ທ່ານຄຳພັນ ພົມມະທັດຕ້ອນຮັບຫົວໜ້າໄອຍະການສູງສຸດ ສສິງກະໂປ

ທ່ານຄຳພັນ ພົມມະທັດຕ້ອນຮັບຫົວໜ້າໄອຍະການສູງສຸດ ສສິງກະໂປ
ໃນວັນທີ22ມັງກອນນີ້, ທ່ານ ຄໍາພັນ ພົມມະທັດ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກປະທານຄະນະກວດກາສູນກາງພັກປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ໄດ້ຕ້ອນຮັບທ່ານ ລູ ເຊີນ ວອງຫົວໜ້າໄອຍະການສູງສຸດແຫ່ງ ສສິງກະໂປ ພ້ອມຄະນະໃນໂອກາດເດີນທາງມາຢ້ຽມຢາມແລະເຮັດວຽກກັບອົງການໄອຍະການປະຊາຊົນສູງສຸດແຫ່ງ ສປປລາວ.
ການມາຢ້ຽມຢາມ ຂອງອົງການໄອຍະການສູງສຸດ ແຫ່ງ ສາທາລະະລັດ ສິງກະໂປໃນຄັ້ງນີ້ ແມ່ນມີຄວາມສໍາຄັນ ລະຫວ່າງ ສອງອົງການທັງເປັນການປະກອບສ່ວນສໍາຄັນເຂົ້າໃນການເສີມຂະຫຍາຍການພົວພັນຮ່ວມມື ລະຫວ່າງສອງປະເທດລາວ-ສິງກະໂປ ທີ່ມີມາແຕ່ດົນນານໃຫ້ແໜ້ນແຟ້ນຂຶ້ນ, ໂດຍສະເພາະແມ່ນອົງການກວດກາແຫ່ງລັດ ຕ້ານການສໍ້ລາດບັງຫຼວງ ກັບບັນດາຂະແໜງການທີ່ກ່ຽວຂ້ອງວຽກງານດັ່ງກ່າວຂອງທ່ານ,ອົງການກວດກາແຫ່ງລັດ ແລະ ຕ້ານການສໍ້ລາດບັງຫຼວງ ຂັ້ນສູນກາງ ສະແດງຄວາມຂອບໃຈ ແລະ ຍິນດີຈະມີໂອກາດໄດ້ຮ່ຳຮຽນເອົາບົດຮຽນທີ່ດີ, ມີຄຸນນະພາບຈາກປະເທດສິງກະໂປ ຊຶ່ງເປັນທີ່ຍອມຮັບຈາກຫຼາຍປະເທດ.
ໃນນາມຕາງໜ້າຄະນະນໍາອົງການຕ້ານການສໍ້ລາດບັງຫຼວງ ແຫ່ງ ສປປ ລາວ, ຂໍອວຍພອນ ທ່ານ ລູ ເຊີນ ວອງພ້ອມດ້ວຍຄະນະ, ຈົ່ງປະສົບຜົນສໍາເລັດໃນການເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້ ແລະ ອວຍພອນໃຫ້ມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກໃນຊີວິດສ່ວນຕົວ ແລະ ຄອບຄົວ.
ອວຍພອນໃຫ້ສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສອງລັດ ແລະປະຊາຊົນ ສອງຊາດ ລາວ-ສິງກະໂປ, ສິງກະໂປ-ລາວ ເວົ້າລວມ, ເວົ້າສະເພາະ, ແມ່ນການພົວພັນຮ່ວມມືຂົງເຂດວຽກງານໄອຍະການ ແລະ ຂົງເຂດວຽກງານຕ້ານການສໍ້ລາດບັງຫຼວງ ຈົ່ງໄດ້ຮັບການເສີມຂະຫຍາຍນັບມື້ແໜ້ນແຟ້ນ ຢ່າງບໍ່ຢຸດຢັ້ງ.
ຂ່າວ-ພາບ:ພູວຽງຄຳ

