ທ່ານນາຍົກລັດຖະມົນຕີເຂົ້າຮ່ວມພິທີເປີດນຳໃຊ້ສະໜາມບິນສາກົນບໍ່ແກ້ວ

ທ່ານນາຍົກລັດຖະມົນຕີເຂົ້າຮ່ວມພິທີເປີດນຳໃຊ້ສະໜາມບິນສາກົນບໍ່ແກ້ວ
ທ່ານສອນໄຊສີພັນດອນນາຍົກລັດຖະມົນຕີໄດ້ໃຫ້ກຽດເຂົ້າຮ່ວມພິທີເປີດນຳໃຊ້ສະໜາມບິນສາກົນບໍ່ແກ້ວຢ່າງເປັນທາງການໃນວັນທີ 5 ກຸມພາ ນີ້,ໂດຍມີທ່ານບົວຄົງນາມມະວົງເຈົ້າແຂວງບໍ່ແກ້ວ;ທ່ານຈ້າວເຫວີຍປະທານສະພາບໍລິຫານເຂດເສດຖະກິດພິເສດສາມຫຼ່ຽມຄຳ;ບັນດາການນຳບັນດາກະຊວງ-ອົງການຂັ້ນສູນກາງ,ການນໍາບັນດາແຂວງ,ການນໍາຫຼັກແຫຼ່ງພາຍໃນແຂວງບໍ່ແກ້ວພ້ອມດ້ວຍການນໍາເມືອງ,ບ້ານ, ພາກທຸລະກິດທີ່ກ່ຽວຂ້ອງແລະແຂກຖືກເຊີນເຂົ້າຮ່ວມ. 
ໃນພິທີ, ທ່ານຈ້າວເຫວີຍກໍໄດ້ມີຄຳເຫັນຕໍ່ພິທີບາງຕອນວ່າ: ສະໜາມບິນສາກົນບໍ່ແກ້ວແຫ່ງນີ້ມີການກໍ່ສ້າງທີ່ເປັນເອກະລັກສະເພາະ, ມີລະບົບການບໍລິການທີ່ສົມບູນແບບ, ມີສິ່ງອຳນວຍຄວາມສະດວກ, ສະພາບແວດລ້ອມທີ່ສວຍງາມ, ມີຄວາມສາມາດໃນການຮອງຮັບທີ່ປອດໄພແລະມີປະສິດທິພາບເຮັດໃຫ້ກາຍເປັນສະໜາມບິນສາກົນທີ່ທັນສະ
ໄໝແລະໃຫຍ່ທີ່ສຸດໃນພາກເໜືອຂອງລາວ. ການເປີດສະໜາມບິນແຫ່ງໃໝ່ນີ້ແມ່ນຂີດໝາຍໃໝ່ຂອງການກໍ່ສ້າງແລະພັດທະນາເຂດເສດຖະກິດພິເສດສາມຫຼ່ຽມຄຳຊຶ່ງຈະຖືເອົາໂອກາດໃໝ່ໃນການພັດທະນາ, ສູ້ຊົນພະຍາຍາມແລະສ້າງເຂດເສດຖະກິດພິເສດແຫ່ງນີ້ໃຫ້ກາຍເປັນຕົວເມືອງໃໝ່ທີ່ທັນສະໄໝແລະເຕັມໄປດ້ວຍສະເໜ່ເພື່ອດຶງດູດການທ່ອງທ່ຽວ, ການຄ້າ, ການລົງທຶນ, ການດຳລົງຊີວິດແລະການສຶກສາ.
ໃນໂອກາດນີ້, ທ່ານລັນແສງອາພອນຮອງລັດຖະມົນຕີກະຊວງໂຍທາທິການແລະຂົນສົ່ງໄດ້ໃຫ້ຮູ້:ໂຄງການນີ້ໄດ້ເລີ່ມລົງມືກໍ່ສ້າງໃນວັນທີ 20 ກັນຍາ 2020, ຕາມແຜນການກໍ່ສ້າງແມ່ນໃຫ້ສຳເລັດພາຍໃນ 18 ເດືອນ, ແຕ່ຍ້ອນສະພາບການລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ການຂົນສົ່ງວັດຖຸອຸປະກອນຕິດຕັ້ງຕ່າງໆລວມທັງການກໍ່ສ້າງຕົວຈິງແກ່ຍາວເຖິງ 3 ປີກວ່າຈຶ່ງສໍາເລັດ. ໂຄງການດັ່ງກ່າວເປັນການລົງທຶນຂອງບໍລິສັດກຣິດເຕີເບເອເລຍອິນເວດເມັນແອນດີເວວລົບເມັ້ນຈຳກັດ 100% ໃນຮູບແບບBOT,ເປັນສະໜາມບິນຂະໜາດCode 4C, ມີທາງຂຶ້ນ-ລົງຍາວ2.500ແມັດແລະສາມາດຂະຫຍາຍໄດ້ເຖິງ3.000ແມັດ, ສາມາດຮອງຮັບການລົງຈອດຂອງຍົນແອບັດສA321 ແລະໂບອິ້ງ737-900, ອາຄານຜູ້ໂດຍສານສາມາດຮອງຮັບຜູ້ໂດຍສານເຂົ້າ-ອອກ600ຄົນ, ມີຕຶກອາຄານຫໍບັນຊາການບິນແລະສິ່ງອຳນວຍຄວາມສະດວກຕ່າງໆຢ່າງເປັນລະບົບ;ໂດຍນໍາໃຊ້ເນື້ອທີ່ດິນໃນການກໍ່ສ້າງ300 ກວ່າເຮັກຕາ,ມູນຄ່າການລົງທຶນທັງໝົດ 225 ລ້ານກວ່າໂດລາ,ອາຍຸສໍາປະທານ 50 