ທ່ານນາງ ທານາເອະ ທາຄາອິຈິ ໄດ້ຮັບເລືອກຕັ້ງເປັນນາຍົກລັດຖະມົນຕີຍີ່ປຸ່ນຄົນໃໝ່

ທ່ານນາງ ທານາເອະ ທາຄາອິຈິ ໄດ້ຮັບເລືອກຕັ້ງເປັນນາຍົກລັດຖະມົນຕີຍີ່ປຸ່ນຄົນໃໝ່

ທ່ານນາງ ທານາເອະ ທາຄາອິຈິ ໄດ້ຮັບເລືອກຕັ້ງເປັນນາຍົກລັດຖະມົນຕີຍີ່ປຸ່ນຄົນໃໝ່
ຂ່າວສານຊີອາໄອລາຍງານວ່າ: ໃນວັນທີ 18 ກຸມພາ ຜ່ານມານີ້, ໃນການປ່ອນບັດຮອບທີສອງຂອງການເລືອກຕັ້ງສະເໜີຊື່ນາຍົກລັດຖະມົນຕີຂອງສະພາສູງຍີ່ປຸ່ນ, ທ່ານນາງ ທານາເອະ ທາຄາອິຈິ ປະທານພັກເສລີປະຊາທິປະໄຕຍີ່ປຸ່ນໄດ້ຮັບບັດຫຼາຍກວ່າເຄິ່ງໜຶ່ງ. ສະນັ້ນ, ໄດ້ຮັບເລືອກຕັ້ງເປັນນາຍົກລັດຖະມົນຕີຍີ່ປຸ່ນຄົນໃໝ່.

 

ໃນການປ່ອນບັດຮອບນີ້, ຈຳນວນບັດທີ່ມີຜົນສັກສິດແມ່ນ 246 ບັດ, ທ່ານນາງ ທານາເອະ ທາຄາອິຈິ ໄດ້ຮັບຈຳນວນ 125 ບັດ ແລະ ໄດ້ຮັບເລືອກຕັ້ງເປັນນາຍົກລັດຖະມົນຕີຜູ້ທີ 105 ຂອງຍີ່ປຸ່ນຢ່າງເປັນທາງການ.

ມື້ດຽວກັນ, ພິທີມອບ-ຮັບໜ້າທີ່ຕຳແໜ່ງນາຍົກລັດຖະມົນຕີ ແລະ ການຮັບຮອງຄະນະລັດຖະບານຍີ່ປຸ່ນຊຸດ ໃໝ່ໄດ້ຈັດຂຶ້ນຢູ່ພະຣາຊະວັງຍີ່ປຸ່ນ, ລັດຖະບານທີ່ນຳໂດຍທ່ານນາງ ທານາເອະ ທາຄາອິຈິ ຊຸດທີ 2 ໄດ້ສ້າງຕັ້ງຂຶ້ນຢ່າງເປັນທາງການ.

ເວັບໄຊສຳນັກງານນາຍົກລັດຖະມົນຕີຍີ່ປຸ່ນແຈ້ງໃຫ້ຮູ້ວ່າ: ສະມາຊິກລັດຖະບານທີ່ນຳໂດຍທ່ານນາງ ທານາເອະ ທາຄາອິຈິ ຊຸດທີ 2 ຈະຄືກັນກັບຊຸດທີ 1 ທັງໝົດ.

