ທ່ານນາຍົກລັດຖະມົນຕີ ພົບປະໂອ້ລົມ ຕໍ່ການນຳຫຼັກແຫຼ່ງແຂວງບໍລິຄຳໄຊ

ທ່ານນາຍົກລັດຖະມົນຕີ ພົບປະໂອ້ລົມ ຕໍ່ການນຳຫຼັກແຫຼ່ງແຂວງບໍລິຄຳໄຊ
ເມື່ອບໍ່ດົນມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດພົບປະໂອ້ລົມ ຕໍ່ການນຳຫຼັກແຫຼ່ງແຂວງບໍລິຄຳໄຊໂດຍການຕ້ອນຮັບ ຂອງທ່ານ ກອງແກ້ວ ໄຊສົງຄາມເຈົ້າແຂວງບໍລິຄຳໄຊພ້ອມດ້ວຍຄະນະນຳຂອງແຂວງ ແລະ ຂະແໜງການກ່ຽວຂ້ອງພາຍໃນແຂວງ
    ໃນໂອກາດນີ້, ທ່ານເຈົ້າແຂວງບໍລິຄຳໄຊໄດ້ລາຍງານໃຫ້ຊາບ ກ່ຽວກັບຜົນສໍາເລັດໃນການຈັດຕັ້ງປະຕິບັດວຽກງານພົ້ນເດັ່ນ ປີ 2023 ແລະ ທິດທາງແຜນການທ້າຍປີ 2024 ຕິດພັນກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ເຫັນວ່າແຂວງໄດ້ເອົາໃຈໃສ່ແກ້ໄຂບັນຫາທີ່ພົວພັນເຖິງຄວາມບໍ່ສະຫງົບ ໂດຍເນັ້ນໃສ່ແກ້ໄຂບັນຫາ4 ເຖື່ອນ (ຄົນເຖື່ອນ, ລົດເຖື່ອນ, ອາວຸດເຖື່ອນ ແລະ ສິນຄ້າເຖື່ອນ)ພ້ອມທັງ ຈັດຕັ້ງປະຕິບັດ 9 ຫົວຂໍ້ສໍາມະນາວິທະຍາສາດ (1. ວຽກງານ ປກຊ-ປກສ;2.ການປັບປຸງອໍານາດການປົກຄອງບ້ານໃຫ້ມີຄວາມເຂັ້ມແຂງ;3. ການແກ້ໄຂຄວາມທຸກຍາກ;4. ບັນຫາທີ່ດິນ;5. ບັນຫາຢາເສບຕິດ;6. ບັນຫາສາສະໜາ; 7. ອຸບັດເຫດຕາມທ້ອງຖະໜົນ;8. ການຕັ້ງສໍາມະນາ;9. ການຂັດຂວາງການປະຕິບັດງານຂອງເຈົ້າໜ້າທີ່ ຫຼືຊີງຕົວປະກັນ) ຊຶ່ງໄດ້ຈັດຕັ້ງຜັນຂະຫຍາຍເຂົ້າສູ່ລວງເລິກເທື່ອລະກ້າວ; ດ້ານເສດຖະກິດສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງສະເລ່ຍໃນລະດັບ 5,27%(ແຜນການ 5,4%),ລວມຍອດຜະລິດຕະພັນພາຍໃນ ບັນລຸ 11.004ຕື້ກວ່າກີບ (ແຜນປີ 7.500,75ຕື້ກີບ),ລາຍໄດ້ສະເລ່ຍຕໍ່ຫົວຄົນ 33ລ້ານກວ່າກີບ/ຄົນ/ປີ; ປີ 2023 ສາມາດຈັດເກັບລາຍຮັບໄດ້ທັງໝົດ 1.258,49 ຕື້ກີບ, ດ້ານລາຍຈ່າຍສາມາດປະຕິບັດໄດ້ທັງໝົດ 547,81 ຕື້ກີບ. ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ໄດ້ສຸມໃສ່ການຈັດຕັ້ງປະຕິບັດບັນດາຄາດ
ໝາຍໃຫ່ຍຄື: ຄາດໝາຍອັດຕາການຂະຫຍາຍຕົວຂອງເສດຖະກິດ, ການຄຸ້ມຄອງມະຫາພາກແລະ ຫຼຸດຜ່ອນຄວາມບອບບາງຕ່າງໆດ້ານເສດຖະກິດຊຶ່ງສາມາດແກ້ໄຂບັນຫາຄວາມຫຍຸ້ງຍາກດ້ານງົບປະມານລັດໄດ້ໂດຍພື້ນຖານ ແລະ ເລີ່ມເຂົ້າສູ່ການສ້າງຄວາມເຂັ້ມແຂງ; ໄດ້ເອົາໃຈໃສ່ຍົກສູງປະສິດຕິພາບໃນການຄຸ້ມຄອງລັດ, ເສດຖະກິດ-ສັງຄົມ ແລະ ສູ້ຊົນຫຼຸດຜ່ອນແກ້ໄຂພັນທະໜີ້ສິນພາຍໃນ ທີ່ຕິດພັນກັບງົບປະມານໃຫ້ຫຼຸດລົງເທື່ອລະກ້າວ; ໄດ້ເອົາໃຈໃສ່ສ້າງຄວາມເຂັ້ມແຂງໃຫ້ລະບົບສະຖາບັນການເງິນ ແລະ ສົ່ງເສີມການເຂົ້າເຖິງການບໍລິການດ້ານການເງິນໃຫ້ມີປະສິດທິຜົນສູງຂຶ້ນ; ໄດ້ປະຕິບັດ 4 ວຽກງານຈຸດສຸມ ຄື:1). ສົ່ງເສີມການຜະລິດເພື່ອທົດແທນການນໍາເຂົ້າ ແລະ ເປັນສິນຄ້າສົ່ງອອກ ເພື່ອສ້າງຖານລາຍຮັບ ທີ່ເຂັ້ມແຂງ-ຍືນຍົງ; 2). ສ້າງຄວາມເຂັ້ມແຂງດ້ານການເກັບລາຍຮັບເຂົ້າງົບປະມານ;3). ສົ່ງເສີມການປະຢັດ, ຕ້ານການຟຸມເຟືອຍ, ຍົກສູງປະສິດທິຜົນການລົງທຶນ, ຄຸ້ມຄອງລາຍຈ່າຍງົບປະມານພາຍໃນ-ຕ່າງປະເທດ ແລະ ການແກ້ໄຂໜີ້ສິນ; 4). ຍົກສູງປະສິດທິພາບການຄຸ້ມຄອງລັດດ້ວຍກົດໝາຍ.