ປີຊຶ່ງຫຼັງຈາກໝົດອາຍຸສໍາປະທານແລ້ວຈະມອບໂອນໂຄງການຄືນໃຫ້ລັດຖະບານຕາມສັນຍາລວມທັງເນື້ອທີ່ດິນ. ການກໍ່ສ້າງແມ່ນໄດ້ມາດຕະຖານຄວາມປອດໄພຂອງອົງການການບິນພົນລະເຮືອນສາກົນ (ICAO). ພາຍຫຼັງເປີດນໍາໃຊ້ຈະໄດ້ເປີດໃຫ້ບໍລິການສາຍການບິນພາຍໃນປະເທດກ່ອນໂດຍຮອງຮັບເຮືອບິນATR 72ຫຼືທຽບເທົ່າເພື່ອໃຫ້ບໍລິການບິນຂຶ້ນ-ລົງສະໜາມບິນ, ລານຈອດ, ບໍລິການຜູ້ໂດຍສານ,ບໍລິການວິທະຍຸຊ່ວຍລົງເດີ່ນ,ບໍລິການພາກພື້ນດິນແລະອື່ນໆທີ່ກ່ຽວຂ້ອງຕາມທີ່ໄດ້ລະບຸໃນສັນຍາສໍາປະທານ. ພ້ອມກັນນັ້ນ, ທ່ານຍັງໄດ້ຕີລາຄາວ່າການກໍ່ສ້າງສະໜາມບິນແຫ່ງນີ້ແມ່ນເປັນເປົ້າໝາຍຂອງການພັດທະນາໂຄງລ່າງພື້ນຖານພາຍໃນທ້ອງຖິ່ນໄປຄຽງຄູ່ກັບການເສີມສ້າງການຄົມມະນາຄົມຂົນສົ່ງທາງອາກາດຂອງແຂວງໃຫ້ມີຄວາມເຂັ້ມແຂງເພື່ອເຊື່ອມຈອດກັບພາຍໃນ, ພາກພື້ນແລະສາກົນ,ອໍານວຍຄວາມສະດວກໃນການລົງທຶນ, ການທ່ອງທ່ຽວທັງພາຍໃນແລະຕ່າງປະເທດເພີ່ມຂີດຄວາມສາມາດໃນການພັດທະນາເຂດພາກເໜືອຂອງສປປລາວໂດຍສະເພາະແຂວງບໍ່ແກ້ວ.
    ໃນໂອກາດດຽວກັນ,ທ່ານ ບົວຄົງ ນາມມະວົງກໍໄດ້ມີຄຳເຫັນບາງຕອນວ່າ: ໂຄງການສະໜາມບິນສາກົນບໍ່ແກ້ວເປັນໜຶ່ງໃນ 13 ກິດຈະການທີ່ໄດ້ລະບຸໄວ້ໃນສັນຍາພັດທະນາເຂດເສດຖະກິດພິເສດສາມຫຼ່ຽມຄໍາ,ທັງເປັນການຈັດຕັ້ງປະຕິບັດຍຸດທະສາດການພັດທະນາແຂວງບໍ່ແກ້ວ, ເປັນໂຄງການຂະໜາດໃຫຍ່ທີ່ສໍາຄັນໃນການສົ່ງເສີມການຄົມມະນາຄົມຂົນສົ່ງທາງອາກາດເພື່ອເຊື່ອມຈອດລະຫວ່າງແຂວງບໍ່ແກ້ວກັບບັນດາແຂວງພາຍໃນແລະຕ່າງປະເທດຊຶ່ງເປັນເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງແຂວງກໍຄືສປປລາວ;ພ້ອມທັງກ່າວຍ້ອງຍໍຊົມເຊີຍຕໍ່ທຸກພາກສ່ວນທີ່ມີສ່ວນຮ່ວມເຮັດໃຫ້ການກໍ່ສ້າງໂຄງການນີ້ມີຜົນສຳເລັດແລະຮຽກຮ້ອງພາກສ່ວນທີ່ຮັບຜິດຊອບຄຸ້ມຄອງແລະນຳໃຊ້ສະໜາມບິນຈົ່ງເປັນເຈົ້າການຊ່ວຍກັນປົກປັກຮັກສາ, ເຮັດໃຫ້ການນໍາໃຊ້ສະໜາມບິນແຫ່ງນີ້ສາມາດນຳໃຊ້ໄດ້ຍາວນານ,ມີຄວາມ
ໝັ້ນຄົງຍືນຍົງ,ສະຫງົບ-ປອດໄພແລະເກີດປະໂຫຍດສູງສຸດ.ຫຼັງຈາກນັ້ນກໍໄດ້ກ່າວເປີດການນຳໃຊ້ສະໜາມບິນສາກົນບໍ່ແກ້ວຢ່າງເປັນທາງການ.
ໃນໂອກາດທີ່ມີຄວາມໝາຍສຳຄັນນີ້,ທ່ານນາຍົກລັດຖະມົນຕີກໍໄດ້ໃຫ້ກຽດຂຶ້ນຕັດແຖບຜ້າແລະລັ່ນຄ້ອງເພື່ອເປັນສິລິມຸງຄຸນໃຫ້ແກ່ການເປີດນຳໃຊ້ສະໜາມບິນສາກົນບໍ່ແກ້ວຢ່າງເປັນທາງການໃນຄັ້ງນີ້.
ສຳລັບສາຍການບິນ ລາວແອລາຍ (Lao Airlines) ທີ່ຈະບິນວຽງຈັນ-ບໍ່ແກ້ວ-ວຽງຈັນ ນັ້ນພາກສ່ວນທີ່ກ່ຽວຂ້ອງ ກຳລັງປຶກສາຫາລື ເພື່ອກະກຽມຄວາມພ້ອມ ແລະ ແຜນ ໃນການກຳນົດຖ້ຽວບິນຮ່ວມກັນ; ສ່ວນສາຍການບິນລາວເດີນອາກາດ (Lao Skyway) ແລະ ສາຍການບິນລ້ານຊ້າງ ແອເວ (Lanexang Airways) ແມ່ນຍັງໃຫ້ບໍລິການປົກກະຕິ.
ຂ່າວແລະພາບ: ກົມປະຊາສຳພັນຫສນຍ.

