ທ່ານຮອງນາຍົກລັດຖະມົນຕີ ສຳເລັດການເຂົ້າຮ່ວມງານວາງສະແດງສິນຄ້າ ທີ່ ສປ ຈີນ

ທ່ານຮອງນາຍົກລັດຖະມົນຕີ ສຳເລັດການເຂົ້າຮ່ວມງານວາງສະແດງສິນຄ້າ ທີ່ ສປ ຈີນ

ທ່ານຮອງນາຍົກລັດຖະມົນຕີ ສຳເລັດການເຂົ້າຮ່ວມງານວາງສະແດງສິນຄ້າ ທີ່ ສປ ຈີນ
ໃນລະຫວ່າງວັນທີ 18-21 ມິຖຸນາ ຜ່ານມາ, ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມພິທີເປີດງານສະແດງສິນຄ້າ ຈີນ-ອາຊີໃຕ້ ຄັ້ງທີ 9 ແລະ ງານວາງສະແດງ ການນໍາເຂົ້າ-ສົ່ງອອກສິນຄ້າ ຄຸນມິງ ສປ ຈີນ ຄັ້ງທີ 29 ພາຍໃຕ້ຫົວຂໍ້ “ຄວາມສາມັກຄີ ແລະ ການຮ່ວມມື ເພື່ອການພັດທະນາ - Solidarity and Coordination for Common Development” ຢ່າງມີຜົນສຳເລັດ.
ທານຮອງນາຍກລດຖະມນຕ ສຳເລດການເຂາຮວມງານວາງສະແດງສນຄາ ທ ສປ ຈນ - image 1
 

 