ໂອກາດດຽວກັນ,ທ່ານ ນາຍົກລັດຖະມົນຕີ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນສຳເລັດທີ່ຍາດມາໄດ້ ໃນໄລຍະຜ່ານມາ ເພື່ອເປັນທິດທາງໃຫ້ແກ່ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງໃນຕໍ່ໜ້າ ທ່ານນາຍົກລັດຖະມົນຕີ ຍັງໄດ້ເນັ້ນໜັກໃຫ້ຜູ້ເຂົ້າຮ່ວມປະຊຸມ ສືບຕໍ່ເອົາໃຈໃສ່ຕື່ມບາງດ້ານ ເປັນຕົ້ນ:ໃຫ້ສືບຕໍ່ເອົາໃຈໃສ່ຊີ້ນໍາ-ນໍາພາຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ,ປ້ອງກັນຄວາມສະຫງົບ, ຮັກສາສະຖຽນລະພາບທາງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ໃຫ້ມີຄວາມສະຫງົບປອດໄພ, ເພີ່ມທະວີແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ ໃນສັງຄົມໃຫ້ຫຼຸດໜ້ອຍຖອຍລົງ; ເອົາໃຈໃສ່ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ມະຕິ, ຄຳສັ່ງ, ແນວທາງປ່ຽນແປງໃໝ່ຂອງພັກ-ລັດເຂົ້າສູ່ລວງເລິກ, ສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ; ສືບຕໍ່ພົວພັນຮ່ວມມືກັບຕ່າງປະເທດ ໂດຍສະເພາະບັນດາປະເທດເພື່ອນມິດຍຸດທະສາດ ແລະ ຄູ່ຮ່ວມພັດທະນາ; ຄົ້ນຄວ້ານຳໃຊ້ແລະເສີມຂະຫຍາຍທ່າແຮງບົ່ມຊ້ອນຂອງແຂວງ ເຂົ້າໃນການສ້າງສາພັດທະນາ ຢ່າງປະສິດທິຜົນສູງສຸດ; ສືບຕໍ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດປີ 2024ກໍຄືແຜນພັດທະນາເສດຖະກິດ-ສັງຄົມ ຂອງແຂວງ ຕັ້ງແຕ່ຫົວທີ ພ້ອມທັງສືບຕໍ່ຈັດຕັ້ງປະຕິບັດ2ວາລະແຫ່ງຊາດໃຫ້ບັນລຸຕາມແຜນທີ່ກໍານົດໄວ້; ໃຫ້ຂະແໜງການທີ່ກ່ຽວຂ້ອງສູນກາງ ປະສານສົມທົບກັບຂະແໜງການກ່ຽວຂ້ອງ ຢູ່ທ້ອງຖິ່ນ ຄົ້ນຄ້ວາ ແລະ ແນະນຳວິທີການນຳໃຊ້ ແລະ ປັບປຸງຄຸນນະພາບຂອງດິນໃຫ້ແກ່ຊາວກະສິກອນ ເພື່ອເຮັດໃຫ້ການປູກ-ການລ້ຽງ ມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນ, ທັງສາມາດແຂ່ງຂັນໃນທ້ອງຕະຫຼາດ; ເພີ່ມທະວີຊຸກຍູ້ການເກັບລາຍຮັບຢູ່ບັນດາດ່ານຊາຍແດນ, ປັບປຸງການຄຸ້ມຄອງດ່ານ ໃຫ້ມີຄວາມເປັນເອກະພາບ ຕາມທິດຫັນເປັນທັນສະໄໝ, ໂປ່ງໃສ, ມີຄວາມສະດວກ, ວ່ອງໄວ; ເອົາໃຈໃສ່ຄຸ້ມຄອງ ບັນ ດາບໍລິສັດທີ່ນໍາເຂົ້າ-ສົ່ງອອກສິນຄ້າ, ກວດກາຄືນບັນດາວິສາຫະກິດທີ່ໄດ້ຮັບສິດໃນການນຳເຂົ້າ-ສົ່ງອອກ, ທັງມີມາດຕະການຕໍ່ຜູ້ລະເມີດຫຼົບຫຼີກການເສຍພາສີ ຢ່າງເຂັ້ມງວດ ໂດຍບໍ່ມີຂໍ້ຍົກເວັ້ນ;ຄົ້ນຄວ້າການຈັດຕັ້ງປະຕິບັດນະໂຍບາຍສິນເຊື່ອ ເພື່ອກະຕຸ້ນເສດຖະກິດ, ກະຈາຍແຫຼ່ງທຶນສູ່ທ້ອງຖິ່ນໂດຍກໍານົດເຂດຈຸດສຸມ ຢ່າງລະອຽດ, ຈະແຈ້ງ ແລະ ທົ່ວເຖິງ.
ໃນໂອກາດຕິດຕາມທ່ານ ນາຍົກລັດຖະມົນຕີ ລົງເຄື່ອນໄຫວເຮັດວຽກຢູ່ແຂວງ ບໍລິຄຳໄຊ ໃນຄັ້ງນີ້, ທ່ານ ອາລຸນໄຊ ສູນນະລາດ ລັດຖະມົນຕີ ຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຍັງໄດ້ມອບຄອມພີວເຕີ ຈຳນວນໜຶ່ງໃຫ້ກອງບັນຊາການທະຫານແຂວງບໍລິຄຳໄຊເພື່ອນໍາໃຊ້ເຂົ້າໃນການປະຕິບັດໜ້າທີ່ວຽກງານ ຕື່ມອີກ.
ຂ່າວ ແລະ ພາບໂດຍ: ກົມປະຊາສໍາພັນ, ຫສນຍ