ຄໍາເຫັນ

ຂ່າວການຮ່ວມມື

ທູດຫວຽດນາມ ພົບປະບັນດາອົງການສື່ມວນຊົນລາວ ແລະ ຫວຽດນາມ ປະຈໍາລາວ

ທູດຫວຽດນາມ ພົບປະບັນດາອົງການສື່ມວນຊົນລາວ ແລະ ຫວຽດນາມ ປະຈໍາລາວ

ການພົບປະ ແລະ ເຮັດວຽກຢ່າງເປັນທາງການລະຫວ່າງສະຖານທູດຫວຽດນາມ ແລະ ບັນດາອົງການຄຸ້ມຄອງວຽກງານສື່ມວນຊົນ, ບັນດາອົງການສື່ມວນຊົນຂອງລາວ ແລະ ບັນດາສຳນັກງານຜູ້ຕາງໜ້າສື່ມວນຊົນຫວຽດນາມປະຈຳ ສປປ ລາວ ຄັ້ງທຳອິດ ໄດ້ຈັດຂຶ້ນໃນວັນທີ 17 ມິຖຸນາ ຜ່ານມາ ທີ່ສະຖານເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ ຊຶ່ງການພົບປະຄັ້ງນີ້ ແນໃສ່ເພື່ອຊຸກຍູ້ການພົວພັນຮ່ວມມື ລະຫວ່າງສະຖານທູດ ກັບບັນດາອົງການຂ່າວສານ ກໍຄືອົງການສື່ມວນຊົນລາວ ແລະ ອົງການສື່ມວນຊົນຫວຽດນາມ ປະຈໍາລາວ.
ອົງການໄອຍະການແຂວງກວາງນາມ ພົບປະເຈົ້າແຂວງເຊກອງ

ອົງການໄອຍະການແຂວງກວາງນາມ ພົບປະເຈົ້າແຂວງເຊກອງ

ໃນວັນທີ 17 ມິຖຸນາຜ່ນມາ, ທ່ານ ນາງ ຫງວຽນ ທິ ກິມ ຮົງ ຮອງຫົວໜ້າອົງການໄອຍະການປະຊາຊົນແຂວງກວາງນາມ ສສ ຫວຽດນາມ ພ້ອມຄະນະ ໄດ້ເຂົ້າພົບປະ ທ່ານ ເຫຼັກໄຫລ ສີວິໄລ ເຈົ້າແຂວງເຊກອງ ຢູ່ທີ່ຫ້ອງວ່າການແຂວງ.
ໄອຍະການປະຊາຊົນແຂວງເຊກອງ ແລະ 2 ແຂວງ 1 ນະຄອນ ຂອງ ສສ ຫວຽດນາມ ພົບປະແລກປ່ຽນບົດຮຽນ