ໃນໂອກາດດັ່ງກ່າວ, ທ່ານຮອງນາຍົກລັດຖະມົນຕີ ໄດ້ຮັບກຽດເຊີນເປັນແຂກກິດຕິມະສັກ ແລະ ໄດ້ຂຶ້ນກ່າວຄຳປາໄສ ຊຶ່ງທ່ານໄດ້ມີຄຳເຫັນວ່າ: ການຈັດງານວາງສະແດງດັ່ງກ່າວ ເພື່ອສ້າງກາລະໂອກາດໃຫ້ບັນດາພາກທຸລະກິດ ທີ່ມາຈາກປະເທດຕ່າງໆໃນໂລກ, ລວມທັງ ສປປ ລາວ ໄດ້ພົບປະແລກປ່ຽນຂໍ້ມູນຂ່າວສານ ດ້ານການຄ້າ-ການລົງທຶນ, ສົ່ງເສີມການທ່ອງທ່ຽວ ແລະ ສົ່ງເສີມການ ຮ່ວມມືດ້ານທຸລະກິດ ເພື່ອເຊື່ອມໂຍງຕະຫຼາດສິນຄ້ານຳກັນ. ການເຂົ້າຮ່ວມງານວາງສະແດງຄັ້ງນີ້ ບໍ່ແມ່ນພຽງແຕ່ສະແດງສິນຄ້າ ແຕ່ຍັງສ້າງຄວາມໄວ້ເນື້ອເຊື່ອໃຈຊຶ່ງກັນ ແລະ ກັນ ລະຫວ່າງ ບັນດາປະເທດ ກໍຄື ພາກສ່ວນເອກະຊົນ ແລະ ພາກລັດ ທີ່ຈະຮ່ວມສ້າງອະນາຄົດທີ່ໝັ້ນຄົງ ແລະ ຍືນຍົງ. ປີ 2024 ທີ່ຜ່ານມາ, ສປປ ລາວ ໄດ້ຮັບກຽດເປັນປະທານໜູນວຽນອາຊຽນ ຊຶ່ງໄດ້ຈັດກອງປະຊຸມສຸດຍອດອາຊຽນ ຮ່ວມກັບປະເທດຄູ່ຮ່ວມເຈລະຈາຕ່າງໆ ແລະ ກອງປະຊຸມປິ່ນອ້ອມຫຼາຍກອງປະຊຸມທີ່ສໍາຄັນ ໂດຍສະເພາະກອງປະຊຸມລົງທຶນອາຊຽນ. ກອງປະຊຸມດັ່ງກ່າວ ໄດ້ກຳນົດທິດທາງການລົງທຶນອາຊຽນໃນໄລຍະໃໝ່ ໂດຍໄດ້ຢຶດຖືເອົາການພັດທະນາເສດຖະກິດ-ສັງຄົມ ຕາມທິດ “ສີຂຽວ ແລະ ຍືນຍົງ” ເປັນເປົ້າໝາຍຫຼັກຂອງການພັດທະນາໃນໄລຍະໃໝ່ ເຫັນໄດ້ເຖິງກາລະໂອກາດ ກໍຄື ທ່າແຮງຂອງການພັດທະນາແບບຍືນຍົງ. ສປປ ລາວ ໄດ້ວາງຍຸດທະສາດການເຕີບໂຕສີຂຽວແຫ່ງຊາດ ທີ່ໄດ້ຖືກຮັບຮອງໃນປີ 2018 ຊຶ່ງສະແດງໃຫ້ເຫັນທ່າແຮງ ແລະ ສົ່ງເສີມການຫັນປ່ຽນ ຕາມທິດດັ່ງກ່າວ ຄື: ໜຶ່ງ: ທ່າແຮງດ້ານພະລັງງານສະອາດ: ສປປ ລາວ ເປັນປະເທດທີ່ນໍາໜ້າໃນພາກພື້ນ ທີ່ພັດທະນາພະລັງງານສະອາດ ເພື່ອຕອບສະໜອງຄວາມຕ້ອງການພະລັງງານຂອງປະເທດ ແລະ ພາກພື້ນອາຊຽນ ໂດຍສະເພາະ ພະລັງງານທີ່ມາຈາກໄຟຟ້ານໍ້າຕົກ, ແສງຕາເວັນ, ພະລັງງານລົມ, ພະລັງງານແບບສູບກັບ (Pump Storage), ພະລັງງານສິ່ງເສດເຫຼືອ ແລະ ອື່ນໆ; ສອງ: ການຊື້-ຂາຍສິນເຊື່ອກາກບອນ (Carbon Credit): ສປປ ລາວ ຖືກຈັດເປັນອັນດັບທີ 1 ໃນອາຊຽນ ແລະ ອັນດັບທີ 8 ຂອງໂລກ ທີ່ຍັງມີປ່າໄມ້ປົກຫຸ້ມຫຼາຍກວ່າໝູ່. ສະນັ້ນ, ດ້ວຍວິໄສທັດທີ່ຈະບັນລຸການປົກຫຸ້ມຂອງປ່າໄມ້ໃຫ້ໄດ້ 70% ຈຶ່ງເປັນກາລະໂອກາດ ສໍາລັບການລົງທຶນທີ່ຕິດພັນກັບການປົກປັກຮັກສາ ແລະ ຟື້ນຟູພື້ນທີ່ປ່າໄມ້, ການຫຼຸດຜ່ອນການປ່ອຍອາຍກາໂບນິກ ໃນກົນໄກການຊື້-ຂາຍສິນເຊື່ອກາກບອນ; ສາມ: ລັດຖະບານ ແຫ່ງ ສປປ ລາວ ມີນະໂຍບາຍຊຸກຍູ້ການລົງທຶນໃນຂົງເຂດກະສິກຳທັນສະໄໝ, ກະສິກຳສະອາດ, ກະສິກຳປຸງແຕ່ງ ແລະ ການພັດທະນາລະບົບຕ່ອງໂສ້ມູນຄ່າ ເພື່ອຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ, ໜູນຊ່ວຍການທ່ອງທ່ຽວສີຂຽວ, ເຖິງແມ່ນວ່າ ຈະເປັນປະເທດທີ່ບໍ່ມີຊາຍແດນຕິດຈອດກັບທະເລກໍ່ຕາມ, ແຕ່ ສປປ ລາວ ມີທີ່ຕັ້ງພູມສາດທີ່ສຳຄັນ ແລະ ສິ່ງສຳຄັນ ປະເທດລາວ ມີສະຖຽນລະພາບທາງດ້ານການເມືອງທີ່ໜັກແໜ້ນ, ມີນະໂຍບາຍເປີດກວ້າງດຶງດູດການຄ້າ-ການລົງທຶນ, ມີຊັບພະຍາກອນທຳມະຊາດທີ່ອຸດົມສົມບູນ ແລະ ແຫຼ່ງທ່ອງທ່ຽວ ທີ່ສວຍສົດງົດງາມ. ຄຽງຄູ່ກັບທ່າແຮງດັ່ງກ່າວນັ້ນ ກໍຈຳເປັນຕ້ອງມີກຳລັງແຮງ ດ້ານທຶນຮອນ, ດ້ານເຕັກໂນໂລຊີ, ຄວາມຮູ້ເຊີງປະຕິບັດ (Know-How) ເຂົ້າຊ່ວຍ ເພື່ອບັນລຸແຜນຍຸດທະສາດການພັດທະນາສີຂຽວ-ຍືນຍົງ.