ຄໍາເຫັນ

ຂ່າວເດັ່ນ

ກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວປະເທດ ສະໄໝທີ IX

ກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວປະເທດ ສະໄໝທີ IX

ກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວປະເທດສະໄໝທີ IX ອົງການພຸດທະສາສະໜາສໍາພັນ ແຫ່ງ ສປປ ລາວ ໄດ້ຈັດຂຶ້ນໃນວັນທີ 23 ທັນວານີ້ ທີ່ ຫໍປະຊຸມແຫ່ງຊາດ. ໂດຍການເປັນປະທານຂອງ ພະອາຈານໃຫຍ່ ມະຫາເວດ ມະເສໄນ ປະທານ ສູນກາງອົງການພຸດທະສາສະໜາສຳພັນ ແຫ່ງ ສປປ ລາວ (ອພສ), ໂດຍເປັນກຽດເຂົ້າຮ່ວມ ຂອງທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ, ມີບັນດາການນໍາພັກ-ລັດ, ອົງການຈັດຕັ້ງທີ່ຢູ່ອ້ອມຂ້າງ ພັກ-ລັດ, ຜູ້ແທນພະສົງ, ແນວລາວສ້າງຊາດແຂວງ, ນະຄອນຫຼວງ, ເມືອງ, ທ່ານຜູ້ຊົງຄຸນວຸດທິ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.
ສະຫາຍ ສອນໄຊ ສີພັນດອນ ຕ້ອນຮັບຄະນະຜູ້ແທນຫວຽດນາມ