ຄໍາເຫັນ

ຂ່າວຕ່າງປະເທດ

ການສູດດົມໄມໂຄຣພາສຕິກ ເຮັດໃຫ້ເກີດການອັກສອບ ແລະ ທຳລາຍປອດ

ການສູດດົມໄມໂຄຣພາສຕິກ ເຮັດໃຫ້ເກີດການອັກສອບ ແລະ ທຳລາຍປອດ

ຂ່າວຕ່າງປະເທດລາຍງານ ໃນວັນທີ 18 ກຸມພາ ຜ່ານມາວ່າ: ການຄົ້ນຄວ້າສະບັບໃໝ່ຈາກມະຫາວິທະຍາໄລເຕັກໂນໂລຊີຊິດນີ ຂອງອົສຕຣາລີ ຊີ້ໃຫ້ເຫັນວ່າ, ການສູດດົມເອົາໄມໂຄຣພລາສຕິກ ອາດຈະເຮັດໃຫ້ເກີດການອັກເສບ ແລະ ທຳລາຍປອດ ໄດ້. ສິ່ງນີ້ອາດຈະເພີ່ມຄວາມສ່ຽງຂອງພະຍາດທາງເດີນຫາຍໃຈເຊັ່ນ: ພະຍາດຫືດ, ພະຍາດປອດອຸດຕັນຊໍາເຮື້ອ, ພະຍາດເນື້ອເຍື່ອໃນປອດ ແລະ ມະເຮັງປອດ.
ທະນາຄານກາງນູແວນເຊລັງ ຮັກສາອັດຕາດອກນະໂຍບາຍໄວ້ທີ່ 2.25%

ທະນາຄານກາງນູແວນເຊລັງ ຮັກສາອັດຕາດອກນະໂຍບາຍໄວ້ທີ່ 2.25%

ຂ່າວຕ່າງປະເທດລາຍງານວ່າ: ທະນາຄານກາງນູແວນເຊລັງ (RBNZ) ໄດ້ຮັກສາອັດຕາດອກເບ້ຍນະໂຍບາຍຂອງຕົນໄວ້ທີ່ 2.25% ໃນກອງປະຊຸມວັນທີ 18 ກຸມພາ ຜ່ານມາ ຕາມທີ່ຕະຫຼາດຄາດຄະເນໄວ້. RBNZ ລະບຸວ່າ:ນະໂຍບາຍການເງິນຈຳເປັນຕ້ອງຮັກສາໄວ້ໃນລະດັບຜ່ອນຜັນຕໍ່ໄປອີກໄລຍະໜຶ່ງ ເພື່ອສະໜັບສະໜູນການຟື້ນຕົວຂອງເສດຖະກິດ ແລະ ໄດ້ປັບປຸງການຄາດຄະເນສຳລັບການຂຶ້ນອັດຕາດອກເບ້ຍຄັ້ງທຳອິດໄປຈົນຮອດທ້າຍປີນີ້ ຫຼື ຕົ້ນປີໜ້າ.
ເສັ້ນ​ທາ​ງ​ລົດ​ໄຟ​​ຄວາມ​ໄວ​ສູງຈີນ-ໄທ​ ຈະ​ສ້າງ​ສຳ​ເລັດ ແລະ ເປີດ​ນຳ​ໃຊ້​ໃນ​ປີ 2030

ເສັ້ນ​ທາ​ງ​ລົດ​ໄຟ​​ຄວາມ​ໄວ​ສູງຈີນ-ໄທ​ ຈະ​ສ້າງ​ສຳ​ເລັດ ແລະ ເປີດ​ນຳ​ໃຊ້​ໃນ​ປີ 2030

ຂ່າວສານຊີອາໄອລາຍງານຫວ່າງມໍ່ໆມານີ້ວ່າ: ທ່ານ ອະນັນ ໂພນິ່ມແດງ ຜູ້​ວ່າ​ການ​ແທນ​ກົມ​ທາງ​ລົດ​ໄຟ​ແຫ່ງ​ຊາດ​ໄທ​ກ່າວ​ວ່າ, ໂຄງ​ການ​ເສັ້ນ​ທາງ​ລົດ​ໄຟຄວາມ​ໄວ​ສູງ​ຈີນ-ໄທ​ໄລ​ຍະ​ທີ​ໜຶ່ງ​ໄດ້​ສຳ​ເລັດ​ໄປ​ແລ້ວ 51.74%, ເປົ້າ​ໝາຍ​ທາງ​ການ​ແມ່ນ​ສ້​​າງສຳ​ເລັດ ແລະ ເປີດ​ນຳ​ໃຊ້​ໃນ​ປີ 2030.
ຫວຽດ​ນາມ ແລະ ອາ​ເມ​ຣິ​ກາ ​ເຊັນ​​ຂໍ້​ຕົກ​ລົງ​ຮ່ວມ​ມື​ມູນ​ຄ່າ 37 ຕື້ກວ່າໂດລາ

