົນ ແລະ ລະບຽບສາກົນເກີດມີການປ່ຽນແປງ.

ປັດຈຸບັນ, ມວນມະນຸດເຮົາຢູ່ໃນຄ່ຳຄືນກ່ອນປະຕິວັດວິທະຍາສາດເຕັກໂນໂລຊີ ຄັ້ງທີ 4 ທີ່ມີສັນຍາລັກຕ່າງໆເປັນຕົ້ນ: ວັດຖຸໃໝ່, ພະລັງງານໃໝ່, ປັນຍາປະດິດ, ວິທະຍາສາດກວນຕຳ (quantum science) ແລະ ອື່ນໆຊຶ່ງກຳລັງຊຸກຍູ້ຄວາມສິວິໄລຂອງມະນຸດກ້າວເຂົ້າສູ່ຍຸກອັດສະລິຍະ.

ທາງ​ສ​ແຍກ​ແຫງ​ປະ​ຫວດ​ສາດ ແລະ ທດ​ທາງການ​ພດ​ທະ​ນາ​ຂອງ​ຈນ - image 4
 

ສາມ: ລະບົບບໍລິຫານໂລກກັບການປ່ຽນແປງຂອງສະພາບສາກົນ ມີຄວາມບໍ່ສອດຄ່ອງ ແລະ ບໍ່ສົມດຸນກັນແບບບໍ່ເຄີຍມີມາກ່ອນ. ລະບົບບໍລິຫານໂລກທີ່ສ້າງຂຶ້ນໃນໄລຍະທ້າຍສົງຄາມໂລກຄັ້ງທີສອງນັ້ນ ແມ່ນບໍ່ທ່ວງທັນກັບການຂະຫຍາຍຕົວແບບຫັນເປັນຫຼາຍຂົ້ວນັ້ນຢ່າງໜັກໜ່ວງ. ດ້ານໜຶ່ງ, ການແບ່ງສິດບໍ່ສອດຄ່ອງກັບການປະກອບສ່ວນດ້ານເສດຖະກິດຢ່າງໜັກໜ່ວງ, ຕົວຢ່າງເຊັ່ນ: ປະເທດເຂດໂລກໃຕ້ໄດ້ປະກອບສ່ວນເຂົ້າໃນການເຕີບໂຕດ້ານເສດຖະກິດໂລກຫຼາຍກວ່າ 70%, ແຕ່ປະເທດເຫຼົ່ານີ້ມີສິດລົງຄະແນນສຽງພຽງ 40% ໃນອົງການສຳຄັນຕ່າງໆເຊັ່ນ: ອົງການກອງທຶນເງິນຕາສາກົນ ຫຼື IMF; ອີກດ້ານໜຶ່ງ, ໂຄງປະກອບການບໍລິຫານແບບດັ່ງເດີມໄດ້ເຜີຍແບໃຫ້ເຫັນເຖິງການເບິ່ງຂ້າມກຸ່ມຄົນດ້ອຍໂອກາດໃນດ້ານລະບຽບການ, ຕົວຢ່າງ: ໃນການເຈລະຈາບັນຫາຕ່າງໆຂອງໂລກເຊັ່ນ: ການປ່ຽນແປງຂອງດິນຟ້າອາກາດເປັນຕົ້ນ, ປະເທດເກາະດອນນ້ອຍທີ່ໄດ້ຮັບໄພຂົ່ມຂູ່ຢ່າງໜັກໜ່ວງທີ່ສຸດຈາກບັນຫາດັ່ງກ່າວນັ້ນຊ້ຳພັດມີສິດອອກຄຳເຫັນໜ້ອຍທີ່ສຸດເມື່ອທຽບໃສ່ປະເທດທີ່ພັດທະນາແລ້ວ ທີ່ລະບາຍກາກບອນກວມອັດຕາສ່ວນຫຼາຍກວ່າໃນປະຫວັດສາດ.

“ໂລກປັດຈຸບັນຢູ່ໃນສະພາບການປ່ຽນແປງອັນໃຫຍ່ຫຼວງແບບບໍ່ເຄີຍມີມາກ່ອນໃນຮອບຮ້ອຍປີ”, ທັດສະນະນີ້ສາມາດໃຊ້ໃນການສັງເກດທິດທາງການພັດທະນາຂອງໂລກປັດຈຸບັນ ແລະ ກໍສາມາດໃຊ້ໃນການສັງເກດທິດທາງການພັດທະນາຂອງຈີນໃນຍຸກໃໝ່ເຊັ່ນດຽວກັນ.