ສະຫາຍ ສອນໄຊ ສີພັນດອນ ຕ້ອນຮັບຄະນະຜູ້ແທນຫວຽດນາມ

ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງສະຫາຍ ຫງວຽນ ຮຸຍ ຕຽນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສສຫວຽດນາມ ພ້ອມດ້ວຍຄະນະ ໃນວັນທີ 19 ທັນວານີ້, ທີ່ສໍານັກງານນາຍົກລັດຖະມົນຕີ.
ທ່ານ ສອນໄຊ ສີພັນດອນ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ

ທ່ານ ສອນໄຊ ສີພັນດອນ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ ຊຶ່ງນໍາໂດຍ ທ່ານ ກິມ ເທ ຮຶມ(Kim Tae Heum) ເຈົ້າແຂວງ ຊຸງຊອງນໍາໂດ ພ້ອມຄະນະ ທີ່ໄດ້ເດີນທາງມາຢ້ຽມຢາມ, ເຮັດວຽກ ແລະ ພົບປະກັບ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ໃນວັນທີ 18 ທັນວານີ້ ທີ່ສໍານັກງານນາຍົກລັດຖະມົນຕີ.
ປະທານປະເທດໂອ້ລົມເນັ້ນຫຼາຍບັນຫາຕໍ່ກອງປະຊຸມສະຫຼຸບວຽກງານຄະນະປະຕິຮູບລັດວິສາຫະກິດປະຈໍາປີ 2025

ປະທານປະເທດໂອ້ລົມເນັ້ນຫຼາຍບັນຫາຕໍ່ກອງປະຊຸມສະຫຼຸບວຽກງານຄະນະປະຕິຮູບລັດວິສາຫະກິດປະຈໍາປີ 2025

ກອງປະຊຸມສະຫຼຸບການປະຕິບັດວຽກງານວຽກຄະນະປະຕິຮູບລັດວິສາຫະກິດປະຈຳປີ 2025 ແລະ ທິດທາງແຜນວຽກຈຸດສຸມປີ 2026 ຈັດຂຶ້ນໃນວັນທີ 17 ທັນວານີ້ ທີ່ຫ້ອງປະຊຸມ ICTC, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ຫົວໜ້າຄະນະປະຕິຮູບລັດວິສາຫະກິດ, ເປັນກຽດເຂົ້າຮ່ວມ ແລະ ໂອ້ລົມ ຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ, ມີ ບັນດາທ່ານ ຄະນະປະຕິຮູບລັດວິສາຫະກິດຂັ້ນສູນກາງ ກະຊວງ-ອົງການ ແລະ ຂັ້ນແຂວງ, ບັນດາທ່ານຜູ້ອໍານວຍການ ຕາງໜ້າສະພາບໍລິຫານ ລັດວິສາຫະກິດໃນຂອບເຂດທົ່ວ ປະເທດ, ຜູ້ຕາງໜ້າຈາກທະນາຄານໂລກປະຈຳລາວ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ນາຍົກລັດຖະມົນຕີ ພົບປະໂອ້ລົມ ຄະນະພັກ ແລະ ພະນັກງານຫຼັກແຫຼ່ງ ຫສນຍ

ນາຍົກລັດຖະມົນຕີ ພົບປະໂອ້ລົມ ຄະນະພັກ ແລະ ພະນັກງານຫຼັກແຫຼ່ງ ຫສນຍ

ໃນຕອນເຊົ້າ ວັນທີ 16 ທັນວານີ້, ທີ່ສໍານັກງານນາຍົກລັດຖະມົນຕີ, ສະຫາຍ ສອນໄຊ ສີພັນດອນ, ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດພົບປະໂອ້ລົມຕໍ່ ຄະນະບໍລິ ຫານງານພັກ ແລະ ຄະນະກົມ ພາຍໃນອົງຄະນະພັກ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ໂດຍມີ ສະຫາຍ ບົວຄົງ ນາມມະວົງ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ, ຫົວໜ້າ ຫສນຍ, ພ້ອມດ້ວຍບັນດາສະຫາຍ ຄະນະບໍລິຫານງານພັກ ແລະ ຄະນະກົມ ທົ່ວ ຫສນຍ ເຂົ້າຮ່ວມ.
ງານມະຫາກຳການເງິນລາວ