ທານຮອງນາຍກລດຖະມນຕ ສຳເລດການເຂາຮວມງານວາງສະແດງສນຄາ ທ ສປ ຈນ - image 2
 

ພ້ອມດຽວກັນນີ້, ທ່ານ ຮອງນາຍົກລັດຖະມົນຕີ ຍັງໄດ້ເຊື້ອເຊີນບັນດາວິສາຫະກິດ ຈາກ ສປ ຈີນ ແລະ ປະເທດຕ່າງໆ ເຂົ້າໄປສຶກສາໂອກາດການລົງທຶນໃນຂະແໜງການຕ່າງໆ ທີ່ ສປປ ລາວ ມີທ່າແຮງ ເປັນຕົ້ນ ການຜະລິດສິນຄ້າກະສິກຳສະອາດທີ່ມີມູນຄ່າສູງ, ອຸດສາຫະກຳປຸງແຕ່ງ ທີ່ນຳໃຊ້ນະວັດຕະກໍາ, ການທ່ອງທ່ຽວສີຂຽວ, ພະລັງງານສະອາດ-ພະລັງງານທົດແທນ, ການພັດທະນາພື້ນຖານໂຄງລ່າງ, ໂລຈິສຕິກ, ທ່າບົກ, ການບໍລິການດ້ານການເງິນ ແລະ ອື່ນໆ ຊຶ່ງ ສປປ ລາວ ພ້ອມທີ່ຈະຮ່ວມມື ແລະ ອຳນວຍຄວາມສະດວກຢ່າງເຕັມທີ່ ໃຫ້ແກ່ການລົງທຶນ ບົນພື້ນຖານ ຕ່າງຝ່າຍ ຕ່າງໄດ້ຮັບຜົນປະໂຫຍດຮ່ວມກັນ.

ທານຮອງນາຍກລດຖະມນຕ ສຳເລດການເຂາຮວມງານວາງສະແດງສນຄາ ທ ສປ ຈນ - image 3
 

ໃນໂອກາດເຂົ້າຮ່ວມງານວາງສະແດງຄັ້ງນີ້, ທ່ານ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຍັງໄດ້ພົບປະສອງຝ່າຍກັບທ່ານ ເຈີນ ຮົ່ງ ຮາ ຮອງນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ຊຶ່ງການພົບປະຄັ້ງນີ້ ສອງຝ່າຍຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີພິເສດ ການຮ່ວມມືຮອບດ້ານ ຂອງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ; ແລະ ໄດ້ພົບປະກັບ ທ່ານ ຫວັງ ຢຸ້ຍໂປ່ ເຈົ້າແຂວງຢຸນນານ ຊຶ່ງການພົບປະຄັ້ງນີ້ ສອງຝ່າຍໄດ້ຕີລາຄາສູງ ຕໍ່ການເປັນປະເທດເພື່ອນມິດຍຸດທະສາດຮອບດ້ານໝັ້ນຄົງຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມສະຕາກຳ ລາວ-ຈີນ, ຈີນ-ລາວ. ພ້ອມກັນນີ້, ຍັງໃຫ້ກຽດສຳພາດແກ່ສຳນັກຂ່າວ ສປ ຈີນ ຈຳນວນໜຶ່ງ.