ຈາກການລົງນາມໃນໂຄງການ “ໜຶ່ງແລວໜຶ່ງເສັ້ນທາງ” ກັບ 150 ກວ່າປະເທດ ແລະ 30 ກວ່າອົງການຈັດຕັ້ງສາກົນຮອດແນວຄິດ “ປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ” ຖືກບັນທຶກເຂົ້າໃນເອກະສານຂອງອົງການສະຫະປະຊາຊາດແລະ ອົງການຈັດຕັ້ງສາກົນອື່ນໆຫຼາຍຄັ້ງ; ຈາກການເປີດປະຕູຕໍ່ໂລກຂອງສະຖານີອະວະກາດສາກົນຈີນຮອດການເປີດກວ້າງລະບົບ DeepSeek ໃຫ້ທົ່ວໂລກນຳໃຊ້ໂດຍບໍ່ເກັບຄ່າ; ຈາກທ່ານປະທານ ສີຈິ້ນຜິງ ສະເໜີຂໍ້ລິເລີ່ມການພັດທະນາທົ່ວໂລກ, ຂໍ້ລິເລີ່ມຄວາມໝັ້ນຄົງທົ່ວໂລກ ແລະ ຂໍ້ລິເລີ່ມອະລິຍະທຳທົ່ວໂລກຮອດອົງການຈັດຕັ້ງສາກົນທີ່ຈີນເປັນຜູ້ນຳພາສ້າງຕັ້ງເປັນຕົ້ນ: ອົງການຮ່ວມມືຊຽງໄຮ ແລະ ທະນາຄານການລົງທຶນພື້ນຖານໂຄງລ່າງອາຊີ ໄດ້ເສີມຂະຫຍາຍບົດບາດນັບມື້ນັບສຳຄັນໃນຂົງເຂດການຮັກສາຄວາມໝັ້ນຄົງສາກົນ, ເສດຖະກິດການຄ້າ, ການຮ່ວມມືໃນພາກພື້ນ ແລະ ການແກ້ໄຂບັນຫາທົ່ວໂລກ.

ດັ່ງນັ້ນເຫັນໄດ້ວ່າ: ຄວາມເຂັ້ມແຂງຂອງຈີນບໍ່ໄດ້ນຳເອົາຄວາມຂັດແຍ່ງ ແລະ ສົງຄາມມາສູ່ໂລກ, ຫາກແມ່ນຊອກເຫັນຮູບແບບອະລິຍະທຳແບບໃໝ່. ອັນນີ້ຄືຄວາມຮັບຮູ້ທີ່ເລິກເຊິ່ງຈາກການປ່ຽນແປງແບບບໍ່ເຄີຍມີມາກ່ອນໃນຮອບຮ້ອຍປີ ຄື: ສິ່ງທີ່ໂລກຕ້ອງການບໍ່ແມ່ນການສິ້ນສຸດປະຫວັດສາດ, ແຕ່ແມ່ນໃຫ້ອະລິຍະທຳທີ່ແຕກຕ່າງກັນຮ່ວມກັນຂຽນປະຫວັດສາດໜ້າໃໝ່.

ໂດຍ: ຊີອາໄອ

ຄໍາເຫັນ

ຂ່າວຕ່າງປະເທດ

ຈີນ​ເລີ່ມ​ປະ​ຕິ​ບັດ​ດ່ານ​ພາ​ສີ​ອິດ​ສະຫຼະ​ທົ່ວ​ເກາະ​ໄຫຫຼຳ

ຈີນ​ເລີ່ມ​ປະ​ຕິ​ບັດ​ດ່ານ​ພາ​ສີ​ອິດ​ສະຫຼະ​ທົ່ວ​ເກາະ​ໄຫຫຼຳ

ຂ່າສານຊີອາໄອລາຍງານວ່າ: ນັບ​ແຕ່​ວັນ​ທີ 18 ທັນ​ວາ 2025 ເປັນ​ຕົ້ນ​ໄປ, ຈີນ​ເລີ່ມ​ປະ​ຕິ​ບັດ​ດ່ານ​ພາ​ສີ​ອິດ​ສະຫຼະ​ທົ່ວ​ເກາະ​ໄຫຫຼຳ​ຢ່າງ​ເປັນ​ທາງ​ການ.
ຈີນ ແລະ ອາຊຽນປະຕິບັດຕາມຄຳໝັ້ນສັນຍາ​ຂອງ​ຕົນ​ພາຍ​ໃນສັນຍາປາຣີດ້ວຍພຶດຕິກຳຕົວຈິງ