ງານມະຫາກຳການເງິນລາວ

ເພື່ອເປັນການຮ່ວມສະເຫຼີມສະຫຼອງສາມວັນປະຫວັດສາດຂອງ ສປປ ລາວ, ໃນວັນທີ 15 ທັນວາ 2025 ທີ່ສູນ ການຄ້າລາວໄອເຕັກນະຄອນຫຼວງວຽງຈັນ, ທະນາຄານແຫ່ງ ສປປ ລາວ (ທຫລ) ຮ່ວມກັບບໍລິສັດແຮັບປີ້ອີເວັ້ນ ໄດ້ຈັດພິທີ ເປີດງານມະຫາກຳການເງິນລາວ 2025 (Lao Money Expo 2025) ຂຶ້ນຢ່າງເປັນທາງການ ພາຍໃຕ້ຄໍາຂວັນ: “ການ ເງິນ ເພື່ອການເຕີບໂຕ” ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານສອນໄຊສີພັນດອນ, ນາຍົກລັດຖະ
ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ລີ ແຈ ມຽງ (H.E. Mr. LEE Jae Myung), ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫຼີ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ໄດ້ນໍາພາຄະນະຜູ້ແທນຂອງ ສປປ ລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ ໃນລະຫວ່າງວັນທີ 14-15 ທັນວາ 2025 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ.ເກົາຫຼີ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ, ຊຶ່ງການຢ້ຽມຢາມດັ່ງກ່າວ ໄດ້ມີຂຶ້ນໃນທ່າມກາງບັນຍາກາດທີ່ສອງປະເທດ ສປປ ລາວ ແລະ ສ.ເກົາຫຼີ ພວມສະເຫຼີມສະຫຼອງສາຍພົວພັນທາງການທູດ ຄົບຮອບ 30 ປີໃນປີ 2025 ນີ້ (ວັນທີ 25 ຕຸລາ 1995 - 25 ຕຸລາ 2025) ແລະ ເປັນການຢ້ຽມຢາມ ສ. ເກົາຫຼີ ໃນຮອບ 12 ປີ ໃນລະດັບການນຳສູງສຸດແຫ່ງ ສປປ ລາວ.
ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ລີ ແຈ ມຽງ (H.E. Mr. LEE Jae Myung), ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫຼີ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ໄດ້ນໍາພາຄະນະຜູ້ແທນຂອງ ສປປ ລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ ໃນລະຫວ່າງວັນທີ 14-15 ທັນວາ 2025 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ.ເກົາຫຼີ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ, ຊຶ່ງການຢ້ຽມຢາມດັ່ງກ່າວ ໄດ້ມີຂຶ້ນໃນທ່າມກາງບັນຍາກາດທີ່ສອງປະເທດ ສປປ ລາວ ແລະ ສ.ເກົາຫຼີ ພວມສະເຫຼີມສະຫຼອງສາຍພົວພັນທາງການທູດ ຄົບຮອບ 30 ປີ ໃນປີ 2025 ນີ້ (ວັນທີ 25 ຕຸລາ 1995 - 25 ຕຸລາ 2025) ແລະ ເປັນການຢ້ຽມຢາມ ສ. ເກົາຫຼີ ໃນຮອບ 12 ປີ ໃນລະດັບການນຳສູງສຸດແຫ່ງ ສປປລາວ.
ປະທານປະເທດ ຕ້ອນຮັບ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ປະທານປະເທດ ຕ້ອນຮັບ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ໃນວັນທີ 12 ທັນວາ ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ພົນເອກ ເຊີເກ ໂຊຍກູ ເລຂາທິການສະພາຄວາມໝັ້ນຄົງ ແຫ່ງ ສ. ຣັດເຊຍ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຄື່ອນເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 10-12 ທັນວານີ້.
ວາງກະຕ່າດອກໄມ້ໃນໂອກາດວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ

ວາງກະຕ່າດອກໄມ້ໃນໂອກາດວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ

ການນໍາຂັ້ນສູງພັກ-ລັດ ນໍາໂດຍສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ວາງກະຕ່າດອກໄມ້ຕໍ່ໜ້າຮູບປັ້ນຫຼໍ່ປະທານ ໄກສອນ ພົມວິຫານ ໃນວັນທີ 12 ທັນວາ 2025 ເນື່ອງໃນໂອກາດວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (13 ທັນວາ 1920-13 ທັນວາ 2025).
ເພີ່ມເຕີມ