ຄໍາເຫັນ

ຂ່າວເດັ່ນ

ກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວປະເທດ ສະໄໝທີ IX

ກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວປະເທດ ສະໄໝທີ IX

ກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວປະເທດສະໄໝທີ IX ອົງການພຸດທະສາສະໜາສໍາພັນ ແຫ່ງ ສປປ ລາວ ໄດ້ຈັດຂຶ້ນໃນວັນທີ 23 ທັນວານີ້ ທີ່ ຫໍປະຊຸມແຫ່ງຊາດ. ໂດຍການເປັນປະທານຂອງ ພະອາຈານໃຫຍ່ ມະຫາເວດ ມະເສໄນ ປະທານ ສູນກາງອົງການພຸດທະສາສະໜາສຳພັນ ແຫ່ງ ສປປ ລາວ (ອພສ), ໂດຍເປັນກຽດເຂົ້າຮ່ວມ ຂອງທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ, ມີບັນດາການນໍາພັກ-ລັດ, ອົງການຈັດຕັ້ງທີ່ຢູ່ອ້ອມຂ້າງ ພັກ-ລັດ, ຜູ້ແທນພະສົງ, ແນວລາວສ້າງຊາດແຂວງ, ນະຄອນຫຼວງ, ເມືອງ, ທ່ານຜູ້ຊົງຄຸນວຸດທິ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.
ສະຫາຍ ສອນໄຊ ສີພັນດອນ ຕ້ອນຮັບຄະນະຜູ້ແທນຫວຽດນາມ