ຈີນ ແລະ ອາຊຽນປະຕິບັດຕາມຄຳໝັ້ນສັນຍາ​ຂອງ​ຕົນ​ພາຍ​ໃນສັນຍາປາຣີດ້ວຍພຶດຕິກຳຕົວຈິງ

ປີນີ້ເປັນປີຄົບ​ຮອບ 10 ປີ​ຂອງການເຊັນສັນຍາປາຣີ​ວ່າ​ດ້ວຍ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າອ​າ​ກາດ (2015-2025), ສ່ວນການຄຸ້ມຄອງດິນຟ້າອາກາດກຳລັງຢືນຢູ່ໃນທາງສີ່ແຍກແຫ່ງປະຫວັດສາດ. ດ້ານໜຶ່ງແມ່ນຍ້ອນສະພາບຂ້ຽວຂາດທີ່ການເພີ່ມຂຶ້ນຂອງອຸນຫະພູມທົ່ວໂລກໄດ້ແຕະຕ້ອງເສັ້ນ​ຕ້ອງ​ຫ້າມ​ແດງ​ລະ​ດັບ1,5 ອົງສາ ຫຼາຍຄັ້ງ ແລະ ເກີດ​ສະ​ພາບອາກາດຮຸນແຮງເລື້ອຍໆ; ອີກດ້ານໜຶ່ງແມ່ນ​ຍ້ອນສະພາບຄວາມຫຍຸ້ງຍາກດ້ານການບໍລິຫານທີ່ລັດທິຝ່າຍດຽວເງີຍໜ້າຂຶ້ນ ແລະ ບາງປະເທດບໍ່ສາມາດປະຕິບັດຕາມຄຳໝັ້ນສັນຍາ​ຂອ​ງ​ຕົນຢ່າງທັນການ. ແຕ່ຈີນ ແລະ ບັນດາປະເທດ​ສະ​ມາ​ຊິກອາຊຽນໄດ້ໃຫ້ຄຳຕອບຂອງບັນ​ຫາດັ່ງກ່າວດ້ວຍພຶດຕິກຳຕົວຈິງແບບສີຂຽວ ຄື: ໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດທີ່ກ່ຽວ​ຂ້ອງກັບຊາຕາກຳຂອງມວນມະນຸດ, ມີແຕ່ຢຶດໝັ້ນລັດທິຫຼາຍຝ່າຍ ແລະ ລົງເລິກການຮ່ວມມືຕົວຈິງ ຈຶ່ງຈະສາມາດເຮັດໃຫ້ຄຳໝັ້ນສັນຍາໃນສັນຍາປາຣີກາຍເປັນການເຄື່ອນໄຫວຕົວຈິງເພື່ອ​ປົກ​ປ້ອງໂລກ.
ເສດ​ຖະ​ກິດ​ຈີນ ​ໄດ້​ຮັກ​ສາ​ສະ​ພາບ​ຄວ​າມ​ໝັ້ນ​ທ່ຽງ ທ່າ​ອ່ຽງ​ກ້າວ​ໄປ​ໜ້າ ແລະ ຄວາມ​ໝັ້ນ​ໜຽວ

ເສດ​ຖະ​ກິດ​ຈີນ ​ໄດ້​ຮັກ​ສາ​ສະ​ພາບ​ຄວ​າມ​ໝັ້ນ​ທ່ຽງ ທ່າ​ອ່ຽງ​ກ້າວ​ໄປ​ໜ້າ ແລະ ຄວາມ​ໝັ້ນ​ໜຽວ