ໄອຍະການປະຊາຊົນແຂວງເຊກອງ ແລະ 2 ແຂວງ 1 ນະຄອນ ຂອງ ສສ ຫວຽດນາມ ພົບປະແລກປ່ຽນບົດຮຽນ

ໃນວັນທີ 17 ມິຖຸນານີ້ ຢູ່ທີ່ຫ້ອງປະຊຸມ ອົງການໄອຍະການປະຊາຊົນແຂວງເຊກອງ ໄດ້ຈັດກອງປະຊຸມພົບປະແລກປ່ຽນບົດຮຽນ ລະຫວ່າງ ຄະນະຜູ້ແທນອົງການໄອຍະການປະຊາຊົນ ແຂວງເຊກອງ ສປປ ລາວ ແລະ ຄະນະຜູ້ແທນອົງການໄອຍະການປະຊາຊົນ ແຂວງກວາງນາມ, ແຂວງກອນຕູມ ແລະ ນະຄອນເທື່ອທຽນເຫວ້ ສສ ຫວຽດນາມ ໂດຍມີທ່ານ ຄຳບາງ ພະສະແຫວງ ຫົວໜ້າອົງການໄອຍະການແຂວງເຊກອງ ພ້ອມຄະນະ; ມີທ່ານ ຫງວຽນ ທິ ກິມ ຮົງ ຮອງຫົວໜ້າອົງການໄອຍະການປະຊາຊົນແຂວງກວາງນາມ, ທ່ານ ຟ້າມ ມິງ ກື້ ຫົວໜ້າອົງການໄອຍະການປະຊາຊົນແຂວງກອນຕູມ ແລະ ທ່ານ ເຈີ່ນ ເຢີນ ເວື້ອງ ຮອງຫົວໜ້າອົງການໄອຍະການປະຊາຊົນນະຄອນເທື່ອທຽນເຫວ້ ພ້ອມຄະນະ ເຂົ້າຮ່ວມ.
ເປີດໂຄງການ ສ້າງສະພາບແວດລ້ອມທີ່ເອື້ອຍອຳນວຍໃຫ້ການລົງທຶນຂອງພາກເອກະຊົນ

ເປີດໂຄງການ ສ້າງສະພາບແວດລ້ອມທີ່ເອື້ອຍອຳນວຍໃຫ້ການລົງທຶນຂອງພາກເອກະຊົນ

ກົມສົ່ງເສີມການລົງທຶນ ກະຊວງແຜນການ ແລະ ການລົງທຶນ ໄດ້ຕາງໜ້າລັດຖະບານແຫ່ງ ສປປ ລາວ ຮ່ວມມືກັບ ອົງການການເງິນສາກົນ (IFC) ພາຍໃຕ້ສັນຍາຮ່ວມມື ລະຫວ່າງ ກົມສົ່ງເສີມການລົງທຶນ ແລະ IFC ສຳລັບໂຄງການສ້າງສະພາບແວດລ້ອມ ທີ່ເອື້ອອຳນວຍໃຫ້ແກ່ການລົງທຶນຂອງພາກເອກະຊົນ ແນໃສ່ສົ່ງເສີມການລົງທຶນຂອງພາກເອກະຊົນ ໃນຂະແໜງການທີ່ສຳຄັນ ຕໍ່ການເຕີບໂຕທາງເສດຖະກິດ, ອຳນວຍຄວາມສະດວກໃຫ້ແກ່ການລົງທຶນຂອງເອກະຊົນ ເພື່ອສ້າງຄວາມເຂັ້ມແຂງໃຫ້ສະພາບແວດລ້ອມການດຳເນີນທຸລະກິດ ແລະ ການສ້າງວຽກເຮັດງານທໍາ.
ທະຫານແຂວງ ບິ່ງດິ້ງ ຢ້ຽມຢາມ ແລະ ເຮັດວຽກ ຢູ່ກອງບັນຊາການທະຫານແຂວງ ອັດຕະປື.

ທະຫານແຂວງ ບິ່ງດິ້ງ ຢ້ຽມຢາມ ແລະ ເຮັດວຽກ ຢູ່ກອງບັນຊາການທະຫານແຂວງ ອັດຕະປື.

ໃນວັນທີ 16 ມິຖຸນາຜ່ານມານີ້, ຄະນະຜູ້ແທນກອງບັນຊາການທະຫານແຂວງ ບິ່ງດິ້ງ ກອງທັບປະຊາຊົນຫວຽດນາມ ສສ ຫວຽດນາມ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ກອງບັນຊາການທະຫານແຂວງ ອັດຕະປື, ນຳໂດຍ ສະຫາຍ ພັນເອກ ຫງວຽນ ຊວນ ເຊີນ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງ ບິ່ງດິ້ງ ກອງທັບປະຊາຊົນຫວຽດນາມ ພ້ອມດ້ວຍຄະນະ, ໂດຍການຕ້ອນຮັບຂອງ ສະຫາຍ ພັນເອກ ສີສົມໃຈ ມະໂນລາ ເລຂາຄະນະພັກ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງ ອັດຕະປື ພ້ອມດ້ວຍຄະນະເຂົ້າຮ່ວມ.
ງານວາງສະແດງອຸດສາຫະກຳການຂົນສົ່ງທາງອາກາດສາກົນທຽນຈີນ ຄັ້ງທີ III ​ຈັດຂຶ້ນເພື່ອຊຸກຍູ້ການຮ່ວມມືທີ່ມີຜົນປະໂຫຍດຊຶ່ງກັນ ແລະ ກັນ