ທານຮອງນາຍກລດຖະມນຕ ສຳເລດການເຂາຮວມງານວາງສະແດງສນຄາ ທ ສປ ຈນ - image 4
 

ນອກຈາກນີ້, ຄະນະຜູ້ແທນ ສປປ ລາວ ຍັງໄດ້ເດີນທາງໄປຢ້ຽມຢາມສະຖານທີ່ຕ່າງໆ ເປັນຕົ້ນ ສະຖານກົງສູນໃຫຍ່ ແຫ່ງ ສປປ ລາວ ປະຈຳນະຄອນຄຸນມິງ; ມະຫາວິທະຍາໄລຊົນເຜົ່າຢຸນນານ; ໂຮງຮຽນວິຊາຊີບການເຕັກນິກລົດໄຟຄຸນມິງ; ສໍານັກງານໃຫຍ່ຂອງກຸ່ມບໍລິສັດ ລົງທຶນກໍ່ສ້າງຢຸນນານ ແລະ ບໍລິສັດ ອາລູມິນຽມຢຸນນານ ຕື່ມອີກ.

(ຂ່າວ-ພາບ: ຫສນຍ)

ຄໍາເຫັນ

ຂ່າວການຮ່ວມມື

ງານວາງສະແດງສິນຄ້ານຳເຂົ້າສາກົນ

ງານວາງສະແດງສິນຄ້ານຳເຂົ້າສາກົນ

ງານວາງສະແດງສິນຄ້ານຳເຂົ້າ ຫຼື CIIE ຄັ້ງທີ8 ໄດ້ຈັດຂຶ້ນໃນວັນທີ 5 ພະຈິກນີ້ທີ່ສູນວາງສະແດງ ຫໍປະຊຸມແຫ່ງຊາດທີ່ເມືອງສິ່ງຜູ່ ນະຄອນຊຽງໄຮ້ ສປຈີນ ຈັດໂດຍກະຊວງການຄ້າຂອງຈີນ, ຊຶ່ງງານສະແດງດັ່ງກ່າວຈະດຳເນີນໄປຈົນເຖິງວັນທີ10 ພະຈິກນີ້
ແຜນການ 5 ປີ ຄັ້ງທີ 15​ຂອງ​ຈີນໄດ້​ວາດ​ພາບ​ມຸ່ງ​ໄປ​ຂ້າງ​ໜ້າ​ທີ່​ງົດ​ງາມ

ແຜນການ 5 ປີ ຄັ້ງທີ 15​ຂອງ​ຈີນໄດ້​ວາດ​ພາບ​ມຸ່ງ​ໄປ​ຂ້າງ​ໜ້າ​ທີ່​ງົດ​ງາມ

ກອງປະຊຸມຄົບຄະນະຄັ້ງທີ 4 ຂອງຄະນະກຳມະການສູນກາງພັກກອມມູນິດຈີນສະໄໝທີ XX ໄດ້ປິດ​ລົງ​ດ້ວຍ​ຜົນ​ສຳ​ເລັດ​ຢ່າງ​ຈົບ​ງາມເມື່ອ​ບໍ່​ດົນ​ມາ​ນີ້ ທີ່ນະຄອນຫຼວງປັກກິ່ງ. ກອງປະຊຸມຄັ້ງ​ນີ້ ໄດ້ພິຈາລະນາ ແລະ ຮັບຮອງເອົາຂໍ້ສະເໜີຂອງສູນກາງພັກກອມມູນິດຈີນກ່ຽວກັັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 15, ອັນໄດ້ເປັນການ​ວາງ​ຄາດ​ໝາຍ​ຢ່າງຖີ່​ຖ້ວນ ແລະ ວາງແຜນຍຸດທະສາດ ສຳລັບການພັດທະນາເສດຖະກິດ-ສັງຄົມຂອງຈີນໃນ 5 ປີຂ້າງໜ້າ.
ງານລ້ຽງສະຫຼອງວັນຊາດສາທາລະນະລັດຕວັກກີ ຄົບຮອບ 102 ປີ