ຂ່າວສານຊີອາໄອລາຍງານວ່າ: ໃນວັນ​ທີ 8 ທັນ​ວາ ຜ່ານມາ, ໂຕ​ເລກ​ສະ​ຖິ​ຕິ​ທີ່​ເຜີຍ​ແຜ່​ໂດຍ​ລັດ​ຖະ​ບານ​ຈີນ​ສະ​ແດງ​ເຫັນ​ວ່າ, ໃນ 11 ເດືອນ​ຂອງ​ປີ 2025, ຍອດ​ມູນ​ຄ່າ​ນຳ​ເຂົ້າ-ສົ່ງ​ອອກ​ສິນ​ຄ້າ​ປະ​ເພດ​ຈັບ​ຕ້ອງ​ໄດ້​ຂອງ​ຈີນ​ມີ​ເຖິງ 41,210 ຕື້ຢວນ, ເພີ່ມ​ຂຶ້ນ 3.6% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2024. ໃນ​ນັ້ນ, ຍອດ​ມູນ​ຄ່າ ນຳ​ເຂົ້າ-ສົ່ງ​ອອກ​ສິນ​ຄ້າ​ປະ​ເພດ​ຈັບ​ຕ້ອງ​ຂອງ​ເດືອນພະ​ຈິກ​ໄດ້​ເພີ່ມ​ຂຶ້ນ 4.1% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2024 ຊຶ່ງ​ໄດ້​ຮັກ​ສາ​ການ​ເຕີບ​ໂຕ​ເປັນ​ເວ​ລາ 10 ເດືອນ​ລຽ​ນ​ຕິດ ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2024. ນັກ​ວິ​ເຄາະ​ຊີ້​ໃຫ້​ເຫັນ​ວ່າ, ໂຄງ​ປະ​ກອບ​ການ​ຄ້າ​ກັບ​ຕ່າງ​ປະ​ເທດ​ຂອງ​ຈີນ​ໄດ້​ປັບ​ປຸງ​ດີ​ຂຶ້ນ​ເລື້ອຍໆ, ປ່ອຍ​ພະ​ລັງ​ຂັບ​ເຄື່ອນ​ໃໝ່​​ຢ່າງຕໍ່​ເນື່ອງ, ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ໝັ້ນ​ໜຽວ​ທີ່​ເຂັ້ມ​ແຂງ.
ຍ້ອນ​ຫຍັງ​ດິ​ສ​ນີ​​ບໍ່​ສາ​ມາດ​ເບິ່ງ​ຂ້າມ​ຕະຫຼາດ​ຈີນ

ຍ້ອນ​ຫຍັງ​ດິ​ສ​ນີ​​ບໍ່​ສາ​ມາດ​ເບິ່ງ​ຂ້າມ​ຕະຫຼາດ​ຈີນ

ຫວ່າງ​ມໍ່ໆ​ມາ​ນີ້, ມູນ​ຄ່າ​ຂາຍ​ປີ້​ເຂົ້າ​ຊົມ​ຮູບ​ເງົາ​ເລື່ອງ“ ‌Zootopia 2” ຢູ່​ແຜ່ນ​ດິນ​ໃຫຍ່​ຈີນ​ບັນ​ລຸຫຼາຍກວ່າ 2 ຕື້ຢວນຊຶ່ງບໍ່​ພຽງ​ແຕ່​ໄດ້​ສ້າງ​ສະ​ຖິ​ຕິ​ມູນ​ຄ່າ​ຂາຍ​ປີ້​ເຂົ້າ​ຊົມ​ຮູບ​ເງົາ​ກາ​ຕູນ​ທີ່​ນຳ​ເຂົ້າ​ຈາກ​ຕ່າງ​ປະ​ເທດ​ໃນ​ປະ​ຫວັດ​ສາດ​ຮູບ​ເງົາ​ຈີນ​ໃໝ່​ເທົ່າ​ນັ້ນ, ຍິ່ງ​ໄດ້​ລື່ນ​ກາຍ​ຕະຫຼາດ​ອາ​ເມ​ຣິ​ກາ​ເໜືອ​ແລ້ວ​ກາຍ​ເປັນ​ຕະຫຼາດ​ທີ່​ໄດ້​ຂາຍ​ປີ້​ເຂົ້າ​ຊົມຫຼາຍ​ທີ່​ສຸດ​ໃນ​ໂລກອີກ​ດ້ວຍ. ກ່ອນ​ຈະ​ໄດ້​ສາຍ​ຮູບ​ເງົາ​ເລື່ອງ​ນີ້, ຜູ້​ບໍ​ລິ​ໂພກ​ຈີນ​ກໍ​ໄດ້​ພົບ​ເຫັນ​ຊັບ​ສິນ​ທາງ​ປັນ​ຍາ (IP)ນີ້​ໃນ​ຊີ​ວິດ​ປະ​ຈຳ​ວັນ​ເລື້ອຍໆເຊັ່ນ: ຈອກ​ກາ​ເຟ​ Luckin ​ທີ່​ໄດ້​ແຕ້ມ​ໂປ​ສ​ເຕີ​ຮູບ​ເງົາ​ໃສ່, ເສື້ອ​ເຊີດ​ທີ່​ມີ​ຮູບ​ກາ​ຕູນ​ຮູບ​ເງົາ​ຂອງ UNIQLO, ​ກ່ອງ​ສຸ່ມຂອງ POP MART ແລະ​ ອື່ນໆ. ຈາກ​ມູນ​ຄ່າ​ຂາຍ​ປີ້​ເຂົ້າ​ຊົມ​ຮູບ​ເງົາ​ເຖິງ​ຜະ​ລິດ​ຕະ​ພັນ​ຕ່າງໆ​ຮ່ວມ​ມື​ກັບ​ຍີ່​ຫໍ້​ຕ່າງໆ ໄດ້​ພິ​ສູດ​ໃຫ້​ເຫັນ​ເຖິງ​ຖາ​ນະ​ທີ່​ທົດ​ແທນ​ບໍ່​ໄດ້​ຂອງ​ຕະຫຼາດ​ຈີນ​ໃນ​ຍຸດ​ທະ​ສາດ​ທົ່ວ​ໂລກ​ຂອງ​ບໍ​ລິ​ສັດ​ດິ​ສ​ນີ.
AI ສາມາດຊຸກຍູ້ເສດຖະກິດອົສຕຣາລີໄດ້ເຖິງ 151 ຕື້ໂດລາ