ງານວາງສະແດງອຸດສາຫະກຳການຂົນສົ່ງທາງອາກາດສາກົນທຽນຈີນ ຄັ້ງທີ III ​ຈັດຂຶ້ນເພື່ອຊຸກຍູ້ການຮ່ວມມືທີ່ມີຜົນປະໂຫຍດຊຶ່ງກັນ ແລະ ກັນ

ງານວາງສະແດງອຸດສາຫະກຳການຂົນສົ່ງທາງອາກາດສາກົນທຽນຈີນ (TISIE) ຄັ້ງທີ III​ໄດ້ຈັດ​ຂຶ້ນ​ຢູ່​ເທດສະບານ​ທຽນຈີນ​, ທາງ​ພາກ​ເໜືອ​ຂອງ​ຈີນ​ໃນ​ວັນ​ພະຫັດທີ່ຜ່ານມາ​ນີ້, ​ໄດ້​ດຶງ​ດູດ​ຄວາມສົນ​ໃຈ ​ແລະ ​ການ​ເຂົ້າ​ຮ່ວມ​ຂອງ​ວິ​ສາ​ຫະກິດຕ່າງໆຫຼາຍກວ່າ 440 ວິ​ສາ​ຫະກິດ.
ຫາລື ການຈັດສົ່ງແຮງງານລາວໄປເຮັດວຽກການປະມົງທີ່ ສ ເກົາຫຼີ

ຫາລື ການຈັດສົ່ງແຮງງານລາວໄປເຮັດວຽກການປະມົງທີ່ ສ ເກົາຫຼີ

ກອງປະຊຸມປຶກສາຫາລືກ່ຽວກັບການຈັດສົ່ງແຮງງານລາວໄປເຮັດວຽກການປະມົງທີ່ ສ ເກົາຫຼີ (ວີຊາ E-10-2) ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ນະຄອນຫຼວງວຽງຈັນ ໃຫ້ກຽດເຂົ້າຮ່ວມຂອງທ່ານ ບຸນສວນ ໄຊຍະສິນ ຫົວໜ້າພະແນກຈັດຫາງານໄປຕ່າງປະເທດ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ), ມີຕາງໜ້າຈາກ 5 ບໍລິສັດຄຸ້ມຄອງ ແລະ ນໍາເຂົ້າແຮງງານຂອງ ສ ເກົາຫຼີ, 9 ບໍລິສັດຈັດຫາງານໃນ ສປປ ລາວ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ກອງປະຊຸມລັດຖະມົນຕີອົງການຮ່ວມມືທາງລົດໄຟຄັ້ງທີ 52

ກອງປະຊຸມລັດຖະມົນຕີອົງການຮ່ວມມືທາງລົດໄຟຄັ້ງທີ 52

ກອງປະຊຸມລັດຖະມົນຕີອົງການຮ່ວມມືທາງລົດໄຟ (OSJD) ຄັ້ງທີ 52 ໄດ້ຈັດຂຶ້ນໃນລະຫວ່າງວັນທີ 10-13 ມິຖຸນາຜ່ານມາ ທີ່ເມືອງຊິງຕ່າວ ສປ ຈີນ ໂດຍມີຜູ້ຕາງໜ້າຈາກ 21 ປະເທດສະມາຊິກລວມທັງ ສປ ຈີນ, ຣັດເຊຍ, ລາວ, ສ ເກົາຫຼີ, ຮັງກາຣີ, ມີຜູ້ຕາງໜ້າຈາກຄະນະກຳມະການປະສານງານສາກົນກ່ຽວກັບການຂົນສົ່ງຂ້າມແດນເອີຣົບ-ອາຊີ ແລະ ຄະນະກຳມະການຮ່ວມມືທາງລົດໄຟ, ຜູ້ຕາງໜ້າຈາກກະຊວງໂຍທາທິການ ແລະ ຂົນສົ່ງຂອງລາວ, ທ່ານ ອານົງເດດ ເພັດໄກສອນ ຮອງຜູ້ອໍານວຍການໃຫຍ່ບໍລິສັດທາງລົດໄຟລາວ-ຈີນຈໍາກັດເຂົ້າຮ່ວມ.
ອັດຕະປື-ກອນຕູມ ແລກປ່ຽນບົດຮຽນດ້ານວຽກງານຍຸຕິທຳ