ສະຫາຍ ສອນໄຊ ສີພັນດອນ ຕ້ອນຮັບຄະນະຜູ້ແທນຫວຽດນາມ

ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງສະຫາຍ ຫງວຽນ ຮຸຍ ຕຽນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສສຫວຽດນາມ ພ້ອມດ້ວຍຄະນະ ໃນວັນທີ 19 ທັນວານີ້, ທີ່ສໍານັກງານນາຍົກລັດຖະມົນຕີ.
ທ່ານ ສອນໄຊ ສີພັນດອນ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ

ທ່ານ ສອນໄຊ ສີພັນດອນ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ ຊຶ່ງນໍາໂດຍ ທ່ານ ກິມ ເທ ຮຶມ(Kim Tae Heum) ເຈົ້າແຂວງ ຊຸງຊອງນໍາໂດ ພ້ອມຄະນະ ທີ່ໄດ້ເດີນທາງມາຢ້ຽມຢາມ, ເຮັດວຽກ ແລະ ພົບປະກັບ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ໃນວັນທີ 18 ທັນວານີ້ ທີ່ສໍານັກງານນາຍົກລັດຖະມົນຕີ.
ປະທານປະເທດໂອ້ລົມເນັ້ນຫຼາຍບັນຫາຕໍ່ກອງປະຊຸມສະຫຼຸບວຽກງານຄະນະປະຕິຮູບລັດວິສາຫະກິດປະຈໍາປີ 2025

ປະທານປະເທດໂອ້ລົມເນັ້ນຫຼາຍບັນຫາຕໍ່ກອງປະຊຸມສະຫຼຸບວຽກງານຄະນະປະຕິຮູບລັດວິສາຫະກິດປະຈໍາປີ 2025

ກອງປະຊຸມສະຫຼຸບການປະຕິບັດວຽກງານວຽກຄະນະປະຕິຮູບລັດວິສາຫະກິດປະຈຳປີ 2025 ແລະ ທິດທາງແຜນວຽກຈຸດສຸມປີ 2026 ຈັດຂຶ້ນໃນວັນທີ 17 ທັນວານີ້ ທີ່ຫ້ອງປະຊຸມ ICTC, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ຫົວໜ້າຄະນະປະຕິຮູບລັດວິສາຫະກິດ, ເປັນກຽດເຂົ້າຮ່ວມ ແລະ ໂອ້ລົມ ຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ, ມີ ບັນດາທ່ານ ຄະນະປະຕິຮູບລັດວິສາຫະກິດຂັ້ນສູນກາງ ກະຊວງ-ອົງການ ແລະ ຂັ້ນແຂວງ, ບັນດາທ່ານຜູ້ອໍານວຍການ ຕາງໜ້າສະພາບໍລິຫານ ລັດວິສາຫະກິດໃນຂອບເຂດທົ່ວ ປະເທດ, ຜູ້ຕາງໜ້າຈາກທະນາຄານໂລກປະຈຳລາວ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ນາຍົກລັດຖະມົນຕີ ພົບປະໂອ້ລົມ ຄະນະພັກ ແລະ ພະນັກງານຫຼັກແຫຼ່ງ ຫສນຍ

ນາຍົກລັດຖະມົນຕີ ພົບປະໂອ້ລົມ ຄະນະພັກ ແລະ ພະນັກງານຫຼັກແຫຼ່ງ ຫສນຍ

ໃນຕອນເຊົ້າ ວັນທີ 16 ທັນວານີ້, ທີ່ສໍານັກງານນາຍົກລັດຖະມົນຕີ, ສະຫາຍ ສອນໄຊ ສີພັນດອນ, ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດພົບປະໂອ້ລົມຕໍ່ ຄະນະບໍລິ ຫານງານພັກ ແລະ ຄະນະກົມ ພາຍໃນອົງຄະນະພັກ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ໂດຍມີ ສະຫາຍ ບົວຄົງ ນາມມະວົງ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ, ຫົວໜ້າ ຫສນຍ, ພ້ອມດ້ວຍບັນດາສະຫາຍ ຄະນະບໍລິຫານງານພັກ ແລະ ຄະນະກົມ ທົ່ວ ຫສນຍ ເຂົ້າຮ່ວມ.
ງານມະຫາກຳການເງິນລາວ

