ໂທລະເລກໄດ້ຊີ້ແຈ້ງວ່າ: ໃນປີ 2025, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນໄດ້ຈັດຕັ້ງສຳເລັດ 3 ພິທີເປີດນຳໃຊ້, ເລີ່ມລົງມືກໍ່ສ້າງ, ແລ່ນລົດທົດລອງດ້ານເຕັກນິກບັນດາໂຄງການ, ກິດຈະກຳໃຫຍ່, ຈຸດສຸມພັດທະນາພື້ນຖານໂຄງລ່າງເສດຖະກິດ-ສັງຄົມແຫ່ງຊາດ ເພື່ອສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ (ຈັດຂຶ້ນໃນວັນທີ 19 ເມສາ 2025), 80 ປີແຫ່ງວັນການປະຕິວັດເດືອນສິງຫາປະສົບຜົນສຳເລັດ ແລະ ວັນຊາດ ທີ 2 ກັນຍາ (ຈັດຂຶ້ນໃນວັນທີ 19 ເດືອນສິງຫາ 2025)… ບັນດາໂຄງການ, ກິດຈະກຳ ໄດ້ເລີ່ມລົງມືກໍ່ສ້າງ ແລະ ເປີດນຳໃຊ້ໃນໄລຍະຜ່ານມາໄດ້ປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ; ຢັ້ງຢືນຄວາມຕັດສິນໃຈຂອງພັກ, ລັດ ແລະ ປະຊາຊົນໃນການກໍ່ສ້າງປະເທດຫວຽດນາມ ຮັ່ງມີເຂັ້ມແຂງ, ສີວິໄລ, ຈະເລີນຮຸ່ງເຮືອງ ແລະ ວັດທະນາຖາວອນ.
ທ່ານນາຍົກລັດຖະມົນຕີຫວຽດນາມ ຮຽກຮ້ອງໃຫ້ລັດຖະມົນຕີ, ບັນດາຫົວໜ້າອົງການທຽບເທົ່າກະຊວງ, ອົງການຂຶ້ນກັບລັດຖະບານ, ປະທານຄະນະກຳມະການປະຊາຊົນບັນດາແຂວງ, ນະຄອນ ຂຶ້ນກັບສູນກາງ ຊີ້ນຳນັກລົງທຶນ, ຄະນະຄຸ້ມຄອງໂຄງການ, ຜູ້ຮັບເໝົາ ແລະ ບັນດາຫົວໜ່ວຍທີ່ກ່ຽວຂ້ອງໂດຍກົງ ຍົກສູງຈິດໃຈຄວາມຮັບຜິດຊອບ ແລະ ມານະພະຍາຍາມໃຫ້ຫຼາຍກວ່າເກົ່າ, ຕັດສິນໃຈກວ່າເກົ່າ; ສູ້ຊົນກໍ່ສ້າງສຳເລັດ ແລະ ນຳບັນດາໂຄງການເຂົ້າເຄື່ອນໄຫວໃນເວລາໄວທີ່ສຸດເທົ່າທີ່ຈະໄວໄດ້.
ຄໍາເຫັນ