AI ສາມາດຊຸກຍູ້ເສດຖະກິດອົສຕຣາລີໄດ້ເຖິງ 151 ຕື້ໂດລາ

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້: ບົດລາຍງານຈາກສະພາວິທະຍາສາດ ແລະ ວິສະວະກຳທາງເຕັກໂນໂລຊີຂອງອົສຕຣາລີເປີດເຜີຍວ່າ, ການນຳໃຊ້ປະໂຫຍດຈາກປັນຍາປະດິດ (AI) ສາມາດຊ່ວຍຊຸກຍູ້ເສດຖະກິດອົສຕຣາລີໄດ້ເຖິງ151 ຕື້ໂດລາ ໃນທົດສະວັດຕໍ່ໄປ.
ກຳປູເຈຍ ສົ່ງອອກເຄື່ອງນຸ່ງຫົ່ມ ເກີບ ແລະ ສິນຄ່າເດີນທາງ ມູນຄ່າ 13.6 ຕື້ໂດລາ

ກຳປູເຈຍ ສົ່ງອອກເຄື່ອງນຸ່ງຫົ່ມ ເກີບ ແລະ ສິນຄ່າເດີນທາງ ມູນຄ່າ 13.6 ຕື້ໂດລາ

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້ວ່າ: ກະຊວງການຄ້າຂອງກຳປູເຈຍໄດ້ປະກາດວ່າ, ກຳປູເຈຍໄດ້ສົ່ງອອກເຄື່ອງນຸ່ງຫົ່ມ, ແຜ່ນແພ, ເກີບ ແລະ ສິນຄ້າດ້ານການເດີນທາງ ມູນຄ່າ 13.6 ຕື້ໂດລາ ໃນໄລຍະ 10 ເດືອນທຳອິດຂອງປີ 2025 (ມັງກອນ-ຕຸລາ), ເພີ່ມຂຶ້ນ 20% ເມື່ອທຽບກັບໄລຍະດຽວກັນຂອງປີກາຍ.
COP30ຮັບຮອງເອົາສັນ​ຍາ​ການເຄື່ອນ​ໄຫວ​ດ້າ​ນ​ດິນ​ຟ້າ​ອາ​ກາດສະບັບໃໝ່

