ທ່ານນາງ ເຜີງລີ້ຢວນ ໄດ້ໃຫ້ຮູ້ກ່ຽວກັບຜົນສຳເລັດໃນການພັດທະນາຂອງພາລະກິດການສຶກສາສຳລັບເດັກຍິງແລະ ແມ່ຍິງຂອງຈີນ ແລະ ສະແດງຄວາມຍິນດີສືບຕໍ່ປະຕິບັດໜ້າທີ່ໃນຖານະທູດພິເສດໃຫ້ດີ, ເພີ່ມທະວີການຮ່ວມມືກັບອົງການ UNESCO ເພື່ອຊຸກຍູ້ໃຫ້ພາລະກິດການສຶກສາຂອງເດັກຍິງ ແລະ ແມ່ຍິງໃນທົ່ວໂລກໄດ້ຮັບຄວາມກ້າວໜ້າຢ່າງຕໍ່ເນື່ອງ.
ທ່ານ ຄາເລັດ ເອວ ເອນານີ ໄດ້ຕີລາຄາສູງຕໍ່ທ່ານນາງ ເຜີງລີ້ຢວນ ທີ່ໄດ້ປະກອບສ່ວນຢ່າງດີເດັ່ນເຂົ້າໃນພາລະກິດການສຶກສາສຳລັບເດັກຍິງ ແລະ ແມ່ຍິງທົ່ວໂລກ ນັບແຕ່ໄດ້ດຳລົງຕຳແໜ່ງເປັນທູດພິເສດເປັນຕົ້ນມາ ແລະ ສະແດງຄວາມຍິນດີລົງເລິກການແລກປ່ຽນ ແລະ ການຮ່ວມມືກັບຈີນໃຫ້ແໜ້ນແຟ້ນຍິ່ງຂຶ້ນເພື່ອຊຸກຍູ້ໃຫ້ມີການພັດທະນາ ໃໝ່ໆໃນດ້ານການສຶກສາສຳລັບເດັກຍິງ ແລະ ແມ່ຍິງທົ່ວໂລກ.
ຄໍາເຫັນ