ອັດຕະປື-ກອນຕູມ ແລກປ່ຽນບົດຮຽນດ້ານວຽກງານຍຸຕິທຳ

ເພື່ອປະຕິບັດບົດບັນທືກຊ່ວຍຈຳການ (MOU) ຮ່ວມມື ລະຫວ່າງ ພະແນກຍຸຕິທຳແຂວງ ກອນຕູມ ສສ. ຫວຽດນາມ ແລະ ພະແນກຍຸຕິທຳ ແຂວງອັດຕະປື ສປປ ລາວ. ໃນຄັ້ງວັນທີ 9 ມິຖຸນາຜ່ານມາ, ຄະນະນໍາພະແນກຍຸຕິທໍາ ແຂວງອັດຕະປື ນໍາໂດຍ ທ່ານ ຄໍາຫຼ້າ ແກ້ວວັນສອນ ຫົວໜ້າພະແນກຍຸຕິທຳ ແຂວງອັດຕະປື ພ້ອມຄະນະ ໄດ້ເດີນທາງໄປຢ້ຽມຢາມ ແລະ ແລກປ່ຽນບົດຮຽນ ກັບ ພະແນກຍຸຕິທຳ ແຂວງກອນຕູມ ໂດຍການຕ້ອນຮັບຂອງ ທ່ານ ເຈິນ ມິ່ງ ຖັ໋ງ ຫົວໜ້າພະແນກຍຸຕິທຳ ແຂວງກອນຕູມ ພ້ອມຄະນະເຂົ້າຮ່ວມ.
ບາງບົດຮຽນເບື້ອງຕົ້ນ ຈາກການຮັກສາເສດຖະກິດມະຫາພາກໃຫ້ມີຄວາມໝັ້ນທ່ຽງຂອງຫວຽດນາມ

ບາງບົດຮຽນເບື້ອງຕົ້ນ ຈາກການຮັກສາເສດຖະກິດມະຫາພາກໃຫ້ມີຄວາມໝັ້ນທ່ຽງຂອງຫວຽດນາມ

ໃນໄລຍະຜ່ານມາ, ໂດຍປະຕິບັດຕາມນະໂຍບາຍ, ລະບອບ, ລະບຽບ ແລະ ມາດຕະການໃນການຮັກສາເສດຖະກິດມະຫາພາກໃຫ້ມີຄວາມໝັ້ນທ່ຽງຂອງຫວຽດນາມ. ສິ່ງສໍາຄັນອີກບັນຫານໜຶ່ງແມ່ນບົດຮຽນທີຫ້າ: ແມ່ນການປະສານສົມທົບຢ່າງກົມກຽວ ລະຫວ່າງນະໂຍບາຍປົກປ້ອງສັງຄົມກັບ ນະໂຍບາຍສະຫວັດດີການສັງຄົມຕໍ່ເປົ້າໝາຍທີ່ຄວນໄດ້ຮັບ ຊຶ່ງແມ່ນພາລະໜ້າທີ່ໃນການຮັກສາຄວາມປອດໄພ ແລະ ໝູນໃຊ້ບາງຫຼັກການທີ່ຕິດພັນກັບການຕະຫຼາດ.
ເພີ່ມເຕີມ