ງານລ້ຽງສະຫຼອງວັນຊາດສາທາລະນະລັດຕວັກກີ ຄົບຮອບ 102 ປີ

ສະຖານເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ຕວັກກີ ປະຈໍາລາວ ໄດ້ຈັດງານ ສະ ເຫຼີມສະຫຼອງ (ວັນຊາດ) ວັນປະກາດເອກະລາດສາທາລະນະລັດຕວັກກີ ຄົບຮອບ 102 ປີ ຂຶ້ນໃນວັນທີ 29 ຕຸລາ ຜ່ານມາ ທີ່ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ. ເປັນກຽດເຂົ້າຮ່ວມໃນພິທີ ໂດຍ ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ທ່ານ ໄມທອງ ທຳມະວົງສາ ຮອງລັດຖະມົນຕີ ກະຊວງການຕ່າງ ປະເທດ, ບັນດາທ່ານຮອງລັດຖະມົນຕີ ພ້ອມດ້ວຍແຂກຖືກເຊີນ.
ວິດີໂອສາລະຄະດີ ມືແຫ່ງຄວາມຫວັງ ສະແດງໃຫ້ເຫັນມິດຕະພາບ ລາວ-ຈີນ

ວິດີໂອສາລະຄະດີ ມືແຫ່ງຄວາມຫວັງ ສະແດງໃຫ້ເຫັນມິດຕະພາບ ລາວ-ຈີນ

ວິດີໂອສາລະຄະດີ “ມືແຫ່ງຄວາມຫວັງ” ທີ່ເນັ້ນໃສ່ມິດຕະພາບອັນຍາວນານລະຫວ່າງ ລາວ-ຈີນ ພ້ອມດ້ວຍກິດຈະກຳວັນເປີດບ້ານຮັບແຂກ ໂດຍມີຄຳຂວັນວ່າ “ແສງສະຫວ່າງໄປສູ່ການສຶກສາ, ສ້າງພັນທະມິດແມ່ນ້ຳຂອງ”. ກິດຈະກຳດັ່ງກ່າວ ໄດ້ຈັດຂຶ້ນ ໃນວັນທີ 30 ຕຸລາ ນີ້ ທີ່ນະຄອນຫຼວງວຽງຈັນ ໂດຍ ບໍລິສັດ ຕາຂ່າຍໄຟຟ້າພາກໃຕ້ຈີນ (CSG); ໃນໂອກາດດັ່ງກ່າວ, ທ່ານ ວັນໄຊ ຕະວິຍານ ອະດີດຮອງຫົວໜ້າໂຄສະນາອົບຮົມສູນກາງພັກ ໄດ້ກ່າວວ່າ: CSG ມີບົດບາດສຳຄັນໃນການສ້າງເສດຖະກິດລາວ ໃຫ້ຂະຫຍາຍຕົວ ແລະ ສົ່ງເສີມການຮ່ວມມືດ້ານພະລັງງານພາກພື້ນ. ກິດຈະກຳຄັ້ງນີ້ ບໍ່ພຽງແຕ່ຊ່ວຍເສີມສ້າງເສັ້ນທາງຄວາມຮ່ວມມືເທົ່ານັ້ນ, ຍັງຊ່ວຍເລິກເຊິ່ງຄວາມເຂົ້າໃຈ ແລະ ພັນທະມິດລະຫວ່າງປະຊາຊົນ ຈີນ-ລາວ ຜ່ານການບອກເລື່ອງ ແລະ ການແລກປ່ຽນວັດທະນະທຳ. ພ້ອມດຽວກັນນັ້ນ ຜົນງານນີ້ໄດ້ນຳໃຊ້ວິດີໂອສາລະຄະດີ “ມືແຫ່ງຄວາມຫວັງ” ເປັນສື່ກາງຊຶ່ງໄດ້ປະກອບສ່ວນໃນການສະທ້ອນຊີວິດການເປັນຢູ່ຂອງປະຊາຊົນ, ເຜີຍແຜ່ແນວທາງນະໂຍບາຍ ແລະ ເຕົ້າໂຮມຄວາມເປັນເອກະພາບ.
ອິນໂດເນເຊຍ ມີຄວາມຕ້ອງການຫຼາຍທີ່ຈະຊື້ສິນຄ້າຈາກລາວ