ງານມະຫາກຳການເງິນລາວ

ເພື່ອເປັນການຮ່ວມສະເຫຼີມສະຫຼອງສາມວັນປະຫວັດສາດຂອງ ສປປ ລາວ, ໃນວັນທີ 15 ທັນວາ 2025 ທີ່ສູນ ການຄ້າລາວໄອເຕັກນະຄອນຫຼວງວຽງຈັນ, ທະນາຄານແຫ່ງ ສປປ ລາວ (ທຫລ) ຮ່ວມກັບບໍລິສັດແຮັບປີ້ອີເວັ້ນ ໄດ້ຈັດພິທີ ເປີດງານມະຫາກຳການເງິນລາວ 2025 (Lao Money Expo 2025) ຂຶ້ນຢ່າງເປັນທາງການ ພາຍໃຕ້ຄໍາຂວັນ: “ການ ເງິນ ເພື່ອການເຕີບໂຕ” ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານສອນໄຊສີພັນດອນ, ນາຍົກລັດຖະ
ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ລີ ແຈ ມຽງ (H.E. Mr. LEE Jae Myung), ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫຼີ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ໄດ້ນໍາພາຄະນະຜູ້ແທນຂອງ ສປປ ລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ ໃນລະຫວ່າງວັນທີ 14-15 ທັນວາ 2025 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ.ເກົາຫຼີ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ, ຊຶ່ງການຢ້ຽມຢາມດັ່ງກ່າວ ໄດ້ມີຂຶ້ນໃນທ່າມກາງບັນຍາກາດທີ່ສອງປະເທດ ສປປ ລາວ ແລະ ສ.ເກົາຫຼີ ພວມສະເຫຼີມສະຫຼອງສາຍພົວພັນທາງການທູດ ຄົບຮອບ 30 ປີໃນປີ 2025 ນີ້ (ວັນທີ 25 ຕຸລາ 1995 - 25 ຕຸລາ 2025) ແລະ ເປັນການຢ້ຽມຢາມ ສ. ເກົາຫຼີ ໃນຮອບ 12 ປີ ໃນລະດັບການນຳສູງສຸດແຫ່ງ ສປປ ລາວ.
ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ລີ ແຈ ມຽງ (H.E. Mr. LEE Jae Myung), ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫຼີ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ໄດ້ນໍາພາຄະນະຜູ້ແທນຂອງ ສປປ ລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ ໃນລະຫວ່າງວັນທີ 14-15 ທັນວາ 2025 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ.ເກົາຫຼີ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ, ຊຶ່ງການຢ້ຽມຢາມດັ່ງກ່າວ ໄດ້ມີຂຶ້ນໃນທ່າມກາງບັນຍາກາດທີ່ສອງປະເທດ ສປປ ລາວ ແລະ ສ.ເກົາຫຼີ ພວມສະເຫຼີມສະຫຼອງສາຍພົວພັນທາງການທູດ ຄົບຮອບ 30 ປີ ໃນປີ 2025 ນີ້ (ວັນທີ 25 ຕຸລາ 1995 - 25 ຕຸລາ 2025) ແລະ ເປັນການຢ້ຽມຢາມ ສ. ເກົາຫຼີ ໃນຮອບ 12 ປີ ໃນລະດັບການນຳສູງສຸດແຫ່ງ ສປປລາວ.
ປະທານປະເທດ ຕ້ອນຮັບ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ປະທານປະເທດ ຕ້ອນຮັບ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ໃນວັນທີ 12 ທັນວາ ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ພົນເອກ ເຊີເກ ໂຊຍກູ ເລຂາທິການສະພາຄວາມໝັ້ນຄົງ ແຫ່ງ ສ. ຣັດເຊຍ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຄື່ອນເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 10-12 ທັນວານີ້.
ວາງກະຕ່າດອກໄມ້ໃນໂອກາດວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ

ວາງກະຕ່າດອກໄມ້ໃນໂອກາດວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ

ການນໍາຂັ້ນສູງພັກ-ລັດ ນໍາໂດຍສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ວາງກະຕ່າດອກໄມ້ຕໍ່ໜ້າຮູບປັ້ນຫຼໍ່ປະທານ ໄກສອນ ພົມວິຫານ ໃນວັນທີ 12 ທັນວາ 2025 ເນື່ອງໃນໂອກາດວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (13 ທັນວາ 1920-13 ທັນວາ 2025).
ເພີ່ມເຕີມ