COP30ຮັບຮອງເອົາສັນ​ຍາ​ການເຄື່ອນ​ໄຫວ​ດ້າ​ນ​ດິນ​ຟ້າ​ອາ​ກາດສະບັບໃໝ່

ຂ່າວສານຊີອາໄອລາຍງານ ຫວ່າງບໍ່ດົນມານີ້ວ່າ: ກອງປະຊຸມພາຄີຂອບ​ສົນ​ທິສັນ​ຍາວ່າດ້ວຍການ​ປ່ຽນ​ແປງຂອງ​ດິນ​ຟ້າ​ອາ​ກາດ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ຄັ້ງທີ 30 (COP30) ໄດ້ສໍາເລັດລົງໃນວັນທີ 22 ​ພະ​ຈິກ ຜ່ານມາ​ຢູ່​ນະ​ຄອນເບເລມ ​ພາກ​ເໜືອຂອງ​ປະ​ເທດບ​ຣາ​ຊິນ. ກອງປະຊຸມໄດ້ຮັບຮອງເອົາສັນ​ຍາ​ໂດຍ​ລວມ​ກ່ຽວ​ກັບ​ການເຄື່ອນ​ໄຫວ​ດ້ານດິນ​ຟ້າ​ອາ​ກາດ​ສະ​ບັບ​ໃໝ່ ຄື: "ການລະດົມທົ່ວໂລກ: ​ສາ​ມັກ​ຄີ ແລະ ປະ​ສານ​ງານ​ກັນເພື່ອ​ຮັບ​ມື​ກັບສິ່ງທ້າທາຍຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ", ໂດຍຮຽກຮ້ອງໃຫ້ບັນດາປະເທດຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງດິນ​ຟ້າ​ອາ​ກາ​ດ​ຢ່າງ​ເປັນ​ເຈົ້າ​ການ ແລະ ເລັ່ງການເຄື່ອນ​ໄຫວດ້ານ​ດິນ​ຟ້າ​ອາ​ກາດ​ທີ່​ກ່ຽວ​ຂ້ອງ.
ການສົ່ງອອກຂອງ ສ ເກົາຫຼີ ເພີ່ມຂຶ້ນ 8.2% ໃນ 20 ມື້ທຳອິດຂອງເດືອນພະຈິກ

ການສົ່ງອອກຂອງ ສ ເກົາຫຼີ ເພີ່ມຂຶ້ນ 8.2% ໃນ 20 ມື້ທຳອິດຂອງເດືອນພະຈິກ

ຂ່າວຕ່າງປະເທດລາຍງານ ໃນທ້າຍອາທິດຜ່ານມາວ່າ: ຫ້ອງການພາສີຂອງ ສ ເກົາຫຼີໄດ້ປະກາດ ວ່າ, ການສົ່ງອອກຂອງ ສ ເກົາຫຼີ ໃນລະຫວ່າງວັນທີ 1-20 ພະຈິກ ເພີ່ມຂຶ້ນ 8.2% ເມື່ອທຽບກັບປີກ່ອນເປັນ 38.5 ຕື້ໂດລາ ທຽບກັບ 35.6 ຕື້ໂດລາໃນໄລຍະດຽວກັນຂອງປີກາຍ, ໂດຍໄດ້ຮັບແຮງຂັບເຄື່ອນຈາກຄວາມຕ້ອງການsemiconductorແລະ ລົດຍົນທີ່ເຂັ້ມແຂງ.
ຫວຽດນາມ ລະດົມທຸກແຫຼ່ງກຳລັງເພື່ອແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸ

ຫວຽດນາມ ລະດົມທຸກແຫຼ່ງກຳລັງເພື່ອແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 23 ພະຈິກ ຜ່ານມາ, ທ່ານ ຟ້າມມິງຈິງນາຍົກລັດຖະມົນຕີ ຫວຽດນາມ ໄດ້ຈັດກອງປະຊຸມທາງໄກຈາກ ສອາຟຣິກາໃຕ້, ເຊື່ອມຕໍ່ຫ້ອງວ່າການລັດຖະບານກັບບັນດາທ້ອງຖິ່ນ ເພື່ອປຶກສາຫາລືມາດຕະການແກ້ໄຂຢ່າງຮີບດ່ວນ ແລະ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທຳມະຊາດ. ກອງປະຊຸມໄດ້ເຊື່ອມຕໍ່ທາງໄກກັບແຂວງແຄ໊ງຮວ່າ, ຢາລາຍ, ດັກລັກ, ເລິມດົ່ງ ແລະ ໄຕນິງ.
ເພີ່ມເຕີມ