ຫວຽດ​ນາມ ແລະ ອາ​ເມ​ຣິ​ກາ ​ເຊັນ​​ຂໍ້​ຕົກ​ລົງ​ຮ່ວມ​ມື​ມູນ​ຄ່າ 37 ຕື້ກວ່າໂດລາ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນຕອນແລງວັນທີ 18 ກຸມພາ ຜ່ານມາ, ຕາມເວລາທ້ອງຖິ່ນ ຢູ່ນະຄອນຫຼວງວໍຊິງຕັນ ດີຊີ (ສະຫະລັດ ອາເມຣິກາ), ບັນດາຄູ່ຮ່ວມມື ຫວຽດນາມ ແລະ ສະຫະລັດ ອາເມຣິກາ ໄດ້ເຊັນສັນຍາ, ຂໍ້ຕົກລົງຮ່ວມມືສະບັບຕ່າງໆໃນບັນດາຂົງເຂດຈຸດສຸມ ລວມມູນຄ່າທັງໝົດ 37.2 ຕື້ໂດລາ. ເຂົ້າຮ່ວມໃນພິທີດັ່ງກ່າວມີທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ແລະ ການນຳສອງປະເທດຫຼາຍທ່ານ.
ສະພາບອາກາດໜາວເຢັນໃນມົງໂກລີ ເຮັດໃຫ້ສັດລ້ຽງຫຼາຍກວ່າ 26,000 ໂຕເສຍຊີວິດ

ສະພາບອາກາດໜາວເຢັນໃນມົງໂກລີ ເຮັດໃຫ້ສັດລ້ຽງຫຼາຍກວ່າ 26,000 ໂຕເສຍຊີວິດ

ຂ່າວຕ່າງປະເທດລາຍງານຫວ່າງມໍ່ໆມານີ້ວ່າ: ສຳນັກງານສະຖິຕິແຫ່ງຊາດມົງໂກລີໄດ້ເປີດເຜີຍວ່າ, ສະພາບອາກາດໜາວຮຸນແຮງ ຫຼື "dzud" ໃນປະເທດມົງໂກລີ ໄດ້ເຮັດໃຫ້ສັດລ້ຽງ ຈຳນວນ 26,300 ກວ່າໂຕເສຍຊີວິດ ໃນເດືອນມັງກອນ ຜ່ານມາ ໃນແຂວງພາກຕາເວັນຕົກເຊັ່ນ: ອຸຟ, ບາຍັນ-ເອີລກີ ແລະ ຊັຟຄານ ລວມເຖິງແຂວງເອເວີຮັງໄກ ໃນພາກກາງ.
Microsoft ປະກາດແຜນການລົງທຶນຄັ້ງໃຫຍ່ ເພື່ອເສີມສ້າງ AI ໃນກຸ່ມ Global South

Microsoft ປະກາດແຜນການລົງທຶນຄັ້ງໃຫຍ່ ເພື່ອເສີມສ້າງ AI ໃນກຸ່ມ Global South

ຂ່າວຕ່າງປະເທດລາຍງານວ່າ: ບໍລິສັດ Microsoft ໄດ້ປະກາດໃນວັນທີ 18 ກຸມພາ ຜ່ານມາວ່າ, ບໍລິສັດມີແຜນທີ່ຈະລົງທຶນ 50 ຕື້ໂດລາ ພາຍໃນທ້າຍທົດສະວັດນີ້ ເພື່ອຂະຫຍາຍຄວາມສາມາດດ້ານປັນຍາປະດິດ (AI) ຂອງຕົນໃນບັນດາປະເທດກຳລັງພັດທະນາພາຍໃນກຸ່ມ Global South.
UNESCO ສະໜັບສະໜູນ​ການ​ຮັບ​ມື​ກັບ​ບັນ​ດາ​ກໍ​ລະ​ນີ​ສຸກ​ເສີນ​ທົ່ວ​ໂລກ

UNESCO ສະໜັບສະໜູນ​ການ​ຮັບ​ມື​ກັບ​ບັນ​ດາ​ກໍ​ລະ​ນີ​ສຸກ​ເສີນ​ທົ່ວ​ໂລກ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 17 ກຸມພາ ຜ່ານມາ, ອົງການສຶກສາ, ວິທະຍາສາດ ແລະ ວັດທະນະທຳ ຂອງ ສປຊ (UNESCO) ໄດ້ປະກາດ 19 ໂຄງການໃໝ່ດ້ວຍມູນຄ່າ 6.9 ລ້ານໂດລາ ເພື່ອແນໃສ່ສະໜັບສະໜູນການຮັບມືກັບບັນດາກໍລະນີສຸກເສີນໃນທົ່ວໂລກ ດ້ວຍແຫຼ່ງເງິນປະກອບເພີ່ມເຕີມຈາກລັດຖະບານຍີ່ປຸ່ນ.
ອິນ​ເດຍ ແລະ ຝ​ຣັ່ງ ຍົກ​ລະ​ດັບ​ສາຍ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ທົ່ວ​ໂລກ​ແບບ​ພິ​ເສດ