ອິນໂດເນເຊຍ ມີຄວາມຕ້ອງການຫຼາຍທີ່ຈະຊື້ສິນຄ້າຈາກລາວ

ການຮ່ວມມືດ້ານການຄ້າລະຫວ່າງ ສປປ ລາວ ແລະ ສາທາລະນະລັດ ອິນໂດເນເຊຍ ກຳລັງກ້າວເຂົ້າສູ່ໂອກາດໃໝ່ທີ່ໜ້າເພິ່ງພໍໃຈ, ພ້ອມດ້ວຍທ່າແຮງທາງການຄ້າທີ່ມີທ່າອ່ຽງເຕີບໂຕສູງ ໂດຍສະເພາະການເປີດຕະຫຼາດສຳລັບສິນຄ້າກະສິກຳ ແລະ ຜະລິດຕະພັນອາຫານແປຮູບຂອງລາວ.
ອົງການກວດສອບແຫ່ງລັດເຂົ້າຮ່ວມກອງປະຊຸມໃຫຍ່ສະຫະພັນສະຖາບັນກວດສອບສູງສຸດສາກົນ (ອິນໂຕຊາຍ)

ອົງການກວດສອບແຫ່ງລັດເຂົ້າຮ່ວມກອງປະຊຸມໃຫຍ່ສະຫະພັນສະຖາບັນກວດສອບສູງສຸດສາກົນ (ອິນໂຕຊາຍ)

ໃນລະຫວ່າງວັນທີ 27-31 ຕຸລານີ້, ຄະນະຜູ້ແທນຂອງອົງການກວດສອບແຫ່ງລັດ ສປປ ລາວ (ອກສລ) ຊຶ່ງນໍາໂດຍ ທ່ານ ວຽງທະວີສອນ ເທບພະຈັນ ກໍາມະການສໍາຮອງສູນກາງພັກ ປະທານອົງການກວດສອບແຫ່ງລັດ ພ້ອມດ້ວຍຄະນະ ໄດ້ເດີນທາງເຂົ້າຮ່ວມກອງປະຊຸມໃຫຍ່ ສະຫະພັນສະຖາບັນກວດສອບສູງສຸດສາກົນ (ອິນໂຕຊາຍ) ທີ່ຊາມ ເອວ ແຊັກ ປະເທດ ເອຢິບ. ກອງປະຊຸມຄັ້ງນີ້, ຜູ້ແທນທີ່ມາຈາກບັນດາສະຖາບັນກວດສອບສູງສຸດທົ່ວໂລກຫຼາຍກວ່າ 150 ປະເທດ, ມີຜູ້ແທນຫຼາຍກວ່າ 800 ຄົນເຂົ້າຮ່ວມ ແລະ ໃນພິທີເປີດກອງປະຊຸມອັນມີຄວາມໝາຍຄວາມສໍາຄັນ ໃຫ້ກຽດເຂົ້າຮ່ວມ ແລະ ມີຄຳເຫັນໃນພິທີເປີດກອງປະຊຸມ ໂດຍ ທ່ານ ມູສຕາຟາ ມາດບູລີ (Dr. Mostafa Madbouly) ນາຍົກລັດຖະມົນຕີ ແຫ່ງສາທາລະນະລັດເອຢິບ. ກ່າວຕ້ອນຮັບ ໂດຍທ່ານ ໂມຮາເມດ ເອ ເຟຊໍ ຢູດເຊບ(Mohamed El Faisal Youssef) ປະທານອົງການກວດສອບແຫ່ງລັດ ເອຢິບ ໃນນາມເຈົ້າພາບຈັດກອງປະຊຸມ ແລະ ປະທານອິນໂຕຊາຍຜູ້ຕໍ່ໄປ; ພ້ອມດຽວກັນນັ້ນ, ທ່ານ ນາງ ມາກິດ ກຮາກເກີ (Dr. Margit Kraker) ປະທານສານ (ກວດສອບ ໂອຕຣິດ, ໃນນາມເລຂາທິການ ອິນໂຕຊາຍ ແລະ ທ່ານ ວິຕານ ໂດ ເຣໂກ ຟີໂຮ (Vital do Rego Fiho) ປະທານສານກວດສອບບັນຊີ ເບຣຊິນ ໃນຖານະປະທານ ອິນໂຕຊາຍທີ່ໃກ້ຈະໝົດວາລະກໍມີຄຳເຫັນຕໍ່ກອງປະຊຸມ.
ຄະນະຜູ້ແທນນະຄອນດາໜັງ ຢ້ຽມຢາມແລະເຮັດວຽກຢູ່ແຂວງສາລະວັນ