ອິນ​ເດຍ ແລະ ຝ​ຣັ່ງ ຍົກ​ລະ​ດັບ​ສາຍ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ທົ່ວ​ໂລກ​ແບບ​ພິ​ເສດ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 17 ກຸມພາ ຜ່ານມາ ຢູ່ນະຄອນມຸມບາຍ ປະເທດອິນເດຍ, ທ່ານ ນາເຣນດຣາ ໂມດີ ນາຍົກລັດຖະມົນຕີ ອິນເດຍ ແລະ ທ່ານ ແອມມານູຍແອນ ມາຄຣົງ ປະທານາທິບໍດີຝຣັງ ໄດ້ອອກຖະແຫຼງການຮ່ວມ ຍົກລະດັບສາຍພົວພັນສອງຝ່າຍຂຶ້ນເປັນ “ຄູ່ຮ່ວມມືຍຸດທະສາດທົ່ວໂລກແບບພິເສດ” ຢ່າງເປັນທາງການ, ແນໃສ່ຊຸກຍູ້ສະຖຽນລະພາບ, ຄວາມວັດທະນະຖາວອນ ແລະ ການຮ່ວມມືທົ່ວໂລກໃນສະພາບການໂລກມີການຜັນແປຫຼາຍຢ່າງ.
ຫຸ່ນຍົນສະແດງງານລາຕີສະຫຼອງບຸນກຸດຈີນ ໄດ້ຮັບຄວາມສົນໃຈຈາກສື່ມວນຊົນສາກົນ

ຫຸ່ນຍົນສະແດງງານລາຕີສະຫຼອງບຸນກຸດຈີນ ໄດ້ຮັບຄວາມສົນໃຈຈາກສື່ມວນຊົນສາກົນ

ຂ່າວສານຊີອາໄອລາຍງານ ໃນວັນທີ 18 ກຸມພາ ຜ່ານມາວ່າ: ພາຍຫຼັງງານລາຕີສະຫຼອງບຸນກຸດຈີນຂອງວິທະຍຸ-ໂທລະພາບສູນກາງຈີນປີ 2026 ອອກອາກາດແລ້ວ, ຫຸ່ນຍົນມະນຸດບົນເວທີສະແດງຂອງງານໄດ້ຮັບຄວາມສົນໃຈຫຼາຍຈາກສື່ມວນຊົນສາກົນ.
ຫວຽດນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ຮອບ​ດ້ານ​ໃນ​ລະ​ດັບ​ສູງ​ໃໝ່

ຫວຽດນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ຮອບ​ດ້ານ​ໃນ​ລະ​ດັບ​ສູງ​ໃໝ່

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ກອງປະຊຸມໃຫຍ່ຄັ້ງທີ 14 ຂອງພັກກອມມູນິດຫວຽດນາມ ແມ່ນຂີດໝາຍອັນສະຫງ່າລາສີໃນປະຫວັດສາດ, ເປີດປະຕູເຂົ້າສູ່ສັກກະລາດໃໝ່ຂອງຊາດ. ໂດຍພາຍໃຕ້ແສງສະຫວ່າງຂອງກອງປະຊຸມໃຫຍ່ຄັ້ງທີ 14, ການພົວພັນຕ່າງປະເທດ-ໜ້າທີ່ສຳຄັນຍິ່ງ ຈະໄດ້ຖືກຜັນຂະຫຍາຍຢ່າງຮອບດ້ານໃນລະດັບສູງໃໝ່. ໃນວັນທີ 18 ກຸມພາ ຜ່ານມາ, ທ່ານ ໂຕເລິມ ເລຂາທິການໃຫຍ່ ພັກກອມມູນິດ ຫວຽດນາມ ໄດ້ມີບົດຂຽນຫົວຂໍ້ວ່າ “ຍູ້ແຮງການພົວພັນຕ່າງປະເທດຮອບດ້ານໃນລະດັບສູງໃໝ່”.
ເພີ່ມເຕີມ