ຄະນະຜູ້ແທນນະຄອນດາໜັງ ຢ້ຽມຢາມແລະເຮັດວຽກຢູ່ແຂວງສາລະວັນ

ວັນທີ29ຕຸລານີ້,ສະຫາຍຫງວຽນດິ່ງຫວີ໊ງຮອງເລຂາຜູ້ປະຈຳການພັກນະຄອນດາໜັງສສຫວຽດນາມໄດ້ເຄື່ອນໄຫວພົບປະ, ຢ້ຽມຢາມແລະເຮັດວຽກຢູ່ແຂວງສາລະວັນ, ໂດຍການຕ້ອນຮັບຂອງສະຫາຍດາວວົງພອນແກ້ວ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງພ້ອມຄະນະ ແລະຄະນະນໍາທັງສອງຝ່າຍເຂົ້າຮ່ວມ.
ລມຕ ຕ່າງປະເທດ ສປປ ລາວ ແລະ ສ ເກົາຫຼີ ພົບປະປຶກສາຫາລືການພົວພັນຮ່ວມມືສອງຝ່າຍ

ລມຕ ຕ່າງປະເທດ ສປປ ລາວ ແລະ ສ ເກົາຫຼີ ພົບປະປຶກສາຫາລືການພົວພັນຮ່ວມມືສອງຝ່າຍ

ໃນວັນທີ 27 ຕຸລາ ຜ່ານມາ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ໂຈ ຮຸນ (Cho Hyun) ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ເກົາຫຼີ, ໃນໂອກາດຕິດຕາມ ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ທີ່ ກົວລາລໍາເປີ ປະເທດມາເລເຊຍ.
ນາຍົກເຂົ້າຮ່ວມກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ແລະ ປິດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47

ນາຍົກເຂົ້າຮ່ວມກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ແລະ ປິດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47

ໃນວັນທີ 28 ຕຸລາ ນີ້ ທີ່ ກົວລາລໍາເປີ ປະເທດມາເລເຊຍ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ສືບຕໍ່ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ-ຈີນ ຄັ້ງທີ 28, ກອງປະຊຸມສຸດຍອດສະເຫຼີມສະຫຼອງການພົວພັນຮ່ວມມືອາຊຽນ-ນິວຊີແລນ ແລະ ກອງປະຊຸມສຸດຍອດອາຊຽນ-ອົດສະຕຣາລີ ຄັ້ງທີ 5.
ລມຕ ກະຊວງການຕ່າງປະເທດ ລາວ ແລະ ຫວຽດນາມ ພົບປະປຶກສາຫາລືເພື່ອເສີມຂະຫຍາຍການພົວພັນຮ່ວມມື

ລມຕ ກະຊວງການຕ່າງປະເທດ ລາວ ແລະ ຫວຽດນາມ ພົບປະປຶກສາຫາລືເພື່ອເສີມຂະຫຍາຍການພົວພັນຮ່ວມມື

ໃນວັນທີ 27 ຕຸລາ ຜ່ານມາ, ສະຫາຍ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ສະຫາຍ ເລ ຮວາຍ ຈູງ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ, ໃນໂອກາດຕິດຕາມ ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ທີ່ ກົວລາລໍາເປີ ປະເທດມາເລເຊຍ.
ເພີ່ມເຕີມ